ລາງວັນ B ປຶ້ມ​ແຫ່ງ​ຊາດ​ເຊີດ​ຊູ​ປຶ້ມ​ຂຽນ​ກ່ຽວ​ກັບວັດຖຸພັນ​ລ້ຳ​ຄ່າ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ ຊາວ ຫວຽດ​ນາມ

07:40 | 14/10/2022

ຍສ​ໝ - ປຶ້ມ ຄ້ອງທອງກິງຮ​ວາ ວັດຖຸພັນ​​ແຫ່ງ​ຊາດ ຫວຽດ​ນາມ ຂຽນ​ກ່ຽວ​ກັບ​ຄ້ອງ​ທອງ ກິງ​ຮ​ວາ - ​ເຊິ່ງ​ແມ່ນ​ຜົນ​ງານ​ທາງ​ດ້ານ​ສິ​ລະ​ປະ​ກຳ ​ດົງ​ເຊີນ.

ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ເຊີດ​ຊູ​ສີ​ສັນ​ວັດ​ທະ​ນະ​ທຳຫວຽດ​ນາມ ຜ່ານ​ວັນ​ບຸນອາ​ຊີ 2022 ເຊີດ​ຊູ​ສີ​ສັນ​ວັດ​ທະ​ນະ​ທຳຫວຽດ​ນາມ ຜ່ານ​ວັນ​ບຸນອາ​ຊີ 2022
ລາງວັນ B ປຶ້ມ​ແຫ່ງ​ຊາດ​ເຊີດ​ຊູ​ປຶ້ມ​ຂຽນ​ກ່ຽວ​ກັບວັດຖຸພັນ​ລ້ຳ​ຄ່າ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ ຊາວ ຫວຽດ​ນາມ
ປຶ້ມ ຄ້ອງທອງກິງຮ​ວາ ວັດຖຸພັນ​​ແຫ່ງ​ຊາດ ຫວຽດ​ນາມ

ຄ້ອງ​ທອງ ກິງ​ຮວາ ຂຶ້ນ​ກັ​ບ​ການ​ກຳ​ມະ​ສິດ​ຂອງ​ທ່ານ ຫງວຽນ​ວັກ​ກິງ (ເມືອງ​ບາ​ດິງ, ນະ​ຄອນ​ໂຮ່​ໂນ້ຍ) ແມ່ນ​ຄ້ອງທອງ​ດົງ​ເຊີນ ​ອັນ​ລ້ຳ​ຄ່າ. ຄ້ອງທອງ​ກິງ​ຮ​ວາ ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊັນ​ຂໍ້​ຕົກ​ລົງ​ຮັບ​ຮອງ​ເອົາ​ເປັນວັດຖຸພັນ​ລ້ຳ​ຄ່າ​ແຫ່ງ​ຊາດ (ຄັ້ງ​ທີ 9) ໃນ​ວັນ​ທີ 31 ທັນ​ວາ 2020 ນັບ​ແຕ່​ນັ້ນ​ມາ​ຮອດ​ປັດ​ຈຸ​ບັນ ຄ້ອງທອງ ກໍ​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາຕາມ​ຂໍ້​ກຳ​ນົດ ຂອງ ວັດຖຸພັນ​ແຫ່ງ​ຊາດ.

ຄ້ອງ​ທອງ​ກິງ​ຮ​ວາ - ວັດຖຸພັນ​ແຫ່ງ​ຊາດ ຫວຽດ​ນາມ ແມ່ນ​ປຶ້ມ​ຂອງ ທ່ານ ສຈ.ປອ ຈິງ​ຊິງ ແລະ ທ່ານ ຫງວຽນ​ວັກ​ກິງ ນັກສະ​ສົມ ໂດຍ​ໂຮງ​ພິມ​ຈຳ​ໜ່າຍ​ໂລກ ພິມ​ຈຳ​ໜ່າຍ ເຊິ່ງຫາ​ກໍ່​ໄດ້​ຮັບ​ລາງວັນ​ປຶ້ມ​ແຫ່ງ​ຊາດ ​ຄັ້ງ​ທີ 5. ປຶ້ມ​ມີ​ເນື້ອຂຽນເປັນ​ສອງ​ພາ​ສາ ຫວຽດ​ - ອັງ​ກິດ ແລະ ພາບ​ຖ່າຍ​ນັບ​ຮ້ອຍ​ແຜ່ນ​ໃນຫຼາຍ​ແງ່​ມູມຄ້ອງ​​ທອງ​ກິງ​ຮ​ວາ.

ລາງວັນ B ປຶ້ມ​ແຫ່ງ​ຊາດ​ເຊີດ​ຊູ​ປຶ້ມ​ຂຽນ​ກ່ຽວ​ກັບວັດຖຸພັນ​ລ້ຳ​ຄ່າ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ ຊາວ ຫວຽດ​ນາມ
ລາງວັນ B ປຶ້ມ​ແຫ່ງ​ຊາດ​ເຊີດ​ຊູ​ປຶ້ມ​ຂຽນ​ກ່ຽວ​ກັບວັດຖຸພັນ​ລ້ຳ​ຄ່າ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ ຊາວ ຫວຽດ​ນາມ

ທ່ານ​ ສຈ.ປອ ຈິງ​ຊິງ​ ໃຫ້​ຮູ້​ວ່າ ຂຽນ​ກ່ຽວ​ກັບຊະນິດ​ຄ້ອງທອງ ​ດົງ​ເຊີນ ​ໄດ້ຍາກ​ແລ້ວ, ແຕ່ຂຽນ​ກ່ຽວ​ກັບຄ້ອງທອງ ​ດົງ​ເຊີນ​ ງາມ ແລະ ບັນຈຸໄປດ້ວຍສານ​ທາງ​ດ້ານ​ປະ​ຫ​ວັດ​ສາດຫຼາຍ​ຢ່າງ​ຄື​ຄ້ອງທອງ​ກິງ​ຮ​ວາ ​ແມ່ນ​ຍິ່ງ​ຍາກກວ່າ.

ດ້ວຍ​ປຶ້ມ ຄ້ອງທອງກິງ​ຮ​ວາ - ວັດຖຸພັນ​ແຫ່ງ​ຊາດ ຫວຽດ​ນາມ, ກຸ່ມ​ຜູ້​ຂຽນ​ໄດ້​ສົມ​ທົບ​ກັບ​ໂຮງ​​ພິມ​ຈຳ​ໜ່າຍ​ໂລກ ຖ່າຍ​ຮູບ​ດ້ວຍກ້ອງ​ຖ່າຍ​ຮູບ​ອາ​ຊີບ ແລະ ກ້ອງ​ຖ່າຍ​ຮູບ​ພິ​ເສດ ດັ່ງ​ນັ້ນ ​ຈຶ່ງ​ມີ​ພາບ​ຖ່າຍ​ທີ່​ສວຍ​ງາມ, ພິ​ເສດ​ແມ່ນ​ພາບ​ຖ່າຍ​ລວດ​ລາຍເທິງ​ໜ້າຄ້ອງ.

ທີ່​ການ​ພິມ​ຈຳ​ໜ່າຍ​ຄັ້ງ​ທີ 1, ປຶ້ມ​ໄດ້​ສ້າງ​ສຽງ​ດັງ​ກ້ອງ​ກັງ​ວານ​ໃນ​ວົງ​ການ​ນັກ​ຮຽນ​ຮູ້ ແລະ ສັງ​ຄົມ. ຫຼັງ​ຈາກ​ນັ້ນ 1 ປີ, ປຶ້ມ​ໄດ້​ພິມ​ຈຳ​ໜ່າຍ​ຄືນ​ໃໝ່​ ​ຈຳ​ນວນ 1000 ຫົວ, ມີ​ການປັບປຸງ ແລະ ພິມ​ງາມ​ກ່​ວາໃສ່ເຈ້ຍ​ທີ່​ມີ​ຄຸນ​ນະ​ພາບດີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.