ຍສໝ - ລາຍລະອຽດແມ່ນ, ນະຄອນໂຮ່ຈີມິນຕັດສິນໃຈໜູນຊ່ວຍ 1,5 ຕື້ດົ່ງໃຫ້ແກ່ຊາວຫວຽດນາມ ແລະ ປະຊາຊົນປະສົບກັບຄວາມຫຍຸ້ງຍາກຢູ່ກຳປູເຈຍ, 1 ຕື້ ດົ່ງໃຫ້ແກ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ປະຊາຊົນລາວ ປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ທ່ານເລບ໊າລິງ, ຜູ້ສ້າງຕັ້ງບໍລິສັດ Link Nature Power, ຊາວຫວຽດນາມ ອາໄສຢູ່ ໄທໃຫ້ຮູ້ວ່າ ປີ 1960 ພໍ່ຂອງທ່ານແມ່ນໜຶ່ງໃນບັນດາຊາວຫວຽດນາມ ອາໄສຢູ່ໄທ ໄດ້ປະຕິບັດຕາມຄຳຮຽກຮ້ອງຂອງ ລຸງໂຮ່, ກັບຄືນປະເທດສ້າງສາປະເທດຊາດ.
ຍສໝ - ໄລຍະທີ່ຜ່ານມາ, ພາຍລັງໄດ້ຮັບຂ່າວວ່າ ພໍ່ແມ່ປະຊາຊົນເຂດພາກກາງ ໃນນັ້ນມີ ຮ່າຕິ້ງທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກໄພນ້ຳຖ້ວມ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ອຸປະຖຳເງິນສະໜັບສະໜູນພໍ່ແມ່ປະຊາຊົນເຂດນ້ຳຖ້ວມ.
ຍສໝ - ໂດຍຕ່າງໜ້າສະມາຄົມ ວິທະຫາກິດ ຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານ ປີເຕີ ຮົ່ງ - ຮອງປະທານຜູ້ປະຈຳການສະມາຄົມ ໄດ້ເນັ້ນໜັກວ່າ: ເງິນຕາຈາກຜູ້ ອາໄສຢູ່ຕ່າງປະເທດ ມີຄວາມສຳຄັນສຳລັບຫຼາຍປະເທດໃນໂລກ, ພິເສດແມ່ນບັນດາປະເທດພວມພັດທະນາ. ສຳລັບຫວຽດນາມ, ເງິນຕາຈາກຜູ້ອາໄສຢູ່ຕ່າງປະເທດຍິ່ງສຳຄັນ.
ຍສໝ - ແຂວງເລິມດົ່ງໄດ້ແນະນຳໄປຍັງຄະນະປະຕິບັດງານຂອງຄະນະກຳມະການຊາວຫວຽດນາມ ໄອໄສຢູ່ຕ່ງາປະເທດ ນະຄອນ ໂຮ່ຈີມິນ ແລະ ປະຊາຄົມບັນດານັກລົງທຶນ, ວິສາຫະກິດ, ນັກທຸລະກິດ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງເລິມດົ່ງ, ສະໜອງຂໍ້ມູນບັນດາໂຄງການທີ່ພວມຮຽກຮ້ອງການລົງທຶນ.
ຍສໝ - ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນຊຸມປີຜ່ານມາ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາເສດຖະກິດ - ສັງຄົມຂອງປະເທດເວົ້າລວມ ແລະ ນະຄອນ ໂຮ່ຈີມິນເວົ້າສະເພາະ.
ຍສໝ - ຕໍ່ໜ້າສະພາບການຢ່າງສັບສົນຂອງໂລກລະບາດໂຄວິດ - 19, ທ່ານ ຫງວຽນແມັງເກືອງ ມີຄວາມປາດຖະໜາຢາກພໍ່ແມ່ປະຊາຊົນຊາວຫວຽດນາມ ເວົ້າລວມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ເຊັກໂກເວົ້າສະເພາະຈົ່ງມີຄວາມສາມັກຄີນຳກັນ ເພື່ອຜ່ານຜ່າໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຄືໃນປັດຈຸບັນ.
ຍສໝ - ທຸກປີ, ໃນໂອກາດບຸນເຕັດປະຈຳຊາດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກ ພັດອ່າວຍໜ້າເມືອຫາກັບຄືນບ້ານເກີດເມືອງນອນ, ປະເທດຊາດ, ເຕົ້າໂຮມກັບຄອບຄົວ. ແຕ່ລະດູບານໃໝ່ປີສະຫຼຸ 2021 ປີນີ້ ຕ່າງກັບບັນດາລະດູບານໃໝ່ກ່ອນ, ຍ້ອນໂລກລະບາດໂຄວິດ - 19. ແຕ່ວ່າ ຢູ່ໃສກໍ່ຕາມ, ໃນສະພາບການໃດ, ພໍ່ແມ່ປະຊາຊົນຍາມໃດກໍ່ສະຫງວຽນນ້ຳໃຈຄວາມຮັກແພງ, ຝາກຟັງຄວາມພາວະນາອັນດີງາມທີ່ສຸດ ໄປຍັງບ້ານເກີດເມືອງນອນ, ໂດຍແມ່ນສະຖານທີ່ຂອງຜູ້ຄົນທີ່ຮັກແພງ…
ຍສໝ - ຄາດວ່າຊຸດຮຽນຈະດຳເນີນໃນ 3 ເດືອນ ໂດຍມີການເຂົ້າຮ່ວມສິດສອນຂອງບັນດາຄູສອນ ລາວທີ່ເຄີຍຮຽນຢູ່ຫວຽດນາມ, ຄູສອນ ຫວຽດນາມທີ່ເຄີຍຮຽນຢູ່ລາວ ແລະ ຄູສອນຕ່າງປະເທດ
ການນຳແຂວງ ໄຊຍະພູມ, ສະກົນນະຄອນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ຫຼາຍກວ່າອີກ.
ຍສໝ - ທີ່ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ລົງວັນທີ 19 ພຶດສະພາ ປີ 2015 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່, ທ່ານ ຟ້າມບິນມິງ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະທີ່ຜ່ານມາ.
ຍສໝ - ທ່ານ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ຢັ້ງຢືນຈິດໃຈສະເໜີຕົ້ນສະເໜີປາຍວ່າ ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກປະເທດຊາດໄດ້, ນີ້ແມ່ນແຫຼ່ງກຳລັງອັນຍິ່ງໃຫຍ່ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ດ້ວຍຫຼາຍຮູບການທີ່ແທ້ຈິງ, ຢູ່ຫຼາຍລະດັບທີ່ແຕກຕ່າງກັນ.
ຍສໝ - ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ຮັບຜ້າອັດປາກ - ດັງ 50.000 ອັນ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສົ່ງໄປຍັງປະຊາຄົມຊາວຫວຽດນາມອາໄສຢູ່ອາເມລິກາ ທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກ ໂລກລະບາດ Covid – 19.
ຍສໝ - ໃນຕອນບ່າຍວັນທີ 23 ສິງຫາ 2019, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຂອງ ຊຸດຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ຄູອາຈານຊາວຫວຽດນາມອາໄສຢູ່ຕ່າງປະເທດ.