ຜູ້ຊ່ຽວຊານສິງກະໂປປະກອບຄຳເຫັນຕໍ່ກັບການຢ້ຽມຢາມຂອງປະທານປະເທດ ຫງວຽນຊວນຟຸກ

14:33 | 24/02/2022

ຍ​ສ​ໝ - ສາດ​ສະ​ດາ​ຈານ Bilveer Singh (ມ​ະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປ) ຊີ້​ໃຫ້​ເຫັນ​ວ່າ ການ​ເດີນ​ທາງ​ຢ້ຽມ​ຢາມ​ລະ​ດັບ​ປະ​ເທດທີ່​ສິງ​ກະ​ໂປ ນັບ​ແຕ່​ວັນ​ທີ 24 ຫາ 26 ກຸມ​ພາ ຂອງ​ປະ​ທານ​ປະ​ເທດ ຫງວຽນຊວນຟຸກ ແມ່ນ​ການ​ຢືນ​ຢັນ​ຄືນ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ແໜ້ນ​ແຟ້ນ ແລະ ຊ່ວຍ​ເສີມ​ສ້າງຮັດ​ແໜ້ນ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ຂອງ​ສອງ​ປະ​ເທດຕື່ມ​ຂຶ້ນ​ອີກ.

ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ - ຟີ​ລິບ​ປິນ ແລະ ສາຍ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ - ຟີ​ລິບ​ປິນ ແລະ ສາຍ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ
ຫວຽດ​ນາມ ເພີ່ມທະວີການພົວພັນດ້ານປ້ອງກັນຊາດກັບ ສິງກະໂປ ຫວຽດ​ນາມ ເພີ່ມທະວີການພົວພັນດ້ານປ້ອງກັນຊາດກັບ ສິງກະໂປ

ສາດ​ສະ​ດາ​ຈານ Singh ປະ​ກອບ​ຄຳ​ເຫັນ​ວ່າ ບັນ​ດາ​ການ​ນຳ​ຫວຽດ​ນາມ ແລະ ສິງ​ກະ​ໂປ ໄດ້​ມີ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ການ​ທູດ​ສອງ​ຝ່າຍ​ທີ່​ໄດ້​ສ້າງ​ຕັ້ງ​ປີ 1973 ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2013. ສອງ​ປະ​ເທດ​ກຳ​ລັງ​ກ້າວ​ສູ່​ສາຍ​ພົວ​ພັນ​ອັນ​ໜຶ່ງ​ທີ່​ພິ​ເສດ​ຮ່ວມ​ກັຍ​ສາຍ​ພົວ​ພັນ​ສ່ວນ​ຕົວ​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ທານ​ປະ​ເທດ ຫງວຽນຊວນຟຸກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ຫຼີຊຽນຫຼົງ. ໃນ​ທ່າມ​ກາງ​ສະ​ພາບ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ແລະ ບາງ​ປັດ​ໃຈ​ອື່ນໆ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ ເປັນ​ການ​ຮັບ​ປະ​ກັນ​ຄືນ​ຍຸດ​ທະ​ສາດລະ​ຫວ່າງ​ສອງ​ປະ​ເທດ.

undefined
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ (ພາບ: TTXVN)

ສາດ​ສະ​ດາ​ຈານ Singh ເນັ້ນ​ໜັກ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເປັນ​ສາຍ​ພົວ​ພັນ​ກວມ​ລວມ, ແໜ້ນ​ແຟ້ນ​ຫຼາຍ ແລະ ສຳ​ຄັນກວ່ານັ້ນ​ຄື​ຕ້ອງ​ເຊື່ອ​ໝັ້ນ​ເຊິ່ງ​ກັນ​ແລະ​ກັນ. ນັບ​ແຕ່​ປີ 2013 ຮອດ​ປັດ​ຈຸ​ບັນ ສອງ​ຝ່າຍ​ໄດ້​ມີ​ການ​ພົວ​ພັນ​ອັນ​ແໜ້ນ​ແຟ້ນ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ທາງ​ດ້ານ​ຍຸດ​ທະ​ສາດ. ຫວຽດ​ນາມ ແລະ ສິງ​ກະ​ໂປ ເປັນ​ເພື່ອ​ນ​ທີ່​ດີ​ທີ່​ສຸດ​ໃນ​ສະ​ຫະ​ພັນ​ບັນ​ດາ​ປະ​ຊາ​ຊາດ​ອາ​ຊຽນ. ສອງ​ຊາດ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ​ທີ່​ສຸດ ແລະ ສຳ​ຄັນ​ທີ່​ສຸດ​ຂອງ​ກັນ​ແລະ​ກັນ ໃນ​ຂົງ​ເຂດ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ ແລະ ການ​ຄ້າ​ສອງ​ຝ່າຍ. ຫວຽດ​ນາມ ແລະ ສິງ​ກະ​ໂປ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ ແລະ ຢູ່​ໃນ​ລະ​ດັບຫຼາຍ​ຝ່າຍ​ທີ່ກວ້າງ​ຂວາງ​ກວ່າ​ທາງ​ດ້ານ​ການ​ຕ້ານ​ການ​ກໍ​ກະ​ບົດ ຫຼື ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ (ADMM). ກອງ​ປະ​ຊຸມ​ກະ​ຊວງ​ປ້ອງ​ກັນ​ຊາດ​ເປີດກວ້າງ​ຂອງ​ອາ​ຊຽນ (ADMM+)..

