ຫວຽດ​ນາມ, ກຳ​ປູ​ເຈຍ ນຳ​ໜ້າ ອາ​ຊຽນ ​ກ່ຽວ​ກັບ​ທ່າ​ຟື້ນ​ຟູຫຼັງ​ໂຄວິດ - 19

07:30 | 14/10/2022

ຍ​ສ​ໝ - ຫວ່າງ​ແລ້ວ​ນີ້, ເວັບ​ໄຊ Nikkei Aisan (ຍີ່​ປຸ່ນ) ໄດ້​ປະ​ກາດ​ຕາ​ຕະ​ລາງ​ຈັດ​ອັນ​ດັບ 121 ປະ​ເທດ/ພາກ​ພື້ນ​ ກ່ຽວ​ກັບ​ດັດ​ສະ​ຊີ​ຟື້ນ​ຟູຫຼັງ​ໂຄວິດ - 19. ໃນ​ນັ້ນ ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ ນຳ​ໜ້າ​ບັນ​ດາ​ປະ​ເທດ​ອາ​ຊຽນ​ ກ່ຽວ​ກັບ​ທ່າ​ຟື້ນ​ຟູ​ຫຼັງ​ໂຄວິດ - 19 ແລະ ບັນ​ລຸ​ໄດ້​ບາດ​ກ້າວ​ໃຫຍ່​ເມື່ອ​ຢືນ​ໃນ​ກຸ່ມ 10 ປະ​ເທດ​ແຖວ​ໜ້າ​ໂລກ ກ່ຽວ​ກັບ​ດັດ​ສະ​ນີ​ຟື້​ນ​ຟູ​ໂຄວິດ - 19 ເປັນເວລາ 4 ເດືອນ​​ລຽນ​ຕິດ.

ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ
ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄຳ​ເໝັ້ນ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄຳ​ເໝັ້ນ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ຫວຽດ​ນາມ, ກຳ​ປູ​ເຈຍ ນຳ​ໜ້າ ອາ​ຊຽນ ​ກ່ຽວ​ກັບ​ທ່າ​ຟື້ນ​ຟູຫຼັງ​ໂຄວິດ - 19
ພາບປະກອບ

ຕາມ Nikkei ແລ້ວ, ພາຍຫຼັງ​ຢືນ​ຢູ່​ອັນ​ດັບທີ 100 ໃນເວລາທີ່ຕາ​ຕະ​ລາງ​ໄດ້​ຮັບ​ການ​ປະ​ກ​າດ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ກໍ​ລະ​ກົດ 2021, ກຳ​ປູ​ເຈຍ ແລະ ຫວຽດ​ນາມ ໄດ້​ມີ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ກະ​ໂດດ​ຂັ້ນ, ຢືນ​ໃນ Top 10 ປະ​ເທດ​ 4 ເດືອນ​​ລຽນ​ຕິດກັນ. ຈຳ​ນວນ​ສະ​ມາ​ຊິກອື່ນ​ຂອງ​ອາ​ຊຽນ​ກໍ່​ໄດ້​ຮັບ​ການ​ປັບ​ປຸງ​ພໍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ກັບ​ໜຶ່ງ​ປີ​ກ່ອນທີ່​ບັນ​ດາ​ປະ​ເທດ ອາ​ຊຽນ ​ຢືນ​ຢູ່​ອັນ​ດັບ​ທ້າຍໆ.

