ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ

22:06 | 26/02/2025

ຍສໝ - ການ​ທ່ອງ​ທ່ຽວ​ບໍ່ແມ່ນການແຂ່ງຂັນທາງລາຍຮັບ. ມັນ​ເປັນ​ການ​ເດີນ​ທາງ​ຂອງ​ການກ້າ​ແນວພັນປູກ - ແນວພັນປູກຂອງ​ການ​ຍົກ​ຍ້ອງ​ມໍ​ລະ​ດົກ​, ເຊື່ອມ​ຕໍ່​ມະນຸດ ແລະ ຫຼໍ່ລ້ຽງຄວາມຮັກ​ທໍາ​ມະ​ຊາດ​. ພຽງ​ແຕ່​ເມື່ອເຮັດສິ່ງນັ້ນໄດ້, ຫວຽດ​ນາມ​ ຈະ​ປະກາຍແຈ້ງ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ໂລກ​ຢ່າງ​ແທ້​ຈິງ.

ບຸນໄຫວ້ສິບຫ້າຄໍ່າ ​ເດືອນຈຽງ - ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​
ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

​ໃນ​ສະພາບ​ການຫັນເປັນທົ່ວໂລກ, ການທ່ອງທ່ຽວ​ບໍ່​ພຽງ​ແຕ່​ແມ່ນ​ຂະ​ແໜງ​ເສດຖະກິດ​ສຳຄັນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂົວ​ຕໍ່ທາງດ້ານ​ວັດທະນະທຳ, ຊຸກຍູ້​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ. ໃນປີ 2023, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 12,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 3,4 ເທົ່າໃນປີ 2022 (ຕາມກົມໃຫຍ່ການທ່ອງທ່ຽວ) ແລະ ກໍ່ໄດ້ຮັບລາງວັນເປັນ “ຈຸດໝາຍປາຍທາງແຖວໜ້າຂອງອາຊີ” ໂດຍ World Travel Awards ເຊີດຊູ. ຜົນສຳເລັດດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມດຶງດູດຂອງພູມສັນຖານ ແລະ ວັດທະນະທຳເທົ່ານັ້ນ, ຫາກຍັງເປີດປະຕູໃຫ້ຫວຽດນາມ ຢືນຢູ່ໃນຕ່ອງໂສ້ມູນຄ່າການທ່ອງທ່ຽວຫຼູຫຼາທົ່ວໂລກອີກດ້ວຍ.

ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ

ປະຊາຊົນຈໍານວນຫຼາຍໄດ້ເລືອກເອົາການທ່ອງທ່ຽວສີຂຽວ.

ການທ່ອງທ່ຽວແບບສ້າງສັນ: ນິຍາມຄືນໃໝ່ຄຸນຄ່າພື້ນເມືອງໃນຍຸກດິຈິຕອນ

ຫວຽດນາມ ພວມ​ນຳ​ໃຊ້​ເຕັກ​ໂນ​ໂລຢີທີ່​ທັນ​ສະ​ໄໝ​ຢ່າງຕັ້ງໜ້າ ​ເພື່ອຍົກສູງການລົງຕົວຈິງການ​ທ່ອງ​ທ່ຽວ, ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ. ຢູ່​ກຳແພງພະລາຊະວັງທັງລອງ, ການຜັນຂະຫຍາຍຫ້ອງ​ສາຍ​ພາບ Panorama ດ້ວຍ​ຈໍ 360 ອົງສາ ໄດ້​ສ້າງ​ບັນດາ​ເຫດການ​ປະຫວັດສາດ​ຢ່າງ​ມີຊີວິດຊີວາ, ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ “ສຳ​ຜັດ​ປະຫວັດສາດ” ​ແລະ ເຊື່ອມຕົວເຂົ້າກັຍຈັກກະວານຂອງ​ລາຊະວົງສະໄໝ​ບູຮານ.

ກ່ຽວ​ກັບ​ອາຫານ​ການ​ກິນ, ຫວຽດນາມ ພວມ​ພັດທະນາ​ບັນດາ​ tour ທີ່ລົງຕົວຈິງ​ກັບ​ວັດທະນະທຳ​ອາຫານ​ການ​ກິນສົມທົບ​ກັບການພັກຕາກອາກາດຊັ້ນນຳ. ຢ່າງໃດກໍຕາມ, ພວກເຮົາຍັງບໍ່ທັນໄດ້ພັດທະນາ​ບັນດາ​ tour ອາຫານແບບສ້າງສັນໃນເວລາທີ່ທ່າແຮງໄດ້ຖືກປະເມີນວ່າມີຄວາມອຸດົມສົມບູນທີ່ສຸດ. ຕົວຢ່າງເຊັ່ນ, ບົດຮຽນການເຮັດເຂົ້າຈີ່ພື້ນເມືອງກັບພໍ່ຄົວແມ່ຄົວມາແຕ່ດົນນານຢູ່ຮ່າໂນ້ຍ, ຫຼືຄາບອາຫານການກິນທີ່ຕອບສະໜອງ hologram ທີ່ເຕັມໄປດ້ວຍຄວາມປະທັບໃຈຢູ່ນະຄອນໂຮ່ຈີມິນ, ຄັນຊັ້ນ ນັ້ນກໍ່ແມ່ນຮູບພາບທີ່ບໍ່ມີຄວາມເປັນຳປໄດ້ແມ່ນບໍ?

