ຜົນສຳເລັດຂອງສະພາປະຊາຊົນແຂວງຮ່າຕິ້ງ ແມ່ນບົດຮຽນ ສຳລັບແຂວງບໍລິຄຳໄຊ ໃນການຍົກສູງຄຸນນະພາບຂອງການເຄື່ອນໄຫວ

22:02 | 08/08/2019

ຍສໝ - ກ່າວຄຳເຫັນໃນກອງປະຊຸມແລກປ່ຽນປະສົບການ ກັບ ສະພາປະຊາຊົນແຂວງຮ່າຕິ້ງ ໃນຕອນເຊົ້າມື້ນີ້ (8 ສິງຫາ), ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ບໍລິຄຳໄຊ, ສຸວັນນີ ໄຊຊະນະ ເນັ້ນໜັກວ່າ: ນີ້ແມ່ນໂອກາດທີ່ຈະເຮັດໃຫ້ສະພາປະຊາຊົນແຂວງບໍລິ ຄຳໄຊ ມີບົດຮຽນຫລາຍຂຶ້ນ, ຍົກສູງຄຸນນະພາບ ແລະ ປະສິດທິພາບ ໃນການ ເຄື່ອນໄຫວປະຕິບັດງານ.

ເຂົ້າຮ່ວມໃນກອງປະຊຸມສຳມະນາ, ຝ່າຍແຂວງຮ່າຕິ້ງມີ: ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ ຫງວ໋ຽນ ທິ ນື໋ ອີ, ຮອງປະທານສະພາປະຊາຊົນແຂວງ ເຈືອງ ແທັງ ຮວຽ່ນ; ຝ່າຍແຂວງບໍລິຄຳໄຊ - ສປປ ລາວ ມີ: ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ສວັນນີ ໄຊຊະນະ.

ຜົນສຳເລັດຂອງສະພາປະຊາຊົນແຂວງຮ່າຕິ້ງ ແມ່ນບົດຮຽນ ສຳລັບແຂວງບໍລິຄຳໄຊ ໃນການຍົກສູງຄຸນນະພາບຂອງການເຄື່ອນໄຫວ

ສະພາປະຊາຊົນແຂວງຮ່າຕິ້ງ ໄດ້ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນໃນການເຄື່ອນໄຫວ ກັບ ຄະນະຜູ້ແທນສະພາປະຊາຊົນແຂວງບໍລິ ຄຳໄຊ, ສປປ ລາວ. (ພາບ:baohatinh.vn)

ທີ່ກອງປະຊຸມສຳມະນາ, ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງ ຫງວ໋ຽນ ທິ ນື໋ ອີ ໄດ້ຂື້ນກ່າວບົດລາຍງານໂດຍສັງເຂບກ່ຽວກັບ ສະພາບການພັດທະນາ ເສດຖະກິດ - ສັງຄົມ ຂອງແຂວງຮ່າຕິ້ງ. ໃນນັ້ນ, ແຂວງຮ່າຕິ້ງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ ແລະ ບັນລຸໄດ້ໝາກຜົນອັນຕັ້ງໜ້າ ໃນການພັດທະນາເສດຖະກິດ - ສັງຄົມ, ຈັດຕັ້ງປະຕິບັດສຳເລັດ ໜ້າທີ່ຕາມແຜນການທີ່ວາງໄວ້.

ຜົນສຳເລັດຂອງສະພາປະຊາຊົນແຂວງຮ່າຕິ້ງ ແມ່ນບົດຮຽນ ສຳລັບແຂວງບໍລິຄຳໄຊ ໃນການຍົກສູງຄຸນນະພາບຂອງການເຄື່ອນໄຫວ

ທ່ານນາງ ຫງວ໋ຽນ ທິ ນື໋ ອີ ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງ ໄດ້ລາຍງານກ່ຽວກັບ ສະພາບການພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ແລະ ການເຄື່ອນໄຫວ ຂອງສະພາປະຊາຊົນແຂວງຮ່າຕິ້ງໂດຍສັງເຂບ. (ພາບ:baohatinh.vn)

