ເຈົ້າໜ້າທີ່​ຕຳຫຼວດ ຫວຽດ​ນາມ 3 ທ່ານ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້

07:07 | 13/10/2022

ຍສໝ - ການເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສປຊ ກໍ່ເປັນການສະແດງໃຫ້ ເຫັນບາດກ້າວພັດທະນາໃໝ່ກ່ຽວກັບລະດັບການເຊື່ອມໂຍງເຂົ້າກັບສາກົນຂອງຕຳຫຼວດຫວຽດນາມ, ປະກອບສ່ວນຫັນຄຳໝັ້ນສັນຍາຂອງພັກ ແລະ ລັດຫວຽດນາມ ທີ່ໄດ້ຍົກອອກມາກັບປະຊາຄົມສາກົນໃຫ້ປະກົດຜົນເປັນຈິງໃນການຮັກສາສະ ພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໂລກ...

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ
ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ

ຫວ່າງແລ່້ວນີ້, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດພິທີມອບ ຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ເຈົ້າໜ້າທີ່​ຕຳຫຼວດ ຫວຽດ​ນາມ 3 ທ່ານເຊິ່ງແມ່ນ ທ່ານພັນເອກພິເສດ ເລກວັກຮູຍ, ທ່ານພັນໂທ ຫວູວຽດຮຸ່ງ ແລະ ທ່ານພັນໂທ ນາງ ເລືອງທິຈ່າວິງ ເພື່ອໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (ຄະນະປະຕິບັດງານ UNMISS).

ເຈົ້າໜ້າທີ່​ຕຳຫຼວດ ຫວຽດ​ນາມ 3 ທ່ານ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້
ເຈົ້າໜ້າທີ່​ຕຳຫຼວດ ຫວຽດ​ນາມ 3 ທ່ານ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້

ພົນຈັດຕະວາ ດ່າວ​ຊວນເ​ືລນ, ຫົວໜ້າ​ຫ້ອງ​ການ​ປະຈຳ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ຄຳ​ປາ​ໄສ.
ເຈົ້າໜ້າທີ່​ຕຳຫຼວດ ຫວຽດ​ນາມ 3 ທ່ານ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້
ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດ ໄດ້ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດສາມທ່ານໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້
ເຈົ້າໜ້າທີ່​ຕຳຫຼວດ ຫວຽດ​ນາມ 3 ທ່ານ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້
ໂດຍໄດ້ຮັບການມອບສິດຂອງທ່ານປະທານປະເທດ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດ ໄດ້ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດສາມທ່ານໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້.

ກ່າວຄຳເຫັນນະທີ່ນີ້, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດເນັ້ນໜັກວ່າກະຊວງຕຳຫຼວດ ຫວຽດນາມ ໄດ້ສົ່ງເຈົ້າໜ້າທີ່​ຕຳຫຼວດ 3 ທ່ານ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແມ່ນຂີດໝາຍສຳຄັນ, ແມ່ນຈຸດພົ້ນເດັ່ນໃນການເຄື່ອນໄຫວການຕ່າງປະເທດດ້ານຄວາມໝັ້ນຄົງ, ແມ່ນບາດກ້າວໃນການເຊື່ອມໂຍງ, ຮ່ວມມື, ພັດທະນາຢ່າງຮອບດ້ານ, ຢັ້ງຢືນ ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

ການເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສປຊ ກໍ່ເປັນການສະແດງໃຫ້ເຫັນບາດກ້າວພັດທະນາໃໝ່ກ່ຽວກັບລະດັບການເຊື່ອມໂຍງເຂົ້າກັບສາກົນຂອງຕຳຫຼວດຫວຽດນາມ, ປະກອບສ່ວນຫັນຄຳໝັ້ນສັນຍາຂອງພັກ ແລະ ລັດຫວຽດນາມ ທີ່ໄດ້ຍົກອອກມາກັບປະຊາຄົມສາກົນໃຫ້ປະກົດຜົນເປັນຈິງໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໂລກ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດ, ໃນນັ້ນມີການປະກອບສ່ວນຂອງກະຊວງຕຳຫຼວດຫວຽດນາມບົນເວທີສາກົນ.

ມາຮອດປັດຈຸບັນ, ຫວຽດນາມ ມີເຈົ້າໜ້າທີ່ຕຳຫຼວດ 8 ທ່ານໄດ້ຮັບການກວດກາ ຈາກ ສປຊ ແລະ ບັນລຸໄດ້ບັນດາຄວາມຮຽກຮ້ອງກ່ຽວກັບການເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບ.

ບູນມີ

ເຫດການ
302 Found

Found

The document has moved here.