ຍສໝ - ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຮັບປະກັນສິດທິຂອງກຸ່ມຄົນທີ່ມີຄວາມສ່ຽງໃນສັງຄົມຄື ຜູ້ເຖົ້າ, ແມ່ຍິງ, ເດັກນ້ອຍ ແລະ ຄົນພິການ; ຕັ້ງໜ້າເຂົ້າຮ່ວມສົນທິສັນຍາສະບັບຕ່າງໆຂອງ ສປຊ ເພື່ອປົກປ້ອງກຸ່ມຄົນດັ່ງກ່າວ.
ການຄົ້ນຄວ້າປະຫວັດສາດແຫ່ງການສ້າງ ແລະ ພັດທະນາເນື້ອໃນທິດສະດີຂອງກະແສຟອງແນວຄິດເສດຖະກິດ ຢູ່ ເຢຍລະມັນ ໄດ້ຊ່ວຍເພີ່ມທະວີການເຄື່ອນໄຫວຄົ້ນຄວ້າທິດສະດີ, ຕິດພັນກັບການສະຫຼຸບພຶດຕິກຳຕົວຈິງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດເຢຍລະມັນ ຫຼາຍກວ່າອີກ, ຜ່ານນັ້ນຊ່ວຍຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.
ປີ 2022 ແມ່ນປີທີ 6 ທີ່ SIBS ໄດ້ຮັບການຈັດຂຶ້ນ. ມາຮອດປັດຈຸບັນ, ນີ້ແມ່ນກອງປະຊຸມສຸດຍອດດຳເນີນທຸລະກິດໃຫຍ່ທີ່ສຸດນັບ ແຕ່ໄດ້ຈັດຂຶ້ນໃນພາກພື້ນ ດ້ວຍຮ້ານວາງສະແດງຂາຍສິນຄ້າ 906 ຮ້ານທີ່ມາຈາກ 24 ປະເທດ, ດຶງດູດການເຂົ້າຮ່ວມຂອງນັກລົງທຶນ ເກືອບ 30.000 ຄົນ.
ຍສໝ - ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງ ປະເທດ ໄດ້ຮັບອຸປະກອນການແພດທີ່ມີມູນຄ່າ ປະມານ 1,8 ຕື້ດົ່ງ.
ຍສໝ - ຫວຽດນາມ ພວມມານະພະຍາຍາມຢ່າງໃຫຍ່ຫຼວງ, ສືບຕໍ່ບັນລຸໄດ້ຜົນສຳເລັດ, ຍິ່ງໄປກ່ວານັ້ນແມ່ນປະເທດທີ່ພົ້ນເດັ່ນໃນພາກພື້ນກ່ຽວກັບການເຕີບໂຕ GDP ໂດຍບໍ່ວ່າມີສິ່ງທ້າທາຍໃດໆໃນທົ່ວໂລກ.
ຍສໝ - ທີ່ກອງປະຊຸມ, ບັນດາປະເທດສ່ວນຫຼາຍລ້ວນແຕ່ມີຂໍ້ສັງເກດວ່າ ໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນຂະນະດຽວກັນ, ເຊິ່ງສົ່ງຜົນສະທ້ອນຫຍໍ້ທໍ້ຕໍ່ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເຊັ່ນ: ການປະທະກັນ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ການຂາດຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ສິ່ງທ້າທາຍດ້ານເສດຖະກິດ, ການເງິນ ແລະ ໜີ້ສິນສາທາລະນະ.
ຍສໝ - ຢູ່ທີ່ນີ້, ຫວຽດນາມ ໄດ້ຍົກສູງຄວາມສຳຄັນໃນການສະກັດກັ້ນ ແລະ ລົບລ້າງທຸກຮູບແບບຈຳແນກການປະພຶດ ແລະ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.
ຍສໝ - ດອກຕາເວັນປ່າ, ດອກສະກຸຣະ ແລະ ຫຍ້າບົວ ແມ່ນສິ່ງພິເສດຢູ່ ດ່າລາດ ພວມລໍຖ້າແຂກທ່ອງທ່ຽວແວ່ຢາມ.
ຍສໝ - ສຳນັກຂ່າວສານ Reuters ໄດ້ລົງຂາວວ່າ FPT Semiconductor ຫາກໍ່ເປີດຕົວຊິບທຳອິດໃນຊຸດຜະລິດຕະພັນ Internet of thing ໃຫ້ແກ່ຂົງເຂດສາທາລະນະສຸກ. ບໍລິສັດຕັ້ງເປົ້າໝາຍຈະແຊກຊຶມເຂົ້າຕະຫຼາດພາກພື້ນ ອາຊີ - ປາຊີຟິກ ດ້ວຍແຜນການສະໜອງຊິບ 25 ລ້ານອັນໃນທົ່ວໂລກ ໃນປີ 2023.
ຍສໝ - ນີ້ແມ່ນຄັ້ງທີ 4 ທີ່ “ວັນບຸນອາຊີ” ຖືກຈັດຂຶ້ນຢູ່ນະຄອນຫຼວງ Bratislava ເພື່ອແນໃສ່ເຊີດຊູສີສັນວັດທະນະທຳ, ໂຄສະນາການທ່ອງທ່ຽວ ແລະ ອາຫານ ການກິນອາຊີ ໃຫ້ແກ່ປະຊາຊົນ Slovakia ແລະ ແຂກທ່ອງທ່ຽວສາກົນ.
