ສາຍພົວພັນແບບພິເສດ ລາວ-ຫວຽດນາມ ແມ່ນແບບຢ່າງທີ່ດີ ແໜ້ນແຟ້ນ ສື່ຊັດ ຂາວສະອາດ ແລະ ມີປະສິດທິຜົນ

06:10 | 25/07/2019

ຍສໝ - ແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ໂດຍກອງບັນຊາການທະຫານຊາຍແດນປະສານສົມທົບກັບຄະນະກຳມະການພັກແຂວງ, ຄະນະກຳມະການປະຊາຊົນແຂວງ ກວາງຈິ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳເພື່ອຄຳນຶງເຖິງການປະກອບສ່ວນເຂົ້າໃນວຽກງານກໍ່ສ້າງເພີ່ມພູນສາຍພົວພັນມິດຕະພາບຫວຽດນາມ-ລາວ. ຜູ້ສື່ຂ່າວຊາຍແດນໄດ້ມີການສຳພາດທ່ານ ຮ່າ ສີ໊ ດົ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ກວາງຈິ, ຫົວໜ້າຄະນະຈັດຕັ້ງກ່ຽວກັບບັນດາກິດຈະກຳການປະກອບສ່ວນໃນການກໍ່ສ້າງຄວາມສາມັກຄີລະຫວ່າງປະຊາຊົນສອງຊາດ.

ສາຍພົວພັນແບບພິເສດ ລາວ-ຫວຽດນາມ ແມ່ນແບບຢ່າງທີ່ດີ ແໜ້ນແຟ້ນ ສື່ຊັດ ຂາວສະອາດ ແລະ ມີປະສິດທິຜົນ

ທ່ານ ຮ່າ ສີ໊ ດົ່ງ.(ພາບ: dantri.com.vn)

- ຂໍຮຽນທ່ານ, ກິດຈະກຳການແລກປ່ຽນວັນທີ 22 ເດືອນ ກໍລະກົດ ໂດຍຜ່ານຫລາຍກິດຈະກຳຄື: ກວດ-ປິ່ນປົວພະຍາດ, ແຈກຢາຍຢາປ້ອງກັນພະຍາດ, ມອບງົວໃຫ້ປະຊາຊົນທັງສອງປະເທດທີ່ຢູ່ເຂດຊາຍແດນ. ທ່ານສາມາດແບ່ງປັນເນື້ອໃນໃຈຄວາມຂອງການແລກປ່ຽນເຂດຊາຍແດນມິດຕະພາບຫວຽດນາມ-ລາວ ປີ 2019 ໄດບໍ່?

- ໃນປະຫວັດສາດສາຍພົວພັນສາກົນ, ສາຍພົວພັນແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນແບບຢ່າງທີ່ດີ, ແໜ້ນແຟ້ນ, ສື່ຊັດ, ຂາວສະອາດ ແລະ ມີປະສິດທິຜົນ. ສາຍພົວພັນນີ້ແມ່ນປະທານ ໂຮ່ ຈີ ມິງ ເປັນຜູ້ກໍ່ຕັ້ງຂຶ້ນຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ແລະ ບັນດາການນຳຂອງພັກຫຼາຍຮຸ່ນ, ສອງປະເທດ, ປະຊາຊົນສອງຊາດອ້າຍນ້ອງ, ຜ່ານຜ່າປະຫວັດສາດການຕໍ່ສູ້ປົກປັກຮັກສາປະເທດຊາດອັນແສນຍາວນານຈົນມາຮອດໄລຍະກໍ່ສ້າງປະເທດຊາດ ແລະ ໄດ້ມີຄຳເວົ້າໜຶ່ງວ່າ ນີ້ແມ່ນສາຍພົວພັນສາຍສຳພັນເລືອດເນື້ອອັນສະຫນິດສະໜົມ ກ່ອນຫລັງເປັນໜຶ່ງ. ງານແລກປ່ຽນມິດຕະພາບເຂດຊາຍແດນປີ 2019 ໄດ້ຖືກກອງບັນຊາການທະຫານຊາຍແດນເລືອກຈັດຂຶ້ນທີ່ແຂວງ ກວາງຈິ ແມ່ນຄວາມພາກພູມໃຈສຳລັບປະຊາຊົນພື້ນທີ່. ແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ-ລາວ ປີ 2019 ແມ່ນກິດຈະກຳເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ, ເພື່ອປະຊາຊົນສອງຊາດຈັບມືກັນກ້າວໄປສູ່ອະນາຄົດ, ນີ້ກໍ່ແມ່ນໂອກາດດີທີ່ການນຳສອງຝ່າຍສືບຕໍ່ແລກປ່ຽນເຊິ່ງກັນ ແລະ ກັນ,ແບ່ງປັນດາຂໍ້ຫຍຸ້ງຍາກເພື່ອກ້າວສູ່ຄວາມພັດທະນາເສດຖະກິດຕາເວັນອອກ-ຕາເວັນຕົກ.

