4 ຫຼັກ​ໝາຍ​ຊາຍ​ແດນທີ່ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ທີ່ຕ້ອງ​ມາ check-in ເທື່ອ​ໜຶ່ງ

07:30 | 13/10/2022

ຍ​ສ​ໝ - ພິ​ຊິດຫຼັກ​ໝາຍ​ຊາຍ​ແດນ​ 4 ແຫ່ງ​ຢູ່​ໃຕ້​ສຸດ, ເໜືອ​ສຸດ, ຕາ​ເວັນ​ອອກ​ສຸດ ແລະ ຕາ​ເວັນ​ຕົກ​ສຸດ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເປົ້າ​ໝາຍ​ຂອງ​ຜູູ້​ຄົນ​ທີ່​ມີ​ຄວາມ​ມັກ​ຮັກ​ການ​ທ່ອງ​ທ່ຽວ.

ລືມ​ຝູ​ກວກ​ໄປ​ຊົ່ວ​ຄາວ, ກຽນ​ຢາງ ​ຍັງ​ມີ​ເກາະ​ແຫ່ງ​ໜຶ່ງ​ທີ່​ສວຍ​ງາມ​ ເຊັກອິນງາມທີ່ສຸດ ລືມ​ຝູ​ກວກ​ໄປ​ຊົ່ວ​ຄາວ, ກຽນ​ຢາງ ​ຍັງ​ມີ​ເກາະ​ແຫ່ງ​ໜຶ່ງ​ທີ່​ສວຍ​ງາມ​ ເຊັກອິນງາມທີ່ສຸດ
ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ

ຫວຽດນາມ​ມີ​ທິ​ວທັດ​ທຳ​ມະ​ຊາດ​ໃຫຍ່​ໂຕ​ມະ​ໂຫ​ຖານຫຼາຍ​ແຫ່ງເຊິ່ງ​ບໍ່​ອາດ​ນັບ​ໄດ້. ທ່າມ​ກາງ​ບັນ​ດາ​ສະ​ຖານ​ທີ່​ສວຍ​ງາມ​ນັ້ນ, ຍັງ​ມີ​ບັນ​ດາຫຼັກ​ໝາຍຊາຍ​ແດນ​ເຊິ່ງ​ຜູ້​ທີ່​ມັກ​ຮັກ​ການ​ທ່ອງ​ທ່ຽວ​ທຸກ​ຄົນ​ລ້ວນ​ແຕ່​ຢາກໄປເຖິງ​ເທື່ອ​ໜຶ່ງ.

ໂດ​ຍ​ບໍ່​ມີ​ຄວາມ​ສວຍ​ງາມ​ເກີນໄປ, ແຕ່ຫຼັກ​ໝາຍ​ຊາຍ​ແດນ 4 ແຫ່ງ​ລວມ​ມີ: ເໜືອ​ສຸດ ລຸງ​ກູ, ຕາ​ເວັນ​ຕົກ​ສຸດ ອາ​ປາ​ຈາຍ, ຕາ​ເວັນ​ອອກ​ສຸດ ມຸຍ​ໂດຍ, ໃຕ້​ສຸດ ກ່າ​ເມົາ ແມ່ນ​ບັນ​ດາ​ສະ​ຖານ​ທີ່​ check-in ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ສັກ​ກະ​ລະ​ບູ​ຊາ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ແຕ່​ລະ​ຄົນ.

ຈຸດ​ເໜືອ​ສຸດ (ລຸງ​ກູ, ດົ່ງ​ວັນ, ຮ່າ​ຢາງ)

ພາບ: annie.ma_
ພາບ: annie.ma

ສຳ​ລັບແຂກ​ທ່ອງ​ທ່ຽວຫຼາຍ​ຄົນແລ້ວ, ຢູ່ຈຸດຫຼັກ​ໝາຍ​ຊາຍ​ແດນ ລຸງ​ກູ ແມ່ນ​ວິ​ວັດ​ການ​ພິຊິດ​ທິດ​ເໜືອ​ສຸດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ຄວາມ​ຈິງ ຈຸດ​ເໜືອ​ສຸດ​ແມ່ນຫຼັກ​ໝາຍ 428 ນອນ​ຢູ່​ຫ່າງ​ຈາກຫຼັກ​ໝາຍ​ລຸງ​ກູ ​ປະ​ມານ 4 ກີ​ໂລ​ແມັດ.

ສະ​ຖານ​ທີ່​ແຫ່ງ​ນີ້​ໄດ້​ກຳ​ນົດ​ແມ່ນ​ຈຸດ​ເໜືອ​ສຸດ​ຂອງ​ຫວຽດ​ນາມ ແລະ ​ປ​ະ​ຊາ​ຊົນໄດ້​ເອີ້ນ​ວ່າ “ເຂດ​ແຊວ​ລຸງ”, ຫຼື “ເຂດ​ເໜືອ​ສຸດ”. ຫຼັກ​ໝາຍນອນ​ຢູ່​ດິນ​ແດນແຍ່​ໄປ​ທາງ​ແມ່​ນ້ຳ ຍໍ​ແກ໊ ທີ່​ໂຣ​ມແມນຕິກ ດ້ວຍທິວ​ທັດ​ທີ່​ສວຍ​ງາມ​ຂອງພູ​ຜາ​ປ່າ​ໄມ້ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ.