ສິງ​ກະ​ໂປ ແລະ ຫວຽດ​ນາມ ມີ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ມີ​ຄວາມ​ເປັນ​ໜຶ່ງ​ດຽວ​ທາງທັດ​ສະ​ນະ, ຄວາມ​ຮັບ​ຮູ້, ຄວາມ​ເຊື່ອ​ໃຈ​ໃນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ໂດຍ​ອີງ​ຕາມ​ກົດ​ໝາຍ​ລະ​ບຽບ​ການ, ໃນ​ນັ້ນ ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊ​າດ​ກ່ຽວ​ກັບ​ກົດ​ໝາຍ​ທາງ​ທະ​ເລ (UNCLOS) ປີ 1982. ສາດ​ສະ​ດາ​ຈານ​ຍັງ​ລະ​ບຸ​ຢ່າງ​ຊັດ​ເຈນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຄ້າງ​ຄາ​ມາ​ແຕ່​ດົນ​ນານ ແລະ ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ປັດ​ຈຸ​ບັນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອຫຼີກຫຼ່ຽງຄວາມ​ຂັດ​ແຍ່ງ​ຢູ່​ພາກ​ພື້ນສຳ​ຄັນ​ນີ້​ຂອງ​ໂລກ.

ຫວຽດ​ນາມ ແລະ ສິງ​ກະ​ໂປ ສາ​ມາດ​ຮັກ​ສາ​ການ​ພົວ​ພັນ​ໄດ້​ດີກວ່າ​ກັບ​ອາ​ເມ​ລິ​ກາ, ຍີ່​ປຸ່ນ, ອິນ​ເດຍ, ລັດ​ເຊຍ ແລະ ຈີນ. ສາດ​ສະ​ດາ​ຈານ Singh ເຊື່ອ​ໝັ້ນ​ວ່າ​ສອງ​ປະ​ເທດ​ຈະ​ບັນ​ລຸ​ໄດ້​ຜົນ​ປະ​ໂຫຍດ​ທີ່​ສູງ​ສຸດ ຖ້າ​ການ​ຮ່ວມ​ມື​ນຳ​ກັນ​ດ້ວຍການ​ໃຫ້ບຸ​ລິ​ມະ​ສິດສູງ​ສຸດທາງ​ດ້ານ​ຄວາມ​ສະຫງົບ​ຂອງ​ຊາດ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ອັນ​ກວ້າງ​ຂວາງກວ່າ​ຂອງ​ພາກ​ພື້ນ​ອາ​ຊຽນ.

ການ​ຢ້ຽມ​ຢາມ​ຂອງ​ປະ​ທານ​ປະ​ເທດ ຫງວຽນຊວນຟຸກ ແມ່ນ​ແນ​ໃສ່​ຮັບ​ປະ​ກັນ​ຄືນ ແລະ ຢັ້ງ​ຢືນ​ຄືນ​ການ​ພັວ​ພັນ​ຮ່ວມ​ມື​ອັນ​ສະ​ໜິດ​ແໜ້ນ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ຍຸດ​ທະ​ສາດ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້ເປັນ​ຂໍ້​ຄວາມ​ທີ່​ສົ່ງ​ເຖິງ​ໂລກ​ເວົ້າ​ລວມ ແລະ ເວົ້າ​ສະ​ເພາະ​ແມ່ນ​ອາ​ຊຽນ ຮູ້​ວ່າ​ເຖິງ​ໃນສະ​ພາບ​ການແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19, ໃນ​ຍຸກ​ຂອງ​ຄວາມບໍ່​ແນ່ນອນ​ທາງ​ການ​ເມືອງ ພິ​ເສດ​ແມ່ນ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ສາ​ທາ​ລະ​ນະ​ສຸກນັ້ນ, ສອງ​ປະ​ເທດ​ຍັງ​ຄົງ​ພ້ອມ​ກັນ​ກ້າວ​ໄປ​ຂ້າງ​ໜ້າ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ​ບົນ​ຄວາມ​ເຊື່ອ​ໝັ້ນ​ເຊິ່ງ​ກັນ​ແລະ​ກັນ.

ສາດ​ສະ​ດາ​ຈານ Singh ໃຫ້​ຊາບ​ວ່າ ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ວິ​ທີ​ທາງ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ກັນ, ສິ່ງ​ນີ້​ໄດ້​ສະ​ແດງ​ອອກ​ຜ່ານ​ຈຳ​ນວນ​ຕົວ​ເລກເຂດ​ອຸດ​ສາ​ຫະ​ກຳ​​ສິງ​ກະ​ໂປ​ຢູ່​ຫວຽດ​ນາມ, ທັງ​ຫວຽດ​ນາມ ແລະ ສິງ​ກະ​ໂປ​ກຳ​ລັງ​ມຸ້ງ​ຫວັງ​ການ​ພົວ​ພັນ​ສອງ​ຝ່າຍ​ເພື່ອ​ຮ່ວມ​ກັນ​ກາຍ​ເປັນ​ໜຶ່ງ​ໃນ​ບ່ອນ​ອີງ​ຂອງ​ອາ​ຊຽນ​ທາງ​ດ້ານ​ການ​ພົວ​ພັນ​ການ​ເມືອງ, ເສດ​ຖະ​ກິດ ແລະ ຍຸດ​ທະ​ສາດ. ສາດ​ສະ​ດາ​ຈານ Singh ຫວັງ​ວ່າ ບັນ​ດາ​ການ​ນຳ​ຂອງ​ສິງ​ກະ​ໂປ ຈະ​ມີ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ໃນ​ມໍ່​ນີ້ ພ້ອມ​ກັນ​ເນັ້ນ​ໜັກ​ເຖິງ​ແມ່ນ​ວ່າ​ມີ​ຄວາມ​ຫຍຸ້ງ​ຍາກ ແລະ ແຕກ​ຕ່າງ ແຕ່​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປ ຍັງ​ຖືກ​ຊຸກ​ຍູ້​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ເຊິ່ງ​ກັນ​ແລະ​ກັນ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.