ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວເນັ້ນໜັກວ່າ ຍາມໃດຫວຽດນາມ ກໍ່ຖື ການພົວພັນຮ່ວມມືຢ່າງຮອບດ້ານກັບ ສະຫະພາບເອີລົບເປັນສຳຄັນ, ເປັນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.
ຍສໝ - ວັນທີ 17 ມັງກອນ, ສະຖານທູດ ສ. ເກົາຫຼີ ທີ່ຫວຽດນາມ ແລະ ສະຖານທູດຫວຽດນາມ ທີ່ ສ. ເກົາຫຼີ ໄດ້ປະສານສົມທົບຈັດຕັ້ງພິທີປະກາດໃຊ້ໂລໂກ້ສັນຍາລັກ ລະນຶກ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ສ. ເກົາຫຼີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ (ວັນທີ 18 ມັງກອນ 1950 – 18 ມັງກອນ 2022), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແລກປ່ຽນໂທລະເລກຊົມເຊີຍ ກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ລີ໊ຈານຊູ.
ຍສໝ - ຕອບຮັບຕາມຄຳເຊີນຂອງຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ປະເທດກຳປູເຈຍ ທ່ານ Park Sokhonn, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ບຸ່ຍແທັງເຊີນ ຈະໄປຢ້ຽມຢາມລາຊາອານາຈັກກຳປູເຈຍ ລະຫວ່າງວັນທີ 19 ຫາ 20 ມັງກອນ 2022 ຕອບຮັບຕາມຄຳເຊີນຂອງຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ປະເທດກຳປູເຈຍ ທ່ານ Park Sokhonn, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ບຸ່ຍແທັງເຊີນ ຈະໄປຢ້ຽມຢາມລາຊາອານາຈັກກຳປູເຈຍ ລະຫວ່າງວັນທີ 19 ຫາ 20 ມັງກອນ 2022.
ຍສໝ - ຕອນເຊົ້າຂອງວັນທີ 11 ມັງກອນ (ເວລາທີ່ຫວຽດນາມ), ທ່ານ ນາງ Mary Ng - ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ສົ່ງເສີມການສົ່ງອອກ, ວິສາຫະກິດຂະໜາດນ້ອຍ ແລະ ພັດທະນາເສດຖະກິດ ຂອງການາດາ ແລະ ທ່ານ ຫງວຽນຮົ່ງຢ໊ຽນ ລັດຖະມົນຕີກະຊວງອຸດສະຫະກຳການຄ້າຫວຽດນາມ ໄດ້ຮ່ວມກັນເປັນສັກຂີພະຍານໃນພິທີເຊັນບົດບັນທຶກຊ່ວຍຈຳ (MOU) ໃນຮູບແບບທາງໄກອອນໄລ໌ ແລະ ການສ້າງຕັ້ງຄະນະກຳມະການຮ່ວມດ້ານເສດຖະກິດ (JEC) ລະຫວ່າງ ຫວຽດນາມ ກັບ ການາດາ.
ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກສະຫຼຸບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ປີ 2021 ໂດຍ ທ່ານພົນໂທ ຮ່ວາງຊວັນຈຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານ.
ຍສໝ - ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ບໍ່ພຽງແຕ່ຕັ້ງຢືນຄວາມສະໜິດຕິດພັນ, ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນພະຍານຫຼັກຖານໃຫ້ແກ່ສາຍພົວພັນຢ່າງສະໜິດແໜ້ນລະຫວ່າງສອງປະເທດ.
ຍສໝ - ຕອນເຊົ້າວັນທີ 6 ມັງກອນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ ຄົບຮອບ 50 ປີ (1972 - 2022).
ຍສໝ - ຫວ່າງແລ້ວນີ້, ທ່ານ Timur Sadykov, ຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ຄົນໃໝ່ຢັ້ງຢືນວ່າ: ບັນດາທ້ອງຖິ່ນຂອງ ລັດເຊຍ ປາດຖະໜາ ແລະ ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ ກວ່າອີກ.
ຍສໝ - ເຖິງວ່າໂລກລະບາດໂຄວິດ-19 ໄດ້ສ້າງຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ຍັງໄດ້ພັດທະນາຢ່າງແຮງໃນຊຸມປີທີ່ຜ່ານມາ.
