ວັດ​ທະ​ນະ​ທໍາ​ຊາ​ຫວຽດ​ນາມ ປະກາຍແຈ້ງ​ຢູ່​ໃນປະເທດ​ກາ​ນາ​ດາ​

00:00 | 21/03/2025

ຍສໝ - ຊາວ​ຫວຽດນາມ ​ມັກ​ດື່ມ​ຊາ​ດ້ວຍ​ວິທີ​ທີ່​ເປັນ​ເອກະລັກ​ສະ​ເພາະ. ວິ​ທີ​ການ​ດື່ມ​ຊາ​ຂອງ​ຫວຽດ​ນາມ ​ແມ່ນແບບບໍ່ຕົບແຕ່ງ ແລະ ​ລຽບ​ງ່າຍ, ແຕ່​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມລະອຽດອ່ອນ​ໃນ​ແຕ່​ລະ​ການ​ດື່ມ​ຊາ.

ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ
ບຸນໄຫວ້ສິບຫ້າຄໍ່າ ​ເດືອນຈຽງ - ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​

ເພື່ອຮັກສາຄວາມງາມນັ້ນ, ນັກສິລະ​ປະ​ກອນຊາພື້ນເມືອງ ຫງວຽນຫງອກຕ໋ວນ ໄດ້ນຳເຄື່ອງໝາຍການຄ້າ “Song Hi Tra” ມາຍັງການາດາ, ດ້ວຍຄວາມຫວັງຢາກຈະຟື້ນຟູລົດຊາດຂອງບ້ານເກີດເມືອງນອນ ແລະ ສ້າງ “ແຜນທີ່ຊາ” ຂອງຫວຽດນາມ ໃນອານາຄົດທີ່ປະເທດເປັນບ້ານເກີດທີ່ສອງຂອງທ່ານ.

ວັດ​ທະ​ນະ​ທໍາ​ຊາ​ຫວຽດ​ນາມ ປະກາຍແຈ້ງ​ຢູ່​ໃນປະເທດ​ກາ​ນາ​ດາ​

ນັກສິລະ​ປະ​ກອນ ຫງວຽນຫງອກຕ໋ວນ ແນະ​ນຳ​ເຄື່ອງ​ໝາຍການຄ້າ “Song Hi Tra” ເຖິງ​ເພື່ອນ​ມິດ​ສາ​ກົນ.

ນັກສິລະ​ປະ​ກອນ ຫງວຽນຫງອກຕ໋ວນ ໃຫ້ຮູ້ວ່າ ພວມຈັດຕັ້ງພິທີຊາຄັ້ງທຳອິດຂອງປີໃໝ່, ດ້ວຍຫົວຂໍ້ວ່າ “ຈົ່ງກັບມາທີ່ນີ້” - ມີຄວາມໝາຍເຖິງຊາຍຄາຫວຽດນາມ ທີ່ອົບອຸ່ນ ເພື່ອຈະໄດ້ນຳລົດຊາດຂອງບ້ານເກີດເມືອງນອນມາໃຫ້ທຸກໆຄົນ. ນີ້​ຈະ​ເປັນ​ຂົວ​ຕໍ່​ໃຫ້​ທຸກ​ຄົນ​ລະນຶກ​ເຖິງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ລົດ​ຊາດ​ຂອງ​ບ້ານ.

ມີຊາ 3 ຊະນິດ ໄດ້ຮັບການແນະນຳ​ໃນ​ພິທີ​ຊາ​ຄັ້ງ​ນີ້ໂດຍນັກສິລະ​ປະ​ກອນ ຫງວຽນຫງອກຕ໋ວນ ​ແມ່ນ​ຊາດອກບົວ​ພື້ນ​ເມືອງ​ຂອງ​ຊາວ​ຮ່າ​ໂນ້ຍ, ຊາ​ ຮົ່ງໂອລອງ ຂອງ​ເຂດ ຢີລິງ​ເລີມ​ດົ່ງ - ຊາ 2 ຊະນິດທີ່​ທ່ານ​ເວົ້າ​ວ່າ​ແມ່ນຕາງໜ້າໃຫ້​ພາກ​ເໜືອ​ ແລະ ​ພາກ​ໃຕ້; ​ແລະ ຊະນິດສຸດທ້າຍທີ່​ພິ​ເສດ​ຂອງ​ຊາວ​ເຜົ່າ ຮ່າຢາງ, ນັ້ນແມ່ນຊາໃນທໍ່ ລາມ.