ກ່ຽວກັບການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ບັນດາກອງປະຊຸມຂອງສະພາປະຊາຊົນ ໄດ້ຮັບຄວາມເອົາໃຈໃສ່ປ່ຽນແປງໃໝ່ ດ້ານຮູບແບບວິທີການຈັດຕັ້ງ ຕາມທິດສົ່ງເສີມປະຊາທິປະໄຕ, ສະຕິ ແລະ ຄວາມຮັບຜິດຊອບຂອງຜູ້ແທນ; ວຽກງານການບໍລິຫານກໍ່ຄືຊີ້ນຳກອງປະຊຸມຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດ. ຍ້ອນເຫດຜົນດັ່ງກ່າວ, ມັນໄດ້ສ້າງການປ່ຽນແປງໃໝ່ອັນຕັ້ງໜ້າ ໃນການຈັດຕັ້ງປະຕິບັດໜ້າທີ່, ບົດບາດ, ການຕັດສິນໃຈທີ່ທັນເວລາ ກ່ຽວກັບບັນຫາສຳຄັນຕ່າງໆໃນທ້ອງຖິ່ນ; ແກ້ໄຂບັນທັນການ, ມີປະສິດທິຜົນກ່ຽວກັບບັນຫາທີ່ເກີດຂື້ນໃນລະຫວ່າງ 2ກອງປະຊຸມ.

ຄະນະປະຈຳສະພາປະຊາຊົນແຂວງ ສືບຕໍ່ຮັກສາ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ເປັນຢ່າງດີກອງປະຊຸມປະຈຳເດືອນຢ່າງເປັນປົກກະຕິ, ຮັບປະກັນຄວາມເຂັ້ມງວດ, ມີຄຸນນະພາບ, ປະກອບສ່ວນປັບປຸງບົດບາດ, ປະສິດທິພາບ ແລະ ປະສິດທິຜົນຂອງສະພາປະຊາຊົນຕາມກົດລະບຽບ ແລະ ຂອບເຂດສິດ.

ຜົນສຳເລັດຂອງສະພາປະຊາຊົນແຂວງຮ່າຕິ້ງ ແມ່ນບົດຮຽນ ສຳລັບແຂວງບໍລິຄຳໄຊ ໃນການຍົກສູງຄຸນນະພາບຂອງການເຄື່ອນໄຫວ

ຄະນະຜູ້ແທນສະພາປະຊາຊົນແຂວງບໍລິຄຳໄຊ. (ພາບ:baohatinh.vn)

ການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນ ສືບຕໍ່ໄດ້ຮັບການເພີ່ມທະວີ, ຍົກສູງຄຸນນະພາບ. ຜ່ານການຕິດຕາມກວດກາ, ຄະນະປະຈຳສະພາປະຊາຊົນ, ຫ້ອງການສະພາປະຊາຊົນແຂວງ ໄດ້ສ້າງຄວາມກະຈ່າງແຈ້ງ ໝາກຜົນກໍ່ຄືຜົນສຳເລັດ, ຂໍ້ຄົງຄ້າງ, ສາຍເຫດ ແລະ ຄວາມຮັບຜິດຊອບຂອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ອົງການ ແລະ ໜ່ວຍງານ, ພ້ອມກັນນັ້ນກໍ່ສັງລວມເນື້ອໃນພື້ນຖານ, ບັນຫາທີ່ຍັງຄ້າງຄາ, ຍັງມີຫຼາຍບັນຫາທີ່ຂ້ອງຄາ ເພື່ອນຳສະເໜີ ໃຫ້ ກຳມະການສູນກາງ, ຄະນະກຳມະການປະຊາຊົນແຂວງ, ພະແນກການ, ຂະແໜງການ ແລະ ຫົວໜ່ວຍຕ່າງໆ ທີ່ກ່ຽວຂ້ອງ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ມີມາດຕະການແກ້ໄຂ. ຈັດຕັ້ງກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງໃຫ້ໄດ້ດີ, ຮັບ ແລະ ແກ້ໄຂໃຫ້ທັນເວລາບັນດາໜັງສືຟ້ອງຮ້ອງ, ຮ້ອງທຸກຂອງພົນລະເມືອງ, ວຽກງານໂຄສະນາເຜີຍແຜ່ການເຄື່ອນໄຫວຂອງອົງການປະຊາຊົນເປັນຜູ້ຄັດເລືອກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ທ່ານ ສຸວັນນີ ໄຊຊະນະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກັບການຕ້ອນຮັບ ຢ່າງອົບອຸ່ນ ແລະ ຈິງໃຈ ຂອງສະພາປະຊາຊົນແຂວງຮ່າຕິ້ງ, ພ້ອມກັນນັ້ນທ່ານກໍ່ໄດ້ລາຍງານໂດຍສັງເຂບກ່ຽວກັບ ໝາກຜົນອັນພົ້ນເດັ່ນຂອງສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ, ໂຄງຮ່າງການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາປະຊາຊົນແຂວງບໍລິຄຳໄຊ ໃນໄລຍະຜ່ານມາ.