- ກ່ອນຫນ້າການຈັດງານນີ້, ແຂວງ ກວາງຈິ ໄດ້ແບ່ງປັນງົບປະມານສະໜັບສະໜູນໃຫ້ແກ່ລາວໃນວຽກງານການກໍ່ສ້າງຄືແນວໃດ, ຂໍຮຽນທ່ານ?

- ທີ່ຜ່ານມາ, ຄະນະກຳມະການປະຊາຊົນແຂວງ ກວາງຈິ ໄດ້ແບ່ງງົບປະມານຂອງແຂວງຈຳນວນເງິນ 7,997 ຕື້ ດົ່ງ ເພື່ອຊ່ວຍເຫຼືອສອງແຂວງ ສະຫວັນນະເຂດ ແລະ ສາລະວັນ. ເງິນສ່ວນນີ້ໄດ້ຊ່ວຍໃນການກໍ່ສ້າງບັນດາໂຄງການສຸກສາລາ ແດນສະຫວັນ, ໂຮງຮຽນມັດຖະຍົມຕອນຕົ້ນ ບ້ານໂພນໄຮ ຢູ່ເມືອງ ເຊໂປນ ແຂວງ ສະຫວັນນະເຂດ, ສຸກສາລາກຸ່ມບ້ານ ຕາລໍ ແລະ ໂຮງຮຽນມັດຖະຍົມຕອນຕົ້ນກຸ່ມບ້ານຕາລຸງກາງຢູ່ເມືອງ ສາມວຍ, ແຂວງ ສາລະວັນ. ໂດຍລວມແລ້ວບັນດາໂຄງການນີ້ແມ່ນມີຄວາມຈຳເປັນທີ່ສຸດສຳລັບປະຊາຊົນຢູ່ເຂດທ້ອງຖິ່ນນີ້, ຊ່ວຍໃຫ້ພໍ່ແມ່ປະຊາຊົນມີເງື່ອນໄຂໄດ້ກວດ ແລະ ປິ່ນປົວພະຍາດ, ເບິ່ງແຍງສຸກຂະພາບ, ເດັກນ້ອຍສາມາດໄປຮຽນທີ່ໂຮງຮຽນ, ປະກອບສ່ວນເຂົ້າໃນການກໍ່ສ້າງຊີວິດໃໝ່.

- ໃນການແລກປ່ຽນມິດຕະພາບເຂດຊາຍແດນຄັ້ງທີ 1 ໄດ້ຈັດຈຶ້ນໃນທ້າຍປີ 2018 ທີ່ ແຂວງ ກອນຕູມ, ທາງຝ່າຍລາວສ່ວນຫລາຍຈະສະເໜີໃຫ້ຊ່ວຍໃນການກໍ່ສ້າງໃຫ້ພີ່ນ້ອງປະຊາຊົນລາວທາງດ້ານການແພດ. ໃນໄລຍະເວລາທີ່ຜ່ານມາ, ແຂວງກວາງຈິຕອບສະໜອງຄວາມຮຽກຮ້ອງຕ້ອງການນີ້ຄືແນວໃດ, ຂໍຮຽນທ່ານ?