ທ່ານນາງ ເລທິຕ໋ວນ, ຊາວຫວຽດນາມ ຢູ່ການາດາ, ຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນຊາຫວຽດນາມ ໄດ້ນຳ“ດິນແດນແຫ່ງໃບ maple” ເພື່ອແນະນຳ. ເຫດການ​ໃນ​ມື້​ນີ້​ແມ່ນ​ພິທີ​ຊາ​ທີ່​ສະຫງ່າ​ງາມ​ແທ້ໆ, ​ເຮັດ​ໃຫ້​ລະນຶກ​ເຖິງ​ບ້ານ​ເຮືອນ, ດ້ວຍ​ກິ່ນ​ຫອມ​ຂອງ​ຊາ​ດອກ​ໄມ້​ໃນ​ສະ​ໄໝ​ກ່ອນ. ນີ້ກໍ່ແມ່ນໂອກາດທີ່ຈະໄດ້ພົບກັບທຸກໆຄົນ.

ພ້ອມ​ກັບ​ເພື່ອນຂອງຕົນ, ນັກສິລະ​ປະ​ກອນ ຫງວຽນຫງອກຕ໋ວນ ​ເບິ່ງ​ຄື​ວ່າ ຈະ​ສ້າງຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ການ​ດື່ມ​ຊາ​ຂອງ​ຫວຽດ​ນາມ ດ້ວຍ​ຊື່​ທີ່​ລາວ​ໃຫ້​ວ່າ “trà thỉnh”, ມັນຫມາຍຄວາມວ່າ ດື່ມຊາຮ່ວມກັນ ແລະ ພົບປະກັບຄົນທີ່ຫນ້າສົນໃຈ. ຜູ້ທີ່ສົນໃຈຢູ່ທີ່ນີ້ແມ່ນເພື່ອນມິດທີ່ມາຈາກປະເທດຕ່າງໆ ໄດ້ດື່ມຊາ 3 ຊະນິດ, ດ້ວຍການປຸງແຕ່ງ ແລະ ອາຫານທີ່ນຳກັນຫຼາຍຊະນິດຊ່ວຍເພີ່ມລົດຊາດຂອງຊາແຕ່ລະຈອກ.

ແຂກຮັບເຊີນຊາວ ອິຣັກ ທ່ານ Abdulmaseh Domeeth ໃຫ້ຮູ້ວ່າ ທ່ານ​ເບິ່ງ​ຫຼາຍ​ຊ່ອງ​ກ່ຽວ​ກັບ​ຫວຽດນາມ ຍ້ອນ​ວ່າ​ ທ່ານຮັກ​ທິວ​ທັດ​ທຳ​ມະ​ຊາດ​ຄື​ກັບ​ປະຊາຊົນ​ເຂດ​ດິນ​ແດນ S. ທ່ານ​ໝັ້ນ​ໃຈ​ວ່າ ທ່ານ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຂົ້າ​ຮ່ວມເຫດການນີ້ ແລະ ມີຄວາມຮູ້ສຶກ​ຄືເປັນ​ຄົນ​ຫວຽດນາມ.

ວັດ​ທະ​ນະ​ທໍາ​ຊາ​ຫວຽດ​ນາມ ປະກາຍແຈ້ງ​ຢູ່​ໃນປະເທດ​ກາ​ນາ​ດາ​

ນັກສິລະ​ປະ​ກອນ ຫງວຽນຫງອກຕ໋ວນ (ກາງ) ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ໃນ​ການ​ປຸງ​ແຕ່ງ​ຊາ.

