ໜັງ​ສື​ພິມ​ແຖວ​ໜ້າ​ສະ​ວິດ ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​​ເສືອ​ຕົວໃໝ່​ຂອງ​ອາ​ຊີ

15:18 | 11/10/2022

ຍ​ສ​ໝ - ໜັງ​ສື​ພິມ Agefi, ໜັງ​ສື​ພິມ​ພາ​ສາຝ​ລັ່ງ​ທີ່​ມີ​ຊື່​ສ​ຽງ​ຂອງ​ສະ​ວິດ ທີ່ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ເຊີ​ແນວ ສະ​ບັບ​ອອກ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ລົງ​ບົດ​ຂ​ຽນ​ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດ​ນາມ ແມ່ນ​ເສືອຕົວ​ໃໝ່​ຂອງ​ອາ​ຊີ” ຂອງ​ຜູ້​ຂຽນ Guy Mettan, ໃນ​ນັ້ນ​ໄດ້​ຕີ​ລາຄາວ່າ: ປັດ​ຈຸ​ບັນ, ຫວຽດນາມ​ໃດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍ່​ພົ້​ນ​ເດັ່ນ​ຂຶ້ນ​ທີ່​ມີ​ບົດ​ບາດ​ສຳ​ຄັນ​ແຖວ​ໜ້າ​ຢູ່​ອາ​ຊີ.

ເລຂາທິການ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ: ບັນ​ດາ​ຜົນງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແມ່ນ​ບໍ່​​ສາ​ມາດປະ​ຕິ​ເສດ​ໄດ້ ເລຂາທິການ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ: ບັນ​ດາ​ຜົນງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແມ່ນ​ບໍ່​​ສາ​ມາດປະ​ຕິ​ເສດ​ໄດ້
ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ທີ່​ນັບ​ມື້​ນັບ​ ດູດ​ດື່ມແລະ ສຳ​ຄັນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ທີ່​ນັບ​ມື້​ນັບ​ ດູດ​ດື່ມແລະ ສຳ​ຄັນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ
ໜັງ​ສື​ພິມ​ແຖວ​ໜ້າ​ສະ​ວິດ ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​​ເສືອ​ຕົວໃໝ່​ຂອງ​ອາ​ຊີ
ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

ໜັງ​ສື​ພິມ​ນີ້​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ພາກ​ພື້ນ ອາ​ຊີ​ຕ​າ​ເວັນ​ອອກສ່ຽງໃຕ້, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ເສດ​ຖະ​ກິດ​ໃໝ່​ຂອງ ອາ​ຊີ ຢູ່ຄຽງ​ຂ້າງ ສ.ເກາຫຼີ, ສິງ​ກະ​ໂປ. ໜັງ​ສື​ພິມ Agefi ຢັ້ງ​ຢືນ​ວ່າ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ພວມ​ມີ​ການ​ພົ້ນເດັ່ນ​ຂຶ້ນ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ຢັ້ງ​ຢື​ນ​ໄດ້​ບົດ​ບາດ​ການ​ເມືອງ​ຂອງ​ຕົນ​ເທື່ອ​ລະ​ກ້າວ, ບໍ່​ພຽງ​ແຕ່​ໃນ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເທົ່າ​ນັ້ນ ​ຫາກ​ຍັງ​ມີ​ບົດ​ບາດ​ຕໍ່​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ໂລກ​ອີກ​ດ້ວຍ.

ຜູ້​ຂຽນຖື​ວ່າ ​ຫວຽດ​ນາມ​ອາດ​ຈະ​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ທີ່​ສຸດ​ຈາກ​ສະ​ພາບ​ການ​ສາ​ກົນ​ໃໝ່, ນັບ​ແຕ່​ເດືອນ​ມັງ​ກອນ ​ປີ 2022, ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ເຂົ້າ​ມາ ຫວຽດ​ນາມ ຄາດ​ວ່າ ບັນ​ລຸ 11,57 USD, ເພີ່ມ​ຂຶ້ນ 10,2%/ປີ ແລະ ແມ່ນ​ລະ​ດັບ​ສູງ​ທີ່​ສຸດ​ໃນ 5 ປີ​ຜ່ານ​ມາ, ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຄາດ​ວ່າຈະບັນ​ລຸ 7,5% ໃນ​ປີ 2022, ໃນ​ຂະ​ນະ​ທີ່​ໄພ​ເງິນ​ເຟີ້ ຄາດ​ວ່າ​ຈະ​ຢູ່​ໃນ​ລະ​ດັບ 3,8%. ຕົວ​ເລກ​ດັ່ງ​ກ່າວ​ໄດ້​ຄັດ​ສະ​ເໜີ​ຕາມ​ບົດ​ລາຍ​ງານ​ຂອງ​ທະ​ນາ​ຄານ​ໂລກ (WB) ທີ່​ໄດ້​ປະ​ກາດ​ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ.

