ວາດພາບພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະຈັດຮູບແຜນທີ່ຂອງຫວຽດນາມ ຢູ່ Osaka

22:36 | 31/03/2025

ຍສໝ - ງານ​ບຸນ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ ປີ 2025 ຢູ່ Osaka ບໍ່​ພຽງ​ແຕ່​ແມ່ນ​​ໂອ​ກາດ​ເພື່ອ​ປົກ​ປັກ​ຮັກ​ສາ ແລະ ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ ຫວຽດ​ນາມ​ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂົວ​ເຊື່ອມຕໍ່​ເພື່ອ​ນຳ​ພາບ​ພົດ​ປະ​ເທດຊາດ ແລະ ປະ​ຊາ​ຊົນ​ ຫວຽດ​ນາມ ​ເຂົ້າ​ໃກ້​ເພື່ອນ​ມິດ ຍີ່​ປຸ່ນ ກ່ວາ​ອີກ.

ປະຊາຄົມຊາວ ຫວຽດນາມ ຢູ່ Osaka (ຍີ່ປຸ່ນ) ສະເຫຼີມສະຫຼອງບຸນປີໃໝ່ປີມະເສັງ
ລະດູບານໃໝ່ບ້ານເກີດເມືອງນອນ 2025: ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ຢູ່ Osaka, ເຊື່ອມຕໍ່ມິດຕະພາບຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 30 ມີນາ, ຢູ່ນະຄອນ Sakai, Osaka (ຍີ່ປຸ່ນ), ດ້ວຍການອຸປະຖຳຂອງສະຖານກົງສຸນໃຫຍ່ ຫວຽດນາມ ປະຈໍາ Osaka, ສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຍີ່ປຸ່ນ ໄດ້ຈັດຕັ້ງ “ງານບຸນວັດທະນະທໍາ ຫວຽດນາມ 2025”.

ວາດພາບພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະຈັດຮູບແຜນທີ່ຂອງຫວຽດນາມ ຢູ່ Osaka

ວາດພາບພິທີ​ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງທີ່ງານບຸນວັດທະນະທໍາ ຫວຽດນາມ 2025 ຢູ່ Osaka. (ພາບ: ຫງວຽນຕວຽນ/ສຳນັກຂ່າວສານ ຫວຽດນາມ)

​ເຂົ້າ​ຮ່ວມ​ເຫດການມີທ່ານຫົວໜ້າ​ກົງສູນ​ໃຫຍ່ ​ຫວຽດນາມ ປະຈຳ ຍີ່ປຸ່ນ ໂງ່ຈິ້ງຮ່າ; ຜູ້ຕາງໜ້າ​ນະຄອນ Sakai, ຫົວໜ້າກົມການວັດທະນະທຳ ​ແລະ ການທ່ອງ​ທ່ຽວ​ນະຄອນ Sakai, ທ່ານ Yamasaki Hisaki; ປະທານ​ສະມາຄົມ​ຊາວຫວຽດນາມ ປະຈຳ ​ເຂດ Kansai, ທ່ານ​ນາງ ເລເທື່ອງ; ປະທານ​ສະມາຄົມສົ່ງເສີມ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ຍີ່ປຸ່ນ, ທ່ານ ຫວູຮວ່າງ​ດຶກ…; ພ້ອມ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ເພື່ອນ​ມິດ ​ຍີ່ປຸ່ນ ​ເປັນ​ຈຳນວນ​ຫລວງຫລາຍ.

ກ່າວ​ຄຳ​ປາໄສທີ່​ພິທີເປີດງານ, ທ່ານຫົວໜ້າ​ກົງສູນ​ໃຫຍ່ ຫວຽດນາມ ປະຈຳ Osaka ໂງ່ຈິ້ງຮ່າ ​ເນັ້ນ​ໜັກ​ວ່າ ປີ 2025 ​ແມ່ນ​ປີ​ທີ່​ພິ​ເສດສຳລັບ​ປະຊາຊົນ​ຫວຽດນາມ ດ້ວຍ​ບັນດາພິທີສະ​ເຫຼີ​ມສະຫຼອງ​ສຳຄັນ​ຂອງປະເທດ​ຊາດ​ຄື ຄົບຮອບ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ເມສາ1975 – 30 ເມສາ 2025), ຄົບຮອບ 50 ປີ​ແຫ່ງວັນຊາດຂອງຫວຽດນາມ (2 ກັນຍາ 1945)…

​ໃນ​ບັນຍາກາດ​ນັ້ນ, ງານ​ບຸນ​ວັດທະນະທຳ ຫວຽດນາມ 2025 ຢູ່ Osaka ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເຜີຍ​ແຜ່​ວັດທະນະທຳ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂົວ​ເຊື່ອມເພື່ອ​ນຳ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ​ເຂົ້າ​ໃກ້​ເພື່ອນ​ມິດ ຍີ່ປຸ່ນ ກ່ວາ​ອີກ.

