ສັນຍາການຄ້າເສລີ ຫວຽດນາມ - ອີຢູ ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກ

06:07 | 24/07/2019

EVFTA ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກໄປຍັງຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ນຳເຂົ້າອຸປະກອນ, ວັດຖຸດິບ ດ້ວຍລາຄາຕ່ຳ ແລະ ມີຄຸນນະພາບສູງ.

ສັນຍາການຄ້າເສລີ ຫວຽດນາມ - ອີຢູ ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກ

ພາບປະກອບ

EVFTA ເຮັດໃຫ້ຫວຽດນາມກາຍເປັນສະຖານທີ່ດູດດື່ມກວ່າ ຍ້ອນສັນຍາດັ່ງກ່າວຈະເປີດກວ້າງຄວາມສາມາດສຳຜັດກັບຕະຫຼາດທີ່ພວມພັດທະນາຢ່າງວ່ອງໄວຢູ່ ຫວຽດນາມ ໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນເອີລົບ. EVFTA ກໍ່ຈະນຳຫວຽດນາມ ກາຍເປັນໃຈກາງການລົງທຶນຂອງບັນດາວິສາຫະກິດເອີລົບ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ສຳລັບ EVFTA, ຫວຽດນາມ ຈະລົບລ້າງ 65% ພາສີນຳເຂົ້າສຳລັບສິນຄ້າທີ່ອີຢູ ສົ່ງອກມາຍັງ ຫວຽດນາມ ໃນທັນທີ ເມື່ອສັນຍາມີຜົນສັກສິດ. ບັນດາພາສີທີ່ຍັງເຫຼືອຈະຄ່ອຍໆຍົກເລີກເທື່ອລະໜ້ອຍໃນເວລາຫຼາຍສຸດແມ່ນ 10 ປີ. ນອກນັ້ນ, ບັນດາບໍລິສັດຂອງອີຢູ ກໍ່ຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກຄຳໝັ້ນສັນຍາອື່ນໆຂອງຫວຽດນາມ ຄື: ຫຼຸດຜ່ອນຈຳນວນຮົ້ວກີດຂວາງປອດພາສີໃນຂະແໜງລົດໂອໂຕ, ຄຳໝັ້ນສັນຍາກ່ຽວກັບການປົກປ້ອງຊີ້ບອກພູມມີປະເທດແບບອັດຕະໂນມັດໃຫ້ແກ່ 169 ຜະລິດຕະພັນສະບຽງອາຫານ ແລະ ເຄື່ອງດື່ມຂອງອີຢູ, ຄຳໝັ້ນສັນຍາກ່ຽວກັບການເປີດປະຕູຕະຫຼາດຊື້ຂາຍພາກລັດ… ແລກເອົາສິ່ງນັ້ນ, ອີຢູ ກໍ່ໃຫ້ຄຳໝັ້ນສັນຍາຍົກເລີກ 71% ພາສີນຳເຂົ້າສຳລັບສິນຄ້າຈາກຫວຽດນາມ ນັບແຕ່ເມື່ອສັນຍາມີຜົນສັກສິດ.

ບັນດາພາສີທີ່ຍັງເຫຼືອຈະຄ່ອຍຫຼຸດລົງຕາມໄລຍະເວລາຫຼາຍສຸດແມ່ນ 7 ປີ ແລະ ນຳໃຊ້ໂກຕາພາສີສຳລັບບາງສິນຄ້າພິເສດ. ອີຢູ ກໍໃຫ້ຄຳໝັ້ນສັນຍາອາລັກຂາຊີ້ບອກພູມມີປະເທດອັັດຕະໂນມັດໃຫ້ 39 ຜະລິດຕະພັນຂອງຫວຽດນາມ. ທ່ານລັດຖະມົນຕີຕີກະຊວງອຸດສາຫະກຳ, ການຄ້າຫວຽດນາມ ເຈິ່ນຕວ໊ນແອງ, ໃຫ້ຮູ້ຕື່ມອີກວ່າ.

ສັນຍາການຄ້າເສລີ ຫວຽດນາມ - ອີຢູ ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກ

ພາບປະກອບ

EVFTA ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກໄປຍັງຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ນຳເຂົ້າອຸປະກອນ, ວັດຖຸດິບ ດ້ວຍລາຄາຕ່ຳ ແລະ ມີຄຸນນະພາບສູງ. EVFTA ໄດ້ນຳມາເຊິ່ງແງ່ຫວັງຫລາຍຢ່າງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ເມື່ອລົບລ້າງພາສີນຳເຂົ້າໃຫ້ຂຶ້ນເຖິງກວ່າ 90% ປະເພດພາສີ. ພິເສດ ພາຍຫລັງສັນຍາມີຜົນສັກສິດ, ມີສິນຄ້າຫລາຍປະເພດ ຈະບໍ່ໄດ້ເສຍພາສີ. ໃນນັ້ນ ກາລະໂອກາດສົ່ງອອກສຳລັບຫມວດຜະລິດຕະພັນກະເສດແມ່ນໃຫຍ່ຫລວງ ຄື: ສິນໃນນ້ຳ, ເຂົ້າສານ, ນ້ຳຕານ, ໝາກພິກໄທ, ໝາກມ່ວງຫິມະພານ, ນ້ຳເຜິ້ງ, ໝາກໄມ້ສົດ, ຜັກ, ແລະ ປຸງແຕ່ງນ້ຳໝາກໄມ້ສົດ.

ປະຈຸບັນ ອີຢູ ແມ່ນຕະຫລາດໃຫຍ່ແຫ່ງທີ 2 ດ້ວຍລະດັບເຕີບໂຕແຕ່ລະປີແມ່ນ 7-10% ພຽງຖັດຈາກ ອາເມລິກາ. ປີ 2018 ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ໄດ້ສົ່ງອອກ ໄປຍັງອີຢູ ກວ່າ 4 ຕື້ USD. ຂະແຫນງຕ່ຳແຜ່ນຕັດຫຍິບຫວັງວ່າ ເມື່ອມີສັນຍາ EVFTA ການສົ່ງອອກຈະບັນລຸລະດັບ 40 ຕື້ USD.

ຖ້າຫາກ EVFTA ມີຜົນສັກສິດ ຈະຊຸກຍູ້ດ້ານການຄ້າລະຫວ່າງຫວຽດນາມ ແລະ ອີຢູ ຫຼາຍພໍສົມຄວນ. ປະຈຸບັນ, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ອີຢູ ໄດ້ເພີ່ມຂຶ້ນທົບ 10 ເທົ່າໃນໄລຍະເກືອບ 10 ປີຜ່ານມາ ແລະ ບັນລຸໄດ້ປະມານ 53 ຕື້ USD ໃນປີ 2018. ອີຢູ ແມ່ນຄູ່ຄ້າລາຍໃຫຍ່ຢືນອັນດັບທີ 3 ຂອງຫວຽດນາມ; ໃນຂະນະນັ້ນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ຢືນອັນດັບທີ 19 ຂອງອີຢູ ໃນທົ່ວໂລກ ແລະ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.