ທ່ານ ຕ໋ວນ ໄດ້​ຈັດບັນດາຊະນິດ​ຊາ​ຢ່າງ​ຄ່ອງ​ແຄ້ວ, ເຖິງ​ວ່າ​ມີ​ລົດ​ຊາດ​ທີ່​ແຕກ​ຕ່າງ​ກັນ​ກໍ​ຕາມ, ແຕ່​ຍັງ​ໄດ້​ຜະ​ສົມ​ຜະ​ລິດ​ລົດ​ຊາດ​ຂອງ​ກັນ ແລະ ກັນ ແລະ ເຮັດ​ໃຫ້​ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ມີ​ນ້ຳ​ໃຈ​ລະ​ນຶກ​ເຖິງ​ຫວຽດ​ນາມ ແລະ ພາກ​ພູມ​ໃຈ​ທີ່​ເປັນ​ຄົນ​ຫວຽດນາມ. ມັນເປັນຂົວລະຫວ່າງຊາ ແລະ ວັດທະນະທໍາ.

ທ່ານ​ນາງ ຫງວຽນ​ທິ​ແຄ໋ງ​ເຟືອງ, ຊາວ​ຫວຽດນາມ ຢູ່ ການາດາ​ອີກ​ຄົນ​ໜຶ່ງ​ຖື​ວ່າ “Song Hi Tra” ເປັນຂົວຕໍ່ ເພາະບໍ່ພຽງແຕ່ສາມາດດື່ມຊາໄດ້ເທົ່ານັ້ນ ແຕ່ພວກເຮົາຍັງສາມາດນັ່ງຮ່ວມກັນເພື່ອແບ່ງປັນຄວາມຮູ້ສຶກ ແລະ ຮຽນຮູ້ປະສົບການຂອງກັນ ແລະ ກັນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ເຮັດ​ໃຫ້​ປະຊາ​ຄົມ​ຫຼາຍ​ຊົນ​ເຜົ່າ​ຢູ່​ ກາ​ນາ​ດາ ​ເຂົ້າ​ໃກ້​ກັນ.

ທຸກໆປະເທດໃນໂລກເບິ່ງຄືວ່າຈະດື່ມຊາ, ແຕ່ແຕ່ລະພາກພື້ນ ຫຼື ປະເທດມີຈຸດວັດທະນະທໍາດື່ມຊາຂອງຕົນເອງ. ນັກສິລະ​ປະ​ກອນ ຫງວຽນຫງອກຕ໋ວນ ໄດ້​ນຳ​ໃຊ້​ຊາ​ຫວຽດ​ນາມ ເພື່ອ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ການ​ດື່ມ​ຊາ​ຂອງຊາວຫວຽດນາມ ແລະ ຍົກ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ. ທ່ານ​ເຊື່ອ​ໝັ້ນ​ວ່າ ຕ້ອງ​ຮັກສາ​ການ​ເຄື່ອນ​ໄຫວ​ນີ້​ຢູ່​ປະຊາ​ຄົມ​ຊາວ​ຫວຽດນາມ ​ເພື່ອ​ໃຫ້​ປະຊາຊົນ​ບໍ່​ພຽງ​ແຕ່​ດື່ມ​ຊາ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຊາຕາ​ກຳ, ​ແລ້ວ​ເຜີຍ​ແຜ່​ໃຫ້​ແກ່​ເພື່ອນ​ມິດສາ​ກົນ.

ນັບ​ແຕ່​ປີ 2017, ​ເຄື່ອງ​ໝາຍ​ການ​ຄ້າ “Song Hi Tra” ​ໄດ້​ເລີ່​ມໄດ້ຮັບການໂຄສະນາໄປສູ່ສາກົນ ໂດຍ​ຜ່ານ​ຊ່ອງ​ທາງ​ການ​ທູດ ​ແລະ ອົງການການຄ້າ ​ຂອງ​ຫວຽດນາມ ຢູ່​ຕ່າງປະ​ເທດ. ມາ​ຮອດ​ປະ​ຈຸ​ບັນ, ​ເຄື່ອງ​ໝາຍ​ການ​ຄ້າ “Song Hi Tra” ​ ໄດ້ກ້າວ​ໄປ​ເຖິງ 10 ປະ​ເທດ​ໃນ​ທົ່ວ​ໂລກ. ຢູ່ ການາດາ, ດ້ວຍການມີໜ້າຂອງນັກສິລະ​ປະ​ກອນ ຫງວຽນຫງອກຕ໋ວນ ບັນດາພິທີຊາ, ວັດທະນະທຳຊາຫວຽດນາມ ຈະແຜ່ລາມອອກໄປຢ່າງກ້ວາງຂວາງບໍ່ພຽງແຕ່ຢູ່ໃນປະຊາຄົມຊາວຫວຽດນາມ ເທົ່ານັ້ນ, ຫາກຍັງຢູ່ບັນດາຊຸມຊົນບັນດາເຜົ່າໃນອາເມລິກາເໜືອອີກດ້ວຍ.

