ການພົບປະເຈລະຈາ ລະຫວ່າງ ສະມາພັນແຮງງານແຂວງກວ້າງຈິ ແມ່ນສະຫະພັນກຳມະບານແຂວງສະຫວັນນະເຂດ

17:03 | 14/08/2019

ຍສໝ - ຕອນເຊົ້າວັນທີ 14 ສິງຫາ 2019, ສະຫະພັນກຳມະບານແຂວງສະຫວັນນະເຂດ ແລະ ສະຫະພັນແຮງງານແຂວງກວ້າງຈິໄດ້ຈັດກອງປະຊຸມພົບປະເຈລະຈາ ສະຫຼຸບລາຍງານ ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ຄວາມສະຫງົບໝັ້ນຄົງ ປ້ອງກັນຊາດ; ສະພາບການເຄື່ອນໄຫວປະຕິບັດງານຂອງກຳມະບານ ຂອງແຕ່ລະແຂວງ.ໃນນັ້ນ, ສຸມໃສ່ການແລກປ່ຽນປະສົບການ ຈັດຕັ້ງປະຕິບັດງານ ຂອງ ສະຫະພັນກຳມະບານໃນຂະບວນການປ່ຽນແປງໃໝ່ ແລະ ການເຊື່ອມໂຍງສາກົນ.

ການພົບປະເຈລະຈາ ລະຫວ່າງ ສະມາພັນແຮງງານແຂວງກວ້າງຈິ ແມ່ນສະຫະພັນກຳມະບານແຂວງສະຫວັນນະເຂດ

ສະມາພັນແຮງງານແຂວງກວ້າງຈິ ແລະ ສະຫະພັນກຳມະບານແຂວງສະຫວັນນະເຂດໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນກອງປະຊຸມພົບປະເຈລະຈາ.(ພາບ:www.baoquangtri.vn)

ອີງຕາມຂໍ້ມູນຂ້າງເທິງນັ້ນ, ບົນບັນຍາກາດຈິດໃຈ ແຫ່ງຄວາມເຂົ້າໃຈ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດກຳມະບານ ລະຫວ່າງ ສອງແຂວງໃນຊຸມປີຜ່ານມາ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ເບິກບານມ່ວນຊື່ນ ຢືນຢັນວ່າ: ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ ແລະ ພັກ ປະຊາຊົນ ປະຕິວັດລາວ, ທັງເປັນຄະນະບໍລິຫານງານ ໂດຍກົງ ແມ່ນຄະນະບໍລິຫານງານພັກແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ; ພາຍໃຕ້ການນຳພາ ຂອງສະມາພັນແຮງງານຫວຽດນາມ, ສູນກາງສະຫະພັນກຳມະບານ ແຫ່ງ ສປປ ລາວ, ສະພາບເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເວົ້າລວມ, ການເຄື່ອນໄຫວຂອງສະຫະພັນກຳມະບານ ແລະ ຂະບວນການ ພະນັກງານ, ແຮງງານ, ກຳມະກອນ ຂອງແຕ່ລະແຂວງສືບຕໍ່ ບັນລຸໄດ້ຜົນສຳ ເລັດທີ່ສຳຄັນຫຼາຍດ້ານ, ປະກອບສ່ວນໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຂອງສອງແຂວງ ເຮັດສຳເລັດເປັນຢ່າງດີ ບັນດາເປົ້າໝາຍ ດ້ານການພັດທະນາ ເສດຖະກິດ - ສັງຄົມ.

ພິເສດໃນນັ້ນ ຂົງເຂດສະຫະພັນກຳມະບານ ມີການປ່ຽນແປງໃໝ່ ດ້ານເນື້ອໃນ ແລະ ຮູບແບບ, ສຸມໃສ່ການຈັດຕັ້ງປະຕິບັດ ບົດບາດການເປັນຕົວແທນ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ຂອງກຳມະກອນ, ພະນັກງານ ແລະ ແຮງງານ. ປະເມີນຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ປືກສາຫາລືກ່ຽວກັບວິທີແກ້ໄຂ ເພື່ອເຮັດໃຫ້ການເຄື່ອນໄຫວຂອງສະຫະພັນກຳມະບານ ມີປະສິດທິຜົນສູງຂື້ນໃນອະນາຄົດ.

ທີ່ການພົບປະປຶກສາຫາລື, ສະມາພັນແຮງງານແຂວງກວ້າງຈິ ແລະ ສະຫະພັນກຳມະບານແຂວງສະຫວັນນະເຂດໄດ້ເຊັນລົງນາມໃນບົດບັນທຶກຊ່ວຍຈຳ ເຫັນດີເປັນເອກະພາບໃນ ບັນດາເນື້ອໃນດັ່ງຕໍ່ໄປນີ້: ສືບຕໍ່ຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ສະໜິດຕິດພັນ ຂອງສະມາພັນແຮງງານແຂວງກວ້າງຈິ - ສະຫວັນນະເຂດ. ເພີ່ມທະວີການແລກປ່ຽນປະສົບການໃນກິດຈະກຳ ສະຫະພັນກຳມະບານໃນຂະບວນວິວັດແຫ່ງການເຊື່ອມໂຍງ ແລະ ພັດທະນາ, ປະກອບສ່ວນເພີ່ມທະວີຄວາມສາມັກຄີພິເສດ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງຫວຽດນາມ - ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.