ສ້າງວັງສະຫງວນ ແມ່ນ້ຳຂອງຕອນກາງ ໄດ້ເກືອບ 20 ວັງ

ສ້າງວັງສະຫງວນ ແມ່ນ້ຳຂອງຕອນກາງ ໄດ້ເກືອບ 20 ວັງ

ກອງ​ປະ­ຊຸມ​ປິດ​ໂຄງ­ການ​ຄຸ້ມ​ຄອງ​ການ​ປະ­ມົງ​ຊຸມ​ຊົນ​ແບບ​ມີ​ສ່ວນ​ຮ່ວມ​ຢູ່​ເຂດ​ແມ່­ນ້ຳ​ຂອງ​ຕອນ​ກາງ ຈັດ​ຂຶ້ນ​ວັນ​ທີ 19 ມິ­ຖຸ­ນາ 2019 ທີ່​ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ບຸນ​ທອງ ຊາ​ພັກ­ດີ ຮອງ​ຫົວ­ໜ້າ​ກົມ​ລ້ຽງ­ສັດ ແລະ ການ​ປະ­ມົງ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ທ່ານ ສາຍ​ຄຳ ກຸນ​ນະ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ​ບໍ​ລິ​ຄຳ​ໄຊ ທ່ານ​ນາງ ດາ​ລຸນ​ນີ ໄຊ​ຍະ​ບຸດ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ​ຄຳ​ມ່ວນ ແລະ ທ່ານ ຝຣັ່ງ​ຊົວ ເກ​ກັງ (ແສງ​ອາ­ທິດ) ຫົວ­ໜ້າ​ອະ­ນຸ​ຮັກ​ອົງ­ການ​ທຳ​ມະ​ຊາດ​ໂລກ​ປະ­ຈຳ​ລາວ ມີ​ຜູ້­ຕາງ­ໜ້າ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ​ເຂົ້າ​ຮ່ວມ.

ການເຈລະຈາ ເພື່ອສ້າງນະໂຍບາຍຕ່າາງໆສຳລັບດິນຖືກນ້ຳຖ້ວມຢູ່ເຂດຕອນລຸ່ມແມ່ນໍ້າຂອງ

ການເຈລະຈາ ເພື່ອສ້າງນະໂຍບາຍຕ່າາງໆສຳລັບດິນຖືກນ້ຳຖ້ວມຢູ່ເຂດຕອນລຸ່ມແມ່ນໍ້າຂອງ

ຍສໝ - ການປຶກສາຫາລືຫວ່າງແລ້ວນີ້ລະຫວ່າງບັນດາເຈົ້າໜ້າທີ່ຈາກລັດຖະບານກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ຢູ່ບາງກອກ ປະເທດ ໄທ ທີ່ ປິ່ນອ້ອມກອບນະໂຍບາຍແຫ່ງຊາດ ແລະ ປະຈຸບັນສໍາລັບເຂດດິນຖືກນ້ຳຖ້ວມໄດ້ສະໜອງພື້ນຖານ ເພື່ອສ້າງນະໂຍບາຍຕ່າງໆສຳລັບດິນຖືກນ້ຳຖ້ວມຢູ່ເຂດຕອນລຸ່ມແມ່ນໍ້າຂອງ ໃຫ້ມີປະສິດທິຜົນ.

ຫວຽດນາມ ໄດ້ຮັບຖືວ່າແມ່ນແບບຢ່າງໃນການພັດທະນາຈາກປະຊາຄົມສາກົນ

ຫວຽດນາມ ໄດ້ຮັບຖືວ່າແມ່ນແບບຢ່າງໃນການພັດທະນາຈາກປະຊາຄົມສາກົນ

ຍສໝ - ພາຍຫຼັງກວ່າ 40 ປີ ນັບແຕ່ເມື່ອສິ້ນສຸດສົງຄາມ, ດ້ວຍບັນດາຜົນງານທີ່ພົ້ນເດັ່ນໃນຫຼາຍຂົງເຂດ, ຫວຽດນາມ ໄດ້ຮັບຖືວ່າແມ່ນແບບຢ່າງໃນການພັດທະນາຈາກປະຊາຄົມສາກົນ. ບັນດາໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ໃນປະຈຸບັນຕົ້ນຕໍແມ່ນໝາກຜົນຂອງກິດຈະການປ່ຽນແປງໃໝ່ໂດຍພັກກອມມູນິດຫວຽດນາມ ເລີ່ມຕົ້ນປະຕິບັດໃນປີ 1986.