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ​ໄດ້ຮັບການ​ຕີ​ລາ​ຄາ​ສູງ​ເມື່ອ​ປະ​ສົບ​ກັບ​ຜົນ​ສຳ​ເລັດ​ພາຍຫຼັງ​ໄລ​ຍະ​ຕົ້ນ​ຂອງ​ພະ​ຍາດ​ໂຄວິດ - 19. ເຖິງຢ່າງ​ໃດ​ກໍ່​ຕາມ ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັດ​ສາຍ​ພັນ Delta ໃນ​ວົງ​ກວ້າງ ແລະ ມີ​ຈຸດ​ເວ​ລາ​ທີ່​ດັດ​ຊະ​ນີ​ຟື້ນ​ຟູ​ຢືນ​ຢູ່​ອັນ​ດັບ​ຕ່ຳ, ແຕ່​ພາຍຫຼັງ​ຜັນ​ຂະ​ຫຍາຍ​ສຳ​ເລັດ​ບັ້ນ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19, ສອງ​ປະ​ເທດ ກໍ່ຄ່ອຍໆຜ່ອນຜັນບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້າ​ນ​ພະ​ຍາດ​ໂຄວິດ - 19 ແລະ ເປີດ​ປະ​ຕູ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ.

Nikkei ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ​ແມ່ນ​ສິ່ງທີ່ພິສູດ​ໃຫ້​ເຫັນ​ວ່າ ບັນ​ດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ພະ​ຍາດ​ໂຄວິດ - 19 ລ້ວ​ນ​ແຕ່​ສາ​ມາດ​ຫັນ​ປ່ຽນ​ສະ​ພາບ​ການ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ການ​ເປີດກວ້າ​ງ​ການ​ສັກ​ວັກ​ຊິນ ແລະ ຖັດ​ຈາກ​ນັ້ນ​ແມ່ນ​ການ​ເລືອກ​ຜ່ອນ​ຜ​ັນ​ການ​ແຍກ​ຫ່າງ​ສັງ​ຄົມ. ບາດ​ກ້າວ​ນີ້​ຊ່ວຍ​ສ້າງ​ແງ່​ຫວັງ​ດ້ານ​ເສດ​ຖະ​ກິດທີ່ດີ​ກ່​ວາ. ໃນ​ບົດ​ລາຍ​ງານ​ສະ​ບັບ​ອັບ​ເດດຫຼ້າ​ສຸດ, ທະ​ນາ​ຄານ​ໂລກ ໄດ້​ຍົກ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ ຫວຽດ​ນາມ​ ໃນ​ປີ 2022 ແຕ່ 5,3% ຂຶ້ນ​ເຖິງ 7,2%.

ຫວຽດ​ນາມ, ກຳ​ປູ​ເຈຍ ນຳ​ໜ້າ ອາ​ຊຽນ ​ກ່ຽວ​ກັບ​ທ່າ​ຟື້ນ​ຟູຫຼັງ​ໂຄວິດ - 19
ຫວຽດ​ນາມ, ກຳ​ປູ​ເຈຍ ນຳ​ໜ້າ ອາ​ຊຽນ ​ກ່ຽວ​ກັບ​ທ່າ​ຟື້ນ​ຟູຫຼັງ​ໂຄວິດ - 19

ດ້ວຍ​ຄະ​ແນນ 76,5, ກຳ​ປູ​ເຈຍ ​ຢືນ​ຢູ່​ອັນ​ດັບ​ທີ 4 ກ່ຽວ​ກັບ​ດັດ​ຊະ​ນີ​ຟື້ນ​ຟູ​ໂຄວິດ - 19. ຫວຽດ​ນາມ ແບ່ງ​ປັນອັນດັບ​ທີ 8 ກັບ​ກູ​ເວດ (75 ຄະ​ແນນ). ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນທີ່​ຍັງ​ເຫຼືອ, ມາ​ເລ​ເຊຍ ຢືນ​ຢູ່​ອັນ​ດັບ​ທີ 38 (67 ຄະ​ແນນ), ໄທ​ຢູ່​ອັນ​ດັບ​ທີ 70 (61 ຄະ​ແນນ), ລາວ​ອັນ​ດັບ ທີ 89 (57 ຄະ​ແນນ), ຟີ​ລິບ​ປິນ​ຢືນ​ຢູ່​ອັນ​ດັບ​ທີ 101 (53 ຄະ​ແນນ).

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.