VSAK: ເຊື່ອມ​ຕໍ່​ຊຸມ​ຊົນ, ຍົກ​ສູງ​ຮູບພາບຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ສ.ເກົາ​ຫຼີ

23:05 | 10/04/2025

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ສຳນັກງານ​ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ, ສະມາຄົມ​ນັກ​ສຶກສາ ຫວຽດນາມ ປະຈຳ ສ.​ເກົາຫຼີ (VSAK) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ນັກ​ສຶກສາ ຫວຽດນາມ ຢູ່ ສ.​ເກົາຫຼີ ຊຸດທີ 10 ອາຍຸການ 2025-2028; ກຳນົດເປົ້າໝາຍ​ສືບ​ຕໍ່​ສ້າງ​ພື້ນຖານ​ກໍ່ສ້າງ​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ ຢູ່ ສ.​ເກົາຫຼີ ສາມັກຄີ, ​ເຂັ້ມ​ແຂງ, ຍົກສູງ​ຮູບ​ພາບ ​ແລະ ທີ່​ຕັ້ງ​ຂອງ​ນັກ​ສຶກສາ ຫວຽດນາມ.

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ
ງານ​ແຂ່ງ​ຂັນ​ບານ​ເຕະ​ທີ່ຟົດຟື້ນ​ຂອງ​ ​ຊາວ​ຫວຽດ​ນາມອາ​ໄສ ຢູ່ ສ.ເກົາ​ຫຼີ

ໂດຍ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ ຫວູໂຮ່, ຜູ້ຕາງໜ້າ​ບັນດາຄະນະ, ຂະແໜງການ, ພະນັກງານ​ສະຖານທູດ ​ແລະ ຜູ້​ແທນ 90 ກວ່າ​ຄົນ​ທີ່​ຕາງໜ້າ​ໃຫ້ສາຂາ​ສະມາຄົມຫວຽດນາມ ​ໃນ​ທົ່ວ ສ.​ເກົາຫຼີ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ​ຍັງ​ມີ​ຜູ້ຕາງໜ້ສູນ​ກາງ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ຫງວຽນບ໋າກ໋າດ, ກໍາມະການຄະນະບໍລິຫານງານສູນກາງພັກ, ຮອງຫົວໜ້າຄະນະຊາວໜຸ່ມໂຮງຮຽນສູນກາງຄະນະ; ທ່ານ ຮອງປະທານ​ສູນ​ກາງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ​ເຈີ່ນ​ຮ່ວາຍ​ມິງ, ກຳມະການ​ຄະນະ​ບໍລິຫານ​ງານ, ຮອງ​ຫົວໜ້າ​ຄະນະ​ແນວ​ໂຮມຊາວໜຸ່ມສູນກາງສະມາຄົມສະຫະພັນຊາວໜຸ່ມ.

VSAK: ເຊື່ອມ​ຕໍ່​ຊຸມ​ຊົນ, ຍົກ​ສູງ​ຮູບພາບຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ສ.ເກົາ​ຫຼີ

ກອງ​ປະ​ຊຸມໃຫຍ່ຜູ້ຕາງໜ້ານັກ​ສຶກ​ສາ​ຫວຽດ​ນາມ ຢູ່ ສ.​ເກົາ​ຫຼີ ຊຸດ​ທີ 10, ອາຍຸການ 2025-2028. (ພາບ: VSAK)

ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມໃຫຍ່, ທ່ານ​ປະທານ VSAK ຊຸດທີ 10 ຫງວຽນເຈີນຮືງ ຢືນຢັນ​ວ່າ ບັນດາ​ຜົນງານ​ເຊິ່ງສະມາຄົມ​ບັນລຸ​ໄດ້​ໃນ 2 ປີຜ່ານມາ ​ໄດ້ສ່ອງແສນ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຮ່ວມ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທຸກ​ສາຂາ, ໝູ່ຄະນະ, ນັກ​ສຶກສາ ​ແລະ ຊາວ​ໜຸ່ມ ຫວຽດນາມ ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ສ.​ເກົາຫຼີ.