ມອບເຮືອນເອື້ອອາທອນ ໃຫ້ແກ່ ແມ່ເຖົ້າ ກັນເຈຍ

ມອບເຮືອນເອື້ອອາທອນ ໃຫ້ແກ່ ແມ່ເຖົ້າ ກັນເຈຍ

ຍສໝ - ການມອບເຮືອນເອື້ອອາທອນໃຫ້ແກ່ ແມ່ເຖົ້າ ກັນເຈຍ ແມ່ນສັນຍາລັກແຫ່ງຄວາມຮັກແພງແບບພິເສດ, ມຸນເຊື້້ອການປະຕິວັດ ແລະ ນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.

Vietjet ພົບບັນຫາຢ່າງຕໍ່ເນື່ອງ ຜູ້ແທນສະພາແຫ່ງຊາດ ສະເໜີ “ ບໍ່ແມ່ນຍ້ອນແຕ່ຜົນກຳໄລ ບໍ່ໃສ່ໃຈຕໍ່ຄວາມປອດໄພ”

Vietjet ພົບບັນຫາຢ່າງຕໍ່ເນື່ອງ ຜູ້ແທນສະພາແຫ່ງຊາດ ສະເໜີ “ ບໍ່ແມ່ນຍ້ອນແຕ່ຜົນກຳໄລ ບໍ່ໃສ່ໃຈຕໍ່ຄວາມປອດໄພ”

ຍສໝ - ຕອນບ່າຍວັນທີ 30 ພຶດສະພາ, ຜູ້ແທນສະພາ ສືບຕໍ່ການປຶກສາຫາລື ກ່ຽວກັບສະພາບການເສດຖະກິດ-ສັງຄົມ. ຜູ້ແທນສະພາ ແຂວງອາຢາງ ສະຫາຍ ໂດນ ຕ໋ວນ ຟອງ ສະແດງຄວາມເປັນຫ່ວງ ກ່ຽກັບບັນຫາ ຄວາມປອດໄພ ຂອງສາຍການບິນໃນປະຈຸບັນ ພາຍຫຼັງພົບຄວວາມຂັດຂໍ້ຢ່າງຕໍ່ເນື່ອງ, ພິເສດແມ່ນ ສາຍການບິນ Vietjet

ຍົກ​ລະ​ດັບຄວາມ​ຮູ້​ ດ້ານວິຊາຊີບ ໃຫ້ແມ່ຍິງລາວ

ຍົກ​ລະ​ດັບຄວາມ​ຮູ້​ ດ້ານວິຊາຊີບ ໃຫ້ແມ່ຍິງລາວ

ສູນອົບຮົມແມ່ຍິງລາວ ໄດ້ຈັດຊຸດຝຶກອົບຮົມວິຊາຊີບການປຸງແຕ່ງອາຫານ, ຕັດຫຍິບ ແລະ ເສີມສວຍ​ໃຫ້ສຳລັບແມ່ຍິງ ຜູ້ດ້ອຍໂອກາດ ຈຳນວນ 50 ຄົນ ໃນຂອບເຂດທົ່ວປະເທດ ແຕ່ວັນທີ 22 ພຶດສະພາ ຫາ 15 ສິງຫາ 2019 ​ເພື່ອໃສ່ສົ່ງເສີມ ການມີວຽກເຮັດ ງານທຳ ໃຫ້ແມ່ຍິງລາວ, ​ເຊິ່ງໄດ້ຮັບ ການສະໜັບສະໜູນ ຈາກກະຊວງ ສະເໝີພາບບົດບາດຍິງ-ຊາຍ ແລະ ຄອບຄົວ ສ.ເກົາຫລີ.

ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ຖີ້ ກີມ ເງິນ ໄດ້ມີການພົບປະກັບບັນດາ ທ່ານ ນາງ ເອກອັກຄະລັດຖະທູດເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີ

ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ຖີ້ ກີມ ເງິນ ໄດ້ມີການພົບປະກັບບັນດາ ທ່ານ ນາງ ເອກອັກຄະລັດຖະທູດເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີ

ຍສໝ - ໃນມື້ວັນທີ 2 ມີນາ, ທີ່ແຂວງຫວິງຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ຖີ້ ກີມ ເງິນ ໄດ້ມີການພົບປະ ແລະ ເຮັດວຽກກັບບັນດາການນໍາສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດເພດຍິງຫວຽດນາມ, ການນໍາແຂວງຫວິງຟຸກ ພ້ອມດ້ວຍບັນດາທ່ານນາງເອກອັກຄະລັດຖະທູດ, ທ່ານນາງຫົວໜ້າອົງການຕາງໜ້າທາງການທູດ ແລະ ບັນດາອົງການຈັດຕັ້ງສາກົນເພດຍິງ ທີ່ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ.