ນະ​ໂຍ​ບາຍ​ການ​ທ່ອງ​ທ່ຽວ “ອັດສະລິຍະ”: ດຸ່ນ​ດ່ຽງ​ການ​ເຕີບ​ໂຕ ​ແລະ ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ນັບແຕ່ປີ 2023, ການເປີດກ້ວາງນະໂຍບາຍວີຊາເອ​ເລັກ​ໂຕນິກ 90 ມື້ ແລະ ເພີ່ມເວລາ​ພັກ​ເຊົາ​ຊົ່ວຄາວ​ຂຶ້ນ​ເປັນ 45 ວັນ​ຂອງ 13 ປະ​ເທດ​ ໄດ້​ຊ່ວຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເອີຣົບ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ບົດ​ລາຍ​ງານ​ດັດ​ສະ​ນີ​ພັດທະນາ​ການທ່ອງທ່ຽວ ແລະ ໄປທ່ຽວໄກ (TTDI) ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) 2023, ຫວຽດນາມ ຢືນ​ອັນ​ດັບ​ທີ 59 ​ໃນ​ຈຳນວນ 119 ປະ​ເທດ​ໃນ​ການ​ແຂ່ງຂັນ​ດ້ານ​ການທ່ອງທ່ຽວ. ​ເຖິງ​ວ່າ​ໄດ້​ຮັບ​ຄະ​ແນນ​ຫຼາຍ​ໃນ​ບາງ​ໝວດ​ໝູ່​ກໍ່ຕາມ, ​ແຕ່ ຫວຽດນາມ ຍັງ​ຄົງປະສົບກັບ​ຄວາມຫຍຸ້ງຍາກໃນການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ.

​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ຄ້າຍຄື​ກັນ, ອຽກລັງ ​ໄດ້ນຳໃຊ້​ລະບົບ​ການ​ຈອງ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ອ່ອນ​ໄຫວ​ຄື ​ຫ້ວຍນ້ຳ​​ຮ້ອນ Blue Lagoon, ​ເພື່ອ​ຄວບ​ຄຸມ​ຈຳນວນ​ຜູ້​ມາ​ຢ້ຽມຢາມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຫວຽດນາມ ສາມາດ​ນຳ​ເອົາ​ຮູບ​ແບບ​ນີ້​ເພື່ອ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ​ຢູ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຄື Sa Pa. ກວ້າງກວ່ານັ້ນ, ສາມາດເຫັນໄດ້ວ່າ ຫວຽດນາມ ຕ້ອງສ້າງແລວທາງດ້ານກົດໝາຍເພື່ອຈຳກັດນັກທ່ອງທ່ຽວຢູ່ບັນດາສະຖານທີ່ມໍລະດົກ, ພ້ອມກັນນັ້ນກໍ່ພັດທະນາບັນດາຜະລິດຕະພັນປ່ຽນແທນເພື່ອສ້າງຄວາມຫຼາກຫຼາຍໃຫ້ແກ່ນັກທ່ອງທ່ຽວໃນຍາມລະດູບານໃໝ່ ຫຼື ບັນດາຈຸດໝາຍປາຍທາງທີ່ສຳຄັນ.

ຍຸດທະສາດໂຄສະນາ 4.0: ການປຸກລຸກຄວາມສາມາດບົ່ມຊ້ອນຂອງຕະຫຼາດສະເພາະຂະແໜງ ແລະ ກຳນົດຈຸດຢືນເຄື່ອງໝາຍການຄ້າຂອງປາຍທາງ

ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ໃຫ້​ຫຼາຍ​ກວ່າ​ເກົ່າ, ຫວຽດນາມ ສາມາດ​ປະຕິບັດ​ບັນດາ​ຍຸດ​ທະ​ສາດ​ໂຄສະນາ​ລະອຽດ​ເພື່ອ​ມຸ່ງ​ໄປ​ເຖິງ​ບັນດາ​ຕະຫຼາດ​ໃໝ່​ທີ່​ພວມ​ເຕີບ​ໂຕ​ຢ່າງ​ແຮງ​ໃນ​ການທ່ອງທ່ຽວ​ພາຍ​ນອກ. ຕົວຢ່າງ, ປະເທດ ເອີຣົບເໜືອ ດ້ວຍປະຊາກອນທີ່ມີຄສາມາດໃນການໃຊ້ຈ່າຍສູງ ແລະ ຄວາມຕ້ອງການຄົ້ນຫາຈຸດຫມາຍປາຍທາງໃຫມ່, ຫຼື ເຂດຕາເວັນອອກກາງ, ບ່ອນທີ່ນັກທ່ອງທ່ຽວກໍາລັງຊອກຫາປະສົບການວັດທະນະທໍາທີ່ອຸດົມສົມບູນ ແລະ ສະຖານທີ່ທໍາມະຊາດທີ່ແຕກຕ່າງ, ນັ້ນລ້ວນແຕ່ແມ່ນເປົ້າຫມາຍທີ່ມີທ່າແຮງທັງຫມົດ.

ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມ ຕ້ອງຍູ້ແຮງການໂຄສະນາ​ເອກະລັກສີສັນ​ວັດທະນະທຳ​ຂອງ​ຕົນ. ບັນດາງານບຸນປະເພນີ, ອາຫານພິເສດ ແລະ ຮູບແບບສິລະປະພື້ນເມືອງຈະເປັນອົງປະກອບທີ່ໂດດເດັ່ນ, ສ້າງຄວາມແຕກຕ່າງຈາກຈຸດໝາຍປາຍທາງອື່ນໆ. ການ​ຮ່ວມ​ມື​ກັບ​ບັນດາ​ຜູ້ປະດິດ​ສ້າງ​ເນື້ອ​ໃນ, ຊ່ອງ​ສື່​ມວນ​ຊົນ​ສາກົນ ​ແລະ ຜູ້​ມີ​ອິດ​ທິພົນ​ໃນ​ຂະ​ແໜງ​ທ່ອງ​ທ່ຽວ ຈະ​ຊ່ວຍ​ນຳ​ຮູບ​ພາບ​ຂອງ ຫວຽດນາມ ​ເຂົ້າ​ໃກ້​ກັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ.

ຫວຽດນາມ ສາມາດ​ເປີດ​ກວ້າງທ້ອງຕະຫຼາດ​ທ່ອງ​ທ່ຽວ​ສາກົນ​ແບບ​ຍືນ​ຍົງ, ທັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃໝ່ ​ແລະ ຮັກສາ​ບັນດາ​ຄຸນຄ່າ​ທີ່​ມີ​ຢູ່​ແລ້ວ. ໃນ​ຂະ​ບວນ​ການ​ພັດ​ທະ​ນາ, ພວກ​ເຮົາ​ຍາມ​ໃດ​ກໍ​ຕ້ອງ​ຕັກ​ເຕືອນ​ກັນ ​ແລະ​ ກັນ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ​ເພາະວ່າ ​ເສັ້ນແດນ​ອັນ​ບອບບາງ​ລະຫວ່າງ​ການ​ອະນຸລັກ​ ແລະ ​ການ​ພັດທະນາ​ບໍ່ສາມາດເຫັນ​ໄດ້​ງ່າຍໆ, ນີ້​ແມ່ນ​ເລື່ອງ “ທີ່ເວົ້າໄດ້ງ່າຍ, ແຕ່ການເຮັດບໍ່ແມ່ນ​ຍາກ, ​ຫາກແມ່ນຍາກ​ທີ່​ສຸດ”.

ເພື່ອ​ນຳ​ການທ່ອງທ່ຽວ​ຫວຽດນາມ ​ຂຶ້ນ​ສູ່​ຈຸດສູງ

ເພື່ອ​ຫັນ ຫວຽດນາມ ​ໃຫ້​ກາຍ​ເປັນ “ຈຸດໝາຍ​ທີ່​ບໍ່ອາດພາດ” ຄືການ​ແນະນຳ​ຂອງ Lonely Planet, ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຈາກ​ນະ​ໂຍບາຍ​ລະດັບ​ມະຫາ​ພາກ​ໄປເຖິງການ​ຍົກສູງຄຸນ​ນະພາ​ບການ​ບໍລິການ​ໃນ​ລະດັບ​ຈຸນລະ​ພາກ. ຍຸດ​ທະ​ສາດ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ ຮອດ​ປີ 2030 ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ນາຍົກລັດຖະມົນຕີ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ຫວຽດນາມ ກາຍ​ເປັນ​ຈຸດໝາຍ​ທີ່​ດຶງ​ດູດ​ໃຈ, ນອນ​ໃນ​ຈຳນວນ 3 ປະ​ເທດ​ພັດທະນາ​ການທ່ອງທ່ຽວ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃນ​ຈຳນວນ 50 ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງດ້ານ​ການທ່ອງທ່ຽວ​ຂອງ​ໂລກ.

