ກອນຕູມ: ທະຫານ ແລະປະຊາຊົນ ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ

20:00 | 09/03/2024

ກອນຕູມ: ທະຫານ ແລະປະຊາຊົນ ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ

ລະດູບານໃໝ່ຢູ່ເຂດຊາຍແດນ ເຕັມໄປດ້ວຍຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ ລະດູບານໃໝ່ຢູ່ເຂດຊາຍແດນ ເຕັມໄປດ້ວຍຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ
ກອນຕູມ: ມອບ-ຮັບໂຄງການກໍ່ສ້າງຫໍວັດທະນະທຳມິດຕະພາບ ໃຫ້ຕາແສງ ເບີ່ອີ ກອນຕູມ: ມອບ-ຮັບໂຄງການກໍ່ສ້າງຫໍວັດທະນະທຳມິດຕະພາບ ໃຫ້ຕາແສງ ເບີ່ອີ

ກອນຕູມ ແມ່ນທ້ອງຖິ່ນທີ່ມີເສັ້ນທາງຊາຍແດນຍາວກວ່າ 292 km ຕິດຈອດກັບປະເທດເພື່ອນລາວ ແລະກໍາປູເຈຍ.

ກອນຕູມ: ທະຫານ ແລະປະຊາຊົນ ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ

ທະຫານຊາຍແດນແຂວງກອນຕູມ ໄດ້ລົງໄປໂຄສະນາແຕ່ລະຮ່ອມ, ແຕ່ລະເຮືອນ ເພື່ອປະຊາຊົນຊາວເຜົ່າສ່ວນໜ້ອຍ ປ່ຽນແປງແນວຄິດ, ວິທີເຮັດວຽກໃນການອອກແຮງງານ, ທຳການຜະລິດ, ມຸ່ງໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກ. ພາບ: vov.vn

ເພື່ອສ້າງທ່າສະໜາມຮົບໃນໃຈປະຊາຊົນຢ່າງໝັ້ນແກ່ນ ແລະໜູນຊ່ວຍປະຊາຊົນຢູ່ ເຂດຊາຍແດນ, ໂດຍສະເພາະແມ່ນປະຊາຊົນຊາວເຜົ່າສ່ວນໜ້ອຍ ຍົກສູງຊີວິດການເປັນຢູ່, ກຳລັງທະຫານຊາຍແດນແຂວງ ໄດ້ຈັດພະນັກງານ, ນັກຮົບເຂົ້າຮ່ວມດຳລົງຊີວິດຢູ່ຄະນະພັກບ້ານ. ຜ່ານນັ້ນ, ກໍ່ກຳແໜ້ນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ປະກອບສ່ວນຮັດແໜ້ນນ້ຳໃຈລະຫວ່າງທະຫານ ແລະປະຊາຊົນ ຢູ່ເສັ້ນທາງຊາຍແດນໃຫ້ຫຼາຍກວ່າອີກ.

ຈັດສົ່ງພະນັກງານ, ນັກຮົບລົງບັນດາຕາແສງຊາຍແດນ

ບ້ານ ຢຸກໄຍ 1 (ຕາແສງດັກຢຸກ, ເມືອງງອກໂຮ່ຍ) ແມ່ນບ່ອນດຳລົງຊີວິດຂອງ 135 ຄອບຄົວຊາວເຜົ່າສ່ວນໜ້ອຍ ແຢຈຽງ. ຢູ່ທີ່ນີ້, ເມື່ອເວົ້າເຖິງຮູບພາບທະຫານຊາຍແດນ ຍາມໃດກໍ່ໄດ້ຮັບຄວາມຮັກແພງຈາກປະຊາຊົນ. ອ້າຍ ອາລວດ (ບ້ານຢຸກໄຍ 1) ແບ່ງປັນວ່າ ບັນດານັກຮົບຂອງຄ້າຍທະຫານຊາຍແດນ ຢຸກນົງ ຍາມໃດກໍ່ເອົາໃຈໃສ່ເຖິງບັນດາຄອບຄົວໃນບ້ານ, ພິເສດແມ່ນບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ.

ເຂົາເຈົ້າໄດ້ໜູນຊ່ວຍ, ຮັບລ້ຽງເດັກຜູ້ທີ່ຂາດພື້ນທີ່ອາໃສ; ຕັ້ງໜ້າໜູນຊ່ວຍປະຊາ ຊົນພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່. ເພາະສະນັ້ນ, ປະຊາຊົນໃນ ບ້ານສ່ວນຫຼາຍຮັກແພງ ແລະໃກ້ຊິດກັບທະຫານຊາຍແດນ.

