ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ

14:39 | 24/02/2022

ກະຊວງການຕ່າງປະເທດ ສິງກະໂປ (MFA) ແຈ້ງໃຫ້ຊາບວ່າ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ແຕ່ວັນທີ 24 – 26 ກຸມພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສິງກະໂປ Halimah Yacob.

ການ​ຮ່ວມ​ມື​ສິງ​ກະ​ໂປ - ຫວຽດ​ນາມ ອີງ​ໃສ່​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ການ​ຮ່ວມ​ມື​ສິງ​ກະ​ໂປ - ຫວຽດ​ນາມ ອີງ​ໃສ່​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຫວ​ຽດ​ນາມ ​ມາ​ນະພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຫວ​ຽດ​ນາມ ​ມາ​ນະພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກ
undefined
ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ. ພາບ: ttxvn

ໃນເວັບໄຊ chanelnewsasia.com ວັນທີ 22 ກຸມພາ ໄດ້ໃຫ້ຂ່າວວ່າ ກະຊວງການຕ່າງປະເທດ ສິງກະໂປ (MFA) ແຈ້ງໃຫ້ຊາບວ່າ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ແຕ່ວັນທີ 24 – 26 ກຸມພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສິງກະໂປ Halimah Yacob. ນີ້ຈະເປັນຄັ້ງທຳອິດທີ່ ສິງກະໂປ ຕ້ອນຮັບການນຳຕ່າງປະເທດມາຢ້ຽມຢາມທາງລັດຖະກິດ ນັບແຕ່ເກີດໂລກລະບາດໂຄວິດ - 19 ມາແຕ່ຕົ້ນປີ 2020.

ໃນວັນທີ 25 ກຸມພາ, ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະພົບປະກັບທ່ານປະທານາທິບໍດີ Halimah Yacob. ກໍໃນການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຈະເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງສອງຝ່າຍສະບັບຕ່າງໆ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ ສິງກະໂປ ແລະ ຫວຽດນາມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍຈະມີຄຳກ່າວປາໄສສຳຄັນໃນການໂອ້ລົມສົນທະນາວິສາຫະກິດ ສິງກະໂປ - ຫວຽດນາມ.

ກະຊວງການຕ່າງປະເທດ ສິງກະໂປ ຕີລາຄາວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນຄັ້ງນີ້ ເປັນການຢັ້ງຢືນຄືນໃໝ່ “ການພົວພັນອັນດີງາມ” ລະຫວ່າງ ສິງກະໂປ ແລະ ຫວຽດນາມ ໃນໄລຍະເວລາທີ່ທັງສອງປະເທດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ ໃນປີ 2023.

​vovworld.vn

ເຫດການ
302 Found

Found

The document has moved here.