ລາວ-​ຫວຽດນາມ ແມ່ນ​ສາຍ​ພົວ­ພັນ​ມິດ­ຕະ­ພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາ­ມັກ­ຄີ​ແບບ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ, ໜຶ່ງ​​ດຽວໃນ​ໂລກ​

ລາວ-​ຫວຽດນາມ ແມ່ນ​ສາຍ​ພົວ­ພັນ​ມິດ­ຕະ­ພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາ­ມັກ­ຄີ​ແບບ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ, ໜຶ່ງ​​ດຽວໃນ​ໂລກ​

ໃນມໍ່ໆມານີ້, ເນື່ອງໃນໂອກາດທີ່ທ່ານ ເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວ໋ຽນ ຟູ໋ຈ້ອງ ຈະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ລະຫວ່າງ ວັນ​ທີ 24-25 ກຸມ ພາ 2019 ນີ້, ທ່ານ ຫງວ໋ຽນ ບ໋າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ຜູ້ມີອຳນາດເຕັມ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດກັບສຳນັກຂ່າວລາວ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ.

ການພົວພັນການຕ່າງປະເທດດ້ານປະຊາຊົນແມ່ນປັດໃຈສໍາຄັນເພື່ອຊຸກຍູ້ພົວພັນການຮ່ວມມືລະຫວ່າງບັນດາປະເທດ

ການພົວພັນການຕ່າງປະເທດດ້ານປະຊາຊົນແມ່ນປັດໃຈສໍາຄັນເພື່ອຊຸກຍູ້ພົວພັນການຮ່ວມມືລະຫວ່າງບັນດາປະເທດ

ຍສໝ - ເນື່ອງໃນໂອກາດປີໃຫມ່ຫວຽດນາມ 2019, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ຄະນະກໍາມະທິການວຽກງານກ່ຽວກັບບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ຈັດຕັ້ງງານພົບປະເພື່ອທົບທວນຄືນຜົນໄດ້ຮັບຂອງວຽກງານສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ວຽກງານທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນປີທີ່ຜ່ານມາ.

ຮ່າຕິ໋ງ ຕ້ອນຮັບ ບັນດາອາທະຫານ ກັບ ດິນແມ່ ທີ່ຮັກແພງ ...

ຮ່າຕິ໋ງ ຕ້ອນຮັບ ບັນດາອາທະຫານ ກັບ ດິນແມ່ ທີ່ຮັກແພງ ...

ຍສໝ - ພາຍຫຼັງ 40 ປີ “ ອາໄສຢູ່” ແຜ່ນດິນລາວ, ທະຫານວິລະຊົຍ ຫວຽດນາມ 7 ສະຫາຍທີ່ ເສຍຊີວິດ ເພື່ອພາລະກິດສາກົນ ອັນສູງສົ່ງ ກັບຄືນສູ່ແຜ່ນດິນແມ່ (ແຂວງຮ່າຕິ໋ງ) ທີ່ຮັກ ບົນບັນຍາກາດອັນສະອຶ້ນຕຶ້ນຕັນ, ຄວາມເຄົາລົບ ແລະ ຄວາມກະຕັນຍູ ຂອງຜູ້ທີ່ຍັງທີມີຊີວິດຢູ່ໃນມື້ນີ້.

ຊ່ວຍເພື່ອນແມ່ນຊ່ວຍຕົນເອງ

ຊ່ວຍເພື່ອນແມ່ນຊ່ວຍຕົນເອງ

ຍສໝ - ໃນຊຸມປີຜ່ານມາ, ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ປະຕິບັດຫຼາຍກິດຈະກໍາທາງດ້ານສັງຄົມຊ່ວຍເຫຼືອພໍ່ແມ່ປະຊາຊົນລາວ ທີ່ດໍາລົງຊີວິດຢູ່ເຂດຊາຍແດນຫວຽດນາມ - ລາວ ປົວແປງຊີວິດການເປັນຢູ່.

