ຍສໝ - ວັນທີ 16 ມັງກອນນີ້, ຢູ່ເມືອງວັງວຽງ, ແຂວງວຽງຈັນ, ໄດ້ຈັດພິທີມອບ-ຮັບກິດຈະກຳ ສຳນັກງານກອງບັນຊາການກອງພົນທະຫານບົກເລກ 1 ກອງທັບປະຊາຊົນລາວ. ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ມອບໃຫ້ກະຊວງປ້ອງກັນປະເທດລາວ.
ຍສໝ - ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການກໍ່ສ້າງບໍລິເວນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບລະຫວ່າງ ຫວຽດນາມ ແລະລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. Thời gian tới, hai bên nhất trí tiếp tục tăng cường mối quan hệ hợp tác, trao đổi thông tin, kinh nghiệm xây dựng địa bàn, giữ vững an ninh trật tự, an toàn xã hội khu vực biên giới, góp phần vun đắp tình hữu nghị Việt-Lào mãi mãi xanh tươi, đời đời bền vững
ຍສໝ - ຕາມແຜນການ, ກອງບັນຊາການທະຫານເຮືອ ເຂດ 2 ຈັດຕັ້ງ 2 ຄະນະປະຕິບັດງານ ໄປຢ້ຽມຢາມ, ກວດກາ ແລະອວຍພອນບຸນເຕັດພະນັກງານ, ນັກຮົບຮ້ານເວນຍາມ DK1, ກໍາປັ່ນປະຈໍາການ ແລະທະຫານ, ປະຊາຊົນເມືອງໂກນດ້າວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະໂລງ 2024, ໃຫ້ກໍາລັງໃຈພະນັກງານ, ນັກຮົບທີ່ພວມເວນຍາມ, ປະຈໍາການຢູ່ບັນດາຮ້ານເວນຍາມ DK1, ສະຖານີຣາດາ 590 ໂກນດ້າວ ແລະບັນດາກໍາປັ່ນປະຈໍາການຢ່າງທັນການ.
ຍສໝ - ໃນການຢ້ຽມຢາມຄັ້ງນີ້, ຄະນະປະຕິບັດງານຈະໄປຢ້ຽມຢາມ ແລະອວຍພອນປີໃໝ່ຢູ່ສຳນັກງານ, ອໍານາດການປົກຄອງ, ບັນດາກຳລັງປະກອບອາວຸດທີ່ຕັ້ງທັບຢູ່ເມືອງໂກນດ້າວ, ແຂວງບາເຣ້ຍ-ຫວູງເຕົ່າ.
ຍສໝ - ສະຫາຍ ຫງວຽນເຕີນຕວນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ແບ່ງປັນວ່າ: ນີ້ແມ່ນການເຄື່ອນໄຫວປະຈຳປີໃນໂອກາດບຸນເຕັດ ແລະລະດູບານໃໝ່ວຽນມາ, ກິດຈະກຳນີ້ບໍ່ພຽງແຕ່ເຕັມໄປດ້ວຍຄວາມຮັກແພງຈາກເຂດດິນຕໍ່ແຜ່ນເທົ່ານັ້ນ, ຫາກກໍາປັ່ນແຕ່ລະຖ້ຽວຍັງເຕັມໄປດ້ວຍຄວາມຮັກແພງ, ຄວາມເຊື່ອໝັ້ນ, ຂອງຂວັນທີ່ລຽບງ່າຍ ແລະຄວາມອົບອຸ່ນຂອງລະດູບານໃໝ່ມາຍັງພະນັກງານ, ນັກຮົບ, ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ.
ຍສໝ - ທີ່ພິທີ, ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສະເທືອນໃຈ, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້ ແລະທູບທຽນເພື່ອສະແດງຄວາມເຄົາລົບ, ໂສກເສົ້າເສຍດາຍ, ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນທີ່ບໍ່ຄິດເສຍດາຍເລືອດເນື້ອ, ເສຍສະຫຼະຊີວິດເພື່ອສັນຕິພາບ ແລະເອກະລາດຂອງຊາດ ແລະເຮັດໜ້າທີ່ສາກົນອັນສູງສົ່ງ.
ຍສໝ -ທະຫານຊາຍແດນແຂວງເຊີນລາ ໄດ້ມອບເຂົ້າສານ 2,8 ໂຕນ ໃຫ້ແກ່ກອງຮ້ອຍ 211, 212, 213, 214 ສັງກັດກອງບັນຊາການທະຫານແຂວງຫົວພັນ, ລາວ ແຕ່ລະກອງຮ້ອຍໄດ້ຮັບເຂົ້າໜຽວ 700 ກິໂລກຣາມ, ລວມຍອດມູນຄ່າ 50 ລ້ານດົ່ງ.
ຍສໝ - ກອງໂຄສະນາທະຫານປົດປ່ອຍຫວຽດນາມ ໄດ້ຮັບການສ້າງຕັ້ງ, ສ້າງຂີດໝາຍພັດທະນາໃໝ່ຂອງກໍາລັງປະກອບອາວຸດ ແລະເປັນຕົ້ນກໍາເນີດຂອງກອງທັບປະຊາຊົນຫວຽດນາມ.
ຍສໝ - ທ່ານພັນເອກ ກູ່ດຶ໊ກເມົ້າ ຜູ້ອໍານວຍການບໍລິສັດຮ່ວມມືເສດຖະກິດ 385 ໃຫ້ຮູ້ວ່າ ການແຂ່ງຂັນແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2023) ແລະ 34 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22-12-1989 / 22-12-2023).
