ນະຄອນເກິນເທີຈັດປະຊຸມກຽມກິດຈະກຳລະນຶກ 60 ປີ ວັນສ້າງຕັ້ງການພົວພັນການທູດ ຫວຽດນາມ-ລາວ

15:42 | 05/03/2022

ຍ​ສໝ - ຕອນ​ບ່າຍ​ວັນ​ທີ 2 ມີ​ນາ, ສະ​ຫະ​ພັນ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິນ​ເທີ (ສະ​ຫະ​ພັນ​ເກິນ​ເທີ) ໄດ້​ມີ​ວາ​ລະ​ປະ​ຊຸມ​ເຮັດ​ວຽກ​ຮ່ວມ​ກັບ​ຄະ​ນະ​ບໍ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ-ລາວ ນະ​ຄອນ​ເກິນ​ເທີ, ສົນ​ທະ​ນາ​ແຜນ​ການ​ຈັດ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ລະ​ນຶກ​ຄົບ​ຮອບ 60 ປີ ວັນ​ສ້າງ​ການ​ພົວ​ພັນ​ການ​ທູດ (5/9/1962-5/9/2022) ແລະ ຄົບ​ຮອບ 45 ປີ ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ-ລາວ (18/7/1977-18/7/2022).

ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ
ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021 ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021

ຕອນ​ບ່າຍ​ວັນ​ທີ 2 ມີ​ນາ, ສະ​ຫະ​ພັນ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິນ​ເທີ (ສະ​ຫະ​ພັນ​ເກິນ​ເທີ) ໄດ້​ມີ​ວາ​ລະ​ປະ​ຊຸມ​ເຮັດ​ວຽກ​ຮ່ວມ​ກັບ​ຄະ​ນະ​ບໍ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ-ລາວ ນະ​ຄອນ​ເກິນ​ເທີ, ສົນ​ທະ​ນາ​ແຜນ​ການ​ຈັດ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ລະ​ນຶກ​ຄົບ​ຮອບ 60 ປີ ວັນ​ສ້າງ​ການ​ພົວ​ພັນ​ການ​ທູດ (5/9/1962-5/9/2022) ແລະ ຄົບ​ຮອບ 45 ປີ ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ-ລາວ (18/7/1977-18/7/2022).

ຕາມ​ແຜນ​ການ, ນະ​ຄອນເກິນ​ເທີ​ຈະຈັດ​ຕັ້ງ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວຕ່າງໆ ລະ​ອຽດ​ຄື: ສົ່ງ​ໂທ​ລະ​ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາ​ດ​ລາວ, ລະ​ນຶກ 60 ປີ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ການ​ທູດ ; ຈັດ​ການ​ພົບ​ປະສະ​ເຫຼີມ​ສະ​ຫຼອງ, ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ; ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິນ​ລະ​ປະ​ວັນ​ນະ​ຄະ​ດີ ຫຼື ງານ​ວາງ​ສະ​ແດງ​ຮູບ​ພາບ​ສິນ​ລະ​ປະ ; ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ຊອກ​ຮູ້ (ທາງ​ອອນ​ໄລ໌, ບົດ​ຂຽນ) ກ່ຽວ​ກັບ​ປະ​ຫວັດ​ສາດ, ການ​ພົວ​ພັນ​ສອງ​ຊາດ ; ຈັດ​ຕັ້ງ​ບັນ​ດາ​ການ​ແຂ່ງ​ຂັນ​ສະ​ເຫຼີມ​ສະຫຼອງ 60 ປີ ສ້າງ​ຕັ້ງການ​ພົວ​ພັນ​ການ​ທູດ ; ພິມ​ຈຳ​ໜ່າຍ​ຜົນ​ງານການ​ໂຄ​ສະ​ນາ​ເຜີຍ​ແຜ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ-ລາວ…

undefined
ນະຄອນເກິນເທີຈັດປະຊຸມກຽມກິດຈະກຳລະນຶກ 60 ປີ ວັນສ້າງຕັ້ງການພົວພັນການທູດ ຫວຽດນາມ-ລາວ

ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ຕ່າງໆ​ແມ່ນ​ແນ​ໃສ່ປະ​ກອບ​ສ່ວນ​ເສີມ​ສ້າງ, ​ເພີ່ມ​ທະ​ວີ ແລະ ສົ່ງ​ເສີມ​ຍິ່ງ​ຂຶ້ນ​ອີກ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ. ພ້ອມ​ທັງ​ເປັນ​ການ​ໂຄ​ສະ​ນາ​ຮູບ​ພາບ​ນະ​ຄອນ​ເກິນ​ເທີ​ທີ່ຂະ​ຫຍັນ​ຂັນ​ແຂງ, ເຕັມ​ໄປ​ດ້ວຍ​ທ່າ​ແຮງ, ມີ​ຄວາມ​ຕັ້ງ​ໜ້າ ແລະ ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ​ອັນ​ກວ້າງ​ຂວາງ​ເລິກ​ເຊິ່ງ; ເພີ່ມ​ທະ​ວີມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ ນະ​ຄອນ​ເກິນ​ເທີ-ລາວ, ລາວ-ນະ​ຄອນ​ເກິນ​ເທີ ; ເປີດກວ້າງ​ໂອ​ກາດ​ການ​ພົວ​ພັນ​ແລກ​ປ່ຽນ, ເຊື່ອມ​ຕໍ່​ທຸ​ລະ​ກິດ​ສອງ​ຝ່າຍ.

ທ່ານ ນາງ ເລຖີ້ແທງຢາງ - ປະ​ທານ​ສະ​ຫະ​ພັນ​ເກິນ​ເທີ ຫວັງ​ວ່າ​ບັນ​ດາ​ກິດ​ຈະ​ກຳ​ຈະ​ຖືກຈັດ​ຕັ້ງ​ຂຶ້ນໄດ້​ຮັບ​ຜົນ​ສຳ​ເລັດ ແລະ ມີ​ປະ​ສິດ​ທິ​ຜົນ​ຕາມ​ທີ່​ຄາດ​ຫວັງ​ໄວ້, ເປັນ​ການ​ປະ​ກອບ​ສ່ວນ​ເສີມ​ສ້າງ, ເພີ່ມ​ທະ​ວີ ແລະ ສົ່ງ​ເສີມ​ຍິ່ງ​ຂຶ້ນ​ໄປ​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ລາວ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.