![]() |
ພັນຕີ ຫງວ໋ຽນ ຊົນ ຕວ່ານ, ຫົວຫນ້າຄະນະຂອງທະຫານຊາຍແດນແຂວງກວ້າງຈິ(ຊ້າຍມື) ມອບງົວແນວພັນໃຫ້ແກ່ພໍ່ແມ່ປະຊາຊົນ ຶັືພ ແດນສະຫວັນ ເມືອງເຊໂປນ. (ພາບ: ຈຸກຮ່າ)
ກອງບັນການທະຫານຊາຍແດນແຂວງກວ້າງຈິ ມອບງົວແນວພັນໃຫ້ແກ່ປະຊາຊົນ ເມືອງສະໝ້ວຍ ແຂວງສາລະວັນ ຈຳນວນ 10 ໂຕ; ເມືອງນອງ ແລະ ເຊໂປນ ແຂວງສະຫວັນນະເຂດ ຈຳນວນ 10 ໂຕ; ເມືອງ ເຮື໋ອງຫວ໋າ ແລະ ດັກກຣົງ ແຂວງກວ້າງຈິ ຈຳນວນ 10 ໂຕ.
ຈຳນວນງົວດັ່ງກ່າວ ກອງບັນຊາການທະຫານຊາຍແດນທະຫານຊາຍແດນ ມອບໃຫ້ທະຫານຊາຍແຂວງກວ້າງຈິ ຈັດຊື້, ນຳສົ່ງໃຫ້ເຖິງເຮືອນພໍ່ແມ່ປະຊາຊົນຜູ້ຮັບ ຖ້າວ່າເຮືອນຢູ່ໄກ ແລະ ບໍ່ມີພາຫະນະມາຮັບເອົາ. ຄ້າຍທະຫານຊາຍແດນຮັບຜິດຊອບໃນຂອບເຂດຄອບຄົວທີ່ໄດ້ຮັບງົວແນວພັນ ມີໜ້າທີ່ແນະນຳໃຫ້ພໍ່ແມ່ພີນ້ອງເບິ່ງແຍງຮັກສາເພື່ອໃຫ້ງົວພັດທະນາດີຂື້ນ, ຊ່ວຍໃຫ້ຄອບຄົວມີຄວາມໝັ້ນຄົງໃນການດຳເນີນຊີວິດ, ກ້າວໜ້າ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ.
![]() |
ພິທີມອບງົວແນວພັນໃຫ້ແກ່ພໍ່ແມ່ປະຊາຊົນ ສອງແຂວງມີຊາຍແດນຕິດ ສະຫວັນນເຂດ-ສາລະວັນ.(ພາບ: ຈຸກຮ່າ)
ໃນພິທີມອບຮັບງົວແມ່ພັນໃຫ້ຄອບຄົວພໍ່ແມ່ປະຊາຊົນຂື້ນກັບສາມແຂວງ ຂ້າງເທິງຄັ້ງນີ້,ຕ່າງຫນ້າອຳນາດການປົກຄອງ ໄດ້ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ກັບການກະທຳອັນມີຄວາມຫມາຍຄໍາສັ່ງ ຂອງກອງບັນຊາການທະຫານຊາຍແດນຫວຽດນາມ.
ທ່ານ ບຸນນ່ານ ປັນຍະຈັກ, ເລຂາພັກເມືອງ, ເຈົ້າເມືອງໆສະໝ້ວຍ ໄດ້ຂື້ນຕ່າງໜ້າອຳນາດການປົກຄອງ ແລະ ປະຊາຊົນເມືອງສະໝ້ວຍຝາກຄຳຂອບອົກຂອບໃຈ ຢ່າງສຸດຊື້ງເຖິງ ກອງບັນຊາການທະຫານຊາຍແດນ ທີ່ໄດ້ມອບຂອງຂວັນທີ່ມີຄວາມໝາຍສຳຄັນ ທັງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ທຸກຍາກຂອງເມືອງ; ທ່ານຍັງໃຫ້ຮູ້ວ່າ: ຈຳນວນແນວງົວພັນ ຈະຊ່ວຍໃຫ້ຄອບຄົວທີ່ທຸກຍາກລຳບາກ ມີໂອກາດພັດທະນາການຜລິດ, ຊ່ວຍໃຫ້ພໍ່ແມ່ປະຊາຊົນມີຊີວິດການເປັນຢູ່່ທີ່ໝັ້ນຄົງ.
![]() |
ປະຊາຊົນເມືອງດັກກຣົງ(ແຂວງກວ້າງຈິ ໄດ້ຂື້ນຈັບສະຫຼາກເອົາງົວແນວພັນ ຂອງກອງບັນຊາການທະຫານຊາຍແດນເປັນຜູ້ມອບ.(ພາບ: ຈຸກຮ່າ)
ທ່ານ ຟ້າມ ວັນ ຮຸ່ງ, ຮອງເຈົ້າເມືອງໆ ດັກກຣົງ ໄດ້ມີຫຼາຍກິດຈະກຳເພື່ອຊ່ວຍອຳນາດການປົກຄອງ ແລະ ປະຊາຊົນພັດທະນາຊີວິດການເປັນຢູ່, ເສດຖະກິດ, ສັງຄົມ, ວັດທະນະທຳ. ຈາກນັ້ນ, ທ່ານ ຟ້າມ ວັນ ຮຸ່ງ ກໍ່ຫວັງເປັນຢ່າງຍິ່ງວ່າປະຊາຊົນ ເຂົ້າໃຈໄດ້ເຖິງຈິດໃຈຂອງຜູ້ເປັນທະຫານປ້ອງກັນຊາຍແດນ, ຈາກນັ້ນຫ້າວຫັ້ນຂື້ນຕື່ມໃນການຈັດຕັ້ງປະຕິບັດວຽກງານຊາຍແດນ, ປ້ອງກັນສິດອະທິປະໄຕຄວາມສະຫງົບລຽບຕາມແນວຊາຍແຫ່ງຊາດ.
(ຫັດທະບູນ)