ທ່ານ​ ໂງ່ຈິ້ງຮ່າ ​ເຊື່ອ​ໝັ້ນ​ວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ Osaka ​ເວົ້າ​ສະເພາະ ​ແລະ ທົ່ວ​ປະ​ເທດ ຍີ່ປຸ່ນ ​ເວົ້າ​ລວມ ​ໄດ້​ພົບ​ປະ, ​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມຢູ່ປະເທດປະຈຳຖິ່ນ.

ທ່ານ​​ກົງສຸນ​ໃຫຍ່ ​ພິນິດໄສ​ວ່າ ສະມາຄົມ​ສົ່ງເສີມ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ຫວຽດນາມ - ຍີ່ປຸ່ນ ນອກຈາກ​ເປັນ​ຂົວເຊື່ອມ​ຕໍ່​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ແລ້ວ ຍັງ​ມີ​ຄວາມ​ຕັ້ງໜ້າ​ໃນ​ການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວໃຫ້​ຊຸມ​ຊົນ, ​ໃນ​ນັ້ນ ​ມີ​ການ​ອະນຸລັກ​ຮັກສາ​ພາສາ​ຫວຽດ ແລະ ​ແນະນຳ, ​ໂຄສະນາ​ວັດທະນະທຳ ​ຫວຽດນາມ ຢູ່ ​ຍີ່ປຸ່ນ ເຊັ່ນ ການຈັດ​ຕັ້ງ​ບັນດາ​ຊຸດ​ຮຽນ​ພາສາ​ຫວຽດ ຫຼື ຈັດ​ຕັ້ງ​ບັນດາ​ລາຍການ​ວັດທະນະທຳ​ໃຫ້​ຊຸມ​ຊົນ ແລະ ພິ​ເສດ​ແມ່ນ​ງານ​ບຸນ​ວັດທະນະທຳ ຫວຽດນາມ ຢູ່ Osaka ເຕັມໄປດ້ວຍຄວາມໝາຍ ແລະ ຄວາມຮັກແພງ.

ວາດພາບພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະຈັດຮູບແຜນທີ່ຂອງຫວຽດນາມ ຢູ່ Osaka

ທ່ານຫົວໜ້າກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Osaka ໂງ່ຈິ້ງຮ່າ ກ່າວ​ຄຳ​ປາໄສພິທີໄຂ​ງານ​ບຸນ​ວັດ​ທະ​ນະ​ທຳ ​ຫວຽດ​ນາມ ປີ 2025 ຢູ່ Osaka. (ພາບ: ຫງວຽນຕວຽນ/ສຳນັກຂ່າວສານຫວຽດນາມ)

ທ່ານ​ນາງ ເລເທື່ອງ ​ປະທານ​ສະມາຄົມ​ຊາວ​ຫວຽດນາມ ​ປະຈຳ ​ເຂດ Kansai ​ໃຫ້​ຮູ້​ວ່າ ງານ​ບຸນ​ວັດ​ທະ​ນະ​ທຳ​ ຫວຽດນາມ ປີ 2025 ມີ​ຫຼາຍ​ການເຄື່ອນໄຫວທີ່ດີເດັ່ນພິເສດ​ຄື ສະທ້ອນໃຫ້ເຫັນຄືນ​ພິທີ​ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຄັ້ງທີ 8 ຢູ່ Osaka, ມ້ຽນຮູບແຜນ​ທີ່​ຂອງ​ຫວຽດນາມ ດ້ວຍ​ຜູ້​ເຂົ້າ​ຮ່ວມ​ນັບ​ຮ້ອຍ​ຄົນ, ສະ​ແດງ​ຊຸດ​ອາພອນ​ພື້ນ​ເມືອງ, ບັນດາ​ລາຍການ​ສິລະ​ປະດ້ວຍການເຂົ້າຮ່ວມສະແດງຂອງບັນດາສິລະປິນ​ທີ່​ມີ​ຊື່​ສຽງ​ຢູ່​ພາຍ​ໃນ​ປະ​ເທດ; ບັນດາພື້ນທີ່ໂຄສະນາ, ແນະ​ນຳ​ຜະ​ລິດ​ຕະ​ພັນ ​ຫວຽດ​ນາມ, ພື້ນທີ່​ອາ​ຫານ, ບັນດາການ​ລະຫຼິ້ນພື້ນ​ເມືອງ...

