ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຢ້ຽມ​ຢາມ ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1

10:58 | 27/05/2022

ຍ​ສ​ໝ - ການ​ຢ້ຽມ​ຢາມ​ທະ​ຫານ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອງ​ຊາ ແລະ ເຮືອນ​ຫ້ານ DK1 ແມ່ນ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍ, ຢັ້ງ​ຢືນອ​ະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຕໍ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ເຂດ​ໄຫຼ່​ທະ​ວີບທາງ​ທິດ​ໃຕ້ ຫວຽດ​ນາມ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ ຫວຽດ​ນາມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ ຫວຽດ​ນາມ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຢ້ຽມ​ຢາມ ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໄປ​ຢ້ຽມ​ຢາມ​ໝູ່​ເກາະ​ເຈື່ອງ​ຊາ (ພາ​ບ: TTXVN)

ຕອນ​ບ່າຍ​ວັນ​ທີ 25 ພຶດ​ສະ​ພາ, ຢູ່າ​ແຄ໊ງ​ຮ່​ວາ, ມີ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ ກ່​ວາ 40 ຄົນ ທ່ີມາ​ຈາກ 17 ປະ​ເທດໃນ​ໂລກ ໄດ້​ສິ້ນ​ສຸດ​ລາຍ​ການ​ຄະ​ນະ​ຊາວ​ຫວຽດ​ນາມ ອາ​ໄສ​ຕ່າງ​ປະ​ເທດ ມາ​ຢ້ຽມ​ຢາມ ທະ​ຫານ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອງ​ຊາ ແລະ ເຮືອ​ນ​ຫ້ານ DK1.

ພາຍຫຼັງ 2 ປີ​ຖືກ​ຢຸດ​ຕິ ຍ້ອ​ນ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ລາຍ​ການທີ່​ມີ​ຄວາມ​ໝາຍ​ໄດ້​ນຳ​ມາ​ເຊິ່ງ​ຄວາມ​ຮູ້​ສຶກ​ຍາກ​ທີ່​ຈະ​ຫຼົງ​ລືມ​ໄດ້​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ນີ້​ແມ່ນ​ປີ​ທີ 10 ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ສົມ​ທົບ​ກັບ​ກອງ​ບັນ​ຊາ​ການກອງ​ທັບ​ເຮືອ​ຈັດ​ຕັ້ງ​ການ​ນຳ​ຄະ​ນະ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ​ເຈື່ອງ​ຊາ.

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂງ​ເຮືອງ​ນາມ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່​ງ​ລັດ​ກ່ຽວ​ກັບຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແລ້ວ, ການ​ຢ້ຽມ​ຢາມ​ທະ​ຫານ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1 ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ຢັ້ງ​ຢືນ​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຕໍ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ເຂດ​ໄຫຼ່​ທະ​ວີບ​ທາງ​ທິດ​ໃຕ້​ປະ​ເທດ​ຊາດ.

ນີ້​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ ທີ່​ມາ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ​ພົ​ບ​ປະ​ແລກ​ປ່ຽນ, ສະ​ໜິດ​ຕິດ​ພັນ​ກັບ​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ລາຍ​ການ​ຢ້ຽມ​ຢາມ​ເຈື່ອງ​ຊາ ແລະ ເຮືອນ​ຮ້ານ Dk1 ສະ​ແດງ​ຖ​ື​ກຕາມ​ຈິດ​ໃຈ​ຂອງ ມະ​ຕິ​ເລກ​ທີ 36-NQ/TW, ຄຳສັ່ງເລກທີ 45-CT/TW ແລະ ບົດ​ສະຫຼຸບ​ເລກ​ທີ 12-KL/TW ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ວຽກ​ງານຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ ໃນ​ສະ​ພາບ​ການ​ໃໝ່, ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ໜ້າ​ທີ່ “ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່​ງ​ການ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”.

ວຽກ​ງານ​ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ເດີນ​ທາງໄປ​ຢ້ຽມ​ຢາມ​ໃນ​ສະ​ພາບ​ການ​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ປະ​ກອບ​ສ່ວນ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ພັກ, ລັດ ໃນ​ການ​ເບິ່ງ​ແຍງ​ດູ​ແລ​​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ໂດຍ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດກ່ຽວ​ກັບ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​, ໃນ​ຕະຫຼອດ​ໄລ​ຍະ​ທາງ 10 ປີ​ຜ່ານ​ມາ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ ຍາມ​ໃດ​ກໍ່​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ແຫຼ່ງ​ກຳ​ລັງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ເຈື່ອ​ງ​ຊາ.

ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ພໍ່​ແມ່​ປະ​ຊາ​ຊົນ​ເຮົາ​ຢູ່ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ ສືບ​ຕໍ່​ຕັ້ງ​ໜ້າ​ປະ​ກອບ​ແຫຼ່ງ​ງົບ​ປະ​ມານ​ສຳ​ຄັນ​ເພື່ອ​ຕໍ່​ເຮືອ​ອະ​ທິ​ປະ​ໄຕ ແລະ ມອບ​ຂອງ​ຂວັນ, ວັດ​ຖຸສິ່ງຂອງ​ທີ່​ຈຳ​ເປັນ​ໜູນ​ຊ່ວຍ​ການ​ດຳ​ລົງ​ຊີ​ວິດ, ວຽກ​ງານ​ຂອງກອງ​ທັບ, ປະ​ຊາ​ຊົນ​ເມືອງ​ເກາະ​ຮ່​ວາງ​ຊາ ແລະ ເຮືອ​ນ​ຮ້ານ DK1.

ມາ​ຮອດ​ປັດ​ຈຸ​ບັນ, ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ປະ​ກອບ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 215 ລ້ານ​ດົ່ງ​ເພື່ອ​ຊື້​ຂອງ​ຂວັນ, ວັດ​ຖຸ​ມອບ​ໃຫ້​ເມືອງ​ເກາະ​ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1; ປະ​ມານ 2,1 ຕື້​ດົ່ງ​ເພື່ອ​ຕໍ່​ເຮືອ​ອະ​ທິ​ປະ​ໄຕ.

ຕາມ​ແຜນ​ການ​ແລ້ວ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດກ່ຽວ​ກັບ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ ແລະ ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ​ຈະ​ສືບ​ຕໍ່​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ ເພື່ອ​ຕໍ່​ເຮືອອ​ະ​ທິ​ປະ​ໄຕ​ມອບ​ໃຫ້​ເມືອງ​ເກາະ​ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1 ຈົນຮອດ​ກາງ​ເດືອນ​ມິ​ຖຸ​ນາ ປີ 2022…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.