ການ​ແຂ່ງ​ຂັນ​ເທັນ​ນິດ​ມິດ​ຕະ​ພາບ ຢ່າງຄຶກ​ຄຶ້ນ​ຂອງ​ຊາວ ຫວຽດ​ນາມ ອາ​ໄສ​ ຢູ່ ລັດ​ເຊຍ

09:48 | 15/06/2022

ຍ​ສ​ໝ - ສະ​ມາ​ຄົມ​ເທັນ​ນິດ ຫວຽດ​ນາມ ຢູ່ ລັດ​ເຊຍ (ViTAR) ໄດ້​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ເທັນ​ນິດມິດ​ຕະ​ພາບ ລະ​ດູ​ຮ້ອນ​ເປີດກວ້າງ ​ຄັ້ງ​ທີ 14 – ViTAR Open 2022 ຢູ່​ສູນ tennis Spartak (Moskva), ເພື່ອ​ແນ​ໃສ່​ພົບ​ປະ​ແລກ​ປ່ຽນ, ເຊື່ອມ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ ແລະ ເອີ​ລົບ.

ຍົກ​​ລະ​ດັບ​ໃຫ້​ແກ່​ຄູ່​ສອນ​ພາ​ສາ​ລັດ​ເຊຍ​ຢູ່ ຫວຽດ​ນາມ ຍົກ​​ລະ​ດັບ​ໃຫ້​ແກ່​ຄູ່​ສອນ​ພາ​ສາ​ລັດ​ເຊຍ​ຢູ່ ຫວຽດ​ນາມ
ປະຊາຄົມ​ຊາວ​ຫວຽດ​ນາມ ຢູ່ ລັດ​ເຊຍ ລະຫຼິ້ນມ່ວນຊື່ນ​ວັນ​ເດັກນ້ອຍ 1 ມິຖຸນາ ປະຊາຄົມ​ຊາວ​ຫວຽດ​ນາມ ຢູ່ ລັດ​ເຊຍ ລະຫຼິ້ນມ່ວນຊື່ນ​ວັນ​ເດັກນ້ອຍ 1 ມິຖຸນາ
ການ​ແຂ່ງ​ຂັນ​ເທັນ​ນິດ​ມິດ​ຕະ​ພາບ ຢ່າງຄຶກ​ຄຶ້ນ​ຂອງ​ຊາວ ຫວຽດ​ນາມ  ອາ​ໄສ​ ຢູ່ ລັດ​ເຊຍ
ພາບ​ປະ​ກອບ​: baothaibinh.com.vn

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ການ​ແຂ່ງ​ຂັນ, ທ່​ານ​ປະ​ທານ ViTAR - ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ ຟານ​ຕວັນ​ແຄ໊ງ ເນັ້ນ​ໜັກ​ວ່າ, ViTAR Open ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ແຂ່ງ​ຂັນ​ກິ​ລາ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ທີ່​ສຸດ​ຂອງ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ, ປີ 2022, ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ, ການ​ເມືອງ ແລະ ສ​ັງ​ຄົມ ລັດ​ເຊຍ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ການ​ແຂ່ງ​ຂັນ​ອີກ​ຄັ້ງ​ໜຶ່ງໄດ້​ຢັ້ງ​ຢືນ​ຄວມ​ສາ​ມັກ​ຄີ ແລະ ຄວາມ​ປະ​ເອີບ​ໃຈ​ຜ່ານ​ຜ່າ​ວິ​ກິດ​ການ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ.

ViTAR Open ປີ​ນີ້ ເຕົ້າ​ໄດ້ເຕົ້າ​ໂຮມ 9 ສະ​ໂມ​ສົນ ດ້ວຍ ນັກ​ກິ​ລາ ກ່​ວາ 50 ຄົນ​ຢູ່ຫຼາຍ​ເກນ​ອາ​ຍຸ​ໃນ​ທົ່ວ​ປະ​ເທດ​ລັດ​ເຊຍ. ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ບັນ​ດາ​ນັກ​ກິ​ລາ​ມີ​ຄວາມ​ເຊື່ອ​ໝັ້ນ, ຂະ​ບວນ​ການ​ເທັນ​ນິດໃນ​ປ​ຊະ​ຄົມ​ຢູ່ ລັດ​ເຊຍ ​ຈະ​ສືບ​ຕໍ່​ຂະ​ຫຍ​າຍຕົວ​ຢ່າງ​ແຮງ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ, ເອີ​ລົບ​ຈະ​ນັບ​ມື້​ນັບ​ຕິດ​ພັນ, ເຂົ້າ​ໃຈ​ກັນ​ເຊິ່ງ​ກັນ​ແລະ​ກັນ​ກ່ວາ, ປະ​ກອບ​ສ່ວນ​ຊຸກ​ຍູ້​ວິ​ວັດ​ການ​ອອກ​ກຳ​ລັງ​ກາຍ ເວົ້າ​ລວມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.