ພາອ້າຍນ້ອງທະຫານຜູ້ເສຍສະຫຼະກັບຜືນແຜ່ນດິນແມ່

15:32 | 25/07/2019

ຍສໝ - ຝົນຕົກຕົກແດດໃນລະດູຮ້ອນ, ບາງຄັ້ງກໍມີຕົກແກ່ຍາວຫຼາຍມື້, ອາດເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃດໜຶ່ງຕ້ອງຢຸດສະຫງັດຫຼືບາງຄັ້ງກໍ່ຕ້ອງໄດ້ເລື່ອນໄປ. ນີ້ແມ່ນໄລຍະເວລາສັ້ນໆຂອງພະນັກງານ, ທະຫານ ໜ່ວຍທ້ອນໂຮມອັດຖິທະຫານວິລະຊົນ (ທະຫານເຂດ 2) ຍາດເວລາເພື່ອພັກຜ່ອນ, ກັບບ້ານຢ້ຽມ ຄອບຄົວ ພາຍຫຼັງຫຼາຍເດືອນ ເລາະໄປທົ່ວປ່າເຂົາ, ເຂົ້າໄປຮອດປ່າເລິກ ແລະ ຕືບໜາ ເພື່ອປະຕິບັດພາລະກິດ ພາອ້າຍນ້ອງທະຫານວິລະຊົນ ທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ສປປ ລາວ ກັບຄືນບ້ານເກີດເມືອງນອນອັນຮັກແພງ.

ພາອ້າຍນ້ອງທະຫານຜູ້ເສຍສະຫຼະກັບຜືນແຜ່ນດິນແມ່

ພິທີຕ້ອນຮັບ, ສົ່ງສະການ ແລະ ພິທີປົງສົບອັດຖິທະຫານວິລະຊົນຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ ປະເທດລາວ ຢູ່ທີ່ ສະສານວິລະຊົນ ຕົງຕາວ.

ຫຍຸ້ງຍາກທຸລະກັນດານກໍ່ບໍ່ສາມາດຢຸດຢັ້ງພາລະກິດ

ຕັ້ງແຕ່ປີ 2015 ມາຮອດປະຈຸບັນ, ແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີຕ້ອນຮັບ, ສົ່ງສະການ ແລະ ປົງສົບ ອັດຖິ ທະຫານວິລະຊົນ ຈຳນວນ 193 ອັດຖິ. ເມື່ອມໍ່ໆມານີ້, ໃນວັນທີ 19 ມິຖຸນາ ແມ່ນ ພິທີຕ້ອນຮັບ, ສົ່ງສະການ ແລະ ປົງສົບ ອັດຖິ ທະຫານວິລະຊົນ ຈຳນວນ 12 ອັດຖິ ທະຫານອາສາສະໝັກຫວຽດນາມ ເສຍສະຫຼະຊີວິດຢູ່ ປະເທດລາວ ກັບຄືນຜືນແຜ່ນດິນແມ່ ຢູ່ ສຸສານທະຫານວິລະຊົນ ຕົງຄາວ (ຕາແສງ ແທັງເນືອ, ເມືອງດ້ຽນບຽນ). ບັນດາອັດຖິທະຫານວິລະຊົນ ທະຫານອາສາສະໝັກຫວຽດນາມ ເສຍສະຫຼະຊີວິດ ຢູ່ ປະເທດລາວ ໄດ້ຖືກນຳສົ່ງກັບມາແຂວງດ້ຽນບຽນ ແມ່ນລ້ວນແລ້ວແຕ່ຍ້ອນ ໜ່ວຍເຕົ້າໂຮມອັດຖິທະຫານວິລະຊົນ (ທະຫານເຂດ 2)ເປັນຜູ້ຊອກຫາ, ຂຸດຄົ້ນ ແລະ ເຕົ້າໂຮມ. ເພື່ອຊອກຮູ້ເພີ່ມເຕີມ ກ່ຽວກັບການເຮັດວຽກ ກໍ່ຄືການຈັດຕັ້ງປະຕິບັດວຽກງານນີ້, ພວກເຮົາ ໄດ້ໄປຍັງເຮືອນຫຼັງໜື່ງ ເປັນເຮືອນຊັ້ນດຽວໃນສະພາບເກົ່າໆ ໃນຂອບເຂດຂອງ ກອງພັນ 82 ແມ່ນທີ່ໝັ້ນຂອງກອງຮ້ອຍດ້ຽນບຽນ. ແຕ່ໜ້າເສຍດາຍຕອນນີ້ ຫົວໜ້າກອງຮ້ອຍ - ພັກເອກ ຫານ ວັນ ຮຸ່ງ ບໍ່ຢູ່, ແຕ່ມີພະນັກງານ 2 ສະຫາຍ ທີ່ມີການເຄື່ອນໄຫວອາສາສະໝັກອັນສັກສິດນີ້ຫຼາຍປີ ຕ້ອນຮັບພວກເຮົາ.

