ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ

22:40 | 28/02/2025

ຍສໝ - ວັນ​ທີ 25 ກຸມພາ​ 2025, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ແລະ ຄະນະ​ກຳມະການ​ແຫ່ງ​ລັດ​ ຫວຽດນາມ ກ່ຽວກັບຊາວຫຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້ຮ່ວມ​ເປັນ​ປະທານ​ໃນການເຮັດວຽກ​ລະຫວ່າງສອງອົງການ ເພື່ອແນໃສ່ກວດກາ​ຄືນ​ໝາກຜົນການ​ຜັນຂະຫຍາຍ​​ວຽກ​ງານສົມທົບ​ກັນ​ໃນ​ປີ 2024 ​ແລະ ​ແລກປ່ຽນ, ປຶກສາ​ຫາລື​ກ່ຽວ​ກັບ​​ໜ້າ​ທີ່​ທີ່ສຳຄັນ​ໃນ​ປີ 2025.

ການສຳມະນາ: "ໝູ່ເກາະບ້ານເກີດເມືອງນອນ ແລະ ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ"
ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020 ຍິນດີຕ້ອນຮັບພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດສະເຫຼີມສະຫຼອງປີໃໝ່ປະຈຳຊາດ

ກ່າວ​ຄຳ​ປາໄສທີ່​ການ​ເຮັດວຽກ, ທ່ານນາງ ເລ​ທິທູ​ຮັ່ງ​ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ, ຫົວໜ້າຄະນະ​ກຳມະການ​ແຫ່ງ​ລັດ​ ກ່ຽວກັບຊາວຫຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຢືນຢັນ​ວ່າ ວຽກ​ງານກ່ຽວກັບ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ຊຸມ​ປີ​ຜ່ານ​ມາ​ ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງຄົບຊຸດ, ຮອບດ້ານ, ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ, ມີ​ຈຸດ​ພົ້ນ​ເດັ່ນຫຼາຍຢ່າງ. ທ່ານ​ຮອງ​ລັດຖະມົນຕີ​ ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ແທດ​ຈິງ​ໃນ​ວຽກງານການ​ສົມທົບ​ລະຫວ່າງຄະນະ​ກຳມະການ​ແຫ່ງ​ລັດ​ ກ່ຽວກັບຊາວຫຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃນ​​ວຽກ​ງານ​ຊາວ​ຫວຽດນາມອາໄສ​ຢູ່​ຕ່າງປະ​ເທດ​ ໃນ​ໄລຍະ​ມໍ່ໆ​ມາ​ນີ້; ພ້ອມ​ກັນ​ນັ້ນ, ​ກໍ່ໄດ້​ສະ​ເໜີ​ບັນດາ​ການ​ເຄື່ອນ​ໄຫວທີ່​ສຳຄັນ ເຊິ່ງ​ສອງ​ຝ່າຍ​ຕ້ອງ​ສົມທົບ​ກັນ​ຜັນຂະຫຍາຍໃນ​ປີ 2025.

ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ

ພາບທີ່ການເຮັດວຽກ.

ໃນ​ນັ້ນ, ​ພົ້ນ​ເດັ່ນ​ມີ​ການ​ຊຸກຍູ້​ການ​ລົງ​ນາມ​ໃນ​ລາຍການ​ສົມທົບ​ວຽກງານ​ລະຫວ່າງ​ສອງ​ອົງການ ​ໄລຍະ 2025 - 2030; ຈັດຕັ້ງບັນດາການເຄື່ອນໄຫວໃຫຍ່ໃຫ້ແກ່ຊາວຫວຽດນາມຢູ່ຕ່າງປະເທດຄື: ຖ້ຽວລົດໄຟມະຫາສາມັກຄີໄປຢ້ຽມຢາມ ເຈື່ອງຊາ ດ້ວຍການເຂົ້າຮ່ວມຂອງວົງຄະນະຍາດຂຶ້ນກັບບັນດາຊົນເຜົ່າ, ສາສະໜາພາຍໃນປະເທດ ແລະ ຊາວຫວຽດນາມຢູ່ຕ່າງປະເທດ; ງານ​ບຸນມະຫາ​ສາມັກຄີ​ຊົນເຜົ່າ​ຄັ້ງ​ທຳ​ອິດ​ ​​ຢູ່​ຕ່າງປະເທດ ຈັດ​ຂຶ້ນຢູ່ສາທາລະນະ​ລັດ ​ເຊັກໂກ; ຄະນະ​ຊາວຫວຽດນາມຢູ່ຕ່າງປະເທດເປັນສັນຍະລັກໃນການກັບມາ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ ວັນທີ 2 ກັນຍາ.

ນອກຈາກນັ້ນ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ, ປະທານຄະນະກຳມະການ ກໍ່ເນັ້ນໜັກວ່າ 2 ຝ່າຍຕ້ອງເພີ່ມທະວີການສົມທົບກັນໃນວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ, ມະຫາສາມັກຄີ, ສະມາຄົມຄະນະ, ຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່, ເຊີດຊູ, ຍ້ອງຍໍຊາວຫວຽດນາມຢູ່ຕ່າງປະເທດ.

ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ

ທ່ານນາງ ເລທິທູຮັ່ງ ກ່າວຄຳ​ປາໄສທີ່ການເຮັດວຽກ.

