GNI ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024

19:00 | 16/10/2022

ຍ​ສ​ໝ - Good Neighbors International ແລະ ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ ຫວຽດນາມ ໄດ້ຮ່ວມ​ມື​ກັນຈັດຕັ້ງຜັນ​ຂະ​ຫຍາຍ​ໂຄງ​ການ “ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ໃຈ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 - 2024”.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ຜັ​ນ​ຂະ​ຫຍາຍ​ສັບ​ປະ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ປີ 2022 ຜັ​ນ​ຂະ​ຫຍາຍ​ສັບ​ປະ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ປີ 2022
GNI ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024
ພິ​ທີ​ປະ​ກາດ​ເອ​ກະ​ສານ​ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ໃຈ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024

ຫວ່າງແລ້ວນີ້, ອົງ​ການ​ຈັດ​ຕັ້ງ Good Neighbors International (GNI) ສົມ​ທົບ​ກັບ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຈັດ​ຕັ້ງ​ພິ​ທີ​ປະ​ກາດ​ເອ​ກະ​ສານ​ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ໃຈ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024.

ຕາມ​ຂໍ້​ຕົກ​ລົງ​ແລ້ວ, ໂຄງ​ການ “ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ຕະສາດ ໃນ​ໂຮງ​ຮຽນ​ໄລ​ຍະ 2022 - 2024” ຈະ​ປະ​ຕິ​ບັດ​ຢູ່ 6 ແຂວງ, ນະ​ຄອນ: ຮ່າ​ໂນ້ຍ, ຮ່າ​ຢາງ, ຕວຽນ​ກວາງ, ຮ່​ວາ​ບິ່ງ, ແທັງ​ຮ​ວາ ແລະ ນະ​ຄອນ​ໂຮ່​ຈີ​ມິນ. ໂຄງ​ການ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ຈິດຕະສາດ​ໃນ​ໂຮງ​ຮຽນ ​ໃນວຽກ​ງານ​ໜູນ​ຊ່ວຍ ແລະ ປົກ​ປ້ອງ​ນັກ​ຮຽນ​ຢູ່​ໂຮງ​ຮຽນ.

ໃນ​ຂອບ​ເຂດ​ໂຄງ​ການ, GNI ແລະ ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຈະ​ປະ​ຕິ​ບັດ​ການ​ສຳຫຼວດ, ຕີ​ລາ​ຄາ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາກວດ​ກາ​ຄືນ​ບັນ​ດາ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ທາງ​ຈິດຕະສາດ​ໃນ​ໂຮງ​ຮຽນ. ໃນ​ນັ້ນ, ຄົ້ນ​ຄ້​ວາ​ຂໍ້​ກຳ​ນົດ​ບົດ​ບາດ, ໜ້​າ​ທີ່, ວິ​ວັດການ​ປະ​ຕິ​ບັດ​ຂອງ​ບັນ​ດາ​ພະ​ນັກ​ງານ, ຄູສອນໃນການຜັນ​ຂະ​ຫຍາຍ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດ​ໃນ​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາຢ່າງຈະແຈ້ງ.

ຄົ້ນ​ຄ້​ວາ​ນະ​ໂຍບ​າຍ​ສົ່ງ​ເສີມ​ການ​ຫັນ​ເປັນ​ສັງ​ຄົມ, ດຶງ​ດູດ​ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄ​ົນ​ໃນ​ການ​ລົງ​ທຶນ​ພັດ​ທະ​ນາ​ຮາກ​ຖາ​ນ​ສະ​ໜອງ​ການ​ບໍ​ລິ​ການ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດໃນ​ໂຮງ​ຮຽນ. ພ້ອມ​ກັນ​ນັ້ນ, ກໍ່ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັບ​ກະ​ຊວງ, ຂະ​ແໜງ​ການ ແລະ ບັນ​ດາ​ຫົວ​ໜ່ວຍ, ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ ເພື່ອ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດໃນ​ໂຮງ​ຮຽນ.

GNI ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024
ພິ​ທີ​ປະ​ກາດ​ເອ​ກະ​ສານ​ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ໃຈ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024

ໂຄງ​ການ​ກໍ່​ໄດ້​ດຳ​ເນີນ​ການ​​ສ້າງ ແລະ ພັດ​ທະ​ນາ​ເຄືອ​ຂ່າຍ​ບັນ​ດາ​ຮາກ​ຖານ​ສະ​ໜອງ​ການ​ບໍ​ລິ​ການ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ຈິດ​ຕະສາດໃນ​ໂຮງ​ຮຽນ, ສ້າງ​ບັນ​ດາ​ຫ້ອງການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ຕະສາດ​ຢູ່​ໂຮງ​ຮຽນ, ຫັນ​ເປັນຫຼາຍ​ຮູບ​ແບບ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ສະ​ໜອງ​ການ​ບໍ​ລິ​ການ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ຕະສາດ​ໃນ​ໂຮງ​ຮຽນ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ສ​ະ​ພາບ​ການ​ສັງ​ຄົມ.

ຜ່ານ​ບັນ​ດາ​ໂຄງ​ການ, ບັນ​ດາ​ພະ​ນັກ​ງ​ງານ, ລັດ​ຖະ​ກອນ, ພາ​ລະ​ກອນ ແລະ ຜູ້ວຽກ​ງານ​ຜັນ​ຂະ​ຫຍາຍ​ວຽກ​ງານ​ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ຕະສາດໃນ​ໂຮງ​ຮຽນ ​ມີ​ໂອ​ກາດ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ ແລະ ບຳ​ລຸງ​ສ້າງ​ຄືນ​ໃໝ່, ຍົກ​ສູງ​ລະ​ດັບ​ດ້ານ​ວິ​ຊາ​ການ. ພ້ອມ​ກັນນັ້ນ ວຽກ​ງານ​ສື່​ສານ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ໃຈ​ໂຮງ​ຮຽນ ​ກໍ່​ໄດ້​ຮັບ​ການ​ຍູ້​ແຮງ.

GNI ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024
GNI ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024

ດ້ວຍ​ໂຄງ​ການ​ນີ້, GNI ແລະ ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຄາດ​ວ່າ​ຈະ​ມີຮາ​ກ​ຖານການ​ສຶກ​ສາ​ຊັ້ນອະ​ນຸ​ບານ ປະ​ມານ 2.017 ແຫ່ງ, ກຸ່ມ​ເດັກ​ນ້ອຍ 27.800 ກຸ່ມ, ຫ້ອງ​​ຮຽນມັດ​ທະ​ຍົມ 3.704 ແຫ່ງໄດ້​ຊົມ​ໃຊ້​ໂຄງ​ການ. GNI ຫວັງ​ວ່າ ໂຄງການນີ້ຈະ​ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ປະ​ຕິ​ບັດ​ນ​ະ​ໂຍ​ຍາຍ ແລະ ນຳ​ມາ​ເຊິ່ງ​ບັນ​ດາ​ການ​ບໍ​ລິ​ການ​ວຽກ​ງານ​ສັງ​ຄົມ, ໃຫ້​ຄຳ​ປຶກ​ສາດ້ານ​ຈິດ​ຕະສາດ​ທີ່​ມີ​ຄຸນ​ນະ​ພາບ​ໃຫ້​ແກ່​ນ້ອງໆ​ນັກ​ຮຽນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.