ຕາມທີ່ປຶກສາຝ່າຍການ​ຄ້າ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ ກາ​ນາ​ດາ ​ເຈີ່ນ​ທູກວິ່ງ ແລ້ວ, ອັດຕາສ່ວນກວມຕະຫຼາດສົ່ງ​ອອກ​ຊາ​ຂອງ​ຫວຽດນາມ ​ໄປ​ຍັງ​ພາກ​ພື້ນ​ຍັງ​ນ້ອຍ​ຫຼາຍ. ທ່ານ​ນາງ​ຫວັງ​ວ່າ ນັກສິລະ​ປະ​ກອນຊາ​ຄື​ທ່ານ​ ຕ໋ວນ ຈະ​ປະກອບສ່ວນ​ໂຄສະນາບັນດາ​ຜະລິດ​ຕະພັນ​ຊາ​ຂອງ​ຫວຽດນາມ ​ເພື່ອ​ໃຫ້​ຊາວ​ກາ​ນາ​ດາ​ ກໍຄືປະຊາ​ຄົມ​ຊາວ​ຈີນ​ປະຈຳຖິ່ນ ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບບັນດາເຄື່ອງໝາຍການຄ້າຊາ​ຂອງ​ຫວຽດນາມ.

ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ວັດ​ທະນະ​ທຳ​ຊາ​ທີ່​ດົນນານ ແລະ ບັນດານັກສິລະ​ປະ​ກອນຄື​ທ່ານ ຕ໋ວນ ດ້ວຍ​ປະສົບ​ການ​ໃນ​ການ​ປຸງ​ແຕ່ງ ​ແລະ ການ​ອົບ​ຊາ​ສາມາດ​ຊ່ວຍ​ໃຫ້ “​ແຜນ​ທີ່​ຊາ” ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ທີ່​ດີ​ຂຶ້ນ​ໃນ​ທ້ອງຕະຫຼາດ​ໂລກ​ເວົ້າລວມ ແລະ ທ້ອງຕະຫຼາດ​ກາ​ນາ​ດາ​ເວົ້າ​ສະ​ເພາະ.

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ຍສໝ -​ ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.

ວັນ​ເຝີ ຫວຽດ​ນາມ ຢູ່ ອາ​ຟຼິກ​ກາໃຕ້ ປະ​ກອບ​ສ່ວນ​ໂຄ​ສະ​ນາ​ອາ​ຫານ​ການ​ກິນຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ ອາ​ຟຼິກ​ກາ​ໃຕ້

ວັນ​ເຝີ ຫວຽດ​ນາມ ຢູ່ ອາ​ຟຼິກ​ກາໃຕ້ ປະ​ກອບ​ສ່ວນ​ໂຄ​ສະ​ນາ​ອາ​ຫານ​ການ​ກິນຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ ອາ​ຟຼິກ​ກາ​ໃຕ້

ຍສໝ - ວັນເຝີ ຫວຽດນາມ ຢູ່ ອາຟຼິກກາໃຕ້ ປີ 2024, ໄດ້ດຳເນີນຢູ່ເຂດຕະຫຼາດອາຫານການກິນ Hazel Food Market ທີ່ມີຊື່ສຽງຂອງນະຄອນຫຼວງ Pretoria. ນີ້ແມ່ນປີທີ 2 ຢ່າງລຽນຕິດເຫດການນີ້ໄດ້ຈັດຂຶ້ນຢູ່ປະເທດ ອາຟຼິກກາໃຕ້, ໂດຍມີການເຂົ້າຮ່ວມຂອງປະຊາຊົນປະເທດປະຈຳຖິ່ນເປັນຈຳນວນຫຼາຍ.

ມີງດຶກ

ເຫດການ