ຍສໝ - ປະຊາຄົມຊາວ ຫວຽດນາມ ອາໄສຢູ່ Malta ແລະ ບັນດາເພື່ອນມິດສາກົນ ມີໂອກາດຊົມບັນດາຈຸດວັດທະນະທຳ, ສິລະປະຂອງ ຫວຽດນາມ ຜ່ານບັນດາຮູບພາບທີ່ເປັນເອກະລັກສະເພາະ ເຊິ່ງສະແດງໃຫ້ເຫັນທັດສະນີຍະພາບ ແລະ ຊີວິດຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ
ຍສໝ - ຈາກດຽນບຽນຈົນຮອດກອມຕຸມ, ຫວຽດນາມ ແລະ ລາວມີຄູ່ດ່ານຊາຍແດນສາກົນ 10 ແຫ່ງ ລວມມີ: ໄຕຈາງ - ສົບຮຸນ, ລ໊ອງເຊິບ - ປາຮ່າງ, ນາແມວ - ນ້ຳໂສຍ, ນ້ຳກັ່ນ - ນ້ຳການ, ເກົ່າແຈວ - ນ້ຳພາວ, ຈາລໍ່ - ນາພາວ, ລາໄລ - ລາໄລ, ລາວບາວ - ແດນສະຫວັນ, ນາມຢາງ - ດັກຕາອອກ ແລະ ເບີອີ - ພູເກືອ. ຢູ່ລຽບຕາມເສັ້ນຊາຍແດນສອງປະເທດຍັງມີເຂດອະນຸລັກທຳມະຊາດ, ປ່າສະຫງວນແຫ່ງຊາດ, ຖ້ຳ, ນ້ຳຕົກຕາດຫຼາຍແຫ່ງທີ່ມີທິວທັດທຳມະຊາດໃຫຍ່ໂຕມະໂຫຖານ.
ຍສໝ - ນັບແຕ່ຄາວຍັງນ້ອຍ, ຢູ່ໜ້າບ້ານມີໜອງດອກບົວ ດັ່ງນັ້ນເມື່ອມາແບນຊິກ, ເອື້ອຍ ເຟືອກເວິນ ຕັດສິນໃຈສ້າງສວນດອກບົວເພື່ອບັນເທົາຄວາມຄິດຮອດບ້ານເກີດເມືອງນອນ.
ຍສໝ - ໂດຍນອນຢູ່ຫ່າງຈາກນະຄອນຮ່າໂນ້ຍ ປະມານ 270 ກີໂລແມັດ, ບິ່ງລ້ຽວ ແມ່ນສະຖາທີ່ຄ້າຍຄືກັນ ແລະ ດຶງດູດໃຈສຳລັບຜູ້ໃດຢາກໄປທ່ອງທ່ຽວຢູ່ຊາປາ ແຕ່ບໍ່ຢາກໄປໄກ.
ຍສໝ-ແຂກທ່ອງທ່ຽວກຳປັ່ນທະເລກັບຄືນເຂົ້າມາຫວຽດນາມແມ່ນສັນຍານທີ່ເປັນໜ້າຊື່ນຊົມ ແລະ ຂະແໜງການທ່ອງທ່ຽວນະຄອນ ໂຮ່ຈີມິນ ກໍ່ກຳນົດວ່ານີ້ແມ່ນແຫຼ່ງແຂກທ່ອງທ່ຽວທີ່ສຳຄັນ, ມີຄວາມສາມາດບົ່ມຊ້ອນ.
ຍສໝ - ອາທິດຜ່ານມາ, ຢູ່ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໄດ້ໄຂງານວາງສະແດງວິຈິດສິນ ຫວຽດນາມ - ລາວ 2022. ສະມາຄົມວິຈິດສິນ 2 ປະເທດ ໄດ້ສົມທົບກັນຈັດຕັ້ງລາຍການ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈກ່ຽວກັບພາບພົດຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ - ລາວ ຢ່າງເລິກເຊິ່ງກວ່າອີກ.
ຍສໝ - ເວທີປາໄສຄະນະກຳມະການແມ່ນ້ຳຂອງສາກົນ (MRC) ໄດ້ໄຂຂຶ້ນຢູ່ສຳນັກງານລັດຖະສະພາ ເຂດ Flanders ຢູ່ນະຄອນຫຼວງ Brussels (ແບນຊິກ). ເຫດການໂດຍບັນດາອົງການການຕ່າງປະເທດ, ຄົມມະນາຄົມ - ວຽກງານສາທາລະນະ, ສິ່ງແວດລ້ອມ, ການຄ້າ - ການລົງທຶນຢູ່ເຂດ Flanders ໄດ້ສົມທົບກັນຈັດຕັ້ງ.
ຍສໝ - ໃນພື້ນທີ່ວັດທະນະທຳ ຫວຽດນາມ ຍັງແນະນຳບັນດາຮູບແບບສິລະປະທີ່ເປັນເອກະລັກສະເພາະຂອງຫວຽດນາມ. ຄຽງຄູ່ກັບການເຄື່ອນໄຫວວັດທະນະທຳຄື: ສິລະປະ ຊາຫວຽດນາມ, ການສະແດງເຄື່ອງດົນຕີຊົນເຜົ່າ...
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ ບັນຫາພັດທະນາສັງຄົມ, ປະຕິບັດວິໄສທັດ ອາຊຽນ 2023, ແຜນການກະທຳ ຮ່າໂນ້ຍ ແລະ ບັນດາເອກະສານທີ່ກ່ຽວຂ້ອງຕ່າງໆຂອງ ອາຊຽນ ເພື່ອແນໃສ່ສ້າງປະຊາຄົມ ອາຊຽນທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມ ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ.