ແມ່ຍິງ ຫວຽດນາມ - ລັດເຊຍ ສູ້ຊົນປະຕິບັດ ເປົ້າຫມາຍພັດທະນາແບບຍືນຍົງ

10:30 | 23/07/2019

ຍສໝ - ຕອນເຊົ້າວັນທີ 22 ກໍລະກົດ ຢູ່ ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດກອງປະຊຸມພົບປະ ແມ່ຍິງ ຫວຽດນາມ-ສະຫະພັນລັດເຊຍ ໃນຫົວຂໍ້ “ ແມ່ຍິງ ຫວຽດ-ລັດເຊຍ ຮ່ວມມືກັນຊຸກຍູ້ການພັດທະນາແບບຍືນຍົງ ".

ແມ່ຍິງ ຫວຽດນາມ - ລັດເຊຍ ສູ້ຊົນປະຕິບັດ ເປົ້າຫມາຍພັດທະນາແບບຍືນຍົງ

ບັນດາຜູ້ແທນຮ່ວມຖ່າຍຮູບເປັນທີ່ລະນຶກ.

ກ່າວຄຳເຫັນໃນກອງປະຊຸມຄັ້ງນີ້, ທ່ານປະທານ ສະຫະພັນແມ່ຍິງ ຫວຽດນາມ ຫງວ໋ຽນ ຖິ ທູ ຮ່າ ຢືນຢັນເຖິງ, ສາຍພົວພັນ ລະຫວ່າງ ຫວຽດນາມ ກັບ ໂຊວຽດ ແຕ່ກ່ອນ ແລະ ສະຫະພັນຣັດເຊຍໃນສະໄຫມປະຈຸບັນ, ທ່ານ ໄດ້ເນັ້ນຫນັກວ່າ ການຮ່ວມມື ລະຫວ່າງແມ່ຍິງຂອງສອງປະເທດແມ່ນສ່ວນຫນຶ່ງບໍ່ສາມາດແຍກອອກຈາກກັນໄດ້ຈາກ ສາຍພົວພັນ ຫວຽດນາມ - ຣັດເຊຍ. ການຈັດຕັ້ງການເຄື່ອນໄຫວແລກປ່ຽນ, ການຮ່ວມມືລະຫວ່າງ ແມ່ຍິງຂອງສອງປະເທດ ໄດ້ປະກອບສ່ວນຢ່າງແຂງແຮງໃນຂະບວນການກໍ່ສ້າງມິດຕະພາບ ຂອງສອງປະເທດ.

ມີຜູ້ເຂົ້າເຂົ້າຮ່ວມ ເກືອບ 100 ຄົນ ທີ່ເປັນການນໍາ ຂອງບັນດາກະຊວງ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ຂື້ນກັບລັດຖະບານ ທີ່ເຄື່ອນໄຫວທາງດ້ານບົດບາດຍິງຊາຍ ແລະ ການພັດທະນາ, ມະຫາວິທະຍາໄລ, ນັກກິດຈະກໍາດ້ານວັດທະນະທໍາ, ສິລະປິນ ຂອງຫວຽດນາມ, ສະຖານທູດ ລັດເຊຍ ແລະ ສູນວິທະຍາສາ ແລະ ວັດທະນະທໍາລັດເຊຍ ປະຈຳ ຮ່າໂນ້ຍ ... ແລະ ຜູ້ແທນແມ່ຍິງທີ່ດີເດັ່ນ ອີກ 20 ຄົນ ທີ່ມາຈາກ ສະຫະພັນລັດເຊຍ ກໍ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ດ້ວຍ.

ແມ່ຍິງ ຫວຽດນາມ - ລັດເຊຍ ສູ້ຊົນປະຕິບັດ ເປົ້າຫມາຍພັດທະນາແບບຍືນຍົງ

ທ່ານນາງ ຫງວ໋ຽນ ຖິ ທູ ຮ່າ ປະທານສະຫະພັນແມ່ຍິງຫວຽດນາມ.

