ການຜະລິດກະສິກຳ ຢູ່ ສປປ ລາວ ແມ່ນຍັງມີຫລາຍຂໍ້ທີ່ຈຳກັດ

06:15 | 13/09/2019

ທ່ານ ພວງ​ປະຣິສັກ ປຣະວົງ​ວຽງ​ຄຳ ຮອງ​ລັດ ຖະມົນຕີ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ກ່າວ​​ໃນກອງ​ປະຊຸມສຳ​ມະ​ນາ​ ແລກປ່ຽນ​ບົດ​ຮຽນ ​ໃນ​ການ​ພັດທະນາ ​ແລະ ສະໜັບສະໜູນ​ຮູບ​ແບບ ການ​ສົ່ງ​ເສີມ​ເຕັກ​ໂນ​ໂລ​ຊີ​ ການ​ຜະລິດ​ພືດ​ຜັກ ​ໃຫ້​ຊາວ​ກະ​ສິ ກ​ອນຂະໜາດ​ນ້ອຍ ​ເພື່ອ​ສະໜັບສະໜູນ​ ການ​ຜະລິດ​ພືດ​ຜັກ​ຕະຫລອດ​ປີ ​ໃຫ້​ມີ​ຄວາມ​ປອດ​ໄພ ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ ນະຄອນຫລວງ​ວຽງ​ຈັນ ໃນ​ວັນ​ທີ 11 ກັນຍາ 2019.

ການຜະລິດກະສິກຳ ຢູ່ ສປປ ລາວ ແມ່ນຍັງມີຫລາຍຂໍ້ທີ່ຈຳກັດ

ພາບປະກອບການຜະລິດກະສິກຳ ຢູ່ ສປປ ລາວ.

ການ​ຜະລິດ​ກະສິກຳ ​ຢູ່ ສປປ ລາວ ໂດຍ​ສະ​ເພາະ​ພືດ​ຜັກ​ ແມ່ນ​ຍັງ​ມີ​ຫລາຍ​ຂໍ້ທີ່ຈຳກັດ​ ​ເປັນ​ຕົ້ນ ການ​ຜະ​ລິດໃນ​ໄລຍະລະດູຝົນ​ແມ່ນ​ຜະລິດ​ໜ້ອຍ, ການ​ຕອບ​ສະໜອງ​ຄວາມ ​ຕ້ອງການ​​ພືດ​ຜັກຂອງ​ຕະຫລາດ ຍັງ​ຫຍຸ້ງຍາກ ສະໜອງ​ຕາມ​ລະດູ​ການ. ພ້ອມ​ກັນ​ນີ້, ຄຸນ​ນະພາ​ບ, ຄວາມ​ປອດ​ໄພ​ທາງ ​ດ້ານ​ການ​ຜະລິດ​ກະສິກຳ​ຍັງ​ຕ່ຳ ຍ້ອນ​ວ່າຄວາມ​ຮູ້​ດ້ານ​ການ​ເກັບ​ກ່ຽວ, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ຜະ​ລິດ, ຜູ້​ຊື້-ຂາຍ ​ແລະ ນັກ​ຄົ້ນ​ຄວ້າ​ດ້ານ​ນີ້​ຍັງ​ຈຳກັດ. ນອກຈາກ​ນີ້, ຍັງຈຳກັດ​ທາງ​ດ້ານ​ວິຊາ​ການ, ການ​ຜະລິດ ຂອງຊາວ​ກະ​ສິ​ກອນ ​ສ່ວນ​ຫລາຍ​​ແມ່ນ​​​ຂະໜາດ​ນ້ອຍ ​ໃຊ້​ຕົ້ນ​ທຶນ​ສູງ​ເປັນ​ຕົ້ນ ຄ່າ​ແຮງ​ງານ ອັນ​​ໄດ້​ເຮັດ​ໃຫ້​ລາຄາ​ພືດ​ຜັກ​ສູງ ​ແລະ ບໍ່​ສາມາ​ດແຂ່ງຂັນ​ ກັບປະ​ເທດ​ເພື່ອນ​ບ້ານ​ໄດ້ ​ພ້ອມ​ກັນ​ນີ້, ການ​ເຂົ້າ​ເຖິງ​ແຫ​ລ່ງຂໍ້​ມູນ​ຂ່າວສານ ​ດ້ານ​ການ​ຕະຫລາດ​ຍັງ​ມີ​ໜ້ອຍ ແລະ ມີ​ພືດ​ຜັກ​ຫລາຍ​ປະ​ເພດ ຍັງ​ຕ້ອງ​ໄດ້​ນຳ​ເຂົ້າ​ຈາກ​ປະ​ເທດ​ເພື່ອນ​ບ້ານ, ທ່ານ ພວງ​ປະຣິສັກ ປຣະວົງ​ວຽງ​ຄຳ ຮອງ​ລັດ ຖະມົນຕີ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ກ່າວ​​ໃນກອງ​ປະຊຸມສຳ​ມະ​ນາ​ ແລກປ່ຽນ​ບົດ​ຮຽນ ​ໃນ​ການ​ພັດທະນາ ​ແລະ ສະໜັບສະໜູນ​ຮູບ​ແບບ ການ​ສົ່ງ​ເສີມ​ເຕັກ​ໂນ​ໂລ​ຊີ​ ການ​ຜະລິດ​ພືດ​ຜັກ ​ໃຫ້​ຊາວ​ກະ​ສິ ກ​ອນຂະໜາດ​ນ້ອຍ ​ເພື່ອ​ສະໜັບສະໜູນ​ ການ​ຜະລິດ​ພືດ​ຜັກ​ຕະຫລອດ​ປີ ​ໃຫ້​ມີ​ຄວາມ​ປອດ​ໄພ ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ ນະຄອນຫລວງ​ວຽງ​ຈັນ ໃນ​ວັນ​ທີ 11 ກັນຍາ 2019.

ທ່ານ ພວງ​ປະຣິສັກ ປຣະວົງ​ວຽງ​ຄຳ ​ກ່າວ​ວ່າ: ​ເພື່ອ​ຮັບປະກັນ​ທາງ​ດ້ານ​ສະບຽງ​ອາຫານ ​ແລະ ການ​ຜະລິດ​ເປັນ​ສິນຄ້າ ລັດຖະບານໄດ້ສ້າງ​ຍຸດ​ທະ​ສາດ ​ການ​ພັດທະນາ​ກະສິກຳ ​​​ໂດຍ​ແນ​ໃສ່​​ສົ່ງ​ເສີມ​ສິນຄ້າ​ກະສິກຳ ​ແລະ ມີນະ​ໂຍບາຍ​ສຳລັບ​ ການ​ຜະລິດ​ເປັນ​ສິນຄ້າ ​ເພື່ອ​ຕອບ​ການ​ສະໜອງ​ຄວາມ​ຕ້ອງການ ສິນຄ້າ​ທີ່​ເໝາະ​ສົມ ​ໃຫ້​ແກ່​ຕະຫລາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ເນື່ອງ​ຈາກ​ປະ​ເທດ​ລາວ ​ໄດ້​ເຂົ້າ​ເປັນ​ສະມາຄົມ​ ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015, ​ເຊິ່ງຄວາມປອດໄພດ້ານສະບຽງອາຫານ, ຄຸນນະພາບຂອງອາຫານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ແມ່ນຂົງເຂດບູລິມະສິດ ຂອງລັດຖະບານແຫ່ງ ສປປ ລາວ. ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ນີ້, ລັດຖະບານ​ຈະ​ຕ້ອງ​ໄດ້​ຮ່ວມ​ມື​ກັບ ​ຫລາຍ​ພາກ​ສ່ວນ ທັງ​ພາກ​ລັດ, ເອກະ​ຊົນ ແລະ ຄູ່​ຮ່ວມ​ພັດທະນາ ​ເພື່ອ​ປັບປຸງ​ຄວາມ​ອາດ ​ສາມາດ​ໃນ​ການ​ຜະລິດ​ ​ແລະ ການ​ສ້າງ​ກຳ​ໄລ​ ໃນ​ຂະ​ແໜງ​ກະສິກໍາ.

(ແຫຼ່ງ​ຂໍ້​ມູນ​: ມະນີ​ທອນ/ຂ​ປ​ລ)

ທ່ານອາດຈະມັກ

ເຫດການ