ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ”

11:30 | 12/02/2022

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 72 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ສ​ປ​ປ.ເກົາຫຼີ, 65 ປີ​ແຫ່ງ​ການ​ພົບ​ປະ​ຄັ້ງ​ທຳ​ອິດ ລະ​ຫວ່າງ​ປະ​ທານ​ໂຮ່​ຈີ​ມິນ ແລະ ທ່ານ​ປະ​ທານ Kim Il Sung ໃນ​ວັນ​ທີ 10 ກຸມ​ພາ, ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ສ​ປ​ປ.ເກົາຫຼີ ປະ​ຈຳ ຫວຽດ​ນາມ ຈັດ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ກ່ຽວ​ກັບ​ຫົວ​ຂໍ້ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ ແລະ ສ​ປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ”.

ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022 ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ”
ບັນ​ດາ​ການ​ນຳ​ຊົມ​ງານ​ວາງ​ສະ​ແດງ (ພາບ: TTXVN)

ງານ​ວາງ​ສະ​ແດງ​ມີ​ພາບ​ຖ່າຍ​ຂາວ​ດຳ​ ແລະ ສີກ່​ວາ 70 ແຜ່ນ ໂດຍ​ໄດ້​ເລືອກ​ເອົາ​ຈາກ​ສາງ​ເອ​ກະ​ສານ​ຂອງ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລະ ສຳ​ນັກ​ຂ່າວ​ສານ​ສູນ​ກາງ ສ​ປ​ປ.ເກົາຫຼີ (KCNA), ໂດຍ​ວາດ​ພາບ​ບັນ​ດາ​ຄວາມ​ຊົງ​ຈຳ​ປະ​ຫວັດ​ສາດ​ໃນ​ໄລ​ຍະ​ທາງ​ຮ່ວມ​ມື​ມາ​ເປັນ​ເວ​ລາ​ກ່​ວາ 70 ປີ​ຜ່ານ​ມາ ດ້ວຍ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ຂອງ​ການ​ນຳ​ພັກ, ລັດ ຫວຽດ​ນາມ ແລະ ສ​ປ​ປ.ເກົາຫຼີ.

ງານ​ວາງ​ສະ​ແດງ​ກໍ່​ປະ​ກອບ​ສ່ວນ​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ທາງ​ການ​ທູດ ປະ​ຊາ​ຊົນທີ່​ສະ​ໜິດ​ແໜ້ນ​ຜ່ານ​ບັນ​ດາ​ເຫດ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ​ຟົດ​ຟື້ນ ແລະ ໂຄງກ​ານ​ສ້າງ​ຂີດ​ໝາຍ​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ. ງານ​ວາງ​ສະ​ແດງ​ໄດ້​ມີ​ພາບຫຼາຍ​ແຜ່ນ​ທີ່​ແນະ​ນຳ​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.

ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ໄດ້​ເອົາ​ລົງ​ໂດຍ​ກົງ​ໃນ​ເວັບ​ໄຊ​ຂອງ​ໜັງ​ສື​ພິມ​ພາບ​ຖ່າຍ ຫວຽດ​ນາມ ຢູ່​ທີ່​ຢູ່ https://link.gov.vn/TLAVNTT ພາ​ສາ ຫວຽດ ແລະ https://link.gov.vn/PICVNTT ພ​າ​ສາ ສ​ປ​ປ.ເກົາຫຼີ ໃນ​ລະ​ຫວ່າງວັນ​ທີ 10 - 17 ກຸມ​ພາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.