ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ສົ່ງ​ເສີມ​ກະ​ສິ​ກຳ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​​ອະ​ນຸ​ພາກ​ພື້ນແມ່​ນ້ຳ​ຂອງ

06:45 | 12/09/2019

ກອງປະຊຸມສຳມະນາສຳພັນທະມິດບັນດາອົງການສົ່ງເສີມກະສິກຳ ອະນຸພາກພື້ນແມ່ນ້ຳຂອງ (MELA) ຄັ້ງທີ 5 ປີ 2019 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ ຢູ່ນະຄອນດ່ານັ້ງ.

ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ສົ່ງ​ເສີມ​ກະ​ສິ​ກຳ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​​ອະ​ນຸ​ພາກ​ພື້ນແມ່​ນ້ຳ​ຂອງ

ທ່ານຫງວຽນໂດແອັງຕວັນ, ຫົວໜ້າກົມຮ່ວມມືສາກົນ (ກະຊວງກະສິກຳ ແລະ ການພັດທະນາຊົນນະບົດ) ກ່າວຄຳເຫັນໄຂກອງປະຊຸມສຳມະນາ. (ພາບ: TTXVN)

ກອງປະຊຸມສຳມະນາໄດ້ດຳເນີນໃນລະຫວ່າງວັນທີ 11 – 14 ກັນຍາ ໂດຍສູນສົ່ງເສີມກະສິກຳແຫ່ງຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ຈັດຕັ້ງຂຶ້ນ, ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ 60 ທ່ານທີ່ມາຈາກ 5 ປະເທດແມ່ນ: ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. ເປົ້າໝາຍຂອງກອງປະຊຸມສຳມະນາຄັ້ງນີ້ແມ່ນແບ່ງປັນຂໍ້ມູນຂ່າວສານ, ຄວາມຮູ້, ບົດຮຽນ, ປະສົບການ ໃນການບໍລິການໃຫ້ຄຳປຶກສາດ້ານກະສິກຳ ແລະ ສົ່ງເສີມກະສິກຳລະຫວ່າງບັນດາປະເທດຢູ່ອະນຸພາກພື້ນແມ່ນ້ຳຂອງ, ບັນດາການຄົ້ນຄ້ວາໃນຂົງເຂດກະສິກຳ ແລະ ການພັດທະນາຊົນນະບົດ. ຜູ້ຕາງໜ້າຂອງບັນດາປະເທດໄດ້ສະເໜີບົດລາຍງານຫຼາຍບົດກ່ຽວກັບສະພາບການຕົວຈິງຂອງບັນດານະໂບບາຍ ແລະ ຄວາມມາຍະພະຍາຍາມແຫ່ງຊາດສຳລັບກະສິກຳອັດສະລິຍະເຊິ່ງສາມາດປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ກະສິກຳຂຽວ ແລະ ການພັດທະນາບັນດາອົງການຊາວກະສິກອນ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.