ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ

14:41 | 24/02/2022

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັງ ເຊື່ອໝັ້ນວ່າ ສະຖາບັນນະໂຍບາຍອົດສະຕາລີ ຫວຽດນາມ ຈະຊ່ວຍມາຫາຊົນມີຄວາມເຂົ້າໃຈກ່ວາອີກກ່ຽວກັບຄວາມສຳຄັນຂອງອົດສະຕາລີຕໍ່ຫວຽດນາມ ແລະ ກົງກັນຂ້າມ.

ການ​ຮ່ວມ​ມື​ສິງ​ກະ​ໂປ - ຫວຽດ​ນາມ ອີງ​ໃສ່​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ການ​ຮ່ວມ​ມື​ສິງ​ກະ​ໂປ - ຫວຽດ​ນາມ ອີງ​ໃສ່​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ
ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ” ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ”
ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ

ທ່ານ Dan Tehan ລັດຖະມົນຕີກະຊວງການຄ້າ, ການທ່ອງທ່ຽວ ອົດສະຕາລີ ກ່າວຄຳເຫັນທີ່ພິທີ.(ພາບ: VOV)

ສະຖາບັນຍຸດທະສາດ ອົດສະຕາລີ ຫວຽນດາມ ໄດ້ເປີດໂຕນຳເຂົ້າໃຊ້ການແຕ່ວັນທີ 22 ກຸມພາ ປີ 2022, ຢູ່ນະຄອນ Melbourne ປະເທດ ອົດສະຕາລີ. ກ່າວຄຳເຫັນທີ່ພິທີເປີດນຳໃຊ້, ທ່ານ Dan Tehan ລັດຖະມົນຕີກະຊວງການຄ້າ, ການທ່ອງທ່ຽວ ອົດສະຕາລີ ຢັ້ງຢືນວ່າ: ອົດສະຕາລີຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນການຮັກສາຫຼັກການເຄົາລົບກົດໝາຍ, ປະຕິບັດບັນດາຂໍ້ຕົກລົງດ້ານເສດຖະກິດ - ການຄ້າ ສອງຝ່າຍ ແລະ ຫຼາຍຝ່າຍ, ທ່ານລັດຖະມົນຕີ ຫວັງວ່າ ການສ້າງຕັ້ງ ສະຖາບັນນະໂຍບາຍອົດສະຕາລີ - ຫວຽດນາມ ບໍ່ພຽງແຕ່ຊຸກຍູ້ການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງນຳການພົວພັນນີ້ປະກອບສ່ວນເຂົ້າໃນການວັດທະນາຖາວອນ ຂອງພາກພື້ນ ອີກດ້ວຍ.

ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັງ ເຊື່ອໝັ້ນວ່າ ສະຖາບັນນະໂຍບາຍອົດສະຕາລີ ຫວຽດນາມ ຈະຊ່ວຍມາຫາຊົນມີຄວາມເຂົ້າໃຈກ່ວາອີກກ່ຽວກັບຄວາມສຳຄັນຂອງອົດສະຕາລີຕໍ່ຫວຽດນາມ ແລະ ກົງກັນຂ້າມ, ການສ້າງຄວາມເຂົ້າໃຈລວມກ່ຽວກັບປະຫວັດສາດ, ຊ່ວຍປະຊາຄົມວິສາຫະກິດຍາດແຍ່ງບັນດາກາລະໂອກາດຢູ່ຕະຫຼາດຂອງກັນ.

​vovworld.vn

ເຫດການ
302 Found

Found

The document has moved here.