ປິດຊຸດຝຶກອົບຮົບພະນັກງານແມ່ຍິງກອງທັບປະຊາຊົນລາວ ປີ 2019

10:13 | 25/08/2019

ຍສໝ - ໃນວັນທີ 23 ສິງຫາ 2019, ທີ່ກອງ 871, ພະແນກແມ່ຍິງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານແມ່ຍິງ ແລະ ຂະບວນການແມ່ຍິງໃຫ້ແກ່ພະນັກງານແມ່ຍິງກອງທັບປະຊາຊົນລາວ ປີ 2019.

ປິດຊຸດຝຶກອົບຮົບພະນັກງານແມ່ຍິງກອງທັບປະຊາຊົນລາວ ປີ 2019

ປິດຊຸດຝຶກອົບຮົບພະນັກງານແມ່ຍິງກອງທັບປະຊາຊົນລາວ ປີ 2019.(ພາບ:qdnd.vn)

ພາຍຫຼັງ 15 ວັນທີ່ເຂົ້າຮ່ວມຊຸດຝຶກອົບຮົບ, ຄົ້ນຄວ້າດ້ວຍ 8 ຫົວເລື່ອງສະເພາະບໍາລຸງທັກສະວິຊາການ, ແລກປ່ຽນບັນດາບົດຮຽນອັນລໍ້າຄ່າກ່ຽວກັບການກໍ່ສ້າງບັນດາຮູບແບບການເຄື່ອນໄຫວວຽກງານແມ່ຍິງ, ຂະບວນການແມ່ຍິງໃນກອງທັບ ປະຊາຊົນຫວຽດນາມ, ຊຸດຝຶກອົບຮົບໃຫ້ແກ່ພະນັກງານແມ່ຍິງກອງທັບປະຊາຊົນລາວ ໄດ້ສໍາເລັດເນື້ອໃນ ແລະ ແຜນການທີ່ວາງອອກຢ່າງຈົບງາມ.

ເຂົ້າຮ່ວມພິທີປິດດັ່ງກ່າວມີທ່ານພັນເອກພິເສດ ຫງວຽນເທ໊ຈູງ, ຫົວໜ້າກອງ 871, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ທ່ານນາງພັນເອກ ຟຸ່ງທິ້ຝຸ, ຫົວໜ້າພະແນກແມ່ຍິງກອງທັບ; ທ່ານພັນຕີ ວຽງສັກ ສຸດທິສານ, ຮອງທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ; ທ່ານນາງພັນໂທ ຄໍາມີ ບົດນາລີ, ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກົມໃຫຍ່ການເມືອງ, ກະຊວງປ້ອງກັນປະເທດລາວ, ຫົວໜ້າຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ, ພ້ອມກັບນັກສໍາມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົບ 19 ຄົນ.

ພາຍຫຼັງ15 ວັນແຫ່ງການຮໍ່າຮຽນ, ຜົນສໍາເລັດຂອງຊຸດຝຶກອົບຮົບສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບ, ຈິດໃຈສາມັກຄີ, ຄວາມເຂົ້າອົກເຂົ້າໃຈລະຫວ່າງແມ່ຍິງກອງທັບສອງປະເທດ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ອ້າຍນ້ອງ.

(ໄຊພອນ)

302 Found

Found

The document has moved here.