- ເງື່ອນໄຂສະດວກຂອງແຂວງ ກວາງຈິ ແມ່ນມີ ໂຮງຮຽນຊັ້ນສູງເເພດສາດ, ປັດຈຸບັນມີນັກສຶກລາວກຳລັງສຶກສາຢູ່ທັງໝົດ 135 ຄົນ ທີ່ມາຈາກສາມແຂວງຂອງລາວຄື: ແຂວງ ສາລະວັນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຄຳມ່ວນ. ແຂວງ ກວາງຈິ ມີນະໂຍບາຍຫຼາຍຢ່າງທີ່ສະໜັບສະໜູນນັກຮຽນລາວທີ່ມີສະພາບເງື່ອນໄຂຄອບຄົວທຸກຍາກ, ມອບທຶນການສຶກສາ ແລະ ຍ້ອງຍໍ, ຊຸກຍູ້ສຳລັບນ້ອງໆທີ່ມີຜົນການຮຽນດີເດັ່ນ. ໃນໂອກາດວັນຊາດລາວ, ວັນບຸນປີໃໝ່ລາວ, ໂຮງຮຽນໄດ້ຈັດກິດຈະກຳແລກປ່ຽນສິລະປະວັດທະນະທຳ, ກິລາ ເພື່ອໃຫ້ນ້ອງໆຈົດຈຳເຖິງຄວາມປະທັບໃຈຂອງປະເທດຫວຽດນາມ ແລະ ປະຊາຊົນຫວຽດນາມ, ສ້າງສາຍພົວພັນລະຫວ່າງນັກສຶກສາສອງປະເທດ.

- ໝົດປີ 2018 ກ້າວເຂົ້າສູ່ປີ 2019 ແຂວງກວາງຈິ ໄດ້ເລືອກເຟັ້ນເອົາ 10 ກິດຈະກຳທີ່ພົ້ນເດັ່ນ. ໃນນັ້ນມີປັນຫາການຕ່າງປະເທດ. ຂໍຮຽທ່ານມີຄຳຄິດເຫັນຕໍ່ກັບປັນຫານີ້?

- ປີ 2018 ແຂວງ ກວາງຈິ ປະສົບຜົນສຳເລັດຫລາຍວຽກງານກ່ຽວກັບວຽກງານການພົວພັນຕ່າງປະເທດ, ໃນນັ້ນທີ່ພົ້ນເດັ່ນກໍແມ່ນຜັນຂະຫຍາຍຢ່າງມີປະສິດທິຜົນບົດບັນທຶກການເຈລະຈາຮ່ວມມືຂັ້ນສູງລະຫວ່າງ ແຂວງ ກວາງຈິ ແລະ ສອງຂອງລາວຄື: ແຂວງ ສະຫວັນນະເຂດ ແລະ ແຂວງ ສາລະວັນ ໄລຍະແຕ່ປີ 2017-2019, ນັ້ນໄດ້ເປັນພື້ນຖານໃຫ້ແກ່ວຽກງານການກໍ່ສ້າງ ແລະ ຜັນຂະຫຍາຍການເຈລະຈາຂັ້ນສູງ ແຂວງ ກວາງຈິ ແລະ ສອງແຂວງ ສະຫວັນນະເຂດ ແລະ ສາລະວັນ, ໄລຍະແຕ່ປີ 2020-2022. ຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ກວດກາລາຍຊື່ຄົນຫວຽດນາມ ແລະ ລາວທີ່ເຄື່ອນຍ້າຍຕາມອັດຖະຍາໄສ ແລະ ແຕ່ງດອງບໍຖືກຢ່າງບໍ່ຖືກຕ້ອງຢູ່ເຂດຊາຍແດນລະຫວ່າງ ແຂວງ ກວາງຈິ ແລະ ສອງ ແຂວງ ສະຫວັນນະເຂດ ແລະ ແຂວງ ສາລະວັນ ຕາມຂໍ້ຕົກລົງເລກທີ 133/ QT-TTg ລົງວັນທີ 03/02/2017 ຂອງທ່ານນາຍົກລັດຖະມົນຕີ.