ຍສໝ - ເມື່ອບໍ່ດົນມານີ້, ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ Brussels, ທ່ານ Pierre Gréga ປະທານສະມາຄົມມິດຕະພາບ ແບນຊິກ - ຫວຽດນາມ ໄດ້ມີຄຳເຫັນປະກອບກ່ຽວກັບຜົນງານຂອງນະໂຍບາຍການພົວພັນຕ່າງປະເທດຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະມາຢ້ຽມຢາມສັດຖະວະໄມຕີ ກຳປູເຈຍ ໃນລະຫວ່າງວັນທີ 21 – 22 ທັນວາ ປີ 2021.
ຍສໝ - ຫວ່າງແລ້ວນີ້, ໜັງສືພິມເອກະລາດ ຂອງ ລັດເຊຍ ໄດ້ລົງບົດຂຽນຂອງ ທ່ານ ປ.ອ Alexander Korolev ນັກຊ່ຽວຊານສັງກັດສູນຄົ້ນຄ້ວາເອີລົບ ແລະ ສາກົນ (HSE) ດ້ວຍຫົວຂໍ້ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຊຸກຍູ້ຮ່າໂນ້ຍ ແລະ ມົດສະກູ ຫຍັບໃກ້ກັນກ່ວາອີກ”... ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການນັບແຕ່ວັນທີ 22 – 25 ພະຈິກ. ເນື່ອງໃນໂອກາດນີ້, ນັກຂ່າວ VOV ຈະສຳພາດທ່ານ Asano Katsuhito, ອະດີດຮອງລັດຖະມົນຕີການຕ່າງປະເທດ, ອະດີດຮອງລັດຖະມົນກະຊວງປ້ອງກັນ ຍີ່ປຸ່ນ ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ຫວ່າງແລ້ວນີ້, ການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ໄດ້ມີການເຮັດວຽກກັບ ທ່ານ Madan Mohan Sethi ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນໂຮ່ຈີມິນ, ເພື່ອປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວພົວພັນມິດຕະພາບ, ການຮ່ວມມືໃນໄລຍະຈະມາເຖິງ, ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນເດຍ (07/01/1972 - 07/01/2022).
ຍສໝ - ເພື່ອໜູນຊ່ວຍບັນດາການເຄື່ອນໄຫວເບື້ອງຕົນ, ADB ຈະນຳໃຊ້ບັນດາແຫຼ່ງໜູນຊ່ວຍດ້ານເຕັກນິກ ແລະ ລະດົມບັນດາແຫຼ່ງທຶນຕ່າງໆຕື່ມອີກ, ໃນນັ້ນ, ລັດຖະບານ ອົດສະຕາລີ ຢັ້ງຢືນການໜູນຊ່ວຍງົບປະມານໃຫ້ແກ່ການສ້າງຍຸດທະສາດ ແລະ ວິວັດການຫັນເປັນພະລັງງານຂຽວຂອງ PVN,
ຍສໝ - ນີ້ແມ່ນໂອກາດເພື່ອພ້ອມກັນຫວນຄືນບັນດາຜົນສຳເລັດທີ່ບັນລຸໄດ້ໃນ 60 ປີແຫ່ງການພົວພັນສອງປະເທດ ຫວຽດນາມ - ມາຣົກ.
ຍສໝ - ທ່ານເລຂາທິການ ສະມາຄົມມິດຕະພາບຝະລັ່ງ - ຫວຽດນາມ (AAFV), Jean – Pierre Archambault ໄດ້ເນັ້ນໜັກວ່າ: ການຢ້ຽມຢາມ ສາທາລະນະລັດ ຝະລັ່ງ ຢ່າງເປັນທາງການແຕ່ວັນທີ 3 – 5/11 ຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມມີງຈິງ ຈະປະກອບສ່ວນເພີ່ມທະວີຍົກສູງການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.
ທ່ານ Mohammad Abdullateef M A Alfares ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ກູເວດ ແລະ ຫວັງວ່າ ການພົວພັນສອງປະເທດ ຈະສືບຕໍ່ພັດທະນາໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ…
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຢູ່ນະຄອນຫຼວງ Lisbon ປະເທດ ປອັກຕຸຍການ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ປະທານາທິບໍດີ ປອັກຕຸຍການ Marcelo Rebelo De Sousa.