ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

08:48 | 20/05/2024

ຍສໝ - ໂດຍປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ, ​ກອງບັນຊາການ​ທະຫານ​ແຂວງ ຮ່າ​ຕິ້ງ ແລະ ບໍລິ​ຄຳ​ໄຊ ​ໄດ້​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ການພັດທະນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ.

ຫວຽດນາມ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ປ້ອງ​ກັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ອາຊີ ຫວຽດນາມ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ປ້ອງ​ກັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ອາຊີ
ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ-  ໄທ ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ- ໄທ

ຕອນບ່າຍວັນທີ 18 ພຶດສະພາ, ຢູ່ຮ່າຕິ້ງ, ກອງບັນຊາການ​ທະຫານ​ແຂວງ ຮ່າຕິ້ງ ແລະ ກອງບັນຊາການ​ທະຫານ​ແຂວງ ບໍລິຄໍາໄຊ (ລາວ) ໄດ້ຈັດກອງປະຊຸມແລກປ່ຽນຕີລາຄາໝາກຜົນການປະຕິບັດຂໍ້ຕົກລົງ​ຮ່ວມ​ມືດ້ານການທະຫານ, ປ້ອງກັນປະ​ເທດ ໃນປີ 2023 ແລະ ​ໄດ້​ລົງ​ນາມການຮ່ວມ​ມື​ປະຕິບັດ​ໜ້າ​ທີ່​ໃນ​ປີ 2024.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ກອງປະຊຸມແລກປ່ຽນລະຫວ່າງ ກອງບັນຊາການ​ທະຫານ​ແຂວງ ຮ່າຕິ້ງ ແລະ ກະຊວງກອງບັນຊາການ​ທະຫານ​ແຂວງ ບໍລິຄໍາໄຊ.

ທ່ານ ພັນເອກ ຫວໍກວາງທ້ຽນ - ຮອງເລຂາຄະນະພັກ,​ ຜູ້ບັນຊາການກອງບັນຊາການ​ທະຫານ​ແຂວງ ຮ່າຕິ້ງ ແລະ ທ່ານ ພົນຈັດຕະວາ ຈວງຈັນ ລາດ​ຊະ​ວົງ - ຜູ້ບັນຊາການກອງບັນຊາການ​ທະຫານ​ແຂວງ ບໍລິຄໍາໄຊ ເປັນປະທານກອງປະຊຸມ.

ທີ່ກອງປະຊຸມ, ກອງບັນຊາການ​ທະຫານ​ 2 ແຂວງ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນໃນຂົງເຂດການທະຫານ, ປ້ອງກັນປະ​ເທດ ໃນປີ 2023 ແລະ ຊຸມເດືອນຕົ້ນປີ 2024.

ພິເສດ, ກອງບັນຊາການ​ທະຫານ​ 2 ແຂວງ ໄດ້ເຊື່ອມຊຶມ, ຜັນຂະຫຍາຍບັນດາ​ເນື້ອ​ໃນຂອງບົດ​ບັນທຶກຂໍ້ຕົກລົງ​ຮ່ວມ​ມື​ກ່ຽວ​ກັບດ້ານການທະຫານ, ປ້ອງກັນປະ​ເທດ ປີ 2023 ລະຫວ່າງກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດຢ່າງຮອບດ້ານ ແລະ ມີປະສິດທິ​ຜົນ; ແຜນ​ການ​ຮ່ວມ​ມື​ກັບ​ ລາວ​ ຂອງ​ທະຫານເຂດ 4, ບົດ​ບັນ​ທຶກ​ຂໍ້ຕົກລົງ​ການຮ່ວມ​ມືດ້ານເສດ​ຖະ​ກິດ-ສັງ​ຄົມ, ການທະຫານ, ປ້ອງກັນປະ​ເທດ ປີ 2023 ທີ່ໄດ້​ຮັບ​ການ​ລົງ​ນາມ.

ຜ່ານ​ນັ້ນ, ກໍປະກອບສ່ວນປັບປຸງ, ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ ຮ່າ​ຕິ້ງ - ບໍລິ​ຄຳ​ໄຊ ​ເວົ້າ​ລວມ, ກອງບັນຊາການ​ທະຫານ​ 2 ແຂວງ ​ເວົ້າ​ສະ​ເພາະ, ການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ.

