ງານວາງສະແດງ ລະນຶກ 30 ປີ ການສ້າງຕັ້ງການພົວພັນການທູດຫວຽດນາມ-ຢູເຄຣນ

15:39 | 17/02/2022

ຍ​ສ​ໝ - ງານວາງ​ສະ​ແດງໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​​ສິນລະ​ປິນນັກ​ແຕ້ມ​ຮູບຢູ​ເຄ​ຣນຫຼາຍກວ່າ 50 ທ່ານໃນ​ທົ່ວ​ປະ​ເທດ ພ້ອມ​ກັບ​ປະ​ມານ 120 ຮູບ​ແຕ້ມທີ່​ສະ​ແດງໃຫ້​ເຫັນ​ຮູບ​ພາບ​ຂອງ​ຜືນ​ແຜນ​ດິນ ແລະ ປະ​ຊາ​ຊົນ​ຄົນ​ຫວຽດ​ນາມ.

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ​ຄົບ​ຮອບ​ 30 ປີ ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ​ຄົບ​ຮອບ​ 30 ປີ
ປະກາດໃຊ້ໂລໂກ້ສັນຍາລັກຢ່າງເປັນທາງການ ລະນຶກ 30 ປີ ການສ້າງຕັ້ງສາຍພັວພັນການທູດ ຫວຽດນາມ - ສ. ເກົາຫຼີ ປີ 2022 ປະກາດໃຊ້ໂລໂກ້ສັນຍາລັກຢ່າງເປັນທາງການ ລະນຶກ 30 ປີ ການສ້າງຕັ້ງສາຍພັວພັນການທູດ ຫວຽດນາມ - ສ. ເກົາຫຼີ ປີ 2022

ທີ່​ນະ​ຄອນຫຼວງ Kiev, ສະ​ຖານ​ທູດ​ຫວຽດ​ນາມ​ທີ່​ປະ​ເທດ​ຢູ​ເຄ​ຣນ ປະ​ສານ​ກັບ​ສະ​ມາ​ຄົມ​ນັກ​ແຕ້ມ​ຮູບ​ທົ່ວ​ຢູ່​ເຄ​ຣນ ຊຶ່ງ​ຂຶ້ນ​ກັບ ກະ​ຊວງວັດ​ທະ​ນະ​ທຳ ແລະ ນະ​ໂຍ​ບາຍ​ຂໍ້​ມູນ​ຂ່າວ​ສານ ຂອງ​ຢູ​ເຄ​ຣນ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຮູບ​ພາບ​ວາດ​ກ່ຽວ​ກັບ​ຫວຽດ​ນາມ ໂດຍ​ບັນ​ດາ​ນັກ​ແຕ້ມ​ຮູບ​ຢູ​ເຄ​ຣນ​ເປັນ​ຜູ້​​ຄົ້ນ​ຄິດອອກ​ແບບ​ສ້າງ​ຮູບ​ແຕ້ມ​ລະ​ນຶກ​ຄົບ​ຮອບ 30 ປີ ສ້າງ​ການ​ພົວ​ພັນ​ການ​ທູດ ຫວຽດ​ນາມ-ຢູ​ເຄ​ຣນ (23 ມັງ​ກອນ 1992 – 23 ມັງ​ກອນ 2022).

ງານວາງສະແດງ ລະນຶກ 30 ປີ ການສ້າງຕັ້ງການພົວພັນການທູດຫວຽດນາມ-ຢູເຄຣນ
ງານວາງສະແດງ ລະນຶກ 30 ປີ ການສ້າງຕັ້ງການພົວພັນການທູດຫວຽດນາມ-ຢູເຄຣນ. ພາບ​: vovlive.vn

ກ່າວ​ເປີດ​ພິ​ທີ​ໂດຍ​ທ່ານ​ປະ​ທານ​ສະ​ມາ​ຄົມ​ນັກ​ແຕ້ມ​ຮູບຢູ​ເຄ​ຣນ Cherniavskyy Kostiantyn Volodymyrovych ຊຶ່ງ​ໃຫ້​ຮູ້​ວ່າ ສະ​ມາ​ຄົມ ແລະ ສ​ະ​ຖານ​ທູດ​ຫວຽດ​ນາມ ໄດ້ດຳ​ເນີນ​ການ​ເຄື່ອນ​ໄຫວຄົ້ນ​ຄິດ​ສ້າງຮູບ​ແຕ້ມ​ກ່ຽວ​ກັບ​ຫວຽດ​ນາມ​ໃນ​ຂອບ​ເຂດ​ນັກ​ແຕ້ມ​ຮູບ​ຂອງ​ຢູ​ເຄ​ຣນ​ນັບ​ແຕ່​ເດືອນ​ຕຸ​ລາ 2021. ທ່ານ Cherniavskyy ສະ​ແດງ​ຄວາມ​ຊົມ​ເຊີຍ​ທີ່​ໃນ​ໄລ​ຍະ​ເວ​ລາ​ສັ້ນ​ໜຶ່ງນັ້ນ ມີ​ນັກ​ແຕ້ມ​ຮູບຫຼາຍ​ທ່ານ​ຈາກ​ທົ່ວ​ປະ​ເທດ​ຢູ​ເຄ​ຣນ ໄດ້ຕອບ​ຮັບ ແລະ ຄົ້ນ​ຄິດສ້າງ​ຜົນ​ງານສົ່ງ​ມາ​ເຂົ້າ​ຮ່ວມ​ໃນ​ງານ​ວາງ​ສະ​ແດງ.

