UNESCO ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ ​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ກ້າວ​ໜ້າ​ໃນ​ໂລກ

16:38 | 16/10/2022

ຍ​ສ​ໝ - ເພື່ອແນໃສ່ເສີມຂະຫຍາຍຄວາມໝາຍຂອງມະຕິ UNESCO, ໃນຕະຫຼອດໄລຍະ 35 ປີຜ່ານມາ, ບັນດາການເຄື່ອນໄຫວເຊີດຊູປະທານໂຮ່ຈີມິນ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນໃນວຽກງານການທູດວັດທະນະທຳ ຂອງ ຫວຽດນາມ.

ລາງວັນ B ປຶ້ມ​ແຫ່ງ​ຊາດ​ເຊີດ​ຊູ​ປຶ້ມ​ຂຽນ​ກ່ຽວ​ກັບວັດຖຸພັນ​ລ້ຳ​ຄ່າ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ ຊາວ ຫວຽດ​ນາມ ລາງວັນ B ປຶ້ມ​ແຫ່ງ​ຊາດ​ເຊີດ​ຊູ​ປຶ້ມ​ຂຽນ​ກ່ຽວ​ກັບວັດຖຸພັນ​ລ້ຳ​ຄ່າ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ ຊາວ ຫວຽດ​ນາມ
ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
UNESCO ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ ​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ກ້າວ​ໜ້າ​ໃນ​ໂລກ
ທ່ານນາງ ເລທິທູຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ

ໂດຍຕອບສຳພາດຕໍ່ນັກຂ່າວເນື່ອງໃນເຫດການອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ອອກມະຕິວ່າດ້ວຍການເຊີດຊູປະທານໂຮ່ຈີມິນ, ເນື່ອງໃນເຫດການ: “ໂຮ່ຈີມິນ: ບຸກຄົນເພື່ອສັນຕິພາບ, ນັກວັດທະນະທຳທີ່ດີເລີດ” ຢູ່ປາຣີ, ປະເທດຝລັ່ງ, ທ່ານນາງ ເລທິທູຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ: ນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນຕໍ່ການປະກອບສ່ວນ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ລວມຂອງປະຊາຊົນ ຫວຽດນາມ ແລະ ໂລກ, ພ້ອມທັງເຊີດຊູ, ຍົກສູງອຸດົມການອັນສູງສົ່ງ, ສີສັນວັດທະນະທຳ ແລະ ຄວາມຄາດຫວັງຂອງເພິ່ນ ແລະ ຂອງຊາດ ຫວຽດນາມ ກ່ຽວກັບໂລກແຫ່ງສັນຕິພາບ, ສະເໝີພາບ ແລະ ມີຄວາມຜາສຸກ. ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: ບັນດາຄຸນຄ່າ, ມໍລະດົກ, ແນວຄິດຂອງປະທານໂຮ່ຈີມິນ ມີລັກສະນະລວບລວມ, ຂ້າມຜ່ານຍຸກສະໄໝ, ແມ່ນບັນດາບັນຫາເຊິ່ງ ຫວຽດນາມ ແລະ ມວນມະນຸດພວມມານະພະຍາຍາມປົກປ້ອງ ແລະ ເດີນຕາມ.

UNESCO ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ ​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ກ້າວ​ໜ້າ​ໃນ​ໂລກ
UNESCO ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ ​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ກ້າວ​ໜ້າ​ໃນ​ໂລກ
UNESCO ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ ​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ກ້າວ​ໜ້າ​ໃນ​ໂລກ

ບັນດາແນວຄິດຂອງເພິ່ນກ່ຽວກັບວັດທະນະທຳ, ການສຶກສາ ກໍ່ແມ່ນພາລະກຳເຊິ່ງ UNESCO ພວມຊຸກຍູ້ຄື: ຖືເປັນສຳຄັນດ້ານວັດທະນະທຳຫຼາກຫຼາຍສີສັນ, ດັບສູນສັດຕູຄວາມໂງ່ຈ້າ ຕິດພັນກັບການລົບລ້າງໄພກືກໜັງສື, ຮ່ຳຮຽນຕະຫຼອດຊີວິດຕິດກັບການການສຶກສາທົ່ວໂລກ, ປູກຕົ້ນໄມ້ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ… ເພື່ອແນໃສ່ເສີມຂະຫຍາຍຄວາມໝາຍຂອງມະຕິ UNESCO, ໃນຕະຫຼອດໄລຍະ 35 ປີຜ່ານມາ, ບັນດາການເຄື່ອນໄຫວເຊີດຊູ ປະທານ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນໃນວຽກງານການທູດວັດທະນະທຳຂອງ ຫວຽດນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.