ຍສໝ - ໃນວັນທີ 5 ສິງຫານີ້ ຢູ່ທີ່ສໍານັກງານສະຖານທູດຫວຽດນາມ ປະຈໍາສະຫະພັນລັດເຊຍ, ໄດ້ຈັດກອງປະຊຸມພົບປະຄັ້ງທີ 52 ຂອງສະມາຄົມນັກຮົບເກົ່າລັດເຊຍ ທີ່ເຄີຍເຮັດວຽກຢູ່ຫວຽດນາມ ໃນໄລຍະສົງຄາມ.
ຍສໝ - ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ບິ່ງເຢືອງ ຫາກໍ່ເຂົ້າຮ່ວມການຕ້ອນຮັບຄະນະທິມງານນັກສຶກສາຂອງບັນດາມະຫາວິທະຍາໄລທີ່ຂື້ນກັບນະຄອນ ບູຊານ (ສ.ເກົາຫຼີ) ປະຕິບັດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳນັກສຶກສາຢູ່ມະຫາວິທະຍາໄລ ທູເຢົ່າໂມດ.
ຍສໝ -ວັນທີ 3 ສິງຫາ, ຢູ່ທີ່ນະຄອນ ກຸ່ຍເຍີ່ນ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ນິວຊີແລນ ແຂວງບິ່ງດິ້ງ ຄັ້ງທີ IV, ອາຍຸການ 2024 - 2029
ຍສໝ- ກົມຮ່ວມມືສາກົນ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫາກໍ່ມອບໃບອະນຸຍາດສ້າງຕັ້ງສູນວັດທະນະທຳຈີນຢູ່ຮ່າໂນ້ຍ ໃຫ້ທ່ານ ເຈືອງດຶກເຊີນ, ຜູ້ອຳນວຍການສູນຄົນໃໝ່.
ຍສໝ - ຫວ່າງມໍ່ໆມານີ້, ພິທີເຊີດຊູພາສາ ຫວຽດນາມ ໃນປະຊາຄົມ ຊາວຫວຽດນາມ ຢູ່ ສ.ເຊັກໂກ ໄດ້ຮັບການຈັດຂຶ້ນ.
ຍສໝ - 5 ນະຄອນຂອງຫວຽດນາມ ທີ່ນັກທ່ອງທ່ຽວອົດສະຕາລີ ໄດ້ເຂົ້າຄົ້ນຫາໃນສື່ສັງຄົມອອນລາຍຫຼາຍທີ່ສຸດ ແຕ່ເດືອນ 6 ຫາວັນທີ 24 ມິຖຸນາ ລວມມີ: ນະຄອນ ໂຮ່ຈີມິນ, ດານັງ, ຮ່າໂນ້ຍ, ໂຮ້ຍອານ, ຢ່າຈາ່ງ.
ຍສໝ - ນັ້ນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ທີ່ສະມາຄົມວັດທະນະທຳສິລະປະ ຫວຽດນາມ ປະຈຳ ສ.ເຊັກໂກ (ສະມາຄົມ) ໄດ້ວາງອອກຢູ່ກອງປະຊຸມໃຫຍ່ ຄັ້ງທີ 4 ອາຍຸການ 2024 – 2028.
ຍສໝ - ຕັ້ງຄ້າຍລະດູຮ້ອນ ໂດຍຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ສົມທົບກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ແລະ ພະແນກການຕ່າງປະເທດນະຄອນດ່າໜັງ ຈັດຂື້ນ. ນີ້ແມ່ນໂອກາດເພື່ອໃຫ້ນັກທ່ອງທ່ຽວຕັ້ງແຄ້ມແຕ່ລະຄົນໄດ້ສຳຜັດກັບລະດັບຄວາມແຕກຕ່າງກັນກ່ຽວກັບບັນດາສະຖານທີ່ທີ່ຕົນໄປ, ວັດທະນະທຳ, ຮີດຄອງ, ປະເພນີຂອງຊາດຫວຽດນາມ ແລະ ບັນດາການເຄື່ອນໄຫວທີ່ຕົນເຂົ້າຮ່ວມ.
ຍສໝ - ໃນຊຸມມື້ນີ້, ທົ່ວພັກ, ກອງທັບ ແລະ ປະຊາຊົນທົ່ວປວງຊົນລ້ວນແຕ່ສະແດງຄວາມໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ່າງສຸດຊຶ້ງ. ໃນຂະນະທີ່ປະຕິບັດໜ້າທີ່ຢູ່ຫ່າງໄກເປັນສິບພັນກິໂລແມັດຈາກປະເທດຊາດ, ຄະນະປະຕິບັດງານຮັກສາສັນຕິພາບຂອງ ສະຫະປະຊາຊາດຢູ່ ຊູດັງໃຕ້ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ ໄດ້ເອົາທຸງລົງເຄິ່ງເສົາ ແລະ ຕັ້ງແທ່ນບູຊາຕໍ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເພື່ອໃຫ້ເພື່ອນມິດສາກົນໄດ້ມາໄຫວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ.