ງານ​ວາງ​ສະ​ແດງ​ເປັນ​​ໂອກ​າດ​ໃຫ້​ແກ່​ປວງ​ຊົນໄດ້​ຊົມ​ຄວາມ​ງາມຂອງ​ທົ່ວ​ຫວຽດ​ນາມ ແລະ ຢູ​ເຄ​ຣນ ເພາະ​ວັດ​ທະ​ນະ​ທຳ ແລະ ສິນ​ລະ​ປະ​ແມ່ນບໍ່​ມີ​ຂອບ​ເຂດ. ທ່ານ Cherniavskyy ເຊື່ອ​ວ່າ​ການ​ທູດ​ວັດ​ທະ​ນະ​ທຳ​ເປັນ​ຂົວ​ເຊື່ອມ​ຕໍ່​ທີ່ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ເຮັດ​ໃຫ້​ໂລກ​ນີ້​ງາດ​ງາມ ແລະ ໜ້າ​ຢູ່​ຂຶ້ນ.

ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນຮົ່ງແທກ ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ສະ​ມາ​ຄົມ​ນັກ​ແຕ້ມ​ຮູບ​ຢູ​ເຄ​ຣນ, ມູນ​ນິ​ທິ Gorchakov ແລະ ພິ​ເສດ​ແມ່ນ​ສ່ວນ​ຕົວ​ທ່ານ Kostiantyn Cherniavskyy ແລະ ທ່ານ Andrey Gorchakov ທີ່​ໄດ້​ອອກ​ແຮງ​ຈັດ​ຕັ້ງ​ກິດ​ຈະ​ກຳ​ນີ້​ໄດ້ສຳ​ເລັດ. ງານ​ວາງ​ສະ​ແດງ​ໄດ້​ດຶງ​ດູດ​ເອົາ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິນ​ລະ​ປິນ​ແຕ້ມ​ຮູບຢູ​ເຄ​ຣນຫຼາຍກວ່າ 90 ທ່ານໃນ​ທົ່ວ​ປະ​ເທດ ພ້ອມ​ກັບ​ຮູບ​ແຕ້ມ​ປະ​ມານ 120 ຮູບ​ທີ່​ສະ​ແດງ​ຮູບ​ພາບ​ຜືນ​ແຜນ​ດິນ ແລະ ຄົນ​ຫວຽດ​ນາມ ໂດຍ​ຜ່ານງານ​ສິນ​ລະ​ປະ. ນີ້​ເປັນ​ຄວາມຮັກ​ແພງ​ອັນ​ພິ​ເສດ​ທີ່​ບັນ​ດາ​ນັກ​ແຕ້ມ ແລະ ເພື່ອນ​ມິດ​ຢູ​ເຄ​ຣນມອບ​ໃຫ້​ແກ່​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ປະ​ເທດ​ຫວຍດ​ນາມ ໃນ​ໂອ​ກາດ​ລະ​ນຶກ 30 ປີ ສ້າງ​ຕັ້ງ​ການ​ພົວ​ພັນ​ການ​ທູດ​ສອງ​ຝ່າຍ.

ໃນ​ໂອ​ກາດ​ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນຮົ່ງແທກ ຍົກ​ສູງ​ຜົນ​ງານ​ຕ່າງໆ​ທີ່​ສອງ​ຊາດ​ບັນ​ລຸ​ໄດ້​ໃນ 30 ປີ ຜ່ານ. ຢູ​ເຄ​ຣນ​ປັນ​ໜຶ່ງ​ໃນ 30 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຂອງ​ຫວຽດ​ນາມ. ຫວຽດ​ນາມ​ເປັນ​ໜຶ່ງ​ໃນ 5 ຄູ່​ຮ່ວມ​ມື​ການ​ຄ້າ​ລະ​ດັບ​ຕົ້ນ​ຂອງ​ຢູ​ເຄ​ຣນ​ໃນ​ພາກ​ພື້ນທະ​ວີບ​ອາ​ຊີ. ງານ​ວາງ​ສະ​ແດງ​ສິນ​ລະ​ປະ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ເປົ້າ​ໝາຍ​ລວມ​ການ​ສ້າງ​ສາຍ​ພົວ​ພັນ ຫວຽດ​ນາມ-ຢູ່​ເຄ​ຣນ ໃຫ້​ຂະ​ຫຍາຍ​ຕົວ​ຂຶ້ນອີກໃນ​ທຸກ​ຂົງ​ເຂດ​ຕ່າງໆເຊັ່ນ: ການ​ເມືອງ, ສັງ​ຄົມ, ເສດ​ຖະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ,…

ງານ​ວາງ​ສະ​ແດງ​ສິນ​ລະ​ປະ​ໄດ້​ເປີດ​ໃຫ້​ມວນ​ຊົນ​ເຂົ້າ​ຊົມ​ໂດຍບໍ່​ແສັຍ​ຄ່າ​ນັບ​ແຕ່​ວັນ​ທີ 10 ຫາ 27 ກຸມ​ພາ 2022 ທີ່​ສຳ​ນັກ​ງານ​ຂອງ​ສະ​ມາ​ຄົມ​ນັກ​ແຕ້ມ​ຮູບ​ຢຸ​ເຄ​ຣນ, ເລກ​ທີ 1-5 Sichovykh Striltsiv, ນະ​ຄອນ Kiev. ຈາກນັ້ນ, ງານ​ວາງ​ສະ​ແດງ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ບັນ​ດາ​ນະ​ຄອນໃຫຍ່​ອື່ນ​ຂອງ​ຢູ​ເຄ​ຣນ​ໃນ​ທົ່ວ​ປີ 2022.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.