ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ​ຄົບ​ຮອບ​ 30 ປີ

08:18 | 27/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ເບ​ລາ​ຣຸດ ໄດ້​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ແລກ​ປ່ຽນ​ພົວ​ພັນ​ວັດ​ທະ​ນະ​ທຳ​ກັບ​ຕ່າງ​ປະ​ເທດ ຂອງ ເບ​ລາ​ຣຸດ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ເບ​ລາ​ຣຸດ - ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົ​ວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ (24 ມັງ​ກອນ 1992 – 24 ມັງ​ກອນ 2022).

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານກັບ ສະ​ຫະ​ພາບ​ເອີ​ລົບ​ເປັນ​ສຳ​ຄັນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານກັບ ສະ​ຫະ​ພາບ​ເອີ​ລົບ​ເປັນ​ສຳ​ຄັນ
ລະ​ດົມ​ສະ​ຕິປັນ​ຍາ​ຂອງ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ຄວາມ​ຜາ​ສຸກ​ໃນ​ປີ 2045 ລະ​ດົມ​ສະ​ຕິປັນ​ຍາ​ຂອງ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ຄວາມ​ຜາ​ສຸກ​ໃນ​ປີ 2045
ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ​ຄົບ​ຮອບ​ 30 ປີ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ (ພາບ: baoquocte.vn)

ເຂົ້າ​ຮ່ວມ​ພິ​ທີ​ມີ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ງຶ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເບ​ລາ​ຣຸດ N.N. Borisevich, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຂໍ້​ມູນ​ຂ່າວ, ການ​ຕິດ​ຕໍ່​ພົວ​ພັນ ແລະ ຫັນ​ເປັນ​ຄອມ​ພິວ​ເຕີ ເບ​ລາ​ຣຸດ N.M. Gordeenko, ການ​ນຳ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ກັບ​ຕ່າງ​ປະ​ເທດ​ຂອງ ເບ​ລາ​ຣຸດ, ສະ​ມ​າ​ຄົມ​ມິດ​ຕະ​ພາບ ເບ​ລາ​ຣຸດ - ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ, ຕາງໜ້າ​ກະ​ຊວງວັດ​ທະ​ນະ​ທຳ ເບ​ລາ​ຣຸດ ພ້ອມ​ກັບ​ພະ​ນັກ​ງານ​ທຸກ​ຖ້ວນ​ໜ້າ​ຂອງ​ສະ​ຖານ​ທູດ, ຜູ້​ຕາງ​ໜ້າ​ຄະ​ນະ​ບໍ​ລິ​ຫານງານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເບ​ລາ​ຣຸດ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ງຶ ໄດ້​ສັງ​ເຂບ​ບັນ​ດາ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ 30 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ເບ​ລາ​ຣຸດ, ຍົກ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ສອງ​ຊາດ ກໍ່​ຄື​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ການ​ນຳ ແລະ ປະ​ຊ​າ​ຊົນ​ສອງ​ປະ​ເທດ ເພື່ອ​ພ້ອມ​ກັນ​ກໍ່​ສ້າງ, ເພີ່ມ​ພູນ​ຄູນ​ສ້າງ ແລະ ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​​ໃນຫຼາຍ​ດ້ານ​ທີ່​ມີ​ຕົ້ນ​ກຳ​ເນີດ​ປະ​ຫວັດ​ສາດ​ແຕ່​ສະ​ໄໝ​ໂຊ​ວຽດ.

ສອງ​ປະ​ເທດ​ຮັກ​ສາ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ພົບ​ປະ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະ​ຈຳ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ບົນ​ເວ​ທີ​ສາ​ກົນ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ໄດ້​ມີ​ບັນ​ດາ​ບາດ​ກ້າວ​ຫັນ​ປ່​ຽນ​ຢ່າງ​ຕັ້ງ​ໜ້າ ເຊິ່ງ​ສອງ​ໂຄງ​ການ​ຮ່ວມ​ມື​ລົງ​ທຶນ​ໃນ​ຂົງ​ເຂດການ​ຜະ​ລິດ, ປະກອບ​ລົດ​ບັນ​ທຸກ ແລະ ອຸດ​ສາ​ຫະ​ກຳ​ສະ​ບຽງ​ອາ​ຫານ ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ຫວຽດ​ນາມ ແມ່ນ​ພະ​ຍານ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ.

ສອງ​ຝ່າຍ​ໄດ້​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ຈາກ​ສົນ​ທິ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຮ່ວມ​ດຳ​ເນີນ​ທຸ​ລະ​ກິດ ແລະ ຊຸກ​ຍູ້​ການ​ເຕີບ​ໂຕວົງ​ເງິນການ​ຄ້າ. ການ​ຮ່ວມ​ມື​ໃນຂົງ​ເຂດ​ຕ່າງໆ​​ກໍ່​ມີ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ.

ພ້ອມ​ກັນ​ຫວນ​ຄືນ​ໄລ​ຍະ​ທາງ 30 ປີ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເບ​ລາ​ຣຸດ N.N. Borisevich ຢັ້ງ​ຢືນ​ ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ແລະ ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຮ່ວມ​ມື​ໃຫຍ່ ຂອງ ເບ​ລາ​ຣຸດ ແລະ ຫວຽດ​ນາມ.

ທ່ານ N.N. Borisevich ກໍ່ໍ​ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ​ໄດ້​ຮ່ຽງ​ບ່າ​ຮ່ຽງ​ໄຫຼ່ ໃນ​ຕະຫຼອດ​ໄລ​ຍະ 30 ປີ​ຜ່ານ​ມາ ແລະ ຈະ​ສືບ​ຕໍ່​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຜ່ານ​ຜ່າ​ຜົນ​ກະ​ທົບ​ຢ່າງ​ຫຍໍ້​ທໍ້​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ຍູ້​ໄວ​ການ​ຮ່ວມ​ມື ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່ຄາດຄະເນໄວ້ ​ໂດຍ​ໄວ.

ໃນ​ບັນ​ຍາກາດ​ຢ່າງ​ສົມກຽດ ແຕ່​ກໍ່​ມີ​ຄວາມ​ສະ​ໜິ​ດ​ສະ​ໜົມ ຂອງ​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ງຶ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ N.N. Borisevich ແລະ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຂໍ້​ມູນ​ຂ່າວ, ການ​ຕິດ​ຕໍ່​ພົວ​ພັນ ແລະ ຫັນ​ເປັນ​ຄອມ​ພິວ​ເຕີ ເບ​ລາ​ຣຸດ N.M. Gordeenko ໄດ້​ປະ​ຕິ​ບັດ​ພິ​ທີ​ອອກ​ຈຳ​ໜ່າຍ​ສະ​ແຕມ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ຢ່າງ​ເປັນ​ທາງ​ການ.

ບັນ​ດາ​ຜູ້​ແທນ​ກໍ່​ໄດ້​ຮັບ​ຊົມ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະທີ່​ເປັນ​ມູນ​ເຊື້ອ ຂອງ​ທັງ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.