ສະຫຼຸບ 15 ປີໝາກຜົນແຫ່ງການປະຕິບັດເສດຖະກິດລວມໝູ່ໃນຂົງເຂດທີ່ບໍ່ແມ່ນການກະສິກຳ

21:05 | 30/09/2019

ຍສໝ - ກອງປະຊຸມສະຫຼຸບ 15 ປີແຫ່ງການປະຕິບັດມະຕິເລກທີ 13 ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຜັນຂະຫຍາຍ ແລະ ຍົກສູງປະສິດທິຜົນຂອງເສດຖະກິດລວມໝູ່ໃນຂົງເຂດທີ່ບໍ່ແມ່ນການກະສິກຳໄດ້ດຳເນີນໃນຕອນເຊົ້າວັນທີ 30 ກັນຍາ ຢູ່ຮ່າໂນ້ຍ.

ສະຫຼຸບ 15 ປີໝາກຜົນແຫ່ງການປະຕິບັດເສດຖະກິດລວມໝູ່ໃນຂົງເຂດທີ່ບໍ່ແມ່ນການກະສິກຳ

ທ່ານເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມ. (ພາບ: baomoi.com)

ເຂົ້າຮ່ວມກອງປະຊຸມ ມີທ່ານເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຂອງເສດຖະກິດລວມໝູ່ ແລະ ສະຫະກອນ, ເປັນປະທານກອງປະຊຸມ.

ຕີລາຄາໝາກຜົນແຫ່ງການປະຕິບັດມະຕິເລກທີ 13, ໃນ 15 ປີຜ່ານມາ, ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວໃຫ້ຮູ້ວ່າ: ເສດຖະກິດລວມ ໝູ່, ຫຼັກແຫຼ່ງແມ່ນສະຫະກອນ, ມີການປ່ຽນແປງຫຼາຍຢ່າງແລະມີຫລາຍປະເພດການພັດທະນາຢູ່ຂ້າງເທິງ. ບັນດາຂົງເຂດ, ແຕ່ລະບາດກ້າວສົ່ງເສີມປະສິດທິຜົນ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນແລະການພັດທະນາເສດຖະກິດ - ສັງຄົມຂອງປະເທດ.

ສະຫຼຸບ 15 ປີໝາກຜົນແຫ່ງການປະຕິບັດເສດຖະກິດລວມໝູ່ໃນຂົງເຂດທີ່ບໍ່ແມ່ນການກະສິກຳ

ບັນດາຜູ້ແທນເຂົ້າຢ້ຽມຊົມການວາງສະແດງຂອງສະຫະກອນໃນກອງປະຊຸມ. (ພາບ: baomoi.com)

ກອງປະຊຸມໄດ້ສຸມໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນຂົງເຂດກໍ່ຄືບັນດາຂໍ້ຈຳກັດ ແລະ ສາເຫດ, ບົດບາດຂອງ ເສດຖະກິດລວມໝູ່ໃນຂົງເຂດທີ່ບໍ່ແມ່ນການກະສິກຳສຳລັບການພັດທະນາເສດຖະກິດ - ສັງຄົມ. ພ້ອມທັງສະເໜີເປົ້າໝາຍ, ທັດສະນະ ແລະ ບັນດາມາດຕະການຕົ້ນຕໍໃນການຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນຂົງເຂດທີ່ບໍ່ແມ່ນການກະສິກຳໃນໄລຍະຈະມາເຖິງ.

ຕາມສະຫະພັນສະຫະກອນ ຫວຽດນາມແລ້ວ, ໃນ 15 ປີທີ່ຜ່ານມາ, ກົນໄກ, ນະໂຍບາຍບຸລິມະສິດ, ໜູນຊ່ວຍພັດທະນາ ເສດຖະກິດລວມໝູ່ໃນຂົງເຂດ ສະຫະກອນບໍ່ແມ່ນການກະສິກຳນັບມື້ນັບສົມບູນແບບ. ໃນໄລຍະແຕ່ ປີ 2003 – 2018, ຈຳນວນສະຫະກອນທີ່ບໍ່ແມ່ນການກະສິກຳສ້າງຕັ້ງໃໝ່ບັນລຸໄດ້ 8000 ແຫ່ງ ແລະ ສະຫະພັນສະຫະກອນ 25 ແຫ່ງ.


(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.