ກອນຕູມ: ທະຫານ ແລະປະຊາຊົນ ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ

ທະຫານຊາຍແດນແຂວງກອນຕຸມ ລົງນາມພ້ອມກັບປະຊາຊົນໃນບ້ານຢູ່ເສັ້ນຊາຍແດນ ເຂົ້າຮ່ວມຂະບວນການທົ່ວປວງຊົນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນປີ 2024. ພາບ: vov.vn

ຄ້າຍທະຫານຊາຍແດນ ຢຸກນົງ ໄດ້ຈັດໃຫ້ທ່ານພັນຕີ ເຢືອງວັນເລືອງ ມາດຳເນີນຊີວິດຢູ່ຄະນະພັກບ້ານຢຸກໄຍ 1. ໂດຍເສີມຂະຫຍາຍຈິດໃຈ, ຄວາມຮັບຜິດຊອບຂອງທະຫານ, ທ່ານພັນຕີ ເຢືອງວັນເລືອງ ໄດ້ສະເໜີຫຼາຍຄຳເຫັນ, ປະກອບສ່ວນ, ຕັ້ງໜ້າເປັນເສນາທິການໃຫ້ຄະນະພັກວາງອອກບັນດາມະຕິເພື່ອສ້າງການຫັນປ່ຽນຢ່າງຕັ້ງໜ້າໃນວຽກງານກໍ່ສ້າງພັກ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ເພາະສະນັ້ນ, ແຕ່ຕົ້ນອາຍຸການຈົນຮອດປະຈຸບັນ, ຄະນະພັກບ້ານຢຸກໄຍ 1 ໄດ້ຮັບສອງຄົນເຂົ້າເປັນສະມາຊິກພັກ, ຍົກຈຳນວນສະມາຊິກພັກຂອງໜ່ວຍພັກຂຶ້ນເປັນ 19 ຄົນ. ຈຳນວນຄອບຄົວທຸກຍາກຫຼຸດລົງຍັງເຫຼືອ 6 ຄອບຄົວ.

ເອື້ອຍ ຊຽງທິຕຸຍ (ເລຂາໜ່ວຍພັກ, ນາຍບ້ານຢຸກໄຍ 1) ໃຫ້ຮູ້ວ່າ ສະຫາຍ ພັນຕີ ເຢືອງວັນເລືອງ ແມ່ນຜູ້ທີ່ຫ້າວຫັນ, ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳຂອງບ້ານ, ໜ່ວຍພັກ. ສະຫາຍຍັງປະກອບຄຳເຫັນເພື່ອໜ່ວຍພັກສ້າງ ແລະວາງອອກມະຕິຢ່າງເໝາະສົມ, ດຶງດູດສະມາຊິກພັກຫຼາຍຄົນ. ສະຫາຍ ພັນຕີ ເລືອງ ຍັງຊ່ວຍເຫຼືອປະຊາຊົນໃນບ້ານ ເພື່ອພ້ອມກັນພັດທະນາ; ໂຄສະນາເພື່ອໃຫ້ປະຊາຊົນເຂົ້າໃຈ, ທຳມາຫາກິນຢ່າງດຸໝັ່ນຂະຫຍັນພຽນ, ບໍ່ມີການກະທຳລະເມີດກົດໝາຍ.

ແຕ່ປີ 2020 ຈົນຮອດປະຈຸບັນ, ກອງບັນຊາການທະຫານຊາຍແດນແຂວງກອນຕູມ ໄດ້ຈັດສົ່ງນາຍທະຫານ, ພົນທະຫານ ຢູ່ບັນດາຄ້າຍທະຫານຊາຍແດນ ລົງ 13 ຕາແສງ ຢູ່ເຂດຊາຍແດນທີ່ຕິດຈອດປະເທດເພື່ອນລາວ ແລະກຳປູເຈຍ. ໃນນັ້ນມີພະນັກງານ 4 ຄົນຂອງຄ້າຍທະຫານເຂົ້າຮ່ວມດຳເນີນຊີວິດກັບຄະນະພັກຂອງ 4 ເມືອງ; ພະນັກງານ 13 ຄົນ ເຂົ້າຮ່ວມດຳເນີນຊີວິດກັບຄະນະພັກ 13 ຕາແສງຊາຍແດນ; ພະນັກງານ 17 ຄົນໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງໃນສະພາປະຊາຊົນຂັ້ນແຂວງ, ເມືອງ, ຕາແສງ...

ທ່ານພັນໂທ ອາງອກຈ໊ຽນ (ຄ້າຍທະຫານຊາຍແດນດັກຍອງ, ເມືອງດັກໄຢ) ໃຫ້ຮູ້ວ່າ ເມື່ອກອງບັນຊາການທະຫານຊາຍແດນແຂວງກອນຕູມ ໄດ້ຈັດສົ່ງມາໃຫ້ດຳລົງຕຳແໜ່ງຮອງເລຂາອົງຄະນະພັກ, ຫົວໜ້າຄະນະກຳມະການກວດກາຕາແສງດັກຍອງ, ອ້າຍໄດ້ພ້ອມກັບຄະນະພັກຕາແສງ ປັບປຸງ, ກໍ່ສ້າງຄະນະພັກໃຫ້ໝັ້ນຄົງເຂັ້ມແຂງ; ພ້ອມທັງຊ່ວຍປະຊາຊົນລົບລ້າງບັນດາຮີດຄອງປະເພນີິທີ່ຫຼ້າຫຼັງ, ປັບປຸງການທຳມາຫາກິນ, ຍົກສູງຄຸນນະພາບຊີວິດ.