ຜົນສຳເລັດຂອງສະພາປະຊາຊົນແຂວງຮ່າຕິ້ງ ແມ່ນບົດຮຽນ ສຳລັບແຂວງບໍລິຄຳໄຊ ໃນການຍົກສູງຄຸນນະພາບຂອງການເຄື່ອນໄຫວ

ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ທ່ານ ສຸວັນນີ ໄຊຊະນະ ໄດ້ສະຫຼຸບໂດຍສັງເຂບ ສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ. (ພາບ:baohatinh.vn)

ທ່ານ ສຸວັນນີ ໄຊຊະນະ ຍັງໄດ້ກ່າວຕື່ມອີກວ່າ: ໃນກອງປະຊຸມສາມັນ ຄັ້ງທີ 7, ສະໄໝທີ 1 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ທີ່ຜ່ານມາ, ຍ້ອນວ່າຜູ້ແທນທີ່ເຂົ້າຮ່ວມຍັງບໍ່ມີປະສົບການໃນການຈັດຕັ້ງປະຕິບັດວຽກງານ, ສະນັ້ນມີຫຼາຍບັນຫາຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນ. ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອເຮັດໃຫ້ສະພາປະຊາຊົນແຂວງບໍລິຄຳໄຊ ມີບົດຮຽນຫລາຍຂື້ນ, ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວ ສະພາປະຊາຊົນໃນການປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ.

ຜົນສຳເລັດຂອງສະພາປະຊາຊົນແຂວງຮ່າຕິ້ງ ແມ່ນບົດຮຽນ ສຳລັບແຂວງບໍລິຄຳໄຊ ໃນການຍົກສູງຄຸນນະພາບຂອງການເຄື່ອນໄຫວ

ຄະນະຜູ້ແທນສະພາປະຊາຊົນແຂວງຮ່າຕິ້ງ. (ພາບ:baohatinh.vn)

ທີ່ກອງປະຊຸມພົບປະເຈລະຈາ, ຄະນະຜູ້ແທນທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການປະສານສົມທົບລະຫວ່າງ ຜູ້ແທນສະພາປະຊາຊົນແຂວງ ແລະ ຜູ້ແທນສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດ ບົດບາດ, ໜ້າທີ່, ຂອບເຂດສິດ ໃນຂົງເຂດທີ່ຖືກເລືອກຕັ້ງ; ບົດຮຽນໃນບາດກ້າວສ້າງ, ປັບປຸງ, ປຶກສາຫາລື ແລະ ອອກມະຕິຂອງສະພາປະຊາຊົນແຂວງ; ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການລວມຫ້ອງການຄະນະຜູ້ແທນສະພາແຫ່ງຊາດ, ສະພາປະຊາຊົນແລະ ຄະນະກຳມະການປະຊາຊົນແຂວງເຂົ້າກັນ…

ຜົນສຳເລັດຂອງສະພາປະຊາຊົນແຂວງຮ່າຕິ້ງ ແມ່ນບົດຮຽນ ສຳລັບແຂວງບໍລິຄຳໄຊ ໃນການຍົກສູງຄຸນນະພາບຂອງການເຄື່ອນໄຫວ

ການນຳສະພາປະຊາຊົນແຂວງຮ່າຕິ້ງ ໄດ້ມອບຂອງຂັວນເປັນທີລະນຶກ ໃຫ້ຄະນະຜູ້ແທນ ແຂວງຄື ຮູບພາບ ຂອງໜອງ ແກ້ໂກ໋, ສະຖານທີ່ສັກກາລະບູຊາ ເລຂາທິການໃຫຍ່ ເລ ຢົ້ນ. (ພາບ:baohatinh.vn)

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.