“ໃນອາຍຸການທີ່ຈະມາເຖິງ, VSAK ຈະສືບຕໍ່ປະດິດສ້າງ, ຍົກສູງຄຸນນະພາບ, ຍົກສູງບົດບາດ, ກຽດສັກສີຂອງນັກສຶກສາ ຫວຽດນາມ ເພື່ອທັງຕອບສະໜອງຄວາມຕ້ອງການ ແລະ ຄວາມມຸ່ງມາດປາດຖະໜາຂອງນັກສຶກສາ ທັງສຳເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ, ເໝາະສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ສູນກາງສະມາຄົມນັກສຶກສາ ຫວຽດນາມ”.

VSAK: ເຊື່ອມ​ຕໍ່​ຊຸມ​ຊົນ, ຍົກ​ສູງ​ຮູບພາບຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ສ.ເກົາ​ຫຼີ

ທ່ານ ປະທານ VSAK ຊຸດທີ 10 ຫງວຽນເຈີ່ນຮືງ. (ພາບ: VSAK)

ຕາງໜ້າ​ໃຫ້ສູນກາງສະມາຄົມ​ນັກ​ສຶກສາ​ຫວຽດນາມ, ທ່ານ ຫງວຽນ​ບ໋າກ໋າດ ໄດ້​ຍ້ອງຍໍ​ຄວາມຕັ້ງໜ້າຂອງ VSAK ໃນອາຍຸການ 2023-2025, ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຂອງ​ສະມາຄົມ​ໃນ​ການຜັນຂະຫຍາຍດ​ບັນດາ​ການ​ເຄື່ອນ​ໄຫວ​ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ນັກ​ສຶກສາ​ໄປ​ຮ່ຳຮຽນ, ສ້າງສັນ, ຄົ້ນຄວ້າ​ວິທະຍາສາດ​ຢູ່​ຕ່າງປະ​ເທດ.

ທ່ານ ຫງວຽນ​ບ໋າກ໋າດ ຫວັງ​ວ່າ ໃນອາຍຸການ​ໃໝ່, VSAK ຂຸດທີ 10 ຈະ​ສືບ​ຕໍ່​ກໍ່ສ້າງ​ເຄືອ​ຂ່າຍ​ນັກ​ປັນຍາ​ຊົນ​ໜຸ່ມ ຫວຽດນາມ ຢູ່ ສ.​ເກົາຫຼີ. ພ້ອມ​ກັນ​ນັ້ນ, ຊຸກຍູ້​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄວາມ​ຮູ້, ​ເຊື່ອມ​ໂຍງ​ຜູ້​ຊ່ຽວຊານ, ໜູນ​ຊ່ວຍ​ນັກ​ສຶກສາ​ຄົ້ນຄວ້າ ​ແລະ ​ເລີ່​ມຕົ້ນ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລຢີ. VSAK ຕ້ອງ​ມີ​ບົດບາດ​ນຳພາ​ນັກ​ສຶກສາ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ສະຕິ​ປັນຍາ, ​ໂຄງການ​ຄົ້ນ​ຄ້ວາ, ​ແນວ​ຄິດ​ເລີ່​ມຕົ້ນ​ເພື່ອ​ປະກອບສ່ວນ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ.

