ກອງປະຊຸມລັດຖະມົນຕີຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12

08:47 | 05/08/2019

ຍສໝ - ວັນທີ 3 ສິງຫາ 2019, ກອງປະຊຸມລັດຖະມົນຕີຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12 ໄດ້ໄຂຂຶ້ນ ຢູ່ ບາງກອກ ປະເທດ ໄທ.

ກອງປະຊຸມລັດຖະມົນຕີຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12

ກອງປະຊຸມລັດຖະມົນຕີຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12.(ພາບ:TTXVN)

ທີ່ກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຕີລາຄາການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ໄດ້ມີຄວາມຄືບໜ້າ, ປະກອບສ່ວນເຂົ້າໃນການພັດທະນາໃນພາກພື້ນຢ່າງມີປະສິດທິຜົນ. ກອງປະຊຸມໄດ້ສຸມໃສ່ແລກປ່ຽນການຜັນຂະຫຍາຍຍຸດທະສາດ Tokyo 2018, ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີພົບປະແລກປ່ຽນແມ່ນ້ຳຂອງ-ຍີ່ປຸ່ນ ແລະກໍານົດທິດຮ່ວມມືໃນໄລຍະຈະມາເຖິງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ສົມທົບກັບຍີ່ປຸ່ນ ແລະບັນດາປະເທດແມ່ນ້ຳຂອງຜັນຂະຫຍາຍຍຸດທະສາດ Tokyo 2018 ໃຫ້ສໍາເລັດຜົນ. ພ້ອມທັງ ສະເໜີບາງເນື້ອໃນຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ທີ່ຄວນເອົາໃຈໃສ່ເປັນພິເສດໃນໄລຍະຈະມາເຖິງເປັນຕົ້ນຄື ໜູນຊ່ວຍບັນດາປະເທດແມ່ນ້ຳຂອງ ແກ້ໄຂບັນດາບັນຫາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ; ຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນນ້ຳຢູ່ແມ່ນ້ຳຂອງແບບຍືນຍົງ.

ບັນດາລັດຖະມົນຕີເຫັນດີເປັນເອກະພາບຄວນເພີ່ມທະວີການຮ່ວມມືເຊື່ອມຕໍ່ກວ່າອີກ, ເນັ້ນໜັກຄວາມສໍາຄັນຂອງການພັດທະນາເສດຖະກິດທີ່ເໝາະສົມກັບການປົກປັກຮັກສາສິ່ງແວດລ້ອມ; ຫຼຸດຜ່ອນໄພທຳມະຊາດ, ເພີ່ມຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການນຳໃຊ້ ແລະຄຸ້ມຄອງແຫຼ່ງນ້ຳຢູ່ແມ່ນ້ຳຂອງໃຫ້ໝັ້ນຄົງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.