​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ຕ້ອງ​ປະ​ຕິ​ບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄື ການສຳເລັດກົດບັນຢັດ, ນະ​ໂຍບາຍ​ພັດທະນາ​ການທ່ອງທ່ຽວ; ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ​ເຕັກນິກ​ດ້ານ​ການທ່ອງທ່ຽວ; ແຫຼ່ງພັດທະນາຊັບພະຍາກອນມະນຸດດ້ານການທ່ອງທ່ຽວທີ່ມີຄຸນນະພາບສູງ; ຄວາມຫຼາກຫຼາຍ ແລະ ຍົກສູງຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວ; ຊຸກຍູ້, ໂຄສະນາ ​ແລະ ສ້າງ​ເຄື່ອງໝາຍ​ການ​ທ່ອງ​ທ່ຽວ ຫວຽດນາມ; ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນການຄຸ້ມຄອງ ແລະ ພັດທະນາການທ່ອງທ່ຽວ. ແຕ່ລະບາດກ້າວໄປຕ້ອງຖືຄວາມຍືນຍົງເປັນຈຸດໃຈກາງ, ປ່ຽນຊຸມຊົນເປັນເຈົ້າກຳ ແລະ ໝຸນໃຊ້ເຕັກໂນໂລຢີເພື່ອບອກເລົ່າເລື່ອງວັດທະນະທໍາທີ່ຫຼາກຫຼາຍສີສັນ.

ຫຼາຍການເຄື່ອນໄຫວທີ່ແທດຈິງ, ມີປະ​ສິດ​ທິ​ຜົນ​ໃນສັບປະດາວັດ​ທະ​ນະ​ທໍາ​ຂອງບັນດາປະ​ເທດ​ທີ່​ເວົ້າພາສາ ແອັດສະປາຍ​.

ຫຼາຍການເຄື່ອນໄຫວທີ່ແທດຈິງ, ມີປະ​ສິດ​ທິ​ຜົນ​ໃນສັບປະດາວັດ​ທະ​ນະ​ທໍາ​ຂອງບັນດາປະ​ເທດ​ທີ່​ເວົ້າພາສາ ແອັດສະປາຍ​.

ຍສໝ - ການ​ແຂ່ງຂັນພາກສຽງທີ່ຄັດຈາກຕອນຮູບເງົາ, ການ​ແຂ່ງຂັນ​ເວົ້າພາສາ ແອັດສະປາຍ ເກັ່ງ, ຊິມ​ອາ​ຫານ​ຂອງ​ບັນ​ດາ​ປະ​ເທດທີ່​ເວົ້າ​ພາສາ ແອັດສະປາຍ, ງານມະໂຫລານ​ສິ​ລະ​ປະ Luminiscente... ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​​ຟົດຟື້ນ ເຊິ່ງໄດ້​ດຳ​ເນີນ​ໃນ​ສັບ​ປະ​ດາ​ວັດ​ທະ​ນະ​ທຳບັນດາ​ປະ​ເທດ​ເວົ້າ​ພາສາ ແອັດສະປາຍ ປີ 2024. ລາຍການ ກໍໄດ້ຈັດພິທີເປີດໃນວັນທີ 24 ເມສາ ຢູ່ມະຫາວິທະຍາໄລ ຮ່າໂນ້ຍ.

ວັນ​ບຸນ ​ຂວັນບ່າ​ຈົ່ວພູ​ຊາມ ໂດຍ UNESCO ໄດ້​ຈັດ​ຊື່​ເຂົ້າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຕາງ​ໜ້າ​ຂອງມວນ​ມະ​ນຸດ

ວັນ​ບຸນ ​ຂວັນບ່າ​ຈົ່ວພູ​ຊາມ ໂດຍ UNESCO ໄດ້​ຈັດ​ຊື່​ເຂົ້າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຕາງ​ໜ້າ​ຂອງມວນ​ມະ​ນຸດ

ຍສໝ - ຕາມຂໍ້ມູນຈາກຄະນະຜູ້ຕາງໜ້າຫວຽດນາມ ປະຈຳອົງການສຶກສາ, ວິທະຍາສາ ແລະວັດທະນະທຳ ສປຊ (UNESCO) ແລ້ວ, ວັນທີ 4 ທັນວາ, ຢູ່ນະຄອນຫຼວງ Asuncion, ປາຣາກວຍ, ໃນຂອບເຂດກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບການປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ, UNESCO ໄດ້ຈັດຊື່ ວັນບຸນ ຂວັນບ່າຈົ່ວພູຊາມ ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