ທ່ານນາງ ຫງວ໋ຽນ ຖິ ທູ ຮ່າ ຕີລາຄາສູງແນວຄິດປະດິດສ້າງ ຂອງປະທານສະພາສະຫະພັນລັດເຊຍ, ທ່າານ Valentina Matvienko, ເພື່ອເຊື່ອມຕໍ່ ແລະ ຊຸກຍູ້ສົ່ງເສີມ ການມີສ່ວນຮ່ວມຂອງແມ່ຍິງໃນທຸກໆຂົງເຂດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ຫວັງເປັນຢ່າງຍິ່ງວ່າ ກອງປະຊຸມຄັ້ງນີ້ ຈະໄດ້ຮັບການຈັດຂື້ນເປັນປະຈຳ, ເປີດໂອກາດ ແລະ ທິດທາງ ການຮ່ວມມືຫຼາຍດ້ານ ລະຫວ່າງ ແມ່ຍິງໃນພາກພື້ນອາຊີ - ເອີຣົບ, ໂດຍສະເພາະແມ່ນແມ່ຍິງຂອງສອງປະເທດ.

ແມ່ຍິງ ຫວຽດນາມ - ລັດເຊຍ ສູ້ຊົນປະຕິບັດ ເປົ້າຫມາຍພັດທະນາແບບຍືນຍົງ

ທ່ານນາງ ຫງວ໋ຽນ ຖິ ທູ ຮ່າ ປະທານສະຫະພັນແມ່ຍິງຫວຽດນາມ ແລະ ທ່ານນາງ Irina Umnova, ປະທານກອງທຶນສາກົນ "ເສັ້ນທາງແຫ່ງສັນຕິພາບ".

ຕ່າງໜ້າໃຫ້ຝ່າຍລັດເຊຍ, ທ່ານນາງ Irina Umnova, ປະທານກອງທຶນສາກົນ "ເສັ້ນທາງແຫ່ງສັນຕິພາບ", ກ່າວວ່າ ແມ່ຍິງນັບມື້ນັບຢັ້ງຢືນ ເຖິງບົດບາດ ແລະ ອິດທິພົນຂອງຕົນໃນສັງຄົມທີ່ທັນສະໄຫມ. ນາງໄດ້ແບ່ງປັນ ກ່ຽວກັບບັນຫາຄວາມສະເຫມີພາບ ລະຫວ່າງ ຍິງ-ຊາຍ ໃນລັດເຊຍ ແລະ ຍຸດທະສາດ ການຈັດຕັ້ງປະຕິບັດແຫ່ງຊາດ ເພື່ອສິດຜົນປະໂຫຍດຂອງແມ່ຍິງໃນໄລຍະ 2017-2022.

ຍຸດທະສາດນີ້ ສ້າງເງື່ອນໄຂໃຫ້ການມີສ່ວນຮ່ວມຢ່າງເຕັມສ່ວນ ແລະ ເທົ່າທຽມກັນ ຂອງແມ່ຍິງ ທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ຢູ່ ສະຫະພັນລັດເຊຍ.

ໃນຂອບເຂດຂອງກອງປະຊຸມຄັ້ງນີ້, ບັນດາແຂກທີ່ເຂົ້າຮ່ວມກໍ່ ໄດ້ມີການແບ່ງປັນ ໃນຫົວຂໍ້ກ່ຽວກັບ "ການຊຸກຍູ້ສົ່ງເສີມຄວາມສະເຫມີພາບດ້ານການສຶກສາ" ແລະ "ການພົບປະແລກປ່ຽນປະຊາຊົນ ແລະ ວັດທະນະທໍາ, ການເສີມສ້າງສັນຕິພາບ, ມິດຕະພາບ". ໃນນັ້ນ, ບັນຫາຕ່າງໆໃນການຊຸກຍູ້ສົ່ງເສີມການສຶກສາ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0 ໄດ້ຮັບຄວາມສົນໃຈເປັນພິເສດ.