ຈຸດ​ຕາ​ເວັນ​ຕົກ​ສຸດ (ອາ​ປາ​ຈາຍ, ເມື່ອງ​ແຍ໊, ດຽນ​ບຽນ)

​ພາບ: anhphuongg
​ພາບ: anhphuongg

ໂດຍ​ແມ່ນຫຼັກ​ໝາຍ​​ທີ່​ພິ​ຊິກຍາກ​ທີ່​ສຸດ​ໃນ 4 ສະ​ຖານ​ທີ່​ດັ່ງ​ກ່າວ, ເພື່ອ​ໄປ​ເຂດ​ນີ້, ແຂກ​ທ່ອງ​ທ່ຽວ​ຕ້ອງ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ ແລະ ມີຄວາມ​ຕັດ​ສິນ​ໃຈ​​ສູງ, ໜຽວ​ແໜ້ນ​ໃນ​ວິ​ວັດ​ການ​ຜ່ານຜ່າ​ພູ​ມີ​ສາດ​ທີ່​ທຸ​ລະ​ກັນ​ດານ​ ແລະ ສັບ​ສົນ, ນັບ​ແຕ່​ການ​ຂີ່​ລົດ​ຕະຫຼອດ​ຮອດ​ການ​ປິນ​ພູ, ຂ້າມ​ປ່າ…

ບໍ່​ເວົ້າ​ເຖິ​ງ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກນັ້ນ, ເມືອຜ່ານຜ່າ​​​ເສັ້​ນ​ທາງ​ດັ່ງ​ກ່າວໄດ້ສຳເລັດ, ທ່ານ​ຈະ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ເມື່ອ​ສາ​ມາດ​ໄປຮອດຫຼັກ​ໝາຍ​ທີ່​ສັກ​ກະ​ລະ​ບູ​ຊາ​ດັ່ງ​ກ່າວ. ຂີດ​ໝາຍ​ຂອງ​ຈຸດ​ຕາ​ເວັນ​ອອກ​ສຸດ​ຂອງ​ຫວຽດ​ນາມ ແມ່ນຫຼັກ​ໝາຍ​ຊາຍ​ແດນ​ຂອງ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ຈີນ, ແຕ່​ລະ​ຟາກກໍ​ມີເຄື່ອງ​ໝາຍ​ແຫ່ງ​ຊາດ ແລະ ຊື່​ຂອງ​ປະ​ເທດ.

ຈຸດ​ຕາ​ເວັນ​ອອກ​ສຸດ (ມຸຍ​ໂດຍ, ແຄ໊ງ​ຮ່​ວາ)

ພາບ: anhthu49
ພາບ: anhthu49

ຈຸດ​ຕາ​ເວັນ​ອອກ​ສຸດ​ໃນ​ຜືນ​ແຜ່ນ​ດິນ​ຂອງ​ຫວຽດນາມ ​ແມ່ນ​ມຸຍ​ໂດຍ. ໄປ​ແຫ່ງ​ນີ້​ແມ່ນ​ວິ​ວັດ​ການ​ຕ້ອນ​ຮັບ​ແສງ​ແດດ​ຍາມ​ຮຸ່ງ​ເຊົ້າ​ທຳ​ອິດ​ຂອງ​ປະ​ເທດ.

ເຖິງວ່າ​ບໍ່​ລຳ​ບາກ​ຄື​ການ​ພິ​ຊິດ​ຈຸດ​ຕາ​ເວັນ​ຕົກ​ສຸດ, ແຕ່​ເສັ້ນ​ທາງ​ເພື່ອ​ໄປ​ຍັງ​ຈຸດ​ຕາ​ເວັນ​ອອກ​ສຸດ​ກໍ່​ບໍ່​ງ່າຍ​. ແຂກ​ທ່ອງ​ທ່ຽວ​ຕ້ອງ​ຜ່ານ​ຜ່າ​ວິ​ວັດ​ການ​ເດີນ​ທາງ​ຜ່​ານ​ພູ​ຜາປ່າ​ໄມ້, ໂນນ​ຊາຍ​ພາຍ​ໃຕ້​ແສງແດດ​ຂອງ​ເຂດ​ທະ​ເລ​ທາງ​ພາກ​ກາງ.

ຈຸດໃຕ້ສຸດ (ແຫຼກາເມົາ, ກາເມົາ)

ພາບ:  tungrom90
ພາບ: tungrom90

ໂດຍ​ແມ່ນ​ສະ​ຖານ​ທີ່​ໃຕ້​ສຸດ​ຂອງ​ປະ​ເທດ​ຊາດ ຢູ່​ຕາ​ແສງ ເດິດ​ມຸຍ, ຫ່າງ​ຈາກ​ນະ​ຄອນ​ກາ​ເມົາ​ກ່​ວາ 100 ກີ​ໂລ​ແມັດ. ເຖິງວ່າ​ໄກ ແຕ່​ແຫຼມ​ກ່າ​ເມົາ​ ພັດ​ມີ​ເສັ້ນ​ທາງ​ທີ່​ສະດວກ​ທີ່​ສຸດ​ດ້ວຍ​ເສັ້ນ​ທາງ​ຢາງ​ໄປ​ຮອດ​ເທດ​ສະ​ບານ ນຳ​ກັນ ແລະ ຂຶ້ນ​ເຮືອ​ເພື່ອ​ມາ​ຫາ​ເດິດ​ມຸຍ.

4 ຫຼັກ​ໝາຍ​ຊາຍ​ແດນທີ່ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ທີ່ຕ້ອງ​ມາ check-in ເທື່ອ​ໜຶ່ງ
4 ຫຼັກ​ໝາຍ​ຊາຍ​ແດນທີ່ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ທີ່ຕ້ອງ​ມາ check-in ເທື່ອ​ໜຶ່ງ
4 ຫຼັກ​ໝາຍ​ຊາຍ​ແດນທີ່ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ທີ່ຕ້ອງ​ມາ check-in ເທື່ອ​ໜຶ່ງ
4 ຫຼັກ​ໝາຍ​ຊາຍ​ແດນທີ່ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ທີ່ຕ້ອງ​ມາ check-in ເທື່ອ​ໜຶ່ງ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.