ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ການ​​ຮັບ​ຊາວ​ຫວຽດ​ນາມ ຈາກ​ຢູ​ແກຼນ ກັບ​ເມືອ​ປະ​ເທດ​

19:00 | 06/03/2022

ຍ​ສ​ໝ - ທ່ານ​ດິງວຽດ​ເຊີນ - ຮອງ​ຫົວ​ໜ້າ​ກົມການ​ບິນ ຫວຽດ​ນາມ ໃຫ້​ຮູ້​ວ່າ ແຜນ​ການ​ບິນ​ຂອງ​ບັນ​ດາບ​ໍ​ລິ​ສັດ​ບໍ່​ຂຶ້ນ​ກັ​ບ​ຂໍ້​ມູນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ຈຳ​ນວນ​ພົນ​ລະ​ເມືອງ, ສະ​ຖານ​ທີ່​ຮັບ​ (ປະ​ເທດ - ນະ​ຄອນ) ໃດ​ເພື່ອ​ສ້າງ​ແຜນ​ການ​ບິນ ແລະ ຫຼັງ​ຈາກ​ນັ້ນ​ກໍຍັງ​ຂຶ້ນ​ກັບ​ການ​ອະ​ນຸ​ຍາດ​ບິນ​ຂອງ​ບັນ​ດາ​ປະ​ເທດທີ່​ກ່ຽວ​ຂ້ອງ…

ບັນ​ດາ​ບໍ​ບິ​ສັດ​ການ​ບິນ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຢູ​ແກຼນ​ກັບ​ເມືອ​ປະ​ເທດ ບັນ​ດາ​ບໍ​ບິ​ສັດ​ການ​ບິນ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຢູ​ແກຼນ​ກັບ​ເມືອ​ປະ​ເທດ
ຫວຽດ​ນາມ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ສາ​ກົນ​ໂດຍ​ສັນ​ຕິ​ວິ​ທີ ຫວຽດ​ນາມ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ສາ​ກົນ​ໂດຍ​ສັນ​ຕິ​ວິ​ທີ
ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ການ​​ຮັບ​ຊາວ​ຫວຽດ​ນາມ ຈາກ​ຢູ​ແກຼນ ກັບ​ເມືອ​ປະ​ເທດ​
ພາບ​ປະ​ກອບ

ຕາມ​ທ່ານ​ເຊີນ​ແລ້ວ, ຄາດ​ວ່າ​ ຖ້ຽວ​ບິນ​ທຳ​ອິດ​ຂອງ Vietnam Airlines ໄປ​ຍັງ Warsaw (ໂປ​ໂລຍ) ທີ່​ຮັບ​ພົນ​ລະ​ເມືອງ​ຫວຽດ​ນາມ ແມ່ນ​ໃນ​ຕອນ​ເຊົ້​າ​ວັນ​ທີ 5 ມີ​ນາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ ຍັງ​ອີງ​ໃສ່ການໃຫ້​ອະ​ນຸ​ຍາດ​ຂອງ​ບັນ​ດາ​ປະ​ເທດ​ຕົກ​ລົງ​ເຫັນດີ​ໃຫ້​ບິນ​ໃນ​ວັນ​ໃດ​.

Vietnam Airlines ໄດ້​ກະ​ກຽມ​ທຸກ​ພາ​ຫະ​ນະ​ຢ່າງ​ຄົບ​ຖ້ວນ​ເພື່ອ​ກ​ຽມ​ພ້ອມ​ການ​ປະ​ຕິ​ບັດ​ໜ້າ​ທີ່. Vietnam Airlines ໄດ້​ປະ​ຕິ​ບັດຫຼາຍ​ຖ້ຽວ​ບິນ​ໄປ​ຍັງ​ເອີ​ລົບ ​ດັ່ງ​ນັ້ນ​ ກໍໄດ້ມີ​ປະ​ສົບ​ການຫຼາຍ​ຢ່າງ. ບໍ​ລິ​ສັດ​ການ​ບິນ​ນີ​້ ຈະ​ໄດ້​ຮັບ​ໜ້າ​ທີ່​ບິນ​ຖ້ຽວ​ທຳ​ອິດ​ມາ​ຮັບ​ພົນ​ລະ​ເມືອງ​ຫວຽດ​ນາມ ຢູ່​ຢູ​ແກຼນ ​ກັບ​ເມືອ​ປະ​ເທດ.

ພົນ​ລະ​ເມືອງ ຈາກ​ຢູ​ແກຼນ ຈະ​ເດີນ​ທາ​ງ​ທາງ​ບົກ​ໄປ​ຍັງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ (ຢູ່ Kiev ຈະ​ເດີນ​ທາງ​ໄປ​ຍັງ​ໂປ​ໂລຍ, ຢູ່ Kharkiv ຈະ​ໄປ​ຍັງ​ລັດ​ເຊຍ ແລະ ຢູ່ Odessa ຈະ​ໄປ​ຍັງ ໂມນ​ດາ​ວີ ຫຼື​ ຣູ​ມາ​ນີ) ​ຫຼັງ​ຈາກນັ້ນຈະຈັດ​ຕັ້ງ​ບັນ​ດາ​ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ຈາກ​ບັນ​ດາປະເທດນີ້​ກັບ​ເມືອ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.