ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ ແຕ່ວັນທີ 11 – 13 ມີນາ, ຕອນຄໍ່າວັນທີ 11 ມີນາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະ, ໂອ້ລົມກັບພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ສິງກະໂປ ກ່ວາ 200 ຄົນ.
ລາຍງານຕໍ່ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສິງກະໂປ ເຈີ່ນເຟືອກແອງ ໃຫ້ຮູ້ວ່າ ປະຈຸບັນມີຊາວຫວຽດນາມ ກວ່າ 25.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ໃນບໍລິເວນນີ້.
ປະຊາຄົມສາມັກຄີ, ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນ, ປົກປັກຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າສັງຄົມປະຈຳຖິ່ນ ແລະ ປະກອບສ່ວນປັບປຸງການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ທ່ານເອກອັກຄະລັດຖະທູດ ເຈີ່ນເຟືອກແອງ ເນັ້ນໜັກວ່າ ກຳລັງຂອງບັນດານັກຊ່ຽວຊານ, ນັກປັນຍາຊົນ ແລະ ນັກທຸລະກິດຫວຽດນາມ ໃນບໍລິເວນພວມພັດທະນາຢ່າງເຂັ້ມແຂງ, ນັບມື້ນັບຢືນຢັນທີ່ຕັ້ງຂອງຕົນໃນສັງຄົມປະຈຳຖິ່ນ.
![]() |
ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍພະນັກງານ, ລັດຖະກອນອົງການຜູ້ຕາງໜ້າ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ. (ພາບ: TTXVN) |
ປະຈຸບັນ, ມີສາດສະດາຈານ, ປະລິນຍາເອກຊາວຫວຽດນາມ ຫຼາຍຄົນ ພວມປະຕິບັດງານ, ສອນ ແລະ ຄົ້ນຄວ້າຢູ່ບັນດາມະຫາວິທະຍາໄລ ແລະ ບັນດາສະຖາບັນຄົ້ນຄ້ວາແຖວໜ້າຂອງສິງກະໂປຄື: ມະຫາວິທະຍາໄລແຫ່ງຊາດສິງກະໂປ, ມະຫາວິທະຍາໄລເຕັກໂນໂລຢີ Nanyang, ອົງການວິທະຍາສາດ, ເຕັກໂນໂລຢີແລະ ຄົ້ນຄວ້າສິງກະໂປ (A*STAR)...
ຄຽງຂ້າງນັ້ນ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງໄດ້ເລີ່ມດຳເນີນທຸລະກິດ ແລະ ພວມເຄື່ອນໄຫວຢ່າງຕັ້ງໜ້າໃນບັນດາຂົງເຂດສຳຄັນຄື: ເຕັກໂນໂລຢີ, ການເງິນ, logistics, ການບໍລິການຢູ່ ສິງກະໂປ.
ໂດຍຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ສິງກະໂປ, ທ່ານ ສຈ.ປອ. ຫວູມິງເຄືອງ - ອາຈານຂັ້ນສູງໂຮງຮຽນນະໂຍບາຍຫຼັກຍຸຕິທຳ ກວາງຢ້ຽວ, ທ່ານນາງ ຕະທູຍລຽນ - ຫົວໜ້າຄະນະຕິດຕໍ່ພົວພັນປະຊາຄົມຊາວຫວຽດນາມ ຢູ່ສິງກະໂປ, ທ່ານນາງ ຫງວຽນທິຊ່ວນມາຍ - ປະທານສະມາຄົມນັກສຶກສາ ຫວຽດນາມ ປະຈຳ ສິງກະໂປ ໄດ້ສະແດງຄວາມຂອບໃຈທ່ານເລຂາທິການໃຫຍ່, ພັນລະຍາ ແລະ ຄະນະປະຕິບັດງານທີ່ໄດ້ໃຊ້ເວລາພົບປະ ແລະ ແລກປ່ຽນກັບປະຊາຊົນ.
ບັນດາຜູ້ຕາງໜ້າປະຊາຄົມ ຢືນຢັນວ່າ ກອງປະຊຸມພົບປະແມ່ນແຫຼ່ງລະດົມອັນໃຫຍ່ຫຼວງ, ສະແດງໃຫ້ເຫັນຄວາມຮັກແພງ ແລະ ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ສິງກະໂປ, ສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມເຊື່ອໝັ້ນຕໍ່ບັນດາມະຕິສຳຄັນຂອງພັກ, ລັດ ໃນການສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາຢ່າງວ່ອງໄວຂອງປະເທດຊາດໃນໄລຍະຈະມາເຖິງ.
ໂດຍໂອ້ລົມກັບພະນັກງານ, ລັດຖະກອນຂອງສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ສິງກະໂປ, ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ການຢ້ຽມຢາມ ສິງກະໂປ ຄັ້ງນີ້ ເພື່ອເຮັດໃຫ້ການພົວພັນ 2 ຝ່າຍທີ່ໄດ້ສ້າງຕັ້ງມາເປັນເວລາກ່ວາເຄິ່ງສັດຕະວັດເລິກເຊິ່ງກ່ວາອີກ, ໄດ້ຮັບການທົດສອບໃນເວລາລະຫວ່າງຫວຽດນາມ ແລະ ສິງກະໂປ, ມຸ່ງໄປເຖິງການສືບຕໍ່ນຳການພົວພັນກ້າວເຂົ້າສູ່ລວງເລິກ, ເສີມຂະຫຍາຍຢ່າງມີປະສິດທິຜົນ, ແທດຈິງໃນທຸກຂົງເຂດ.
