ເຊື່ອມ​ຕໍ່​ນັກ​ທຸ​ລະ​ກິດຊາວ ຫວຽ​ດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ຄ້າ ແລະ ການລົງ​ທຶນໃນ​ຂົງ​ເຂດ​ກະ​ສິ​ກຳ

07:02 | 15/02/2022

ວັນທີ 14 ກຸມພາ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຕັ້ງເວທີປາໄສເຊື່ອມຕໍ່ນັກທຸລະກິດ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊຸກຍູ້ການຄ້າ ແລະ ການລົງທຶນໃນຂົງເຂດກະສິກຳ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ກຳ​ລັງ​ແຮງ​ໃຫ້​ແກ່​ການ​ທູດ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ສານ​ສົມ​ທົບ ແລະ ມີ​ການ​ເຊື່ອມ​ຕໍ່ ກຳ​ລັງ​ແຮງ​ໃຫ້​ແກ່​ການ​ທູດ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ສານ​ສົມ​ທົບ ແລະ ມີ​ການ​ເຊື່ອມ​ຕໍ່
ພາບປະກອບ: laodong.vn
ພາບປະກອບ: laodong.vn

ເຖິງວ່າຖຶກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ໃນປີຜ່ານມາຂະແໜງກະສິກຳຍັງຄົງບັນລຸລະດັບສະຖິຕິໃໝ່ກ່ຽວກັບການສົ່ງອອກດ້ວຍວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸ 48,6 ຕື້ USD. ຜົນສຳເລັດນີ້ມີການປະກອບສ່ວນສຳຄັນຈາກຊາວ ຫວຽດນາມ ທີ່ອາໄສຢູ່ທຸກປະເທດໃນໂລກ. ເວທີປາໄສໄດ້ແນະນຳໃຫ້ຊາວ ຫວຽດນາມ ຢູ່ຕ່າງປະເທດກ່ຽວກັບກຳນົດທິດບຸລິມະສິດດຶງດູດການລົງທຶນ ແລະ ການຮ່ວມມືດຳເນີນທຸລະກິດໃນຂົງເຂດກະສິກຳປ່າໄມ້ ແລະ ສິນໃນນ້ຳ ກໍ່ຄືຄວາມສາມາດບົ່ມຊ້ອນບັນດາຜະລິດຕະພັນ OCOP. ເວທີປາໄສກໍປະກອບສ່ວນສ້າງເຄືອຂ່າຍການເຊື່ອມຕໍ່ກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນການຈຳໜ່າຍ ແລະ ລົງທຶນບັນດາຜະລິດຕະພັນກະເສດ.

vovworld.vn

ເຫດການ
302 Found

Found

The document has moved here.