ຕາງໜ້າ​ໃຫ້​ນະຄອນ Sakai, ຫົວໜ້າ​ກົມການວັດທະນະທຳ ​ແລະ ການທ່ອງ​ທ່ຽວ​ນະຄອນ Sakai, ທ່ານ Yamasaki Hisaki ຕາງໜ້າ​ໃຫ້​ເຈົ້າ​ຄອງ​ນະຄອນ Sakai ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງສຸດອົກ ສຸດໃຈ ງານ​ບຸນ​ວັດ​ທະ​ນະ​ທຳ​ ຫວຽດນາມ ປີ 2025 ຢູ່ Osaka, ພ້ອມກັນນັ້ນ ກໍ່ສົ່ງຄຳຂອບ​ໃຈ​ກົງ​ສຸນ​ໃຫຍ່​ຫວຽດນາມ ປະຈຳ Osaka, ບັນດາ​ສະມາຄົມຄະນະ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ ຍີ່ປຸ່ນ ທີ່​ມານະ​ພະຍາຍາມ​ໃຫ້ເຫດການ​​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ນີ້.

ທ່ານປາດ​ຖະໜາ​ວ່າ ຜ່ານ​ງານ​ບຸນ​ວັດທະນະທຳ ຫວຽດນາມ 2025 ຢູ່ Osaka, ປະຊາຊົນ ຍີ່ປຸ່ນ ຈະ​ມີ​ໂອກາດ​ໄດ້​ຮັບ​ຮູ້​ກ່ຽວກັບວັດທະນະທຳ ແລະ ຄວາມດຶງດູດຂອງ ຫວຽດນາມ ຢ່າງ​ເລິກ​ເຊິ່ງ, ປະກອບສ່ວນເຮັດໃຫ້​​ສາຍ​ພົວພັນ​ມິດຕະພາບ​​ລະຫວ່າງ ຫວຽດນາມ ​ແລະ ນະຄອນ Sakai, ກໍ່ຄືລະຫວ່າງຫວຽດນາມ ​ແລະ ຍີ່ປຸ່ນ ໃຫ້​ເລິກ​ເຊິ່ງກ່ວາ​ອີກ.

ວາດພາບພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະຈັດຮູບແຜນທີ່ຂອງຫວຽດນາມ ຢູ່ Osaka

ຜູ້ຕາງໜ້າ​ນະຄອນ Sakai, ຫົວໜ້າ​ກົມການວັດທະນະທຳ ​ແລະ ການທ່ອງ​ທ່ຽວ​ນະຄອນ Sakai, ທ່ານ Yamasaki Hisaki ກ່າວ​ຄຳ​ປາໄສ​ທີ່​ງານ​ບຸນ​ວັດທະນະທຳ ຫວຽດນາມ 2025 ຢູ່ Osaka. (ພາບ: ຊວນຢາວ/ສຳນັກຂ່າວສານ ຫວຽດນາມ)

ນາງ ຫງວຽນທິເຮືອງ, ເປັນອາສາສະໝັກທີ່ງານບຸນວັດທະນະທຳ ຫວຽດນາມ 2025 ຢູ່ Osaka, ໄດ້ສະແດງຄວາມພາກພູມໃຈທີ່ໄດ້ປະກອບສ່ວນກຳລັງແຮງເຂົ້າໃນເຫດການວັດທະນະທຳຢ່າງມີຄວາມໝາຍຂອງຊາວຫວຽດນາມ ຢູ່ Osaka.

​ນາງໃຫ້ຮູ້​ວ່າ ການ​ເຄື່ອນ​ໄຫວມ້ຽນຮູບແຜນ​ທີ່​ຫວຽດນາມ ຢູ່ Osaka ບໍ່​ພຽງ​ແຕ່​ແມ່ນ​ການ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ປະເທດ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ນ້ຳ​ໃຈຮັກແພງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ເຂດ Kansai ຍາມ​ໃດ​ກໍ່​ມຸ່ງໄປເຖິງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ.