ການສົນທະນາ ເລີ່ມຕົ້ນດ້ວຍຄວາມຮູ້ສຶກຕື້ນຕັນ ພິເສດແມ່ນ ພວກເຮົາຮູ້ວ່າ ຫ້ອງນ້ອຍໆ ທີ່ພວກເຮົານັ່ງສົນທະນາວຽກງານຢູ່ນັ້ນ ມີຮ້ານບູຊາ, ທຸງແດງດາວເຫຼືອງ ແມ່ນບ່ອນຕັ້ງອັດຖິຊົ່ວຄາວຂອງທະຫານວິລະຊົນ ພາຍຫຼັງນຳສົ່ງກັບມາແຕ່ ປະເທດລາວ. ປັດຈຸບັນ, ການຕ້ອນຮັບ ໄດ້ຮັບການຈັດຕັ້ງປະຕິບັດ ດ່ານສາກົນຊາຍແດນ ເຕີຍຈາງ ແລະ ຖືກນໍາສົ່ງໄປຍັງ ສູ່ສຸສານທະຫານວິລະຊົນ ອາ 1 ເພື່ອໃຫ້ປະຊາຊົນທ້ອງຖິ່ນ ເຄົາລົບ, ໄຫວ້ເພື່ອລະນຶກ ກ່ອນທີຈະຈັດຕັ້ງພິທີສົ່ງສະການ ແລະ ປົງສົບ. ເພື່ອທີ່ຈະສາມາດນໍາເອົາອັດຖິທະຫານ, ນັກຮົບ ທີ່ເສຍສະຫຼະຊີວິດ ຢູ່ຜືນແຜ່ນດິນ ປະເທດລາວຫຼາຍສິບປີ ກັບຄືນບ້ານເກີດເມືອງນອນ, ໜ່ວຍງານທ້ອນໂຮມອັດຖິທະຫາວິລະຊົນຕ້ອງໄດ້ຜ່ານຜ່າຄວາມຫຍຸ້ງຍາກແລະຄວາມຫຍຸ້ງຍາກຫລາຍປະການ.ວຽກງານການຊອກຫາອັດຖິທະຫານວິລະຊົນໄດ້ຮັບການຈັດຕັ້ງປະຕິບັດແຕ່ ເດືອນ ຕຸລາ ປີກ່ອນ ຮອດເດືອນເມສາ ປີກ່ອນ, ແຕ່ລະຄັ້ງສະເລ່ຍຍາວນານ ແຕ່ 10-15 ວັນ.

ໃນລະດູຝົນ, ໜ່ວຍງານສຸມເກັບກຳຂໍ້ມູນພື້ນທີ່, ຜັນຂະຫຍາຍ, ຄັດຕ້ອນ, ວິເຄາະ ແລະ ປຽບທຽບ ແຫລ່ງຂໍ້ມູນ ເພື່ອກໍານົດສະຖານທີ່ຕັ້ງ, ສະຖານທີ່ ຈະຈະເດີນທາງໄປຄົ້ນຫາ, ຂຸດຄົ້ນ ໃນລະດູແລ້ງທີ່ຈະມາເຖິງ. ເຖິງແມ່ນວ່າຈະມີຫຼາຍຂໍ້ມູນຈາກປະຊາຊົນຫຼາຍຄົນ, ບັນດານັກຮົບເກົ່າ ແລະ ສະຖານທີ່ບາງບ່ອນຍັງມີແຜນທີ່ ແຕ່ການຄົ້ນຫາຍັງຄືກັນກັບ "ງົມເຂັມໃນທະເລ" ໂດຍຫຼາຍຂໍ້ມູນທີ່ບໍ່ຄ່ອຍຈະແຈ່ມແຈ້ງ, ຕາມການເວລາ. , ພູມສັນຖານ ແລະ ສະຖານທີ່ລ້ວນແລ້ວແຕ່ມີການປ່ຽນແປງຢາກທີ່ຈະຈະຈືຈຳໄດ້, ພ້ອມກັນນັ້ນກໍ່ຍັງມີ ພູສູງ, ປ່າທືບ. ແຕ່ເຖິງແນວໃດກໍ່ຕາມ ອ້າຍນ້ອງທະຫານກອງປະຕິບັດງານຂຸດຄົ້ນກໍ່ບໍ່ຢຸດຢັ້ງ, ເມື່ອໃດມີແຫ່ງຂໍ້ມູນຂ່າວສານເຊື່ອໝັ້ນເຖິງວ່າຈະໄກ້ໄກປານໃດ, ຍາກລຳບາກໃນການໄປທີ່ຈະໄປເຖິງ ແລະ ຍາກໃນການຊອກຫາ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.