ໃນຂອບເຂດກອງປະຊຸມພົບປະກັບການນຳສິງກະໂປ, ທ່ານເລຂາທິການໃຫຍ່ ຈະສືບຕໍ່ສະເໜີຝ່າຍສິງກະໂປ ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢ່າງໝັ້ນຄົງ, ເຊື່ອມໂຍງຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການພັດທະນາປະເທດປະຈຳຖິ່ນແລະ ການພົວພັນລະຫວ່າງສອງປະເທດ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໄດ້ຍ້ອງຍໍບັນດາຜົນງານໃນການເຊື່ອມໂຍງຂອງປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ແລະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນຕໍ່ປະເທດຊາດ.
ທ່ານເລຂາທິການໃຫຍ່ກໍ່ໄດ້ແຈ້ງໃຫ້ປະຊາຊົນກ່ຽວກັບສະພາບການ ແລະ ບັນດາເປົ້າໝາຍພັດທະນາຂອງປະເທດໃນໄລຍະຈະມາເຖິງ, ຫວັງວ່າປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ປະຊາຄົມຢູ່ ສິງກະໂປ ເວົ້າສະເພາະ ຈະສືບຕໍ່ສາມັກຄີ ແລະ ມານະພະຍາຍາມປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍບຸກທະລຸດັ່ງກ່າວ.
ທ່ານເລຂາທິການໃຫຍ່ ໄດ້ຕີລາຄາສູງ ແລະ ຕອບສະໜອງບັນດາຄວາມຄິດເຫັນ, ຂໍ້ສະເໜີຂອງຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ກ່າວຄຳປາໄສ ແລະ ສະເໜີໃຫ້ປະຊາຊົນ ຈະສືບຕໍ່ສາມັກຄີ, ຮ່ວມມືກໍ່ສ້າງປະຊາຄົມພັດທະນາ, ໂຄສະນາຄວາມງາມຂອງ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ປະຈຳຖິ່ນ, ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃນການພົວພັນລະຫວ່າງ 2 ປະເທດ; ບໍ່ວ່າຈະຢູ່ບ່ອນໃດ, ພີ່ນ້ອງຮ່ວມຊາດຍາມໃດກໍ່ບຳລຸງສ້າງນ້ຳໃຈຮັກຊາດ, ມຸ່ງໄປສູ່ປະເທດຊາດດ້ວຍຄວາມພາກພູມໃຈ ແລະ ມີຄວາມຮັບຜິດຊອບ, ເສີມຂະຫຍາຍທ່າແຮງ, ກຳລັງບົ່ມຊ້ອນກ່ຽວກັບດ້ານຄວາມຮູ້, ວິທະຍາສາດເຕັກໂນໂລຢີ ເພື່ອໃຫ້ນັບມື້ນັບມີການປະກອບສ່ວນຢ່າງແທດຈິງໃຫ້ປະເທດຊາດ.
ທ່ານເລຂາທິການໃຫຍ່ ສະເໜີໃຫ້ສະຖານທູດສືບຕໍ່ເຮັດວຽກງານຊຸມຊົນ ແລະ ປົກປັກຮັກສາພົນລະເມືອງໃຫ້ດີຕາມຈິດໃຈມະຕິ 36-NQ/TW, ຄຳສັ່ງ 45-CT/TW ແລະ ຂໍ້ສະຫຼຸບ 12-KL/TW ຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການເຕີບໂຕຂອງປະຊາຄົມຊາວຫວຽດນາມ ຢູ່ສິງກະໂປ, ສະຖານທູດຕ້ອງກາຍເປັນເຮືອນລວມ ເພື່ອເຊື່ອມໂຍງຊຸມຊົນ, ສ້າງຄວາມສະດວກສະບາຍສູງສຸດໃຫ້ແກ່ປະຊາຊົນໃນການປະຕິບັດລະບຽບການບໍລິຫານທີ່ກ່ຽວຂ້ອງ.
ຕາງໜ້າໃຫ້ພະນັກງານສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ປະຊາຄົມ, ທ່ານເອກອັກຄະລັດຖະທູດ ເຈີ່ນເຟືອກແອງ ໄດ້ກ່າວຄຳປາໄສຮັບຮູ້ຄຳສັ່ງຂອງທ່ານເລຂາທິການໃຫຍ່ ໂຕເລີມ, ໃຫ້ຄຳໝັ້ນສັນຍາຈະຜັນຂະຫຍາຍຢ່າງຕັ້ງໜ້າຄຳສັ່ງຂອງທ່ານເລຂາທິການໃຫຍ່, ເປັນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນຫວຽດນາມ - ສິງກະໂປ ແລະ ສ້າງປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ມຸ່ງໄປເຖິງບ້ານເກີດເມືອງນອນ.
![]() | ສ້າງຊົນຊັ້ນກຳມະກອນຫວຽດນາມ ທັນສະໄໝ, ໃຫຍ່ໂຕເຂັ້ມແຂງ ຫວ່າງແລ້ວນີ້, ສະຫະພັນແຮງງານຫວຽດນາມ ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະພາທິດສະດີສູນກາງ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ແຫ່ງຊາດ “ສ້າງຊົນຊັ້ນກຳມະກອນຫວຽດນາມ ທັນສະໄໝ, ໃຫ່ຍໂຕເຂັ້ມແຂງ”. |
![]() | ພັກ ແລະ ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ຍສໝ - ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ຕອນຄ່ຳວັນທີ 18 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ແວ່ຢ້ຽມຢາມສະຖານທູດ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ. |
ມີງດຶກ