ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືອັນເລິກເຊິງໃນຫຼາຍຂົງເຂດ

15:08 | 11/02/2022

ຍ​ສ​ໝ - ໃນ​ວາ​ລະ​ການ​ຢ້ຽມ​ຢາມ​ປະ​ເທດ​ ສ.ເກົາຫຼີ​ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 9 ຫາ 11 ກຸມ​ພາ, ໃນ​ຕອນ​ເຊົ້າ​ຂອງວັນ​ທີ 10 ກຸມ​ພາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍແທງເຊີນ ເຂົ້າ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.​ເກົາຫຼີ Chung Eui Yong.

ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໄດ້ມອບຜ້າບັງປາກ 5,000 ຜືນ ໃຫ້ ຊາວຫວຽດນາມ ຢູ່ ສ. ເກົາຫຼີ ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໄດ້ມອບຜ້າບັງປາກ 5,000 ຜືນ ໃຫ້ ຊາວຫວຽດນາມ ຢູ່ ສ. ເກົາຫຼີ
ລັດຖະບານ ສ.ເກົາຫຼີ ຮັບຮອງເອົາຂໍ້ຕົກລົງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ລັດຖະບານ ສ.ເກົາຫຼີ ຮັບຮອງເອົາຂໍ້ຕົກລົງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

ສອງ​ຝ່າຍ​ເປັ​ນ​ເອ​ກະ​ພາບ​ບັນ​ຫາ​ສຳ​ຄັນໃນ​ປີ 2022 ເຊັ່ນ ການຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ກິດ​ຈະ​ກຳ​ຕ່າງໆເພື່ອ​ລະ​ນຶກ​ຄົບ​ຮອບ 30 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ປະ​ເທດ​ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ”, ຈັດ​ຕັ້ງ​ການ​ຢ້ຽມ​ຢາມ ແລະ ພົບ​ປະ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໃຫ້​ໄດ້​ດີ, ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ໃນ​ບັນ​ດາ​ກົນ​ໄກ​ການ​ຮ່ວມ​ມື​ທີ່​ມີ​ໃນ​ປັດ​ຈຸ​ບັນ ແນ​ໃສ່​ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ໃຫ້​ແກ່​ສອງ​ປະ​ເທດ.

ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືອັນເລິກເຊິງໃນຫຼາຍຂົງເຂດ
ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືອັນເລິກເຊິງໃນຫຼາຍຂົງເຂດ. ພາບ: vietnamnet

ລັດ​ຖະ​ມົນ​ຕີ ບຸ່ຍແທງເຊີນ ຢືນ​ຢັນ​ວ່າ ຫວຽດ​ນາມ​ມີ​ຄວາມ​ມຸ້ງ​ຫວັງ​ທີ່​ຈະ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ​ກັບ​ສ.ເກົາຫຼີ; ສະ​ເໜີ​ໃຫ້​ ສ.ເກົາຫຼີ ສືບ​ຕໍ່​ພິ​ຈາ​ລະ​ນາ​ຕອບ​ສະ​ໜອງບັນ​ດາ​ການ​ກູ້​ຢືມ​ກ້ອນ​ໃຫຍ່, ເງື່ອນ​ໄຂ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ໂຄງ​ການພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ ແລະ ໂຄງ​ການ​ຊ່ວຍ​ເຫຼືອ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ອາ​ກາດ; ສືບ​ຕໍ່​ເຄື່ອນ​ໄຫວ​ການ​ຮ່ວມ​ມື​ທີ່​ເລິກ​ເຊິ່ງ​ທາງ​ດ້ານ​ແຮງ​ງານ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ ແລະ ການ​ພົບ​ປະ​ປະ​ຊາ​ຊົນ... ລັດ​ຖະ​ມົນ ບຸ່ຍແທງເຊີນ ກໍ​ຍັງ​ສະ​ເໜີ​ໃຫ້ ສ.​ເກົາຫຼີ ​ດຳ​ເນີນ​ການ​ຮັບ​ຮອງ​ໜັງ​ສື​ຜ່ານ​ແດນ​ສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກ​ຂອງ​ຫວຽດ​ນາມ​ໃຫ້​ສຳ​ເລັດ​ໂດຍ​ໄວ, ສືບ​ຕໍ່​ຊ່ວຍ​ເຫຼືອ​ຫວຽດ​ນາມ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຕ້ານສະ​ກັດ​ກັ້ນພະ​ຍາດ​ໂຄວິດ-19.

ລັດ​ຖະ​ມົນ​ຕີ Chung Eui Yong ຢືນ​ຢັນ​ວ່າ ຫວ​ຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ລະ​ດັບ​ຕົ້ນ​ຂອງ​ ສ.ເກົາຫຼີ, ພ້ອມ​ກັນ​ນັ້ນ ຍັງ​ນຳ​ສະ​ເໜີ​ວິ​ທີ​ທາງ​ລະ​ອຽດ​ໃນ​ການ​ຮ່ວມ​ມື​ອັນ​ເລິກ​ເຊິ່ງ​ຂອງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ເມືອງ - ການ​ທູດ, ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ - ການ​ຄ້າ, ສາ​ທາ​ລະ​ນະ​ສຸກ - ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ ແລະ ການ​ພົບ​ປະ​ແລກ​ປ່ຽນ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ສອງ​ຝ່າຍ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ, ເອກ​ະ​ພາບ​ກັນ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ໃນ​ບັນ​ດາ​ກົນ​ໄກ, ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ຫະ​ປະ​ຊາ​ຊາດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.