![]() | ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຄວາມຫວັງໃນລະດູບານໃໝ່ໃໝ່ຂອງປະເທດຊາດ |
![]() | ທຶນການສຶກສາ GNI ຕິດປີກຄວາມໃຝ່ຝັນໃຫ້ແກ່ນັກຮຽນທຸກຍາກ 48 ຄົນຢູ່ ຝູເຖາະ |
ຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມາຖະຫວາຍທູບທຽນຢູ່ວັດບັນພະບູລຸດແຫ່ງຊາດ ຫຼາກລອງກວນ, ຖະຫວາຍທູບທຽນຫວນຄືນບັນດາເຈົ້າຊີວິດຮຸ່ງ ຢູ່ວັດລຸ່ມ ແລະ ວັດກາງ. ຄະນະໄດ້ຈັດພິທີລາຍງານຜົນງານ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດຢູ່ວັດເທິງ.
![]() |
ຄະນະຜູ້ແທນຊາວຫວຽດນາມຢູ່ຕ່າງປະເທດ ຖະຫວາຍທູບທຽນຢູ່ວັດ ຮຸ່ງ. |
ເປັນຄັ້ງທຳອິດໄດ້ຖະຫວາຍທູບທຽນຢູ່ວັດ ຮຸ່ງ - ສະຖານທີ່ສັກສິດທີ່ຕິດພັນກັບກົກເຄົ້າເຫງົ້າຕໍຂອງຊາດ, ທ່ານ ເຈີ່ນກວາງຫຽນ (ຜູ້ຕາງໜ້າຊາວໄທ ຢູ່ຕ່າງປະເທດ) ໄດ້ແບ່ງປັນວ່າ ທ່ານຮູ້ສຶກເຖິງການເຊື່ອມຕໍ່ຢ່າງເລິກເຊິ່ງກັບບ້ານເກີດເມືອງນອນ, ປະເທດຊາດ. ທ່ານຮູ້ບຸນຄຸນ ແລະ ພູມໃຈກ່ຽວກັບປະຫວັດສາດອັນສະຫງ່າຂອງບັນພະບູລຸດ, ພິເສດແມ່ນບັນດາການປະກອບສ່ວນຂອງບັນດາເຈົ້າຊີວິດຮຸ່ງ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ກໍ່ຄືການເສຍສະຫຼະຂອງບັນດາລຸ້ນກ່ອນ.
ໃນວັນດຽວກັນ, ຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ເຮັດວຽກກັບຜູ້ຕາງໜ້າຄະນະກຳມະການປະຊາຊົນແຂວງ ຝູເຖາະ. ກ່າວຄຳປາໄສທີ່ການພົບປະ, ທ່ານ ຢືວັນກວາງ, ຫົວໜ້າກົມການຕ່າງປະເທດ, ປະທານສະຫະພັນບັນດາອົງການມິດຕະພາບແຂວງ ຝູເຖາະ ໃຫ້ຮູ້ວ່າ ແຂວງ ຝູເຖາະແມ່ນແຂວງໜຶ່ງໃນບັນດາແຂວງທີ່ມີຂອບຂະໜາດເສດຖະກິດກວ່າ 100 ຕື້ດົ່ງ. ໃນ 3 ປີຜ່ານມາ, ແຂວງ ຝູເຖາະ ຍາມໃດກໍ່ຢືນໃນ top 10 ແຂວງ, ນະຄອນທີ່ມີວົງເງິນສົ່ງອອກສູງສຸດໃນທົ່ວປະເທດ.
ທ່ານ ຢືວັນກວາງ ຢືນຢັນວ່າ ແຂວງ ຝູເຖາະ ຍາມໃດກໍ່ເຄົາລົບ, ຊົມເຊີຍ ແລະ ປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຈາກປະຊາຊົນຂອງພວກເຮົາ ເພື່ອຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນດິນແດນປະເທດຊາດຂອງເຈົ້າຊີວິດຮຸ່ງ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ ເພື່ອໃຫ້ນັບມື້ນັບພັດທະນາແບບຍືນຍົງກ່ວາອີກ.
![]() |
ຄະນະຊາວຫວຽດນາມ ຢູ່ຕ່າງປະເທດໄດ້ເຮັດວຽກກັບຜູ້ຕາງໜ້າຄະນະກຳມະການປະຊາຊົນແຂວງ ຝູເຖາະ. |
ຂອບໃຈການນຳຄະນະກຳມະການປະຊາຊົນແຂວງ ທີ່ໄດ້ຍາດເວລາໃຫ້ການຕ້ອນຮັບຄະນະ, ທ່ານ ຫງວຽນຈຸ່ງກຽນ ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຝູເຖາະ ຈັດຕັ້ງໃຫ້ຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມລາຍການ ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ. ລາຍການໄດ້ກາຍເປັນບ່ອນພົບປະ, ຕອບສະໜອງຄວາມມຸ່ງຫວັງຂອງພໍ່ແມ່ປະຊາຊົນຫວຽດນາມ ຢູ່ຕ່າງປະເທດ.