ທ່ານພັນໂທ ອາງອກຈ໊ຽນ ໃຫ້ຮູ້ຕື່ມອີກວ່າ “ດ້ວຍລັກສະນະແມ່ນຕາແສງຊາຍແດນ, ເຂດປ່າສະຫງວນປ້ອງກັນ, ພວກຂ້າພະເຈົ້າ ກຳນົດວ່າ ການກຳນົດທິດໃຫ້ປະຊາຊົນປູກສະໝຸນໄພເພື່ອມີລາຍຮັບຕື່ມອີກແມ່ນບຸລິມະສິດແຖວໜ້າ, ໂດຍສະເພາະແມ່ນ ໂສມງອກລິງ ແລະເຫັດ​ຫຼິນ​ຈື. ນອກຈາກນັ້ນ, ຂ້າພະເຈົ້າຍັງເປັນເສນາທິການໃຫ້ຄະນະພັກ ວາງອອກມະຕິເພື່ອຊີ້ນຳ, ລະດົມບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຮ່ວມຈິດຮ່ວມໃຈເຂົ້າຮ່ວມບັນດາຮູບແບບພັດທະນາເສດຖະກິດໂດຍກົງ, ພິເສດແມ່ນປະຕິບັດການລົບລ້າງບັນດາຮີດຄອງປະເພນີທີ່ຫຼ້າຫຼັງເພື່ອຊ່ວຍປະຊາຊົນຊາວເຜົ່າສ່ວນໜ້ອຍ ບືນຕົວຂຶ້ນລົບລ້າງຄວາມທຸກຍາກແບບຍືນຍົງ”.

ໜູນຊ່ວຍປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ

ຄຽງຂ້າງການຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນກອນຕູມ, ບັນດາທະຫານຊາຍແດນ ໄດ້ຮ່ວມເດີນທາງພ້ອມກັບອຳນາດການປົກຄອງ 13 ຕາແສງຊາຍແດນໃນການຜັນຂະຫຍາຍບັນດາລາຍການ, ຮູບແບບ, ວຽກງານຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ-ສັງຄົມ, ຄື: ລ້ຽງງົວ, ລ້ຽງໝູ, ປູກເຂົ້າສອງລະດູ, “ທົ່ວປວງຊົນສາມັກຄີສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”.

ກອນຕູມ: ທະຫານ ແລະປະຊາຊົນ ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ

ທະຫານຊາຍແດນແຂວງກອນຕູມ ກຳນົດທິດ, ຊ່ວຍເຫຼືອປະຊາຊົນໃນການລ້ຽງໝູ, ມຸ່ງໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ພາບ: vov.vn

ທ່ານພັນເອກພິເສດ ຟ້າມແກັງຕວ່ານ ຮອງຫົວໜ້າການເມືອງກອງບັນຊາການທະຫານຊາແດນແຂວງກອນຕູມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກົມກອງຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນຂອງທ້ອງຖິ່ນ ປະຕິບັດເນື້ອໃນ, ໜ້າທີ່, ມາດຕະການຂອງປີ 2024 ໃຫ້ມີປະສິດທິຜົນ. ໃນນັ້ນຈຸດສຸມແມ່ນບັນດາເນື້ອໃນທີ່ໄດ້ລົງນາມ, ແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນ ກັບຄະນະກຳມະການປະຊາຊົນບັນດາຕາແສງ; ສົມທົບກັນໂຄສະນາ, ຂົນຂວາຍປະຕິບັດບັ້ນຂົນຂວາຍ “ເຮັດໃຫ້ປ່ຽນແປງແນວຄິດ, ວິທີເຮັດ, ຊ່ວຍປະຊາຊົນຊາວເຜົ່າສ່ວນໜ້ອຍບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ” ໃຫ້ມີປະສິດທິຜົນ.

ນອກຈາກນັ້ນ, ກົມກອງກໍ່ສືບຕໍ່ປະຕິບັດບັນດາຂະບວນການ, ບັ້ນຂົນຂວາຍໂດຍບັນດາຂັ້ນປຸກລະດົມໃຫ້ມີປະສິດທິຜົນ ເພື່ອຮັດແໜ້ນນ້ຳໃຈລະຫວ່າງທະຫານ ແລະປະຊາຊົນຢູ່ເຂດຊາຍແດນໃຫ້ໝັ້ນແກ່ນກວ່າອີກ; ປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ມຸ່ງໄປເຖິງການສ້າງບັນດາຕາແສງຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ.

ຍ້ອນມີການໜູນຊ່ວຍ, ການຮ່ວມເດີນທາງຂອງກຳລັງທະຫານຊາຍແດນ, 7/13 ຕາແສງຊາຍແດນຂອງແຂວງກອນຕູມ ສາມາດບັນລຸໄດ້ມາດຕະຖານຊົນນະບົດໃໝ່. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ປະກອບສ່ວນກໍ່ສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ” ໃຫ້ໝັ້ນແກ່ນໃນເສັ້ນຊາຍແດນ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຄອບຄົວຫວຽດນາມ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.