ພ້ອມ​ກັບ​ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ເຄື່ອນ​ໄຫວມ້ຽນຮູບແຜນ​ທີ່​​ຫວຽດນາມ ​ແລະ ສະທ້ອນໃຫ້ເຫັນຄືນ​ພິທີ​ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ງານ​ບຸນ​ຍັງ​ໄດ້​ນຳ​ສະ​ເໜີ​ບັນດາ​ລາຍການ​ສະ​ແດງ​ຫຼາຍ​ຢ່າງ​ຄື ການ​ສະ​ແດງຊຸດເສື້ອຍາວດ້ວຍ​ຜ້າ​ບັ້ງ 100 ຊຸດ ​ແລະ ບັນດາລາຍການ​ສະ​ແດງ​ດົນຕີທີ່ດີເດັ່ນພິເສດ.

ວາດພາບພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະຈັດຮູບແຜນທີ່ຂອງຫວຽດນາມ ຢູ່ Osaka

ການ​ສະ​ແດງຊຸດເສື້ອຍາວດ້ວຍ​ຜ້າ​ບັ້ງ 100 ຊຸດທີ່​ງານ​ບຸນ​ວັດທະນະທຳ ຫວຽດນາມ 2025 ຢູ່ Osaka (ພາບ: ຫງວຽນຕວຽນ/ສຳນັກຂ່າວສານ ຫວຽດນາມ)

ງານ​ບຸນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Osaka 2025 ຖືກ​ຈັດ​ຕັ້ງດ້ວຍເປົ້າໝາຍມຸ່ງໄປເຖິງ​ເຄົ້າກຳເນີດ, ປຸກ​ລະ​ດົມ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ເທດ​ຊາດ ແລະ ຊຸກ​ຍູ້​ຈິດ​ໃຈຂອງ​ຊາວ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ ​ສາ​ມັກ​ຄີຮ່ວມກັນ, ​ພະ​ຍາ​ຍາມ​ເຮັດ​ວຽກ ແລະ ຮ່ຳ​ຮຽນ ເພື່ອ​ປະ​ກອບ​ສ່ວນ​ສ້າງ​ບ້ານ​ເກີດ​ເມືອງ​ນອນ​ນັບ​ມື້​ນັບ​ຈະ​ເລີນ​ຮຸ່ງ​ເຮືອງ.

ລາງວັນ ລາງວັນ "ຄວາມມັກແບບຍືນຍົງ" ແຜ່ຂະຫຍາຍຈິດໃຈຄວາມມານະພະຍາຍາມ, ອຸທິດສ່ວນໃຫ້ແກ່ໄວໜຸ່ມຫວຽດນາມ

ຍສໝ - ດ້ວຍຄວາມສົນໃຈ ແລະ ຕອບສະໜອງຢ່າງແຮງຈາກປະຊາຄົມ, ລາງວັນ “ຄວາມມັກແບບຍືນຍົງ" ໄດ້ບັນລຸຜົນສຳເລັດຫຼາຍຢ່າງໃນການຈັດຕັ້ງປີທຳອິດຂອງຕົນ, ຢັ້ງຢືນຄວາມໝາຍຂອງລາງວັນໃນການຮັບຮູ້ ແລະ ເຊີດຊູບັນດາລຸ້ນໜຸ່ມທີ່ມີພອນສະຫວັນ.

ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ ​ພົບປະເຈລະຈາກັບທ່ານ ​ປະທານາທິບໍດີ ບຣາຊິນ ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ ​ພົບປະເຈລະຈາກັບທ່ານ ​ປະທານາທິບໍດີ ບຣາຊິນ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ, ທ່ານ​ປະທານນາທິບໍດີ ສາທາລະນະລັດສະຫະພັນ ​ບຣາ​ຊິນ Luiz Inácio Lula da Silva ເປັນນຳໜ້າຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ປະເທດສາທາລະນະລັດສະຫະພັນ ​ບຣາ​ຊິນ ປະຕິບັດການໄປ​ຢ້ຽມ​ຢາມ​ທາງລັດໄປຍັງ ​ຫວຽດ​ນາມ ແຕ່​ວັນ​ທີ 27 – 29 ມີນາ 2025.

ແທັງຮັ່ງ

ເຫດການ