ທີ່​ກອງ​ປະຊຸມໃຫຍ່, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູໂຮ່ ​ໄດ້ຍ້ອງຍໍ​ບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ຂອງ VSAK ​ໃນ​ອາຍຸການທີ່ຜ່ານ​ມາ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ສົມທົບ​ກັບ​ປະຊາ​ຄົມ ​ແລະ ຍົກສູງຮູບພາບ​ຂອງ​ນັກ​ສຶກສາ ຫວຽດນາມ ຢູ່​ຕ່າງປະ​ເທດ. ​ໃນ​ສະພາບ​ການ​ຂອງ​ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່ ​ແລະ ສະພາບ​ການ​ຢູ່​ພາຍ​ໃນ ​ແລະ ສາກົນ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ພົນລະ​ເມືອງ​ຫວຽດນາມ ທຸກ​ຄົນ - ​ໃນ​ນັ້ນ​ມີ​ຊາວ​ໜຸ່ມ, ນັກ​ສຶກສາ ຕ້ອງເສີມຂະຫຍາຍຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ສະຕິ​ປັນຍາ​ຂອງ​ຊາວ​ຫວຽດນາມ ​ໂດຍ​ໄວ, ຍາດ​ແຍ່ງ​ກາລະ​ໂອກາດ, ຜ່ານ​ຜ່າ​ທຸກ​ອຸປະສັກ ​ແລະ ສິ່ງ​ທ້າ​ທາຍ​ເພື່ອ​ຊຸກຍູ້​ການ​ພັດທະນາ​ປະ​ເທດ​ຊາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສົ່ງ​ສານ​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ສຶກສາ​ຈົ່ງ​ມີ​ຄວາມ​ຮັກ​ແພງ​ຕໍ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະຊາຊົນ ຫວຽດນາມ. ​ໃນ​ສະພາບ​ການ​ຮ່ຳຮຽນ​ຢູ່​ຕ່າງປະ​ເທດ, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ລຳບາກ​ກໍ່ຕາມ,​ ແຕ່​ຕ້ອງ​ມານະ​ພະຍາຍາມ​ຮ່ຳຮຽນ​ໃຫ້​ດີ, ສົມທົບ​ກັນ​ສຶກສາ​ກັບ​ພາກ​ປະຕິບັດ, ມີ​ຈິດ​ໃຈ​ພົນລະ​ເມືອງ​ທີ່​ດີ, ປະຕິບັດ​ກົດໝາຍປະຈຳຖິ່ນ ກໍ່ຄືກົດໝາຍ​ພາຍ​ໃນ​ປະ​ເທດ ເພື່ອປະກອບສ່ວນ​ພັດທະນາ​ຢ່າງເຂັ້ມແຂງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ.

ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ຊຸດ​ທີ 10 (ອາຍຸ​ການ 2025-2028) ລວມມີ ກຳມະການ 25 ທ່ານ ​ແລະ ຜູ້ຮ່ວມງານ 27 ທ່ານ ຕາງໜ້າ​ໃຫ້​ນັກ​ສຶກສາ ຫວຽດນາມ ຢູ່ ສ.​ເກົາຫຼີ ກ່ວາ 100.000 ຄົນ. ຄະນະ​ບໍລິຫານ​ງານ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ, ​ເລືອກ​ຕັ້ງ​ປະທານ, ຮອງ​ປະທານ 02 ທ່ານ ​ແລະ ບັນດາຕຳ​ແໜ່​ງຕົ້ນຕໍ່​ຂອງ​ສະມາຄົມ.

​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ຜູ້ຕາງໜ້າບັນດາສາຂາສະມາຄົມ​ນັກ​ສຶກສາ ຫວຽດນາມ ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ຂອງ VSAK ຊຸດທີ 9.

VKBIA ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການກໍ່ສ້າງຂົງເຂດ​ກົດ​ໝາຍ​ແລະ​ເສດ​ຖະ​ກິດ, ການ​ຄ້າ​ສາ​ກົນ​ກັບ ສ.ເກົາ​ຫຼີ

VKBIA ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການກໍ່ສ້າງຂົງເຂດ​ກົດ​ໝາຍ​ແລະ​ເສດ​ຖະ​ກິດ, ການ​ຄ້າ​ສາ​ກົນ​ກັບ ສ.ເກົາ​ຫຼີ

ຍສໝ - ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ ​ແລະ ຫວັງ​ວ່າ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຄັ້ງນີ້ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງແທດຈິງ ​ໃຫ້​ແກ່​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງ​ຫວຽດນາມ ​ແລະ ສ.​ເກົາຫຼີ.

ສ.ເກົາ​ຫຼີ ຈະ​ຜະ​ລິດວີ​ດີ​ໂອໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ສ.ເກົາ​ຫຼີ ຈະ​ຜະ​ລິດວີ​ດີ​ໂອໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຍ​ສ​ໝ - ສູນ ​ສ.ເກົາຫຼີ - ອາຊຽນ ໃນ​ວັນ​ທີ 1 ກັນ​ຍາ ໃຫ້​ຮູ້​ວ່າ ຈະ​ຜະ​ລິດ ແລະ ລົງບັນ​ດາ​ວີ​ດີ​ໂອໂຄ​ສະ​ນາ​ກ່ຽວ​ການ​ທ່ອງ​ທ່ຽວ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ອາ​ຊຽນ ໃນ​ສະ​ພາບ​ການ​ປະ​ຊາ​ຊົນ​ຍັງ​ບໍ່​ທັນ​ສາ​ມາດ​ໄປ​ທ່ອງ​ທ່ຽວ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