- ກໍ່ສ້າງພະນັກງານການເມືອງໃຫ້ແກ່ລາວກໍ່ເປັນໝາກຜົນອັນໜຶ່ງທີ່ມີຄວາມພົ້ນເດັ່ນຂອງແຂວງ, ຮຽນທ່ານແບ່ງປັນກ່ຽວກັບປັນຫານີ້?

- ຕະຫຼອດໄລຍະເວລາຫລາຍກ່ວາ 10 ປີ ຜ່ານມາ, ໂຮງຮຽນການເມືອງ ເລຢວນ ໄດ້ກໍ່ສ້າງລະດັບຊັ້ນກາງທິດສະດີການເມືອງ. ການປົກຄອງໃຫ້ໃຫ້ພະນັກງານສອງ ແຂວງ ສະຫວັນນະເຂດ ແລະ ແຂວງ ສາລະວັນ. ຮອດປັດຈຸບັນໄດ້ມີ 7 ຊຸດພະນັກງານການເມືອງຂອງສອງແຂວງ ລາວໄດ້ຈົບການກໍ່ສ້າງ, ປັດຈຸບັນມີ 1 ຊຸດທີ່ກຳລັງກໍ່ສ້າງ. ລວມຈຳນວນພະນັກງານທີ່ໄດ້ສຳເລັດ ແລະ ກຳລັງກໍ່ສ້າງແມ່ນ 330 ສະຫາຍ. ບັນດາພະນັກງານທີ່ໄດ້ຮັບການກໍ່ສ້າງທີ່ກັບຄືນສູ່ປະເທດໄດ້ກາຍເປັນຜູ້ດຳລົງຕຳແໜ່ງທີ່ສຳຄັນ ແລະ ເຂົາເຈົ້າຍັງໄດ້ສະແດງຄວາມຮູ້ບຸນຄຸນໃນນຳ້ໃຈການຊ່ວຍເຫຼືອຂອງ ແຂວງ ກວາງຈິຢູ່ສະເໝີ.

- ຈາກບົດບາດຂອງຄະນະກຳມະການພັກແຂວງ ແລະ ບັນດາການຊີ້ນຳຂອງຄະນະກຳມະການປະຊາຊົນແຂວງ, ໃຫ້ທ່ານຍົກໃຫ້ເຫັນບາງຮູບແບບທີ່ພົ້ນເດັ່ນທີ່ປະຊາຊົນສອງເຂດຊາຍແດນໄດ້ປະຕິບັດເພື່ອສ້າງຄວາມສາມັກຄີ?