ທ່ານ ກຽນ ຫວັງວ່າ ການນຳແຂວງ ຝູເຖາະ ຈະສືບຕໍ່ເອົາໃຈໃສ່ ແລະ ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນການນຳເອົາມະຕິ 36-NQ/TW, ຄຳສັ່ງ 45-CT/TW, ບົດສະຫຼຸບ 12-KL/TW ຂອງກະຊວງການເມືອງກ່ຽວກັບວຽກງານຂອງຊາວຫວຽດນາມ ຢູ່ຕ່າງປະເທດ; ດຶງດູດແຫຼ່ງກຳລັງຂອງຊາວຫວຽດນາມ ຢູ່ຕ່າງປະເທດເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງແຂວງ.
ນອກຈາກນັ້ນ, ການນຳແຂວງ ຝູເຖາະ ຈະສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ຢູ່ຕ່າງປະເທດເຮັດວຽກ, ດຳເນີນທຸລະກິດ, ກິດຈະກຳການກຸສົນ… ໜູນຊ່ວຍບັນດາສະມາຄົມຕິດຕໍ່ພົວພັນ, ສະມາຄົມພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ທ້ອງຖິ່ນເພື່ອໃຫ້ເສີມຂະຫຍາຍບົດບາດຂອງຕົນ.
ໃນວັນດຽວກັນ, ຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຮັດວຽກກັບການນຳຄະນະກຳມະການປະຊາຊົນແຂວງ ຕວຽນກວາງ. ທີ່ການພົບປະ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຕວຽນກວາງ, ທ່ານ ຮວ່າງຫວຽດເຟືອງ ໃຫ້ຮູ້ວ່າ ທ່ານປາດຖະໜາຢາກຊາວຫວຽດນາມ ຢູ່ຕ່າງປະເທດຈະເປັນຂົວເຊື່ອມຕໍ່ເພື່ອເຜີຍແຜ່, ແນະນຳ, ໂຄສະນາພາບພົດ, ສີສັນວັດທະນະທຳ, ຄຸນຄ່າມໍລະດົກ, ບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ ຕວຽນກວາງ ໃຫ້ໄດ້ໃກ້ຊິດກັບປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດເວົ້າສະເພາະ ແລະ ບັນດາເພື່ອນມິດສາກົນ ກວ່າອີກ.
![]() |
ຄະນະເຮັດວຽກກັບແຂວງ ຕວຽນກວາງ. |
ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ຕວຽນກວາງ ກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານ ຮວ່າງຫວຽດເຟືອງ ປາດຖະໜາວ່າ ບັນດານັກຊ່ຽວຊານ, ປັນຍາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ຈະເຂົ້າຮ່ວມການປຶກສາຫາລື, ຖ່າຍທອດເຕັກໂນໂລຊີ, ແລະ ການຮ່ວມມືລົງທຶນຢູ່ແຂວງໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງຄື: ກະສິກຳ, ການທ່ອງທ່ຽວ, ການຄ້າ ແລະ ອື່ນໆ.
![]() |
ຄະນະຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບຂອງຂວັນການກຸສົນ ແລະ ປະກອບສ່ວນເຂົ້າໃນລາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຂອງແຂວງ ຕວຽນກວາງ. |
ການນຳຄະນະກຳມະການປະຊາຊົນແຂວງ ຕວຽນກວາງ ໄດ້ສະເໜີ, ກະຊວງການຕ່າງປະເທດ ຈະສືບຕໍ່ໜູນຊ່ວຍບັນດາທ້ອງຖິ່ນໃນການອັບເດດຂໍ້ມູນຂ່າວສານ, ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສ້າງເງື່ອນໄຂໃຫ້ທ້ອງຖິ່ນມີໂອກາດພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ.
ເນື່ອງໃນໂອກາດນີ້, ຄະນະຊາວຫວຽດນາມ ຢູ່ຕ່າງປະເທດໄດ້ມອບຂອງຂວັນການກຸສົນ ແລະ ປະກອບສ່ວນເຂົ້າໃນລາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຂອງແຂວງ.
![]() | ບັນດາວິສາຫະກິດ ໂອຕຣິດ ຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ ໜັງສືພິມ Kronen Zeitung ຂອງ ໂອຕຣິດ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງກະໂດດຂັ້ນ ໃນຂະນະທີ່ພື້ນຖານເສດຖະກິດບືນຕົວຢ່າງແຮງ, ບັນດາວິສາຫະກິດ. |
![]() | ຊາວຫວຽດນາມ ຢູ່ Johor ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະໂລກລະບາດ ຍສໝ - ຄະນະປະສານງານຊຸມຊົນຫວຽດນາມ ຢູ່ Johor (ມາເລເຊຍ) ຫາກໍ່ຈັດຕັ້ງພິທີສະຫຼຸບວຽກງານໃນປີ 2021 ແລະ ທິດທາງປີ 2022. |
ແທັງຮັ່ງ