ແມ່ຍິງ ຫວຽດນາມ - ລັດເຊຍ ສູ້ຊົນປະຕິບັດ ເປົ້າຫມາຍພັດທະນາແບບຍືນຍົງ

ປະທານສະຫະພັນອົງການມິດຕະພາບຫວຽດນາມ, ທ່ານນາງ ຫງວ໋ຽນ ເຟືອງ ງາ .

ໃນກອງປະຊຸມ, ປະທານສະຫະພັນອົງການມິດຕະພາບຫວຽດນາມ, ທ່ານນາງ ຫງວ໋ຽນ ເຟືອງ ງາ ໄດ້ມີຄຳເຫັນກ່ຽວກັບ ບົດບາດຂອງການທູດປະຊາຊົນ ໃນການກໍ່ສ້າງສັນຕິພາບ ແລະ ມິດຕະພາບ. ໃນນັ້ນ, ທ່ານໄດ້ຢືນຢັນວ່າ ການພົບປະແລກປ່ຽນປະຊາຊົນ, ການແລກປ່ຽນວັດທະນະທໍາມີບົດບາດສໍາຄັນພິເສດໃນກາເສີມສ້າງສັນຕິພາບ ແລະ ມິດຕະພາບ ລະຫວ່າງປະຊາຊົນບັນດາເຜົ່າ.

ການເຄື່ອນໄຫວພົວພັນຕ່າງປະເທດ ຂອງສອງປະເທດ ໄດ້ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ການເສີມສ້າງສາຍພົວພັນມິດຕະພາບ ຫວຽດ - ລັດເຊຍ. ພັດທະນາສາຍພົວພັນອັນເກົ່າແກ່, ການຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນລັດເຊຍ ແມ່ນບຸລິມະສິດອັນດັບຫນຶ່ງໃນນະໂຍບາຍການຕ່າງປະເທດ ຂອງຫວຽດນາມ. ດັ່ງນັ້ນ, ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ການແລກປ່ຽນວັດທະນະທໍາ ຕ້ອງໄດ້ຮັບການຊຸກຍູ້ຕື່ມອີກ ເພື່ອປັບປຸງສາຍພົວພັນນີ້.

ກອງປະຊຸມ ແມ່ຍິງ ຫວຽດ - ລັດເຊຍ ປີນີ້ ໄດ້ຮັບການຈັດຂື້ນໃນສະພາບການທີ່ສອງປະເທດ ກຳລັງຈັດຕັ້ງປະຕິບັດ ປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ (2019-2020) ເນື່ອງໃນໂອກາດວັນຄົບຮອບ 25 ເຊັນສົນທິສັນຍາ ກ່ຽວກັບ ຫັຼກການພື້ນຖານຂອສາຍພົວພັນມິດຕະພາບຫວຽດນາມ-ລັດເຊຍ ແລະ 70 ປີ ຂອງການສ້າງສາຍພົວພັນທາງດ້ານການທູດສອງຝ່າຍ.

ດ້ວຍຫົວຂໍ້ " ຮ່ວມມືກັນຊຸກຍູ້ ສົ່ງເສີມການພັດທະນາແບບຍືນຍົງ" - ເປັນຫົວຂໍ້ທີ່ໄດ້ຮັບຄວາມສົນໃຈ ຂອງຂະບວນການແມ່ຍິງໃນໂລກ ປະຈຸບັນເພື່ອ ຮັບປະກັນໂອກາດຄວາມເທົ່າທຽມກັນ ຂອງແມ່ຍິງ, ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວຫນ້າລວມຂອງມະນຸດຊາດ, ກອງປະຊຸມຄັ້ງນີ້ ຄາດວ່າຈະເປັນໂອກາດ ໃຫ້ແກ່ບັນດາ ຜູ້ແທນແບ່ງປັນປະສົບການ ແລະ ປຶກສາຫາລືກ່ຽງກັບໂອກາດໃນການຮ່ວມມືໃນອະນາຄົດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.