​ໂດຍ​ຮັບຮອງ ​ແລະ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານກ່ຽວກັບ ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ທ່ານ ​ເຈີ່ນ​ວຽດເຈື່ອງ ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ສອງ​ຝ່າຍ​ສົມທົບ​ກັນ​ຈັດ​ຕັ້ງ​ໃຫ້​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ, ຜ່ານ​ນັ້ນ​ ກໍ່ເຕົ້າ​ໂຮມ​ກຳລັງແຮງ​ມະຫາ​ສາມັກຄີ​ທົ່ວ​ຊາດ; ​ເຊື່ອ​ໝັ້ນ​ວ່າ ບັນດາ​ລາຍການ, ການ​ເຄື່ອນ​ໄຫວ​ໃນ​ອະນາຄົດ ຕ້ອງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພໍ່ແມ່ປະຊາຊົນ​ເຂົ້າຮ່ວມ​ໂດຍ​ກົງ​ໃນການປະກອບຄຳເຫັນເຂົ້າໃນ​ຮ່າງ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ, ສະເໜີຄວາມເຫັນໃຫ້ຂະບວນການ​​ເຕີບ​ໂຕ​ເສດຖະກິດ ​ແລະ ການພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງປະເທດຊາດ.

ທ່ານຮອງປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຈີ່ນ​ວຽດເຈື່ອງ ​ກໍ່​ຍົກ​ອອກ​ຄຳສະເໜີແນະ​ຈຳນວນ​ໜຶ່ງ​ຂອງ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດໃນການ​ພົບ​ປະ, ​ແລກປ່ຽນ​ກັບ​ບັນດາກຳມະການ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ແມ່ນຊາວຫວຽດນາມຢູ່​ຕ່າງປະ​ເທດ (ເດືອນກຸມພາ ປີ 2025) ​ເຊັ່ນ ບັນຫາການ​ອອກ​ບັດ​ປະຈຳ​ຕົວ​ໃຫ້​ຊາວ​ຫວຽດນາມ ປະຈຳຖິ່ນ​ຢູ່​ຕ່າງປະ​ເທດ, ຖືສັນຊາດ ຫວຽດນາມ ຄືນ, ຂໍ້ຄົງຄ້າງໃນການແກ້ໄຂບັນດາລະບຽບການເມື່ອຊາວຫວຽດນາມຢູ່ຕ່າງປະເທດ​ ກັບ​ມາປະເທດຊາດເພື່ອລົງທຶນ, ນະ​ໂຍບາຍ​ດຶງ​ດູດ, ຖືເປັນສຳຄັນໃນການນຳໃຊ້​ນັກວິທະຍາສາດ ​ແລະ ນັກ​ຊ່ຽວຊານຊາວ​ຫວຽດນາມຢູ່​ຕ່າງປະ​ເທດ...

ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ

ທ່ານ ​ເຈີ່ນ​ວຽດເຈື່ອງ ກ່າວຄຳ​ປາໄສ​ທີ່​ການ​ເຮັດ​ວຽກ.

ເນື່ອງ​ໃນ​ໂອກາດ​ນີ້, ຜູ້ຕາງໜ້າ​ການ​ນຳ​ສອງ​ອົງການ​ໄດ້​ປຶກສາ​ຫາລື ​ແລະ ເປັນເອກະພາບກ່ຽວ​ກັບ​ຫຼາຍ​ການກຳນົດ​ທິດລະອຽດ​ໃນ​ວຽກງານການ​ສົມທົບ​ກັນ​ໃນ​ໄລຍະຈະມາເຖິງ. 2 ຝ່າຍເຫັນດີເປັນ​ເອກະ​ພາບ​ຊຸກຍູ້​ການ​ລົງ​ນາມ​ໃນ​ລາຍການ​ສົມທົບວຽກງານ​ໃນທັນທີພາຍຫຼັງ​ສຳ​ເລັດ​ຂະບວນການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່; ສົມທົບກັນຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວ​ໃຫຍ່ໃຫ້ສຳລັບ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ ໃນ​ປີ 2025 ຢ່າງສຳເລັດຜົນ; ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຜັນຂະຫຍາຍ​ວຽກ​ງານ​ໜູນ​ຊ່ວຍ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ, ມະຫາສາມັກຄີ, ສະມາຄົມຄະນະ, ຂໍ້​ມູນ​ຂ່າວສານ, ໂຄສະນາ​ເຜີຍ​ແຜ່, ​ເຊີດ​ຊູ ​ແລະ ຍ້ອງຍໍ​ຊາວ​ຫວຽດນາມຢູ່ຕ່າງປະເທດ.

ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

ຍສໝ - ນີ້​ແມ່ນ​ເນື້ອ​ໃນແລກປ່ຽນ​ຕົ້ນຕໍ​ທີ່​ການພົບປະ ແລະ ເຮັດວຽກກັບ​ຫົວໜ້າ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ​ປະຈຳຕ່າງປະ​ເທດ​ ອາຍຸການ 2025-2028 ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ໄດ້ຈັດ​ຕັ້ງ​ໃນ​ວັນ​ທີ 22 ພະຈິກ ຢູ່ ຮ່າ​ໂນ້ຍ.

ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນ ຫວຽດນາມ-ລາວ

ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນ ຫວຽດນາມ-ລາວ

ຍສໝ - ໃນປີຜ່ານມາ, ສອງຝ່າຍໄດ້ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍການປະຕິບັດເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ກັບກົມທະຫານຊາຍແດນ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢ່າງເຂັ້ມງວດ, ມີປະສິດທິຜົນ; ສົມທົບກັນໂຄສະນາໃຫ້ປະຊາຊົນສອງປະເທດປະຕິບັດອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ...

ແທັງຮັ່ງ

ເຫດການ