ໜູນຊ່ວຍນໍາພົນລະເມືອງຫວຽດນາມ ຢູ່ຢູແກຣນ ໄປຍັງເຂດປອດໄພ

13:47 | 06/03/2022

ຍສໝ - ຕາມບັນດາ​​ອົງການ​ຜູ້ຕາງໜ້າຫວຽດນາມແລ້ວ, ​ໄລ່ຮອດຕອນບ່າຍວັນທີ 2 ມີນາ (ຕາມ​ເວລາ​ຫວຽດນາມ), ປະຊາຊົນ​ສ່ວນ​ຫຼາຍ​ຢູ່ Kiev ແລະ Odessa, ປະຊາຊົນຢູ່ Kharkov ຫຼາຍ​ຮ້ອຍ​ຄົນ ​ໄດ້ຍົກຍ້າຍອອກຈາກເຂດ, ​ໄດ້​ ​ແລະ ພວມ​ໄດ້ຮັບການຈັດສົ່ງໄປບັນດາປະເທດໃກ້ຄຽງ...

ໜູນຊ່ວຍແມ່ຍິງພັດທະນາການທຳມາຫາກິນຄືນໃໝ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດພາຍຫຼັງຜົນສະທ້ອນຈາກໂລກລະບາດໂຄວິດ - 19 ໜູນຊ່ວຍແມ່ຍິງພັດທະນາການທຳມາຫາກິນຄືນໃໝ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດພາຍຫຼັງຜົນສະທ້ອນຈາກໂລກລະບາດໂຄວິດ - 19
ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ

ໂດຍກ່ຽວຂ້ອງເຖິງສະພາບການປົກປ້ອງພົນລະເມືອງຢູ່ຢູແກຣນ, ໜ່ວຍປະຕິບັດ​ງານ​ປົກປ້ອງພົນລະເມືອງ ​ລວມມີ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງການຕ່າງປະເທດຫວຽດນາມ ​ໄດ້​ສົມທົບ​ກັບ​​ອົງການ​ຜູ້ຕາງໜ້າ ຫວຽດນາມ ຢູ່ຢູແກຣນ ​ແລະບັນດາປະເທດໃກ້ຄຽງ ສືບ​ຕໍ່ຜັນຂະຫຍາຍການ ເຄື່ອນໄຫວໜູນຊ່ວຍຊາວຫວຽດນາມ ຍ້າຍໄປຍັງເຂດປອດໄພ, ອອກຈາກເຂດມີການປະທະກັນ.

ໜູນຊ່ວຍນໍາພົນລະເມືອງຫວຽດນາມ ຢູ່ຢູແກຣນ ໄປຍັງເຂດປອດໄພ
ພະນັກງານສະຖານທູດຫວຽດນາມ ໜູນຊ່ວຍພໍ່ແມ່ປະຊາຊົນໄປລີ້ໄພຢູ່ Lviv, ຢູແກຣນ. ພາບ: ກະຊວງການຕ່າງປະເທດຫວຽດນາມ ສະໜອງ.

ຕາມບັນດາ​​ອົງການ​ຜູ້ຕາງໜ້າຫວຽດນາມແລ້ວ, ​ໄລ່ຮອດຕອນບ່າຍວັນທີ 2 ມີນາ (ຕາມ​ເວລາ​ຫວຽດນາມ), ປະຊາຊົນ​ສ່ວນ​ຫຼາຍ​ຢູ່ Kiev ແລະ Odessa, ປະຊາຊົນຢູ່ Kharkov ຫຼາຍ​ຮ້ອຍ​ຄົນ ​ໄດ້ຍົກຍ້າຍອອກຈາກເຂດ, ​ໄດ້​ ​ແລະ ພວມ​ໄດ້ຮັບການຈັດສົ່ງໄປບັນດາປະເທດໃກ້ຄຽງ. 140 ຄົນ​ໄດ້​ອອກຈາກ ​ຢູແກຣນ ​ໄປ​ປະ​ເທດ​ໂປໂລຍ ແລະ​ປະຈຸບັນ​ຢູ່ Warsaw, 70 ຄົນ​ໄດ້​ໄປຍັງ ຣູມານີ, ປະມານ 220 ຄົນໄດ້ໄປ ໂມນດາວີ ​ແລະຫຼັງຈາກນັ້ນ​ຈະ​ຈັດສົ່ງໄປຍັງ ຣູມານີ, ປະມານ 30 ຄົນ​ໄດ້​ໄປເຖິງ ​ຮຸງກາຣີ. ກະຊວງການຕ່າງປະເທດ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໄດ້ລາຍງານແຜນການນໍາພົນລະເມືອງ ຫວຽດນາມ ໄປລີ້ໄພຕໍ່ນາຍົກລັດຖະມົນຕີ ແລະຈະສົມທົບກັບສາຍການບິນຈັດຕັ້ງຖ້ຽວບິນກັບຄືນເມືອປະເທດ ຕາມຂັ້ນຕອນທີ່ເໝາະສົມກັບສະພາບຕົວຈິງໂດຍໄວ.

ບູນມີ

ເຫດການ
302 Found

Found

The document has moved here.