- ມີຫລາຍຮູບແບບສະເເດງໃຫ້ເຫັນເຖິງຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ, ພົ້ນເດັ່ນທີ່ສຸດແມ່ນການແຮກສ່ຽວ ບ້ານຕໍ່ບ້ານ; ພໍ່ແມ່ພີ່ນ້ອງສອງເຂດຊາຍແດນຮ່ວມມ່ວນຊື່ນອ້ອມກອງໄຟ, ຝູກຂໍ່ຕໍ່ແຂນເຊິ່ງກັນ ແລະກັນ,ຟ້ອນລຳວົງ,ຍົກຈອກເຫຼົ້າຮ່ວມກັນຫຼັງຈາກນັ້ນກໍ່ໄດ້ຮ່ວມກັນພັດທະນາເສດຖະກິດດ້ວຍຮູບແບບການປູກກ້ວຍ, ພໍ່ແມ່ພິ່ນ້ອງຫວຽດນາມຊ່ວຍເຫຼືອລາວບັນດາເບ້ຍໄມ້ເຊັ່ນ: ເບ້ຍມັນດ້າງ, ເບ້ຍສາລີຄຸນນະພາບດີ,ເບ້ຍຕົ້ນໝີເໝັນ, ສັດລ້ຽງ. ໂຄງການ ນຳພານ້ອງໄປໂຮງຮຽນຂອງທະຫານຊາຍແດນ ແຂວງກວາງຈິ ແຕ່ປີ 2014 ມາຮອດປັດຈຸບັນໄດ້ຊຸຍູ້ 73 ນ້ອງທີ່ມີສະພາບຄອບຄົວທຸກຍາກ, ໃນນັ້ນມີ 10 ນ້ອງ ທີ່ເປັນນັກຮຽນລາວ... ໂດຍລວມແລ້ວແຕ່ລະພະແນກການ, ໜ່ວຍຄະນະຢູ່ແຂວງລ້ວນແຕ່ມີບັນດາກິດຈະກຳຢູ່ພາຍໃນໜ່ວຍງານຂອງຕົນ, ເພື່ອຄຳນຶງເຖິງຊາຍແດນ, ປະກອບສ່ວນສ້າງສາມິດຕະພາບ.

- ຮຽນສະຫາຍ, ຄືນແລກປ່ຽນຈະມີການຖ່າຍທອດສົດໃນເວລາ 20:15 ໃນຄືນວັນທີ 29 ກໍລະກົດ, ພວກເຮົາຈະມີໂອກາດໄດ້ເບິ່ງການຫວນຄືນເສັ້ນທາງສາຍພົວພັນມິດຕະພາບລະຫວ່າງ 2 ແຂວງຂອງລາວທີ່ແຮກສ່ຽວກັບແຂວງກວາງຈິ ຄືແນວໃດ?

- ຖ້າເວົ້າເລື່ອງກ່ຽວກັບນໍ້າໃຈສາມັກຄີ, ນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຖ້າໃຫ້ເວົ້າ,ເວົ້າແນວໃດກໍ່ບໍ່ໝົດ, ແຕ່ຈະຖືກນຳສະເໜີຢ່າງລະອຽດຖີ່ຖ້ວນໃນຄືນແລກປ່ຽນໂດຍຜ່ານການແບ່ງປັນເລື່ອງລາວຂອງບັນດາແຂກຮັບເຊີນເຊັ່ນ: ການນຳຕຳຫຼວດແຂວງສະຫວັນນະເຂດ, ພົນຈັດຕະວາ ພູວຽງ ລຽມມະພົງໂສ, ຜູ້ບັນຊາການກອງບັນຊາການທະຫານແຂວງສາລະວັນ; ເລຂາ, ປະທານຄະນະກຳມະການປະຊາຊົນເມືອງສາມວຍ, ແຂວງສາລະວັນ... ຄືນແລກປ່ຽນຈະໄດ້ມີການຖ່າຍທອດສົດທັງໝົດ 10 ແຂວງ ທີ່ມີເສັ້ນຊາຍແດນຕິດກັບລາວ. ບັນດາເລື່ອງລາວນຳ້ໃຈມິດຕະພາບນັ້ນໄດ້ຝັງເລິກໃນຈິດໃຈໂດຍຜ່ານບັນດາລາຍການສະເເດງສິນລະປະ ພິເສດ ''ສາຍໃຈລາວ-ຫວຽດນາມ''. ຫລາຍຄົນໜ້າຈະຄຸ້ນເຄີຍກັບບົດເພງນີ້, ຍ້ອນເວົ້າຮອດ 2 ປະເທດຫວຽດນາມ-ລາວ ຄືພໍ່ແມ່ດຽວກັນ, ຄືດອກຈຳປາ ແລະ ດອກບົວພວມເບັ່ງບານ.

- ຂໍຂອບໃຈທ່ານທີ່ໄດ້ເສຍສະຫຼະເວລາໃນການສຳພາດ!

(ພູມພິທັດ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.