ພິທີປະດັບຫຼຽນໄຊມິດຕະພາບໃຫ້ແກ່ແມ່ຍິງອາເມລິກາ

ພິທີປະດັບຫຼຽນໄຊມິດຕະພາບໃຫ້ແກ່ແມ່ຍິງອາເມລິກາ

ຍສໝ - ທ່ານນາງ Susan Hammod (ເປັນລູກສາວຂອງນັກຮົບເກົ່າອາເມລິກາ), ເປັນຜູ້ສ້າງຕັ້ງທັງເປັນ ຜູ້ອໍານວຍການຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ (WLP) ຢູ່ຫວຽດນາມ.

ກວດພະຍາດ, ໃຫ້ຄໍາປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນເມືອງວຽງທອງ, ແຂວງບໍລິຄໍາໄຊ-ລາວ ເກືອບ 800 ເທື່ອຄົນ

ກວດພະຍາດ, ໃຫ້ຄໍາປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນເມືອງວຽງທອງ, ແຂວງບໍລິຄໍາໄຊ-ລາວ ເກືອບ 800 ເທື່ອຄົນ

ໃນລະຫວ່າງວັນທີ 1 – 4 ເມສາ ປີ 2019, ກົມພະລາທິການທະຫານເຂດ 4 ໄດ້ເປັນປະທານສົມທົບກັບບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 ແລະແຂວງບໍລິຄໍາໄຊ ແຫ່ງ ສປປ ລາວ ຈັດຕັ້ງຄະນະປະຕິບັດງານໂດຍທ່ານພັນເອກພິເສດ ຟ້າມມິງດຶກ, ຫົວໜ້າການເມືອງກົມພະລາທິການທະຫານເຂດ 4 ເປັນຫົວໜ້າຄະນະໄປກວດພະຍາດ, ໃຫ້ຄໍາປຶກສາສຸຂະພາບ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນເມືອງວຽງທອງ.

ນັກສຶກສາລາວ 500 ຄົນ ໄປທັດສະນະສຶກສາຢູ່ເຮືອນພໍ່ແມ່ປະຊາຊົນ

ນັກສຶກສາລາວ 500 ຄົນ ໄປທັດສະນະສຶກສາຢູ່ເຮືອນພໍ່ແມ່ປະຊາຊົນ

ຍສໝ - ສົ່ງນັກສຶກສາລາວໄປທັດສະນະສຶກສາທີ່ເຮືອນພໍ່ແມ່ປະຊາຊົນແມ່ນຮູບແບບໜຶ່ງເຊິ່ງຍົກສູງຄຸນນະພາບດ້ານການຮຽນພາສາຫວຽດນາມໃຫ້ແກ່ນັກສຶກສາລາວ.

ເຈົ້າ​ແຂວງ ລົງ​​ຊຸກ​ຍູ້​ການຜະ​ລິດ​ຢູ່​ເມືອງ​ຈຳ​ພອນ ຄວາມ​ຕ້ອງ​ການ​ຂອງ​ຊາວ​ນາ​ແມ່ນ​ການ​ປັບ​ປຸງ​ຄອງ​ນ້ຳ

ເຈົ້າ​ແຂວງ ລົງ​​ຊຸກ​ຍູ້​ການຜະ​ລິດ​ຢູ່​ເມືອງ​ຈຳ​ພອນ ຄວາມ​ຕ້ອງ​ການ​ຂອງ​ຊາວ​ນາ​ແມ່ນ​ການ​ປັບ​ປຸງ​ຄອງ​ນ້ຳ

ໃນວັນທີ 29 ມີນາ 2019, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວສະຫວັນນະເຂດ ໄດ້ລົງຕິດຕາມການ ສ້າງກຸ່ມຜະລິດ ແລະ ຜະລິດ ເປັນສິນຄ້າ ຢູ່ເມືອງຈຳພອນ.

ກະຊວງການຕ່າງປະເທດ ເພີ່ມຄວາມເຂົ້າໃຈ ວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ

ກະຊວງການຕ່າງປະເທດ ເພີ່ມຄວາມເຂົ້າໃຈ ວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ

ວັນທີ 20 ທັນວາ 2018 ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2018 ພາຍໃຕ້ຫົວຂໍ້ '' ຮັບຟັງຂ້ອຍແດ່ '', ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນ ທີ່ ທ່າລາດ ແຂວງ ວຽງຈັນ, ໂດຍການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ. ມີຄະນະກົມ, ຄະນະພະແນກ ແລະ ວິຊາການ ເຂົ້າຮ່ວມ.

ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນ ຫລວງພະບາງ

ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນ ຫລວງພະບາງ

ໃນ​ວັນ​ທີ 17 ທັນ​ວາ 2018 ທີ່​ນະ​ຄອນ​ຫລວງ​ພະ​ບາງ ແຂວງ​ຫລວງ​ພະ​ບາງ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 4 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ,​ ໂດຍ​ການ​ເປັນ​ປະ​ທານ​ຮ່ວມ ​ຂອງ​ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ແລະ ທ່ານ ຫວັງ ອີ້ ທີ່​ປຶກ​ສາ​ແຫ່ງ​ລັດ, ລັດ​ຖະ​ມົ​ນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ ສ​ປ.ຈີນ, ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ຄະ​ນະ ຈາກ​ບັນ​ດາ​ປະ​ເທດ​ ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ຄື: ສ​ປ​ປ ລາວ, ສ​ສ.ຫວຽດ​ນາມ. ສ​ປ.ຈີນ, ກຳ​ປູ​ເຈຍ, ມ​ຽນ​ມາ ແລະ ໄທ ເຂົ້າ​ຮ່ວມ.

ເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງສະຫະພັນແມ່ຍິງເມືອງເກວ໊ຟອງ ແລະເມືອງຊໍາໃຕ້

ເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງສະຫະພັນແມ່ຍິງເມືອງເກວ໊ຟອງ ແລະເມືອງຊໍາໃຕ້

ທ່ານນາງ ແສງເພັດ ລືອິນຄໍາ, ກຳມະການຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງຊໍາໃຕ້ ແລະທ່ານນາງ ໄມພອນ ລໍມີໄຊ ປະທານສະຫະພັນແມ່ຍິງເມືອງ ພ້ອມກັບຄະນະຜູ້ແທນສະຫະພັນແມ່ຍິງເມືອງ ຊໍາໃຕ້, ແຂວງຫົວພັນ, ລາວ ມາຢ້ຽມຢາມ ແລະເຮັດວຽກກັບສະຫະພັນແມ່ຍິງເມືອງເກວ໊ຟອງ.

ຮ່ວມກັນເສີມສ້າງນຳ້ໃຈສາມັກຄີ ແມ່ຍິງສອງຊາດ ຫວຽດ-ລາວ

ຮ່ວມກັນເສີມສ້າງນຳ້ໃຈສາມັກຄີ ແມ່ຍິງສອງຊາດ ຫວຽດ-ລາວ

ຍສໝ - ທີ່ຜ່ານມາ ຮອງປະທານ ສະຫະພັນ ແມ່ຍິງ ຫວຽດນາມ ທ່ານນາງ ຫງວ໋ຽນ ຖິຕວຽດ ໄດ້ມີການພົບປະເຮັດວຽກກັບ ຄະນະຜູ້ແທນ ສະຫະພັນ ແມ່ຍິງລາວ ນຳພາໂດຍ ທ່ານນາງ ບຸນດິດ ປະທຸມວັນ ຮອງປະທານສະຫະພັນ ແມ່ຍິງ ລາວ

ກອງປະຊຸມໜ່ວຍງານວິຊາການຮ່ວມດ້ານການທູດ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 8

ກອງປະຊຸມໜ່ວຍງານວິຊາການຮ່ວມດ້ານການທູດ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 8

ໃນວັນທີ 25 ຕຸລາ 2018 ນີ້, ກົມເສດຖະກິດ ກະຊວງການຕ່າງປະເທດ ໃນຖານະເປັນກອງເລຂາ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຂອງ ສປປ ລາວ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ ຈັດກອງ ປະຊຸມໜ່ວຍງານວິຊາການຮ່ວມ ດ້ານການທູດ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 8 ທີ່ ແຂວງຫລວງພະບາງ, ໂດຍການເປັນປະທານຮ່ວມຂອງທ່ານ ວິລະສັກ ສົມພົງ ຮອງຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເໝົາ ໜິງ ຮອງຫົວໜ້າກົມອາຊີ ກະຊວງການຕ່າງປະເທດ ສປ ຈີນ. ພ້ອມດ້ວຍຄະນະຜູ້ແທນ ຈາກບັນດາປະເທດແມ່ນໍ້າຂອງ ແລະ ສປ ຈີນ ເຂົ້າຮ່ວມ.