ຍສໝ - ເພື່ອເປັນເຈົ້າການຮັບມືກັບໄພທຳມະຊາດ, ໄພພິບັດ; ປະຕິບັດຕາມການຊີ້ນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ, ກຳລັງການແພດທະຫານຂອງ 3 ປະເທດໄດ້ຈັດຕັ້ງການຝຶກຊ້ອມຮ່ວມ, ສົມທົບກັບກຳລັງການແພດທ້ອງຖິ່ນເພື່ອປິ່ນປົວຜູ້ປະສົບເຄາະຮ້າຍຈາກໄພພິບັດແຜ່ນດິນໄຫວແນໃສ່ຍົກລະດັບການຈັດຕັ້ງ, ການປະສານງານ, ການສົມທົບ ແລະກຽມພ້ອມເຂົ້າຮ່ວມການກູ້ຊ່ວຍດ້ານການແພດໃນພາກພື້ນ ແລະໂລກເມື່ອມີຄວາມຮຽກຮ້ອງຕ້ອງການ.
ຍສໝ - ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ, ດ້ວຍການແນະນໍາ ແລະການໜູນຊ່ວຍຢ່າງສຸດຈິດສຸດໃຈຂອງນັກຊ່ຽວຊານຫວຽດນາມ, ບັນດາແພດໝໍຂອງໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ໄດ້ ແລະກໍາລັງເປັນເຈົ້າຂອງເຕັກນິກການຜ່າຕັດປູກຖ່າຍໄຂ່ຫຼັງເທື່ອລະກ້າວ.
ຍສໝ - ຄະນະຊາວໜຸ່ມສູນກາງ ແລະ Sabeco ຈະມອບຂອງຂວັນ 10.400 ສ່ວນໃຫ້ແກ່ກຳມະກອນ, ຊາວປະມົງ, ທະຫານຊາຍແດນ, ທະຫານເຂດທະເລຢູ່ 25 ແຂວງ, ນະຄອນ.
ຍສໝ - ສະຫາຍພັນເອກພິເສດ ດວ່ານຊວນເບື່ອງ ຫວັງວ່າໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດແຂວງຊຽງຂວາງ ຈະສືບຕໍ່ເອົາໃຈໃສ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.
ຍສໝ - ຫວ່າງແລ້ວນີ້, ກອງບັນຊາການທະຫານເຂດ 5, ຕັ້ງຢູ່ບໍລິເວນກອງບັນຊາການທະຫານເມືອງງອັກໂຮ່ຍ (ກອນຕູມ) ໄດ້ປະຊຸມເພື່ອກໍາແໜ້ນ, ຜັນຂະຫຍາຍໜ້າທີ່ໃຫ້ບັນດາກຳລັງ.
ຍສໝ - ພາຍຫຼັງ 1 ເດືອນທີ່ສຸມໃສ່ຝຶກແອບ, ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ 20 ຄົນໄດ້ຄົ້ນຄວ້າ, ປະຕິບັດບັນດາເນື້ອໃນ, ຄື: ສຶກສາຄົ້ນຄວ້າກ່ຽວກັບຄວາມຮັບຮູ້ລວມເຂດຊາຍແດນຂອງຊາດ; ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ, ຊາຍແດນທາງບົກຫວຽດນາມ-ລາວ; ມູນເຊື້ອສາຍພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ; ລະຫວ່າງແຂວງຮ່າຕິ້ງ ກັບແຂວງບໍລິຄຳໄຊ; ຝຶກອົບຮົມກ່ຽວກັບຫົວເລື່ອງສະເພາະ "ການຫັນປ່ຽນໂດຍສັນຕິ", ການຈະລາຈົນໂຄ່ນລົ້ມຂອງອິດທິກໍາລັງທີ່ເປັນປໍລະປັກໃນສະພາບການໃໝ່...
ຍສໝ - ມາຮອດປະຈຸບັນ, ຫວຽດນາມ ໄດ້ສົ່ງພະນັກງານ, ພາລະກອນ 789 ເທື່ອຄົນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ 3 ຄະນະປະຕິບັດງານ ແລະສຳນັກງານ ສປຊ, ໃນນັ້ນມີພະນັກງານກອງທັບ 782 ຄົນ, ພະນັກງານຕຳຫຼວດ 7 ຄົນ.
ຍສໝ - ລາຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງກອງທັບສອງປະເທດຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງແມ່ນການສະແດງຄວາມສາມັກຄີ, ຄວາມຮູ້ບຸນຄຸນຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ - ຜູ້ທີ່ໄດ້ຊ່ວຍເຫຼືອ, ໜູນຊ່ວຍກອງທັບສອງປະເທດໃນໄລຍະຕໍ່ສູ້ເພື່ອປົດປ່ອຍຊາດ.
ຍສໝ - ດ້ວຍເນື້ອທີ່ປະມານ 800 ຕາແມັດ, ລວມມີອາຄານ 2 ຊັ້ນກວ້າງຂວາງ, ດ້ວຍ 28 ຫ້ອງ, ສຸກສາລາໄດ້ປະກອບອຸປະກອນທີ່ທັນສະໄໝຫຼາຍຢ່າງ ຄືເຄື່ອງເອໂກ, ແທກຫົວໃຈ... ສາມາດກວດ, ບົ່ງມະຕິພະຍາດ, ປິນປົ່ວພະຍາດຕ່າງໆ.
ຍສໝ - ທີ່ພິທີມອບ-ຮັບ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບທຶນການສຶກສາ 100 ທຶນໃຫ້ນັກຮຽນ 100 ຄົນ, ໃນນັ້ນມີນັກຮຽນຫວຽດນາມ 50 ຄົນ, ນັກຮຽນລາວ 50 ຄົນ, ມອບງົວພັນ 20 ໂຕໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນຫວຽດນາມ-ລາວ,...
ຍສໝ - ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1.