ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ກົມໃຫຍ່ເຕັກນິກ ສສ ຫວຽດນາມ

09:29 | 23/08/2019

ຍສໝ - ໃນຕອນເຊົ້າຂອງວັນທີ 21 ສິງຫາ 2019, ຢູ່ສາງ J106, ກົມຄຸ້ມຄອງລົດ - ກົນຈັກ, ກົມໃຫຍ່ເຕັກນິກ ສສ ຫວຽດນາມ ໄດ້ດໍາເນີນກອງປະຊຸມແລກປ່ຽນບົດຮຽນໃນວຽກງານແມ່ຍິງລະຫວ່າງກົມກອງກັບຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ.

ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ກົມໃຫຍ່ເຕັກນິກ ສສ ຫວຽດນາມ

ທ່ານພົນຈັດຕະວາ ເຈິ່ນຢຸຍຮືງ, ຫົວໜ້າການເມືອງກົມໃຫຍ່ເຕັກນິກ ມອບຂອງຂວັນເປັນທີ່ລະນຶກໃຫ້ຜູ້ຕາງໜ້າຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ. (ພາບ: qdnd.vn)

ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລື, ແບ່ງປັນບົດຮຽນໃນວຽກງານແມ່ຍິງ ແລະຂະບວນການແມ່ຍິງກອງທັບສອງປະເທດ ເວົ້າລວມ ແລະແມ່ຍິງກົມໃຫຍ່ເຕັກນິກ ເວົ້າສະເພາະ. ທ່ານນາງພັນເອກ ຟຸ່ງທິຝຸ ໄດ້ແຈ້ງໃຫ້ຄະນະຮັບຊາບກ່ຽວກັບສະພາບການ, ໝາກຜົນພົ້ນເດັ່ນ, ວິທີການເຮັດວຽກທີ່ມີປະສິດທິຜົນຂອງວຽກງານແມ່ຍິງ, ຂະບວນການແມ່ຍິງ ແລະ ວຽກງານສຶກສາອະນຸບານໃນກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະ ກົມໃຫຍ່ເຕັກນິກເວົ້າສະເພາະ.

ທີ່ກອງປະຊຸມ, ທ່ານນາງພັນໂທ ຄໍາມີ ບົດນາລີ ໄດ້ຕີລາຄາສູງການຕ້ອນຮັບ, ສ້າງເງື່ອນໄຂສະດວກເພື່ອໃຫ້ແມ່ຍິງກອງທັບປະຊາຊົນລາວ ໄດ້ຄົ້ນຄວ້າ, ຮໍ່າຮຽນ, ແລກປ່ຽນບົດຮຽນຢູ່ສາງ J106, ກົມຄຸ້ມຄອງລົດ - ກົນຈັກ, ກົມໃຫຍ່ເຕັກນິກ. ທ່ານນາງ ອວຍພອນໃຫ້ນໍ້າໃຈມິດຕະພາບລະຫວ່າງສອງພັກ, ສອງລັດ, ສອງກອງທັບຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

(ໄຊພອນ)

ເຫດການ
302 Found

Found

The document has moved here.