ກອງບັນຊາການ​ທະຫານ​ແຂວງ ຮ່າ​ຕິ້ງ ​ໄດ້​ຊ່ວຍກອງບັນຊາການ​ທະຫານ​ແຂວງ ບໍລິ​ຄຳ​ໄຊ ​ເປີດຊຸດ​ບຳລຸງ, ຝຶກອົບຮົມດ້ານ​ການ​ທະຫານ, ການ​ເມືອງ​ໃຫ້​ບັນດາ​ທະຫານປະຈຳ, ທະຫານລາດກອງຫຼອນ; ຈັດ​ຕັ້ງ​ການ​ມອບ​ຮັບສຸກສາລາທະຫານ, ປະຊາຊົນສົມທົບກັນ ແລະ ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ໃນລະດູແລ້ງ 2023-2024, ດ້ວຍການຊ່ວຍເຫຼືອຢ່າງສຸດໃຈຂອງກອງທັບ ແລະປະຊາຊົນແຂວງ ບໍລິຄຳໄຊ, ໜ່ວຍທ້ອນໂຮມອັດຖິ ໄດ້ຄົ້ນຫາ, ກອບກູ້ເອົາອັດຖິຂອງທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ 9 ຄົນ ທີ່ເສຍສະຫຼະຊີວິດຢູ່ແຂວງບໍລິຄຳໄຊ ໂດຍຮັບປະກັນຄວາມປອດໄພທີ່ສຸດ ແລະ ກັບຄືນບ້ານເກີດເມືອງນອນ, ຈັດ​ພິ​ທີປົງສົບ​ຢູ່​ສຸສານ ເນີ່ມ, ເມືອງ ເຮືອງເຊີນ.

ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ລົງ​ນາມ​ໃນ​ຫຼາຍ​ເນື້ອ​ໃນ​ສຳຄັນ​ຄື: ສືບ​ຕໍ່​ຮັກສາ, ແລກປ່ຽນ​ຂໍ້​ມູນກ່ຽວ​ກັບ​ສະພາບ​ຄວາມ​ປອດ​ໄພ​ດ້ານ​ການ​ເມືອງ​ເປັນ​ແຕ່​ລະ​ໄລຍະ ​ແລະ ​ເມື່ອ​ເກີດ​ເຫດການ​ບໍ່​ຄາດ​ຝັນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ໂຄສະນາ​ເຜີຍ​ແຜ່, ລະດົມ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ໝັ້ນຄົງ​ຢູ່​ເຂດຊາຍ​ແດນ; ພົບເຫັນຢ່າງທັນການ ແລະ ເປັນເຈົ້າການໃນການຕໍ່ສູ້ ​ເພື່ອ​ເອົາ​ຊະນະ​ບັນດາກົນອຸບາຍ, ກົນ​ໄກ​ຂອງ​ກຳລັງ​ສັດຕູ, ຮັກສາ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ທ່ານ ພັນເອກ ຫວໍກວາງທ້ຽນ -ຜູ້ບັນຊາການກອງບັນຊາການ​ທະຫານ​ແຂວງ ຮ່າຕິ້ງ ແລະ ທ່ານ ພົນຈັດຕະວາ ຈວງ​ຈັນ ລາດ​ຊະ​ວົງ - ຜູ້ບັນຊາການກອງບັນຊາການ​ທະຫານ​ແຂວງ ບໍລິຄໍາໄຊ ໄດ້ລົງນາມໃນບົດບັນທຶກ​ຊ່ວຍຈຳການຮ່ວມມືດ້ານການທະຫານ, ປ້ອງກັນປະ​ເທດ ໃນປີ 2024.

2 ຝ່າຍ ໄດ້​ແລກປ່ຽນ, ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ການປ້ອງ​ກັນຊາດ - ປ້ອງກັນຄວາມສະຫງົບ​ຂອງທ້ອງ​ຖິ່ນຢ່າງເປັນ​ປະ​ຈຳ; ສືບຕໍ່ເປັນເສນາທິການໃຫ້ຄະນະປະຕິບັດງານພິເສດ, ຄະນະພັກບັນດາຂັ້ນ, ອຳນາດການປົກຄອງທ້ອງຖິ່ນ, ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນແຂວງ ບໍລິຄໍາໄຊ ເພື່ອສ້າງເງື່ອນໄຂສະດວກໃຫ້ໜ່ວຍທ້ອນໂຮມຂອງກອງບັນຊາການ​ທະຫານ​ແຂວງ ຮ່າ​ຕິ້ງ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ສຳຫຼວດ, ຄົ້ນຫາ, ເກັບທ້ອນໂຮມອັດຖິຂອງ​ຜູ້​ເສຍ​ຊີວິດ​ໃນ​ລະດູ​ແລ້ງ​ປີ 2024 – 2025 ​ແລະ ປີ​ຕໍ່​ໄປ.

ມິງດຶກ

ເຫດການ
302 Found

Found

The document has moved here.