ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ ພາ​ວະ​ນາ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ວັດ ຈຸກ​ເລິມ​ທຽນ​ວ​ຽນ

19:00 | 15/02/2022

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ວັນ​ເພັງ​ເດືອນຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຕອນ​ເຊົ້າ​ວັນ​ທີ 13 ກຸມ​ພາ, ວັດ​ຈຸກ​ເລິມ​ທຽນ​ວຽນ ຢູ່​ນະ​ຄອນ Villebon-sur-Yvette ໃກ້​ກັບ​ນະ​ຄອນຫຼວງ ປາ​ຣີ ຂອງ​ຝ​ລັ່ງ ໄດ້​ຈັດ​ຕັ້ງ​ພິ​ທີ​ພາ​ວະ​ນາ​ຂໍ​ຄວາມ​ສະ​ຫງົບ​ສຸກ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ປາ​ຣີ ແລະ ບັນ​ດາ​ເຂດ​ໃກ້​ຄຽງ.

ເຊື່ອມ​ຕໍ່​ນັກ​ທຸ​ລະ​ກິດຊາວ ຫວຽ​ດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ຄ້າ ແລະ ການລົງ​ທຶນໃນ​ຂົງ​ເຂດ​ກະ​ສິ​ກຳ ເຊື່ອມ​ຕໍ່​ນັກ​ທຸ​ລະ​ກິດຊາວ ຫວຽ​ດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ຄ້າ ແລະ ການລົງ​ທຶນໃນ​ຂົງ​ເຂດ​ກະ​ສິ​ກຳ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ ພາ​ວະ​ນາ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ວັດ ຈຸກ​ເລິມ​ທຽນ​ວ​ຽນ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ ພາ​ວະ​ນາ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ວັດ ຈຸກ​ເລິມ​ທຽນ​ວ​ຽນ. ພາບ: baotintuc.vn

ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ​ເປັນ​ຈຳ​ນວນຫຼາຍ ໄດ້​ມີ​ໜ້າ​ຢູ່​ບໍ​ລິ​ເວນ​ວັດນັບ​ແຕ່​ຮຸ່ງ​ເຊົ້າ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ພາ​ວະ​ນາ​ໂດຍ​ພະມະ​ຫາ​ອາ​ຈານ ທິກ​ເຕິມ​ຮຸຍ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ. ທຸກໆ​ຄົນ​ພາ​ວະ​ນາ​ຂໍ​ໃຫ້​ປີ​ໃໝ່​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ ແລະ ຂໍໃຫ້​ຄອບ​ຄົວ ແລະ ພໍ່​ແມ່​ພີ່​ນ້ອງມີ​ຄວາມ​ສະ​ຫງົບ​ສຸກ​.

ພາຍຫຼັງ​ພິ​ທີ, ບັນ​ດາ​ພຸດ​ທະ​ສາ​ສະ​ນິ​ກ​ກະ​ຊົນ ແລະ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ເຈ ໂດຍ​ວັດ​ແຕ່ງ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ແບບ​ຫວຽດ​ຂອງວັດ.

ທຸ​ກ​ປີ, ໃນ​ໂອ​ກາດ​ວັນ 1 ບຸນ​ເຕັດ ແລະ ວັນ​ເພັງ​ເດືອນຈຽງ ໄລ່​ຕາມ​ຈັນ​ຕະ​ປະ​ຕິ​ທິນ, ພໍ່​ແມ່​ປະ​ຊາ​ຊົນ ພັດ​ມາ​ວັດ​ຈຸກ​ເລິມ ເພື່ອ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ ຂໍ​ໃຫ້​ມີ​ຄວາມ​ສະ​ຫງົ​ບ​ສຸກ, ວັດ​ທະ​ນາ​ຖາ​ວອນ​ໃຫ້​ແກ່​ປະ​ເທດ​ຊາດ, ປະ​ສົບ​ຜົນ​ສຳ​ເລັດ ແລະ ຄວາມ​ໂຊ​ກ​ດີ​ໃຫ້​ແກ່​ຕົນ​ເອງ ກໍ່​ຄື​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ບັນ​ພະ​ບຸ​ລຸດ. ມູນ​ເຊື້ອນີ້​ໄດ້​ກາຍ​ເປັນ​ຈຸດ​ຄວາມ​ງາມ​ໃນ​ຈິດ​ວິນ​ຍານ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.