ຍສໝ - ໄປໃສກໍຕ້ອງຄິດວ່າຕົນເອງເປັນ “ລູກຫຼານ ລາກຮົ່ງ”, ບໍ່ວ່າຈະເຮັດຫຍັງກໍຕ້ອງຄິດວ່າຕົນເອງເປັນຊາວ ຫວຽດນາມ; ຮັກສາສີສັນຂອງຊາດ, ຮັກສາພາສາ ຫວຽດນາມ, ໂຄສະນາພາບພົດຂອງ ຫວຽດນາມ ໄປສູ່ເພື່ອນມິດໃນທົ່ວໂລກ... ນັ້ນແມ່ນຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ທ່ານ Mario José Armengol Campos, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ນິກາຣາກວາ ປະຈຳ ຫວຽດນາມ ໃນວັນທີ 18 ກໍລະກົດ ຢູ່ ຮ່າໂນ້ຍ.
ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.
ຍສໝ - ການຢ້ຽມຢາມລັດເຊຍຂອງ ທ່ານຮອງລັດຖະມົນຕີິ ຫງວຽນວັນຮຸ່ງ ໄດ້ດຳເນີນແລະ ປະສົບຜົນສຳເລັດຢ່າງຈົບງາມໃນຫຼາຍດ້ານ, ເປີດຂີດໝາຍໃໝ່ໃນການຮ່ວມມືດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ລະຫວ່າງ 2 ປະເທດ ຫວຽດນາມ - ລັດເຊຍ. ທ່ານ ນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໃຫ້ຮູ້ວ່າ.
ຍສໝ - ບົດຂຽນທີ່ລົງໃນວັນທີ 1 ມັງກອນ ໃນເວັບໄຊ Equilibrium Global ຂອງ ອາກເຈນຕນາ ໃຫ້ຂໍ້ສັງເກດວ່າ: ຄະນະຝ່າຍການທູດທີ່ເຂັ້ມຂຸ້ນໄປດ້ວຍສີສັນ “ໄມ້ໄຜ່ຫວຽດນາມ” ໄດ້ນຳມາເຊິ່ງບົດບາດໃຫ້ກັບ ຫວຽດນາມ ນັບມື້ນັບໃຫຍ່ຫຼວງບົນເວທີສາກົນ.
ຍສໝ - ຕອນບ່າຍວັນທີ 4 ກໍລະກົດ, ຢູ່ທີ່ຕ້າວຢວນ - ໄຕ້ຫວັນ (ຈີນ), ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ປະຈຳ ໄທເປ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີເປີດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ໄຕ້ຫວັນ ແລະ ເປີດຕົວຕູ້ປຶ້ມເພື່ອຮັບໃຊ້ຊຸມຊົນ.
ຍສໝ - ອາຫານ ແລະ ວັດທະນະທຳ ຫວຽດນາມ ໄດ້ກາຍເປັນທີ່ຄຸ້ນເຄີຍຢູ່ເທດສະບານ Bagnara di Romagna, ແຂວງ Ravenne ຂຶ້ນກັບເຂດ Emilie Romagna, ພາກເໜືອຂອງ ອີຕາລີ. ຄວາມປະທັບໃຈກ່ຽວກັບ ຫວຽດນາມ ຂອງບັນດາຜູ້ເຂົ້າຮ່ວມງານບຸນວັດທະນະທຳຊົນເຜົ່າ Bagnara ຄັ້ງທີ 16 ທີ່ຈັດຕັ້ງແຕ່ວັນທີ 27 – 30 ມິຖຸນາ, ແມ່ນນັບມື້ນັບເລິກເຊິ່ງຍ້ອນມີບັນດາຈຸດເດັ່ນພິເສດ.
ຍສໝ - ນັ້ນແມ່ນການແບ່ງປັນຂອງນັກສຶກສາລາວ ທີ່ຮ່ຳຮຽນຂະແໜງການສະເພາະດ້ານສື່ມວນຊົນຢູ່ ຫວຽດນາມ ຫຼາຍຄົນ ກັບນັກຂ່າວວາລະສານຍຸກສະໄໝເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມີຖຸນາ 1925-21 ມີຖຸນາ 2024).
ຍສໝ - ການພົວພັນຫວຽດນາມ - ສ.ເກົາຫຼີ ໄດ້ລື່ນກາຍການພົວພັນຄູ່ຮ່ວມມືກາຍ ເປັນການພົວພັນແບບພິເສດ ເໝືອນດັ່ງ “ຄອບຄົວດຽວກັນ”, ທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຄືແນວນັ້ນ ເມື່ອແລກປ່ຽນກັບສື່ມວນຊົນເນື່ອງໃນໂອກາດການຢ້ຽມຢາມ ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາແຕ່ວັນທີ 30 ມິຖຸນາຫາວັນທີ 3 ກໍລະກົດ 2024.
ຍສໝ - ລາວ ແລະ ຫວຽດນາມ ຈະເປີດບໍລິການຊຳລະຂ້າມຊາຍແດນດ້ວຍລະຫັດ QR Code ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ຄາດວ່າ ຈະຜັນຂະຫຍາຍໃນໄຕມາດທີ 3 ທີ່ຈະມາເຖິງ.
ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.