ໜັງ​ສື​ພິມ​ແຖວ​ໜ້າ​ສະ​ວິດ ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​​ເສືອ​ຕົວໃໝ່​ຂອງ​ອາ​ຊີ
ໜັງ​ສື​ພິມ​ແຖວ​ໜ້າ​ສະ​ວິດ ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​​ເສືອ​ຕົວໃໝ່​ຂອງ​ອາ​ຊີ

ໜັງ​ສື​ພິມ​ Agefi ກໍ່​ໄດ້​ອ້າງ​ຫຼັກ​ຖາ​ນໂດຍ​ຖື​ວ່າ ຫວຽດ​ນາມ ຢືນ​ຢູ່​ອັນ​ດັບ​ທີ 5 ໃນ​ຈຳ​ນວນ 35 ຕະຫຼາດ​ອາ​ຊີ​ກ່ຽວ​ກັບລະດັບ​ການ​ເປີດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ດ້ວຍ​ຄະ​ແນນ 74,6/100, ສູງ​ກ​ວ່າ​ລະ​ດັບ​ປານ​ກາງ​ຂອງ​ອາ​ຊີ (46) ແລະ ລະ​ດັບ​ປານ​ກາງ​ຂອງ​ໂລກ (49,5) ແລະ ພວມ​ພົ້ນເດັ່ນຂຶ້ນ​ຄືເປັນ​ສູນ​ຜະ​ລິດ​ຢູ່​ພາກ​ພື້ນຕາ​ເວັນ​ອອກ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ເຊິ່ງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫັນ​ເສດ​ຖະ​ກິດ​ເປັນ​ເສ​ລີ​ຂອງ​ລັດ​ຖະ​ບານ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ, ຜ່ານ​ບັນ​ດາ​ສັນ​ຍາ​ການ​ຄ້າ ແລະ ດ້ວຍຖາ​ນະ​ເປັນສະ​ມາ​ຊິກ​ຂອງ​ບັນ​ດາ​ກຸ່ມ​ໃນ​ພາກ​ພື້ນ ແລະ ສາ​ກົນ.

ຢູ່​ອາ​ຊີ, ຫວຽດ​ນາມ ພຽງ​ແຕ່ຢືນ​ຢູ່​ຖັດຈາກບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ສິງ​ກະ​ໂປ, ຮົ່ງ​ກົງ (ຈີນ), ມາ​ເກົາ (ຈີ​ນ) ແລະ ມາ​ເລ​ເຊຍ. ໃນ​ທົ່ວ​ໂລກ, ຫວຽດ​ນາມ ຢືນ​ຢູ່​ອັນ​ດັບ​ທີ 20 ໃນ 201 ຕະຫຼາດ. ໃນ​ເດືອນ​ກໍ​ລະ​ກົດ​ປີ 2022, ບໍ​ລິ​ສັດ Moody's ໄດ້​ຍົກ​ລະ​ດັບການຄາດຄະເນ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຂຶ້ນເຖິງ 8,5%, ຄາດ​ວ່າ​ແມ່ນ​ການ​ເຕີບ​ໂຕ​ສູງ​ທີ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ. ຕາມ​ການ​ຄາດ​ຄະ​ເນ​ໃໝ່​ສຸດ​ຈາກ​ຫ້ອງ​ທົດ​ລອງການ​ເຕີບ​ໂຕ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ Harvard (ອ​າ​ເມ​ລິ​ກາ), ຫວຽດ​ນາມ ຄາດ​ວ່າ​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ໄວ​ທີ່​ສຸດ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ.

​ໄປ​ຄຽງ​ຄູ່​ກັນ​ນັ້ນ, ໜັງ​ສື​ພິມ​ທີ່​ມີ​ຊື່​ສຽງ​ແຖວ​ໜ້າ​ຂອງ​ສະ​ວິດ ກໍ່​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ເມື່ອ​ສະ​ໝັກ​ເຂົ້າ​​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ພາຍຫຼັງທີ່​ປະ​ສົບ​ຜົນ​ສຳ​ເລັດໃນການຮັບ​ດຳ​ລົງ​ບົດ​ບາດ​ເປັນ​ກຳ​ມະ​ການ​ບໍ່​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021 ແລະ ຖື​ວ່າ ຄວາມ​ຄ່​ອງ​ແຄ້ວ ແລະ ສະ​ພາບ​ການ​ສົມ​ດູນ​ຈະ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່ ຫວຽດ​ນາມ ໃນ​ໄລ​ຍະ​ຍາວ ໃນ​ການ​ພົວ​ພັນ​ສາ​ກົນ​ຕ່າງໆ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.