ຫວຽດນາມ ຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນພິເສດໃນຂົງເຂດ ການຄ້າ ແລະ ການລົງທຶນ

09:30 | 06/08/2019

ຕອນເຊົ້າວັນທີ 5 ສິງຫາ, ຢູ່ຫໍຮັບແຂກຂອງລັດຖະບານທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ມີການເຈລະຈາ ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ.

ໃນການເຈລະຈາ ສອງຝ່າຍໄດ້ຕີລາຄາສູງໝາກຜົນການພົບປະຂັ້ນສູງໃນໄລຍະທີ່ຜ່ານມາ ກໍຄືການຜັນຂະຫຍາຍປະຕິບັດການພົວພັນຮ່ວມມື ຫວຽດນາມ - ອີຢູ ຢ່າງມີປະສິດທິຜົນໃນຫຼາຍຂົງເຂດຄືການເມືອງ, ການປ້ອງກັນຊາດ, ເສດຖະກິດ-ການຄ້າ, ການຮ່ວມມືເພື່ອພັດທະນາ, ພິເສດ ສອງຝ່າຍໄດ້ລົງນາມໃນສັນຍາ EVFTA ແລະ IPA ໃນທ້າຍເດືອນມິຖຸນາທີ່ຜ່ານມາ.

ຫວຽດນາມ ຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນພິເສດໃນຂົງເຂດ ການຄ້າ ແລະ ການລົງທຶນ

ທ່ານ ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ທານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງ EU. (ພາບ: baoquocte.vn)

ສ່ວນທານນາງ Federica Mogherini ໃຫ້ຮູ້ວ່າ: ການປະຕິບັດງານຢູ່ ຫວຽດນາມ ຄັ້ງທຳອິດຂອງທ່ານນາງໄດ້ຮັບຄວາມຫວັງວ່າຈະເຮັດໃຫ້ການພົວພັນລະຫວ່າງ EU - ຫວຽດນາມເລິກເຊິ່ງກ່ວາອີກ. ເຫັນດີກັບທັດສະນະຂອງທ່ານນາງ ຫງວຽນທິກິມເງິນ ກ່ຽວກັບການພົວພັນລະຫວ່າງສອງຝ່າຍໃນໄລຍະທີ່ຜ່ານມາ.

ຫວຽດນາມ ຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນພິເສດໃນຂົງເຂດ ການຄ້າ ແລະ ການລົງທຶນ

ທ່ານທາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງ EU. (ພາບ: baoquocte.vn)

ໃນວັນດຽວກັນ, ທານນາງ Federica Mogherini ໄດ້ມີການເຮັດວຽກ ກັບ ທ່ານທາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. ການນໍາທັງສອງທ່່ານໄດ້ເຫັນດີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກ, ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ທີ່ເທົ່າທຽມກັບທ່າແຮງບົ່ມຊ້ອນ ແລະ ຕອບສະໜອງຜົນປະໂຫຍດຂອງທັງສອງຝ່າຍໃຫ້ດີກວ່າອີກ. ສອງຝ່າຍຍັງແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການສົມທົບກັນໃນເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂະນະທີ່ຫວຽດນາມ ເປັນປະທານ ອາຊຽນ ໃນປີ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ ອາຍຸການ 2020 – 2021.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.